EU ຖະແຫຼງໂຕ້ຕອບມາດຕະການພາສີອາກອນຂອງອາເມລິກາ

Chia sẻ
(VOVWORLD) -EU ບໍ່ມີການຄັດເລືອກໃດນອກຈາກເລື່ອງໂຕ້ຕອບ ພາຍຫຼັງທີ່ອາເມລິກາ ຈັດວາງອັດຕາພາສີສຳລັບສິນຄ້າຂອງກຸ່ມນີ້ຢ່າງເປັນທາງການ ທີ່ມີມູນຄ່າບັນລຸລະດັບສະຖິຕິແມ່ນ 7,5 ຕື້ USD.

EU ຖະແຫຼງໂຕ້ຕອບມາດຕະການພາສີອາກອນຂອງອາເມລິກາ - ảnh 1 ທ່ານນາງ Cecilia Malmstrom

(ພາບ: AFP/ TTXVN)

ວັນທີ 18 ຕຸລາ, ທ່ານນາງ Cecilia Malmstrom, ກຳມະການການຄ້າສະຫະພາບເອີລົບ (EU) ຖະແຫຼງວ່າ, EU ບໍ່ມີການຄັດເລືອກໃດນອກຈາກເລື່ອງໂຕ້ຕອບ ພາຍຫຼັງທີ່ອາເມລິກາ ຈັດວາງອັດຕາພາສີສຳລັບສິນຄ້າຂອງກຸ່ມນີ້ຢ່າງເປັນທາງການ ທີ່ມີມູນຄ່າບັນລຸລະດັບສະຖິຕິແມ່ນ 7,5 ຕື້ USD. ທ່ານນາງ Malmstrom ສະແດງຄວາມເສຍດາຍກ່ຽວກັບການຄັດເລືອກຂອງ ອາເມລິກາ ທີ່ຈັດວາງອັດຕາພາສີສຳລັບສິນຄ້ານຳເຂົ້າຂອງ EU.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການເງິນເຢຍລະມັນ Olaf Scholz ໃຫ້ຮູ້ວ່າ, ວົງການເຈົ້າໜ້າທີ່ EU ພວມຕັ້ງໜ້າເຮັດວຽກ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບອາເມລິກາ ແລະ ສະກັດກັ້ນຄວາມສ່ຽງທີ່ ວໍຊິງຕັນ ຈັດວາງອັດຕາພາສີຄືດັ່ງຄຳນາບຂູ່.

        ກ່ອນໜ້ານັ້ນໃນວັນດຽວກັນ, ອາເມລິກາ ໄດ້ຈັດວາງອັດຕາພາສີສຳລັບສິນຄ້າຂອງ EU ຢ່າງເປັນທາງການ, ໃນນັ້ນມີເຮືອບິນຂອງບໍລິສັດ Airbus, ເຫຼົ້າແວງຝລັ່ງ ແລະ ເຫຼົ້າ whisky Scotland ຖືກນອນໃນຈຳນວນປະເພດສິນຄ້າຖືກຈັດວາງອັດຕາພາສີໃນຄັ້ງນີ້.

ຕອບກັບ