G7 ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ອຸ​ປະ​ຖຳວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 1 ຕື້ ໂດ​ສ

Chia sẻ
(VOVWORLD) -ຈຳນວນວັກຊິນ 1 ຕື້ໂດສ ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳໃນຄັ້ງນີ້ ຈະໄດ້ແຈກຢາຍຜ່ານທັງຊ່ອງທາງໂດຍກົງ ແລະ ຜ່ານໂຄງການ COVAX. 
G7 ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ອຸ​ປະ​ຖຳວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 1 ຕື້ ໂດ​ສ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ G7  ຢູ່ ອັງກິດ ໃນວັນທີ 12 ມິຖຸນາ (ພາບ: AFP/TTXVN)

ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ວັນທີ 13 ມິຖຸນາ, ໃຫ້ຄຳໝັ້ນສັນຍາ ຈະອຸປະຖຳວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ຕື້ ໂດສ ແລະ ເພີ່ມທະວີການເຄື່ອນໄຫວກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ໃນແຈ້ງການສຸດທ້າຍເມື່ອອັດກອງປະຊຸມສຸດຍອດ G7 ທີ່ຖືກດຳເນີນໂດຍກົງເປັນຄັ້ງທຳອິດພາຍຫຼັງໄລຍະເກືອບ 2 ປີ, ການນຳບັນດາປະເທດໄດ້ສະແດງຄວາມຊົມເຊີຍຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໃນການນຳ G7 ກັບຄືນສູ່ຄວາມສະໜິດຕິດພັນ ພາຍຫຼັງ “ທົດສະວັດທີ່ມີຄວາມບໍ່ລົງລອຍກັນຫຼາຍຢ່າງ”.

ກ່າວຄຳເຫັນຕໍ່ວົງການສື່ມວນຊົນພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson - ປະທານກອງປະຊຸມ ຖືວ່າ ຈຳນວນວັກຊິນ 1 ຕື້ໂດສ ທີ່ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳໃນຄັ້ງນີ້ ຈະໄດ້ແຈກຢາຍຜ່ານທັງຊ່ອງທາງໂດຍກົງ ແລະ ຜ່ານໂຄງການ COVAX. ເຖິງຢ່າງໃດກໍຕາມ, ຈຳນວນວັກຊິນດັ່ງກ່າວ ແມ່ນຍັງໜ້ອຍກວ່າຫຼາຍເທົ່າ ເມື່ອທຽບໃສ່ຈຳນວນ 11 ຕື້ໂດສ ເຊິ່ງ ອົງການ WHO ຖືວ່າຈຳເປັນ ເພື່ອສາມາດສັກວັກຊິນໃຫ້ແກ່ປະມານ 70% ຈຳນວນປະຊາກອນໃນໂລກ.

G7 ກໍໃຫ້ຄຳໝັ້ນສັນຍາຈະອຸປະຖຳຫຼາຍໃຫ້ແກ່ບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍກວ່າອີກ, ພ້ອມທັງຍົກເລີກບາງບ້ວງເງິນລົງທຶນເຂົ້າໃນຂະແໜງເຊື້ອໄຟຟອກຊິວ. ໃນ “ສົນທິສັນຍາກ່ຽວກັບທຳມະຊາດ” ທີ່ໄດ້ປະກາດໃນວັນທີ 13 ມິຖຸນາ ພ້ອມດ້ວຍຖະແຫຼງການຮ່ວມຂອງ G7, ບັນດາການນຳໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຫຼຸດເຄິ່ງໜຶ່ງປະລິມານການປ່ອຍອາຍພິດ carbon ໃນປີ 2030 ເມື່ອທຽບໃສ່ປີ 2010 ແລະ ສະກັດກັ້ນສະພາວະສູນເສຍຊີວະນາໆພັນ. 

ຕອບກັບ