GDP ຫວຽດນາມ​ໃນ​ປີ 2020 ອາດ​ຈະ​ເພີ່ມ​ຂຶ້ນສູງ​ກວ່າ 5%

Chia sẻ
(VOVWORLD) -ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%, ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດເຊິ່ງບັນລຸ 5,15%.

ທ່ານ ຫງວຽນບິກເລິມ ຫົວໜ້າກົມໃຫຍ່ສະຖິຕິສັງກັດກະຊວງແຜນການແລະການລົງທຶນຫວຽດນາມໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%, ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດເຊິ່ງບັນລຸ 5,15%; ຂົງເຂດການບໍລິການເພີ່ມຂຶ້ນ3,27%... ບົນພື້ນຖານການຄາດຄະເນບັນດາຜົນກະທົບໂດຍທາງກົງແລະທາງອ້ອມຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ, ກົມໃຫຍ່ສະຖິຕິໄດ້ສ້າງ 2 ແຜນການການເຕີບໂຕດ້ວຍການຄາດຄະເນທີ່ວ່າຖ້າຫາກວ່າໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມຢ່າງທັນການໃນໄຕມາດທີ 2/2020 ຫຼືແກ່ຍາວໄປຮອດໄຕມາດທີ 3/2020 ນັ້ນ, ການເຕີບໂຕ GDP ຂອງທັງປີລ້ວນແຕ່ບັນລຸຫຼາຍກວ່າ 5%. ນີ້ແມ່ນລະດັບການເຕີບໂຕສູງເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນໆໃນພາກພື້ນແລະໃນໂລກແລະແມ່ນໄຊຊະນະໃນການຊີ້ນໍາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ກະຊວງ, ຂະແໜງການທຸກຂັ້ນ, ປະຊາຄົມວິສາຫະກິດແລະປະຊາຊົນໃນທົ່ວປະເທດ.

        ເພື່ອໃຫ້ປີ 2020 ບັນລຸລະດັບການເຕີບໂຕ GDP ຄືດັ່ງຄາດໝາຍທີ່ສະພາແຫ່ງຊາດໄດ້ມອບໝາຍໃຫ້ແມ່ນ 6,8%, ໃນສະພາບການໂລກລະບາດໂຄວິດ - 19, ກົມໃຫຍ່ສະຖິຕິໄດ້ກໍ່ສ້າງແຜນການການເຕີີບໂຕຢ່າງລະອຽດໃຫ້ແກ່ແຕ່ລະຂະແໜງການ, ລັດຖະບານກໍມີມາດຕະການປ່ອຍເງິນລົງທຶນສາທາລະນະທັງໝົດແລະວາງອອກບັນດານະໂຍບາຍກ່ຽວກັບພາສີອາກອນ... ເພື່ອໜູນຊ່ວຍວິສາຫະກິດ, ຜູ້ຜະລິດດໍາເນີນທຸລະກິດ. 

ຕອບກັບ