EVFTA ສ້າງ​ຂີດ​ໝາຍ ເລີ່ມ​ຕົ້ນ ສັງ​ກາດ​ໃໝ່​ໃນ​ການ​ພົວ​ພັນ​ດ້ານການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - EU

Chia sẻ
(VOVWORLD) -ພາກຂ່າວ Mekong Online ຂອງ ອີຕາລີ ຫາກໍ່ລົງບົດຂຽນຂອງ ທ່ານນາງ Violetta Borsi, ນັກຊ່ຽວຊານສະຖາບັນຄົ້ນຄ້ວາ ຫວຽດນາມ ວິທະຍາອີຕາລີ, ຊຶ່ງໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ເລື່ອງ ລັດຖະສະພາ ເອີລົບ (EP)ຮັບຮອງເອົາ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA).
EVFTA ສ້າງ​ຂີດ​ໝາຍ ເລີ່ມ​ຕົ້ນ ສັງ​ກາດ​ໃໝ່​ໃນ​ການ​ພົວ​ພັນ​ດ້ານການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - EU - ảnh 1ການສົ່ງອອກເຂົ້າຫວຽດນາມໄປຕ່າງປະເທດ (ພາບ: TTXVN) 

ນັກຂຽນໄດ້ຢັ້ງຢືນວ່າ ນີ້ແມ່ນບາດກ້າວຕັດສິນໃຈໃນການສ້າງ ແລະ ນຳໃຊ້ຂໍ້ຕົກລົງດ້ານການຄ້າ, ໄດ້ຮັບການຕີລາຄາວ່າ “ມີຄວາມກ້າວໜ້າທີ່ສຸດ, ທັນສະໄໝ ແລະ ມັກໃຫຍ່ໄຝ່ສູງທີ່ສຸດ” ລະຫວ່າງ EU ແລະ ຫວຽດນາມ. EVFTA ກໍ່ໄດ້ຮັບຖືວ່າແມ່ນຮູບແບບໜຶ່ງໃຫ້ແກ່ບັນດາຂໍ້ຕົກລົງດ້ານການຄ້າໃນອະນາຄົດລະຫວ່າງ EU ແລະ ບັນດາປະເທດພວມພັດທະນາ. ດ້ວຍໝາກຜົນການປ່ອນບັດ ຕໍ່ EVFTA, ບັນດາສະມາຊິກລັດຖະສະພາເອີລົບ ໄດ້ສົ່ງສານສະໜັບສະໜູນການຄ້າເສລຢ່າງແຮງ, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນໄລຍະທີ່ຄວາມເຄັ່ງຕຶງດ້ານການຄ້າ  ແລະ ທ່າອ່ຽງອາລັກຂາ ນັບມື້ນັບເພີ່ມຂຶ້ນສູງ.

ຕອບກັບ