(ພາບປະກອບ)
(vovworld) – ຕາມກະຊວງແຜນການ ແລະ ການລົງທຶນຫວຽດນາມແລ້ວ, ແຕ່ຕົ້ນປີ 2014 ມາຮອດປະຈຸບັນ, ເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມ ບັນລຸກວ່າ 11 ລ້ານ USD, ເທົ່າກັບ 75% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ການປ່ອຍທຶນບັນລຸ 8,9 ຕື້ USD, ໄດ້ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ຂະແໜງປຸງແຕ່ງ, ຜະລິດສືບຕໍ່ແມ່ນຂົງເຂດດຶງດູດຄວາມເອົາໃຈໃສ່ຂອງນັກລົງທຶນຕ່າງປະເທດໄດ້ຫຼາຍກວ່າໝູ່, ກວນເອົາ 98% ຈຳນວນເງິນລົງທຶນຈົດທະບຽນໃນ 9 ເດືອນຜ່ານມາ. ຕໍ່ຈາກນັ້ນແມ່ນຂະແໜງດຳເນີນທຸລະກິດອະສັງຫາລິມະສັບ, ກໍ່ສ້າງ… ໃນຈຳນວນ 53 ປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນຢູ່ຫວຽດນາມ, ສ.ເກົາຫຼີ ຍັງແມ່ນນັກລົງທຶນໃຫຍ່ກວ່າໝູ່ ດ້ວຍຍອດຈຳນວນເງິນລົງທຶນ, ຈົດທະບຽນໃໝ່ ແລະ ເພີ່ມເຕີ່ມບັນລຸ 3,55 ຕື້ USD, ຖັດຈາກນັ້ນແມ່ນຮົ່ງກົງ (ຈີນ), ຍີ່ປຸ່ນ, ສິ່ງກະໂປ. ແຂວງບັກນິງ ສືບຕໍ່ນຳໜ້າກ່ຽວກັບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດໃນຈຳນວນ 50 ແຂວງ, ນະຄອນໃນທົ່ວປະເທດ, ຖັດຈາກນັ້ນແມ່ນນະຄອນໂຮ່ຈິມິນ, ດົ່ງນາຍ, ບິ່ງເຢືອງ, ຮ່າໂນ້ຍ ແລະ ຫາຍຟ່ອງ.