(vovworld) – ຕາມກົມລົງທຶນຕ່າງປະເທດ - ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ໄລ່ຮອດທ້າຍປີ 2014, ອົດສຕາລີ ມີ 320 ໂຄງການລົງທຶນໂດຍກົງ (FDI) ທີ່ຍັງມີຜົນສັກສິດຢູ່ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນກວ່າ 1,65 ຕື້ USD, ຢືນອັນດັບທີ 19 ໃນຈຳນວນ 101 ປະເທດ ແລະ ເຂດແຄ້ວນມີການເຄື່ອນໄຫວລົງທຶນຢູ່ຫວຽດນາມ. ທ່ານຫົວໜ້າກົມລົງທຶນຕ່າງປະເທດ ໂດ້ເຍີດຮ່ວາງ ໃຫ້ຂໍ້ສັງເກດວ່າ, ສຳລັບຫວຽດນາມແລ້ວ, ອົດສຕາລີ ແມ່ນຄູ່ຮ່ວມມືສຳຄັນກ່ຽວກັບການລົງທຶນ. ແຕ່ວ່າ, ການລົງທຶນຂອງອົດສຕາລີ ເຂົ້າຫວຽດນາມ ໃນປະຈຸບັນ ແມ່ນບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ 2 ຝ່າຍ. ເພື່ອຊຸກຍູ້ການຮ່ວມມືລົງທຶນລະຫວ່າງ 2 ປະເທດ, ທ່ານ ໂດ້ເຍີດຮ່ວາງ ຖືວ່າ, 2 ປະເທດຕ້ອງສ້າງເງື່ອນໄຂໃຫ້ປະຊາຄົມວິສາຫະກິດມີໂອກາດແລກປ່ຽນ, ພົບປະເພື່ອແນໃສ່ຊຸກຍູ້ວິວັດການພົວພັນແລກປ່ຽນດ້ານການຄ້າ ແລະ ການລົງທຶນ.
ບັນດານັກຊ່ຽວຊານດ້ານເສດຖະກິດຄາດຄະເນວ່າ, ໃນຊຸມປີຈະມາເຖິງ, ແຫຼ່ງເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ຈະເພີ່ມຂຶ້ນ, ໃນນັ້ນ ຈະມີບັນດາໂຄງການລົງທຶນຈາກນັກລົງທຶນອົດສຕາລີ ຫຼາຍກ່ວາອີກ.