ໝູ່ກັງຈາຍແມ່ນເມືອງເຂດພູສູງໃນແຂວງ ອຽນບ໊າຍ ນອນຢູ່ຕີນສາຍພູຮ່ວາງລຽນເຊີນ. ຈາກຮ່າໂນ້ຍ ຫາ ໝູ່ກັງຈາຍ ແມ່ນປະມານ 280 ກິໂລແມັດ, ຜ່ານກິ່ວເຂົາຟ້າເຊິ່ງແມ່ນໜຶ່ງໃນຈຳນວນກິ່ວທີ່ທຸລະກັນດານ ແລະ ສວຍງາມທີ່ສຸດຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ. ໝູ່ກັງຈາຍໄດ້ປະກົດໃນສາຍຕາຂອງ ແຂກທ່ອງທ່ຽວດ້ວຍ ນາຂັ້ນໄດທີ່ສວຍງາມດັ່ງໃນຝັນ. ສິ່ງທີ່ມີຊື່ສຽງທີ່ສຸດຢູ່ໝູ່ກັງຈາຍ ແມ່ນ ນາຂັ້ນໄດໃນບໍລິເວັນ 3 ຕາແສງຄື: ລາປານເຕິນ, ເຈກູຍາ ແລະ ເຈຊູຟິງ. ມາຮອດປັດຈຸບັນພໍ່ແມ່ປະຊາຊົນຢູ່ແຫ່ງນີ້ຍັງຄົງຮັກສາ ແລະ ອະນຸລັກບັນດາຮິບຄອງປະເພນີ, ບັນດາພິທີກຳ, ການເຫຼື້ອມໃສໃນການບຸກເບີກພື້ນທີ່ ແລະ ປູກນາຂັ້ນໄດ. ໝູ່ກັງຈາຍ ໄດ້ດຶງດູດໃຈນັກທ່ອງທ່ຽວທັງຫຼາຍຍ້ອນຄວາມງາມແບບຮົກເຮື້ອໃນເຂດພູສູງ. ໝູ່ກັງຈາຍມີ 2 ລະດູງາມທີ່ສຸດໃນປີນັ້ນແມ່ນ ລະດູນ້ຳນອງ (ເດືອນເມສາ - ພຶດສະພາ) ແລະ ລະດູເຂົ້າສຸກເຫຼືອງ (ເດືອນກັນຍາ - ຕຸລາ). ໃນລະດູການຜະລິດເຂົ້າຍາມລະດູບານໃໝ່, ປະຊາຊົນໄດ້ເຕົ້າໂຮມກັນປູກເຂົ້າຢູ່ເນື້ອທີ່ນາ ໃນພື້ນທີ່ຕ່ຳຍ້ອນວ່າຢູ່ພູສູງບໍ່ມີນ້ຳຫົດຢ່າງພຽງພໍ. ລະດູການຜະລິດເຂົ້າໃນເດືອນກັນຍາ - ຕຸລາແມ່ນລະດູການຕົ້ນຕໍ, ປະລິມານການຜະລິດເຂົ້າບໍ່ໜ້ອຍກ່ວາເມື່ອທຽບໃສ່ທົ່ງນາຕ່າງໆຢູ່ເຂດທົ່ງພຽງ. ມາຮອດໝູ່ກັງຈາຍ, ແຂກທ່ອງທ່ຽງຈະມີໂອກາດຊອກຮູ້ຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າມົ້ງ. ຄວາມເປັນໜ້າຮັກຂອງພວກເດັກນ້ອຍຢູ່ເຂດພູສູງ. ປະຊາຊົນຢູ່ແຫ່ງນີ້ມີຄວາມລຽບງ່າຍ, ປະເອີບໃຈ, ສິ່ງຈະເປັນການສ້າງແຫຼ່ງບັນດານໃຈໃຫ້ແກ່ແຂກທ່ອງທ່ຽວຕື່ມອີກໃນການເດີນທາງໄປຢ້ຽມຢາມຢູ່ບັນດາເຂດດິນໃໝ່. ຊ່ວງເວລາທີ່ໝູ່ກັງຈາຍງົດງາມທີ່ສຸດແມ່ນໃນກາງເດືອນກັນຍາ - ເດືອນຕຸລາ, ນີ້ກໍ່ແມ່ນຍາມລະດູເຂົ້າສຸກເຫຼືອງອາຮາມທີ່ປົກຄຸມໄປທົ່ວທຸກແຫ່ງ. Từ khóa: VOV VOVworld ໝູ່ກັງຈາຍ CNTraveller ຕອບກັບ ສົ່ງ Xem thêm