Festival ດອກໄມ້ດ່າລາດ - ໂຄສະນາເຄື່ອງໝາຍນະຄອນດອກໄມ້

Chia sẻ
(VOVWORLD) -ໃນລະຫວ່າງວັນທີ 20 – 24 ທັນວາ, ຢູ່ນະຄອນດ່າລາດ, ນະຄອນ ບາວລົກ ແລະ ບາງທ້ອງຖິ່ນຢູ່ແຂວງ ເລິມດົ່ງ, ຈະຈັດ Festival ດອກໄມ້ດ່າລາດ ຄັ້ງທີ 8 ປີ 2019 ດ້ວຍຫົວຂໍ້ວ່າ “ດ່າລາດ ແລະ ດອກໄມ້”.
Festival ດອກໄມ້ດ່າລາດ - ໂຄສະນາເຄື່ອງໝາຍນະຄອນດອກໄມ້ - ảnh 1(Festival ດອກໄມ້ດ່າລາດ ຈະຈັດຂຶ້ນລະຫວ່າງວັນທີ 20 – 24 ທັນວາ)

ນີ້ແມ່ນງານບຸນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກສະເພາະລະດັບຊາດ ແລະ ສາກົນ, ເຊິ່ງໄດ້ຈັດຕັ້ງຂຶ້ນ 2 ປີເທື່ອໜຶ່ງ, ແມ່ນເຄື່ອງໝາຍງານບຸນສະເພາະຂອງດ່າລາດ.

        ນອກຈາກບັນດາລາຍການໃຫຍ່ມີລັກສະນະສິລະປະທີ່ເປັນເອກະລັກສະເພາະຄື: ພິທີໄຂ ແລະ ພິທີອັດແລ້ວ, ໃນຂອບເຂດ Festival ດອກໄມ້ດ່າລາດ ຍັງດຳເນີນບັນດາການເຄື່ອນໄຫວຄື: ກອງປະຊຸມສຳມະນາຊຸກຍູ້ການຮ່ວມສຳພັນຜະລິດຜັກ, ດອກໄມ້ດ່າລາດ; ງານວາງສະແດງດອກໄມ້, ຕົ້ນໄມ້ປະດັບສາກົນ, ຈັດຕັ້ງສັບປະດາວັດທະນະທຳຊາ - ແພໄໝເລິມດົ່ງ… ອີກດ້ວຍ. ທ່ານ ໂຕນທ້ຽນຊານ, ປະທານຄະນະກຳມະການປະຊາຊົນແຂວງ ເລິມດົ່ງ, ຫົວໜ້າຄະນະຈັດຕັ້ງງານ Festival ດອກໄມ້ດ່າລາດ 2019, ໃຫ້ຮູ້ວ່າ.

        “ນີ້ແມ່ນຄັ້ງທີ 8 ທີ່ Festival ດອກໄມ້ດ່າລາດ ໄດ້ຮັບການຈັດຕັ້ງຂຶ້ນ. ອາດເວົ້າໄດ້ວ່າ ນະຄອນດ່າລາດ ແມ່ນນະຄອນ Festival ແຫ່ງທຳອິດຂອງຫວຽດນາມ, ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດເທົ່ານັ້ນ, ຫາກຍັງມີຄຸນຄ່າໃນຫຼາຍດ້ານອີກດ້ວຍ. ນັ້ນແມ່ນການໂຄສະນາໃຫ້ແກ່ຂະແໜງທ່ອງທ່ຽວນະຄອນດ່າລາດ, ເຊີດຊູຜູ້ປູກດອກໄມ້, ສົ່ງເສີມຂະແໜງດອກໄມ້ ແລະ ບັນດາຂະແໜງອາຊີບອື່ນຢູ່ດ່າລາດ. ສະນັ້ນ, ລະດັບການເຕີບໂຕດ້ານເສດຖະກິດຂອງດ່າລາດ ໃນຊຸມປີຜ່ານມາໄດ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ Festival ກໍ່ເພື່ອແນໃສ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມໃຫ້ນັບມື້ນັບຫຼາຍຂຶ້ນ, ເປັນການສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດຂອງນະຄອນ”.

ຕອບກັບ