VietinBank ເປີດສະຫຼອງສໍານັກງານໃຫຍ່ຢູ່ ລາວ

Chia sẻ
(VOVWORLD) -   ວັນທີ 17 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ທະນາຄານການຄ້າຫຸ້ນສ່ວນອຸດສາຫະກໍາການຄ້າ ຫວຽດນາມ (VietinBank) ຈັດຕັ້ງພິທີເປີດສະຫຼອງສໍານັກງານໃຫຍ່ VietinBank ຢູ່ ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.
VietinBank ເປີດສະຫຼອງສໍານັກງານໃຫຍ່ຢູ່ ລາວ - ảnh 1ພິທີເປີດສະຫຼອງສໍານັກງານໃຫຍ່ VietinBank ຢູ່ ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ 

        ສໍານັກງານໃຫຍ່ຂອງ VietinBank ໄດ້ອອກແບບທັນສະໄໝ ບັນລຸມາດຕະຖານສາກົນ ແລະ ຕັ້ງຢູ່ໃຈກາງສູນເສດຖະກິດນະຄອນຫຼວງວຽງຈັນ, ໃນເນື້ອທີ່ກວ້າງ 3.600 m2 ດ້ວຍອາຄານ 9 ຊັ້ນ. ໂດຍໄດ້ນໍາເຂົ້າໃຊ້ງານນັບແຕ່ເດືອນ ກຸມພາ 2012, ມາຮອດເດືອນ ສິງຫາ 2015 VietinBank ສາຂາ ປະຈໍາລາວ ໄດ້ຍົກລະດັບຂຶ້ນເປັນທະນາຄານ ອຸດສາຫະກໍາການຄ້າ ຈໍາກັດ ຫວຽດນາມ ປະຈໍາ ລາວ ດ້ວຍຮູບແບບການເຄື່ອນໄຫວ ແມ່ນທະນາຄານລູກຂອງລະບົບ VietinBank. ດ້ວຍຄໍາໝັ້ນສັນຍາລົງທຶນ ແລະ ເຄື່ອນໄຫວຢ່າງຍາວນານຢູ່ປະເທດລາວ, VietinBank ລາວ ໄດ້ກໍ່ສ້າງ, ພັດທະນາ ແລະ ເປີດກວ້າງບໍລິການຮັບໃຊ້ຄວາມຕ້ອງການຂອງປະຊາຄົມໄດ້ຢ່າງວ່ອງໄວ ຜ່ານການເປີດສາຂາຢູ່ ແຂວງຈໍາປາສັກ ໃນເດືອນກັນຍາ 2016 ຕື່ມອີກ.


ຕອບກັບ