ເອກະລັກງານບຸນແທັງຕວຽນ ປີ 2022.

Chia sẻ

(VOVWORLD) -ປີນີ້ວັນບຸນໄຫວ້ພະຈັນວັນເພງເດືອນ 8 ກົງກັບວັນທີ 9 ກັນຍາ ຄສ 2022. ພາຍຫຼັງຖືກຕັດຕອນເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ - 19, ງານບຸນແທັງຕວຽນ - ງານບຸນປະຈຳປີຂອງແຂວງຕວຽນກວາງຖືກຈັດຂຶ້ນໃນໂອກາດວັນບຸນໄຫວ້ພະຈັນ ໄດ້ຖືກແຂວງຕວຽນກວາງ ຈັດຕັ້ງຂຶ້ນໃໝ່

ງານບຸນແທັງຕວຽນປີ 2022 ລວມມີບັນດາການເຄື່ອນໄຫວທີ່ເປັນເອກະລັກ ຊຶ່ງໄດ້ດຳເນີນໃນຕະຫຼອດເດືອນກັນຍາ ປີ 2022 ໄດ້ກາຍເປັນຈຸດທີ່ພົ້ນເດັ່ນດຶງດູດແຂກທ່ອງທ່ຽວນັບໝຶ່ນຄົນໃນທົ່ວປະເທດ

 
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 1
ບັນດາຮູບແບບຖືກປະດິດຄິດສ້າງ ແລະ ຝາກຝັງຄວາມຄາດຫວັງຂອງປະຊາຊົນ
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 2
ຈຸດສຸມຂອງງານບຸນແທັງຕວຽນປີນີ້ ແມ່ນຄ່ຳຄືນງານບຸນແທັງຕວຽນ ດ້ວຍຫົວຂໍ້ “ສີສັນງານບຸນແທັງຕວຽນ” ດ້ວຍງານບຸນ ໂຄມໄຟທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ເຊິ່ງລວມມີ ຮູບແບບ ໂຄມໄຟບຸນໄຫວ້ພະຈັນ 62 ຮູບແບບຂະໜາດໃຫຍ່ ມີຮູບສັດທີ່ສັກສິດຫຼາຍປະເພດ ຄື ມັງກອນ, ນົກອິນຊີ, ປາໄນທີ່ຍັກໃຫຍ່
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 3
ຮູບແບບໂຄມໄຟວັນບຸນໄຫວ້ພະຈັນທີ່ຍັກໃຫຍ່
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 4
ບັນດາຮູບແບບໂຄມໄຟນີ້ ໄດ້ຖືກສ້າງຂຶ້ນຍ້ອນສີມືອັນຄ່ອງແຄ້ວ ແລະ ນ້ຳໃຈຄວາມຮັກທີ່ມີຕໍ່ເດັກຂອງປະຊາຊົນໃນແຂວງ ແລະ ບັນດາທ້ອງຖິ່ນຢູ່ຕ່າງປະເທດ ທີ່ມີການພົວພັນຮ່ວມມືກັບ ຫວຽດນາມ ຄື ສ.ເກົາຫຼີ, ຍີ່ປຸ່ນ, ລາວ, ໄທ...
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 5
ຮູບແບບການສະແດງໃນຄ່ຳຄືນງານບຸນ
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 6
ຄ່ຳຄືນງານບຸນແທັງຕວຽນ ດ້ວຍ ສີສັນງາມຕາ.
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 7
ພວກນ້ອງເຍົາວະຊົນ ພ້ອມກັບຮູບແບບໂຄມໄຟບຸນໄຫວ້ພະຈັນ
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 8
ງານບຸນໄຫວ້ພະຈັນຕວຽນກວາງ ໄດ້ກາຍເປັນວັນມ່ວນຊື່ນຂອງທຸກໆຄົນ
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 9
ຢູ່ຖະໜົນຍ່າງອ້ອມໜອງເຕິນກວາງ ໃນນະຄອນຕວຽນກວາງ ໄດ້ຈັດໃຫ້ມີບັນດາກິດຈະກຳທີ່ຟົດຟື້ນມ່ວນຊື່ນ
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 10
ບັນດາເກມຫຼິ້ນພື້ນເມືອງຖືກຈັດຂຶ້ນຢູ່ຕາມຖະໜົນຍ່າງອ້ອມໜອງເຕິນກວາງໃນນະຄອນຕວຽນກວາງ
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 11
ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ດື່ມເຫຼົ້າ ສາລີ ເຊິ່ງແມ່ນສິ່ນພິເສດຂອງເມືອງເລິມບິ່ງແຂວງ ຕວຽນກວາງ
ເອກະລັກງານບຸນແທັງຕວຽນ ປີ 2022. - ảnh 12
ເມືອງ ເລິມບິ່ງ ໃນແຂວງຕວຽນກວາງ ໄດ້ເຂົ້າຮ່ວມດ້ວຍສິນພິເສດຫຼາຍຢ່າງ.

ງານບຸນແທັງຕວຽນແມ່ນງານບຸນປະຈຳປີຂອງແຂວງຕວຽນກວາງໄດ້ຈັດຂຶ້ນໃນໂອກາດວັນບຸນໄຫວ້ພະຈັນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນ ຕວຽນກວາງ ແນະນຳ ກັບເພື່ອນມິດແຂກທັງຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບພາບພົດປະຊາຊົນ ແລະ ບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນເອກະລັກ ກ່ຽວກັບປະຫວັດສາດວັດທະນະທຳຂອງແຂວງຕວຽນກວາງ.


ຕອບກັບ