12 ພັກ​ການ​ເມືອງ​ຝ່າຍ​ຄ້ານ ຮຽກ​ຮ້ອງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ມີ​ການ​ກະ​ທຳ​ເພື່ອ​ແກ້​ໄຂ ວິ​ກິດ​ການ​ດ້ານ​ໂຄວິດ - 19

Chia sẻ
(VOVWORLD) - ລັດຖະບານກໍ່ນຳໃຊ້ທຸກບ້ວງເງິນໃນກອງທຶນ PM Cares - ຊຶ່ງເປັນກອງທຶນໂດຍເອກະຊົນສ້າງຕັ້ງຂຶ້ນຕາມຂໍ້ລິເລີ່ມຂອງ ທ່ານ ນາຍົກລັດຖະມົນຕີ Modi ເພື່ອຊື້ວັກຊິນ, ອົກຊີການແພດ ແລະ ອຸປະກອນການແພດທີ່ຈຳເປັນເພີ່ມເຕີມ.
12 ພັກ​ການ​ເມືອງ​ຝ່າຍ​ຄ້ານ ຮຽກ​ຮ້ອງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ມີ​ການ​ກະ​ທຳ​ເພື່ອ​ແກ້​ໄຂ ວິ​ກິດ​ການ​ດ້ານ​ໂຄວິດ - 19 - ảnh 1ຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກເພີ່ມຢູ່ອິນເດຍຂຶ້ນຢ່າງຕໍ່ເນື່ອງ (ພາບ: Reuters.)

ໃນຈົດໝາຍຮ່ວມສົ່ງໄປຍັງ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃນວັນທີ 12 ພຶດສະພາ, ການນຳ 12 ພັກການເມືອງຝ່າຍຄ້ານ ຢູ່ ປະເທດນີ້ ໄດ້ຮຽກຮ້ອງໃຫ້ລັດຖະບານ ປະຕິບັດບັນດາມາດຕະການ ເພື່ອແນໃສ່ແກ້ໄຂສະພາບການໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງຮ້າຍແຮງຢູ່ ປະເທດນີ້. ໃນຈົດໝາຍ, ບັນດາພັກການເມືອງຝ່າຍຄ້ານ ຢູ່ ອິນເດຍ ໄດ້ຖືວ່າ ສະພາບການໂລກລະບາດໂຄວິດ - 19 ຢູ່ປະເທດນີ້ “ແມ່ນ ວິນາດສະກຳ ດ້ວຍຂອບຂະໜາດທີ່ບໍ່ເຄີຍມີມາກ່ອນ” ແລະ ໃຫ້ຮູ້ວ່າ ລັດຖະບານຕ້ອງອະນຸຍາດ ເພື່ອເປີດກ້ວາງການຜະລິດວັກຊິນ ໂຄວິດ - 19 ພາຍໃນປະເທດ. ລັດຖະບານກໍ່ນຳໃຊ້ທຸກບ້ວງເງິນໃນກອງທຶນ PM Cares - ຊຶ່ງເປັນກອງທຶນໂດຍເອກະຊົນສ້າງຕັ້ງຂຶ້ນຕາມຂໍ້ລິເລີ່ມຂອງ ທ່ານ ນາຍົກລັດຖະມົນຕີ Modi ເພື່ອຊື້ວັກຊິນ, ອົກຊີການແພດ ແລະ ອຸປະກອນການແພດທີ່ຈຳເປັນເພີ່ມເຕີມ. ໜຶ່ງໃນບັນດາຄຳຮຽກຮ້ອງສຸດທ້າຍຂອງພັກການເມືອງຝ່າຍຄ້ານ ແມ່ນສະເໜີມອບບ້ວງເງິນໜູນຊ່ວຍ 6000 Rupees ຕໍ່ເດືອນ ໃຫ້ແກ່ທຸກໆຄົນທີ່ບໍ່ມີວຽກເຮັດງານທຳ ກໍ່ຄືສະໜອງສະບຽງອາຫານໂດຍບໍ່ເສຍຄ່າ ໃຫ້ແກ່ຜູ້ທີ່ພວມຕ້ອງການການໜູນຊ່ວຍ.

ຕອບກັບ