Pfizer ຢັ້ງ​ຢືນ​ປະ​ສິດ​ທິ​ຜົນ​ຂອງ​ເຂັມ​ທີ 3 ສຳ​ລັບ ເຊື້ອ​ໄວ​ຣັດ SARS -CoV – 2 ສາຍ​ພັນ Delta

Chia sẻ
(VOVWORLD) - ຕາມໝາກຜົນຂອງການຄົ້ນຄ້ວາ, ຄົນໃນເກນອາຍຸແຕ່ 18 – 55 ປີ ມີພູມຕ້ານທານຕ້ານ ເຊື້ອໄວຣັດ SARS -CoV – 2 ສາຍພັນ Delta ເພີ່ມຂຶ້ນທົບ 5 ເທົ່າເມື່ອໄດ້ສັກວັກຊິນກັນໂຄວິດ - 19 ເຂັມທີ 3. ໃນຂະນະນັ້ນ, ສຳລັບກຸ່ມຄົນໃນເກນອາຍຸແຕ່ 65 – 85 ປີ, ມີພູມຕ້ານທານຕ້ານເຊື້ອໄວຣັດ SARS -CoV – 2 ສາຍພັນ Delta ເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ 2 ເຂັມທຳອິດ.
Pfizer ຢັ້ງ​ຢືນ​ປະ​ສິດ​ທິ​ຜົນ​ຂອງ​ເຂັມ​ທີ 3 ສຳ​ລັບ ເຊື້ອ​ໄວ​ຣັດ SARS -CoV – 2 ສາຍ​ພັນ Delta - ảnh 1ວັກຊິນກັນໂຄວິດ - 19 ຂອງ Pfizer/BioNTech  (ພາບ: TTXVN)

ວັນທີ 29 ກໍລະກົດ, ບໍລິສັດການຢາ ອາເມລິກາ Pfizer ໄດ້ປະກາດໝາກຜົນຂອງການຄົ້ນຄ້ວາຢັ້ງຢືນ ເລື່ອງສັກວັກຊິນ Pfizer ເຂັມທີ 3 ໃນການກັນໂຄວິດ - 19 ໂດຍ Pfizer ຮ່ວມມືຄົ້ນຄ້ວາ ກັບບໍລິສັດການຢາ ຂອງ BioNTech ເຢຍລະມັນ, ອັນໄດ້ນຳມາເຊິ່ງປະສິດທິຜົນຢ່າງແຮງໃນການຕ້ານເຊື້ອໄວຣັດ SARS -CoV – 2 ສາຍພັນ Delta ອັນຕະລາ ທີ່ພວມແຜ່ລະບາດຢ່າງໄວວາໃນປັດຈຸບັນ. ຕາມໝາກຜົນຂອງການຄົ້ນຄ້ວາ, ຄົນໃນເກນອາຍຸແຕ່ 18 – 55 ປີ ມີພູມຕ້ານທານຕ້ານ ເຊື້ອໄວຣັດ SARS -CoV – 2 ສາຍພັນ Delta ເພີ່ມຂຶ້ນທົບ 5 ເທົ່າເມື່ອໄດ້ສັກວັກຊິນກັນໂຄວິດ - 19 ເຂັມທີ 3. ໃນຂະນະນັ້ນ, ສຳລັບກຸ່ມຄົນໃນເກນອາຍຸແຕ່ 65 – 85 ປີ, ມີພູມຕ້ານທານຕ້ານເຊື້ອໄວຣັດ SARS -CoV – 2 ສາຍພັນ Delta ເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ 2 ເຂັມທຳອິດ.

ຄາດວ່າ Pfizer ຈະສົ່ງຂໍ້ມູນກ່ຽວກັບວັກຊິນເຂັມທີ 3 ເຖິງອົງການຄຸ້ມຄອງສະບຽງອາຫານ ແລະ ການຢາ ອາເມລິກາ ໂດຍໄວທີ່ສຸດແມ່ນໃນເດືອນສິງຫາຈະມາເຖິງ. ບໍລິສັດການຢານີ້ ກໍ່ຢັ້ງຢືນວ່າ, ເລື່ອງສັກວັກຊິນກັນໂຄວິດ - 19 ເຂັມທີ 3 ແມ່ນມີຄວາມຈຳເປັນທີ່ສຸດໃນໄລຍະເວລາແຕ່ 6 – 12 ເດືອນ ພາຍຫຼັງປະຊາຊົນໄດ້ສັກວັກຊິນກັນໂຄວິດ - 19 ຄົບ 2 ເຂັມແລ້ວ.

ຕອບກັບ