FAO ສືບຕໍ່ກ່າວເຕືອນສະພາບອຶດຫິວທຸກຍາກຢູ່ ອາເມລິກາລາຕິນ

Chia sẻ
(VOVWORLD) - ວັນທີ 12 ພະຈິກ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ກ່າວເຕືອນວ່າຈຳນວນຜູ້ອຶດຫິວທຸກຍາກຢູ່ ອາເມລິກາ ລາຕິນ ໄດ້ເພີ່ມຂຶ້ນເຖິງ 42,5 ລ້ານຄົນໃນປີ 2018, ກວມເອົາ 6,5% ຈຳນວນປະຊາກອນໃນພາກພື້ນ ແລະ ເພີ່ມຂຶ້ນ 4,5 ລ້ານຄົນເມື່ອທຽບໃສ່ປີ 2014. 

ບົດລາຍງານ “ສະພາບການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພສະນາການຢູ່ ອາເມລິກາລາຕິນ ແລະ ເຂດ ກາຣີເບ ປີ 2019” ຂອງ FAO ໃຫ້ຮູ້ວ່າ: ການເພີ່ມຂຶ້ນຂອງສະພາບອຶດຫິວທຸກຍາກ, ຂາດຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ບັນຫາຕຸ້ຍພີ ຈະສືບຕໍ່ແມ່ນສິ່ງທ້າທາຍໃນປະຈຸບັນສຳລັບບັນດາປະເທດ ອາເມລິກາລາຕິນ, ພິເສດແມ່ນຢູ່ພາກພື້ນ ອາເມລິກາໃຕ້, ຈຳນວນຜູ້ຂາດໂພສະນາການໄດ້ເພີ່ມຂຶ້ນຕື່ມ 4,7 ລ້ານຄົນນັບແຕ່ປີ 2014.

FAO ສືບຕໍ່ກ່າວເຕືອນສະພາບອຶດຫິວທຸກຍາກຢູ່ ອາເມລິກາລາຕິນ - ảnh 1ພາບປະກອບ /  AFP/TTXVN

        ນອກຈາກນັ້ນສະພາບອຶດຫິວທຸກຍາກ, ນ້ຳໜັກເກີນຂອບເຂດ ແລະ ຂາດໂພສະນາການຍັງໄດ້ກາຍເປັນສິ່ງທ້າທາຍຕົ້ນຕໍໃນຂົງເຂດຄ້ຳປະກັນດ້ານສະບຽງອາຫານຢູ່ ອາເມລິກາລາຕິນ ໃນຊຸມປີມໍ່ໆມານີ້.

ຕອບກັບ