APEC ຈັດກອງປະຊຸມທາງອອນລາຍກ່ຽວກັບການຮ່ວມມືເສດຖະກິດ ແລະ ເປີດປະຕູຕະຫຼາດເພື່ອຮັບມືກັບໂລກລະບາດໂຄວິດ-19

Chia sẻ
(VOVWORLD) -ທ່ານ Hairil Yahri Yaacob ກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ APEC ແລກປ່ຽນທັດສະນະ, ຕີລາຄາການຮັບມືກັບວິກິດການຍ້ອນໂລກລະບາດໂຄວິດ-19, ສົມທົບກັນແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດານະໂຍບາຍ ແລະ ມາດຕະການ ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19ກໍ່ຄືບັນດາຜົນກະທົບຂອງໂລກລະບາດໂຄວິດ-19ທີ່ມີຕໍ່ເສດຖະກິດ.
APEC ຈັດກອງປະຊຸມທາງອອນລາຍກ່ຽວກັບການຮ່ວມມືເສດຖະກິດ ແລະ ເປີດປະຕູຕະຫຼາດເພື່ອຮັບມືກັບໂລກລະບາດໂຄວິດ-19 - ảnh 1 ທ່ານ Hairil Yahri Yaacob ເຈົ້າໜ້າທີ່ຂັ້ນສູງຂອງກະຊວງອຸດສາຫະກຳ ແລະ ການຄ້າສາກົນປະເທດ ມາເລເຊຍ (ພາບ: berita.mcoba.org)

ໃນວັນທີ 28 ພຶດສະພາ,ເຈົ້າໜ້າທີ່ຂັ້ນສູງຂອງບັນດາພື້ນຖານເສດຖະກິດສະມາຊິກກອງປະຊຸມເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບການຮ່ວມມືເສດຖະກິດ, ເປີດປະຕູຕະຫຼາດເພື່ອຮັບມືກັບໂລກລະບາດໂຄວິດ-19. ທ່ານ Hairil Yahri Yaacob ເຈົ້າໜ້າທີ່ຂັ້ນສູງຂອງກະຊວງອຸດສາຫະກຳ ແລະ ການຄ້າສາກົນປະເທດ ມາເລເຊຍ ເປັນປະທານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Hairil Yahri Yaacob ໄດ້ກະຕຸກຊຸກຢູ້ບັນດາພື້ນຖານເສດຖະກິດສະມາຊິກ APEC ໃຫ້ບູລິມະສິດຮັບປະກັນການຈະລາຈອນສິນຄ້າ ແລະ ການບໍລິການທີ່ຈຳເປັນໃນທົ່ວພາກພື້ນ ທ່ານເນັ້ນໜັກວ່າ ນີ້ເມ່ນປັດໃຈຫຼັກແຫຼ່ງ  ເພື່ອຮັບປະກັນບັນດາພື້ນຖານເສດຖະກິດສະມາຊິກສາມາດຟື້ນຟູພາຍຫຼັງທີຢຸດສະງັກໃນບໍລິເວັນກ້ວາງຍ້ອນໂລກລະບາດໂຄວິດ-19.

ທ່ານ Hairil Yahri Yaacob ກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ APEC ແລກປ່ຽນທັດສະນະ, ຕີລາຄາການຮັບມືກັບວິກິດການຍ້ອນໂລກລະບາດໂຄວິດ-19, ສົມທົບກັນແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດານະໂຍບາຍ ແລະ ມາດຕະການ ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19ກໍ່ຄືບັນດາຜົນກະທົບຂອງໂລກລະບາດໂຄວິດ-19ທີ່ມີຕໍ່ເສດຖະກິດ.

ຕອບກັບ