The Economic Times: ຫ​ວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງ​​ປະ​ເທດມະ​ຫາ​ອຳ​ນາດ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ

Chia sẻ
(VOVWORLD) -ຫວຽດນາມ ແລະ ອິນເດຍ ພວມພົ້ນເດັ່ນຂຶ້ນຄື ດັ່ງບັນດາປະເທດມະຫາອຳນາດເສດຖະກິດໃນພາກພື້ນ ແລະ ຈະສ້າງຄວາມແຕກຕ່າງໃນໄລຍະຫຼັງໂລກລະບາດ.
The Economic Times: ຫ​ວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງ​​ປະ​ເທດມະ​ຫາ​ອຳ​ນາດ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ - ảnh 1(ພາບ: TTXVN)

ໜັງສືພິມ The Economic Times ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ຢູ່ກອງປະຊຸມສຳມະນາແບບທາງໄປ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ອິນເດຍ (PHDCCI) ຈັດຂຶ້ນຫວ່າງມໍ່ໆມານີ້ ດ້ວຍຫົວຂໍ້ “ກາລະໂອກາດລົງທຶນ ແລະ ການຄ້າທົ່ວໂລກສຳລັບຂະແໜງອຸດສາຫະກຳ ອິນເດຍ ຢູ່ ຫວຽດນາມ” ໂດຍຖືວ່າ, ຫວຽດນາມ ແລະ ອິນເດຍ ພວມພົ້ນເດັ່ນຂຶ້ນຄື ດັ່ງບັນດາປະເທດມະຫາອຳນາດເສດຖະກິດໃນພາກພື້ນ ແລະ ຈະສ້າງຄວາມແຕກຕ່າງໃນໄລຍະຫຼັງໂລກລະບາດ. ຕາມນັ້ນແລ້ວ, ຫວຽດນາມ ແລະ ອິນເດຍ ພົ້ນເດັ່ນຂຶ້ນຄືດັ່ງຄູ່ຮ່ວມມືການຄ້າທົ່ວໂລກ ຍ້ອນບັນດາຂໍ້ລິເລີ່ມດ້ານນະໂຍບາຍ ແລະ ການເພີ່ມທະວີດ້ານການຄ້າ ແລະ ການລົງທຶນ.

The Economic Times ກໍໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານ ໂດແທັງຫາຍ ທີ່ປຶກສາສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໂດຍໃຫ້ຂໍ້ສັງເກດວ່າ ກະແສຂອງບັນດາກາລະໂອກາດເສດຖະກິດ ແລະ ການຄ້າລະຫວ່າງ ອິນເດຍ ແລະ ຫວຽດນາມ ແມ່ນບໍ່ຫົວຊາຕໍ່ໂລກລະບາດ, ການແລກປ່ຽນດ້ານເສດຖະກິດ ແລະ ການຄ້າ ຈະພັດທະນາໃນໄລຍະຈະມາເຖິງ. ດ້ວຍທີ່ຕັ້ງຍຸດທະສາດຂອງທັງສອງປະເທດ ແລະ ການປ່ຽນແປງໃນການປະຕິຮູບ, ສອງປະເທດຈະເພີ່ມທະວີການແລກປ່ຽນການຄ້າ ແລະ ສ້າງກຳລັງໜູນຊຸກຍູ້ພື້ນຖານເສດຖະກິດທົ່ວໂລກໃນອະນາຄົດອັນໃກ້ໆນີ້./.

ຕອບກັບ