G20 ​ມີ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່ບັນ​ດາ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິ​ງ​ແມ່​ຍິງ​

Chia sẻ
(VOVWORLD) -ການຮັບປະກັນຄວາມພ້ອມຂອງບັນດາປະເທດເພື່ອອະນາຄົດທີ່ສົດໃສກວ່າ ຮຽກຮ້ອງຕ້ອງມີວິທີການສຳຜັດຢ່າງຮອບດ້ານ, ຕາມນັ້ນແລ້ວ ຄວນມອບສິດໃຫ້ແມ່ຍິງໃນບັນດາຂົງເຂດ ເສດຖະກິດ, ສັງຄົມ, ສາທາລະນະສຸກ, ການສຶກສາ, ເຕັກໂນໂລຢີ, ວັດທະນະທຳ, ການບັນເທິງ ແລະ ກິລາ.

G20 ​ມີ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່ບັນ​ດາ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິ​ງ​ແມ່​ຍິງ​ - ảnh 1ທ່ານ Mahid Al Qasabi ລັດຖະມົນຕີກະຊວງການຄ້າ ອາຣັບບິ ຊະອຸດິ (ຜູ້ຢູ່ເຄິ່ງກາງ) (ພາບ: Eshraag) 

ວັນທີ 21 ຕຸລາ, ທ່ານ Mahid Al Qasabi ລັດຖະມົນຕີກະຊວງການຄ້າ ອາຣັບບິ ຊະອຸດິ ໃຫ້ຮູ້ວ່າ ດ້ວຍບົດບາດເປັນປະເທດປະທານ ກຸ່ມບັນດາປະເທດເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໃນປີ 2020, ອາຣັບບິ ຊະອຸດິ ໄດ້ມີຄວາມເອົາໃຈໃສ່ເປັນພິເສດ ແລະ ຊຸກຍູ້ການສ້າງບັນດານະໂຍບາຍທີ່ກ່ຽວຂ້ອງເຖິງແມ່ຍິງ.

        ໃນບົດກ່າວປາໄສທີ່ກອງປະຊຸມສຸດຍອດແມ່ຍິງ G20, ທ່ານລັດຖະມົນຕີ Mahid Al Qasabi ເຊື່ອໝັ້ນວ່າ ການຟື້ນຟູເສດຖະກິດຢ່າງໝັ້ນແກ່ນ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19 ຈະບໍ່ບັນລຸໄດ້ ຖ້າຫາກວ່າບໍ່ມີບັນດາໂຄງການສັງຄົມ ແລະ ເສດຖະກິດຢ່າງຮອບດ້ານສຳລັບແມ່ຍິງ ເພື່ອຮັບປະກັນຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ທ່ານຖືວ່າ ການຮັບປະກັນຄວາມພ້ອມຂອງບັນດາປະເທດເພື່ອອະນາຄົດທີ່ສົດໃສກວ່າ ຮຽກຮ້ອງຕ້ອງມີວິທີການສຳຜັດຢ່າງຮອບດ້ານ, ຕາມນັ້ນແລ້ວ ຄວນມອບສິດໃຫ້ແມ່ຍິງໃນບັນດາຂົງເຂດ ເສດຖະກິດ, ສັງຄົມ, ສາທາລະນະສຸກ, ການສຶກສາ, ເຕັກໂນໂລຢີ, ວັດທະນະທຳ, ການບັນເທິງ ແລະ ກິລາ.


ຕອບກັບ