VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ

VTC - VOV5
Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ມອບລະບົບການສຽງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.

ວັນທີ 21 ກໍລະກົດ, ຄະນະປະຕິບັດງານ VOV ນຳໂດຍທ່ານ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV ເປັນຫົວໜ້າຄະນະ ໄດ້ໄປຖະຫວາຍດອກໄມ້, ທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ (ເມືອງ ແອັງເຊີນ, ແຂວງ ເງະອານ).

ເນື່ອງໃນໂອກາດນີ້, VOV ໄດ້ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວໃນທົ່ວປະເທດ, ເພື່ອນມິດສາກົນ ເມື່ອເຂົ້າຢ້ຽມເຂດສຸສານນີ້.

ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ ແມ່ນເຂດສຸສານໃຫຍ່ສຸດ ໄດ້ທ້ອນໂຮມອັດຖິຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເຄີຍເຂົ້າຮ່ວມການຕໍ່ສູ້ ແລະ ເສຍສະຫຼະຊີວິດຢູ່ ລາວ. ເຂດສຸສານນີ້ໄດ້ກໍ່ສ້າງນັບແຕ່ປີ 1976. ມາຮອດປະຈຸບັນ, ເຂດສຸສານນີ້ໄດ້ຮັບ ແລະ ຮັກສາອັດຖິນັກຮົບເສຍສະຫຼະຊີວິດຢູ່ສະໜາມຮົບປະເທດເພື່ອນ ລາວ ເກືອບ 11.000 ຊຸດ.

ບາງພາບຖ່າຍຂອງຄະນະປະຕິບັດງານ VOV ຢູ່ແຂວງ ເງະອານ

VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 1
ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ (ຂວາ) ມອບລະບົບການສຽງໃຫ້ແກ່ການນຳເມືອງ ແອັງເຊີນ (ເງະອານ) ເພື່ອຕິດຕັ້ງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 2
ເຂົ້າຮ່ວມພິທີມອບ - ຮັບມີທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ບຸຍດິ່ງລອງ ແລະ ການນຳບາງຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ.
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 3
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 4
ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງ VOV ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາ ປະທານ ໂຮ່ຈີມິນ ແລະ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 5
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 6
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 7
ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ແລະ ພະນັກງານການນຳທ້ອງຖິ່ນຖະຫວາຍດອກໄມ້ຢູ່ເຂດສຸສານ.
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 8
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 9
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 10
ທ່ານ ຫງວຽນຕຽນລອງ, ຫົວໜ້າພະແນກ VOV5 ພ້ອມກັບຄະນະປະຕິບັດງານຂອງ VOV ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ.
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 11
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 12
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 13
ທ່ານ ຫວູຫາຍກວາງ ແລະ ການນຳສະຖານີໂທລະພາບ ເງະອານ, ການນຳຄະນະກຳມະການປະຊາຊົນເມືອງ ແອັງເຊີນ ລັ່ນລະຄັງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 14
ຄະນະປະຕິບັດງານຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ

ຕອບກັບ