ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ

Chia sẻ

(VOVWORLD) -ເກິນເທີມີຄວາມເປັນກຽດຖືກ Getty Images   ນຳເຂົ້າບັນຊີລາຍຊື່ 15 ນະຄອນທີ່ມີຄອງງາມທີ່ສຸດໃນໂລກ.

ເມື່ອບໍ່ດົນມານີ້ Getty Images ເຊິ່ງແມ່ນສາງຮູບຖ່າຍທາງອອນລາຍໃຫຍ່ທີ່ສຸດໃນໂລກທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ສະໜອງສະເພາະບັນດາຮູບຖ່າຍໃຫ້ແກ່ລະບົບສື່ມວນຊົນໃນທົ່ວໂລກໄດ້ປະກາດບັນຊີລາຍຊື່ 15 ນະຄອນທີ່ມີຄອງງາມທີ່ສຸດໃນໂລກ.

ສິ່ງທີ່ເປັນກຽດແມ່ນໃນຈຳນວນດັ່ງກ່າວກໍ່ມີນະຄອນໜຶ່ງທີ່ເປັນຕົວແທນຂອງຫວຽດນາມ. ຕົວແທນຂອງ ຫວຽດນາມ ຖືກ Getty Images ເຕື້ອງເຖິງໃນບັນຊີລາຍຊື່ 15 ນະຄອນທີ່ມີຄອງງາມທີ່ສຸດໃນໂລກແມ່ນນະຄອນເກິນເທີ ຊຶ່ງແມ່ນນະຄອນຂຶ້ນກັບສູນກາງ ແລະ ແມ່ນນະຄອນທີ່ທັນສະໄໝ ແລະ ພັດທະນາທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເນື່ອງໃນໂອກາດນີ້ VOV5 ຈະຮວບຮ່ວມ ແລະ ແນະນຳ 10 ສະຖານທີ່ໄດ້ຮັບຄວາມຊົມຊອບທີ່ນະຄອນເກິນເທີ:

1.  ຕະຫຼາດບົນແມ່ນ້ຳກາຍຣັງ:

ຕະຫຼາດບົນແມ່ນ້ຳກາຍຣັງຂຶ້ນກັບເມືອງກາຍຣັງນະຄອນເກິນເທີແມ່ນຕະຫຼາດແລກປ່ຽນຄ້າຂາຍຜະລິດຕະພັນກະເສດ, ໝາກໄມ້ທຸກຊະນິດ ແລະ ສິນຄ້າປະເພດຕ່າງໆ…ຍ້ອນມີລະບົບແມ່ນ້ຳລຳເຊໜາແໜ້ນດັ່ງນັ້ນຊາວທ້ອງຖິ່ນເຄີຍນຳໃຊ້ເຮືອເປັນພາຫະນະຕົ້ນຕໍເພື່ອສັນຈອນໄປມາ. 

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 1 ພາບ: Dai doan ket

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 2

ພາບ:Dai Doan Ket

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 3

ພາບ: Zing.vn

 2. ເຮືອນເກົ່າ ບິ່ງຖຸຍ

ເຮືອນຫຼັງນີ້ໄດ້ຮັບການປຸກສ້າງແຕ່ປີ 1870 ໂດຍຄອບຄົວວົງຕະກຸນເຢືອງກໍ່ສ້າງ. ກ່ວາ 150 ປີທີ່ຜ່ານມາ, ສະຖາປັດຕະຍາກຳຂອງເຮືອນຍັງຄົງຖືກຮັກສາໄວ້ເໝືອນເດີມ. 

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 4

ເຮືອນເກົ່າທີ່ມີອາຍຸ 100 ປີ ບິ່ງຖຸຍເຊິ່ງແມ່ນໜຶ່ງໃນບັນດາເຮືອນທີ່ງາມທີ່ສຸດຢູ່ເຂດທາງທິດຕາເວັນຕົກພາກໃຕ້. (ພາບ: dantri)

3. ທ່າເຮືອນິງກຽວ

ທ່າເຮືອນິງກຽວ ຕັ້ງຢູ່ແຄມແມ່ນ້ຳເຮົ້າຢາງ. ບໍລິເວັນທ່າເຮືອນິງກຽວໃນວັນນີ້ກໍ່ມີຕະຫຼາດຍາມກາງຄືນພ້ອມທັງມີພັດຕະຄານ, ຮ້ານກີນດື່ມຫຼາຍແຫ່ງຮັບໃຊ້ແຂກທ່ອງທ່ຽວ.  

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 5

ພາບ: Canthotourist.vn

4.  ວັດໂອງ

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 6

ວັດໂອງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາວຮວາຢູ່ທ່າເຮືອນິງກຽວ. (ພາບ: Zing.vn) 

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 7

ພາບ: Zing.vn

5.  ຮອງຮອຍສະຖານບູຮານຄະດີເຍິນແທ່ງ.

ໃນພື້ນຖານວັດທະນະທຳ ອອກແອວຢູ່ເຂດທາງທິດຕະຕົກພາກໃຕ້. ຮອງຮອຍສະຖານບູຮານຄະດີເຍິນແທ່ງມີທີ່ຕັ້ງພິເສດຊຶ່ງແມ່ນໜຶ່ງໃນບັນດາສະຖານທີ່ປະຫວັດສາດທີ່ສຳຄັນໄດ້ຮັບການສ້າງຕັ້ງ ແລະ ພັດທະນາຢູ່ເຂດພາກໃຕ້ໃນຊຸມສະຕະວັດຕົ້ນ ຄສ. 

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 8

ພາບ: to quoc

6.  ຂົວເກິນເທີ

ຂົວເກິນເທີແມ່ນຂົວຕັ້ງຂ້າມແມ່ນ້ຳເຮົາເຊື່ອມຕໍ່ນະຄອນເກິນເທີ ແລະ ແຂວງວິງລອງ. ຂົວແຫ່ງນີ້ໄດ້ກໍ່ສ້າງສຳເລັດໃນປີ 2010 ດ້ວຍຄວາມຍາວ 15,85 ກິໂລແມດ ແລະ ລວງກ້ວາງແມ່ນ 23,1 ແມດ. 

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 9

7.  ໝູ່ບ້ານທ່ອງທ່ຽວໝິແຄັງ.

ໝູ່ບ້ານທ່ອງທ່ຽວໝິແຄັງໄດ້ຮັບຖືວ່າຄືດັ່ງເຂດທ່ົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຖືກຮັດແຄບເຂົ້າ. ນີ້ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດທີ່ລືຊື່ທີ່ນະຄອນເກິນເທີ.

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 10

ພາບ: Canthotourist.vn 

 8.  ຕະຫຼາດ ໄຕໂດ

ຕະຫຼາດໄຕໂດຕັ້ງຢູ່ຫ່າງຈາກໃຈກາງນະຄອນເກິນເທີປະມານ 1 ກິໂລແມດໄປທາງທິດຕາເວັນຕົກ ຂອງແມ່ນ້ຳເຮົາ, ຕະຫຼາດແຫ່ງນີ້ແມ່ນສູນຄ້າຂາຍໃຫຍ່ຂອງບັນດາແຂວງພາກໃຕ້, ພ້ອມທັງແມ່ນສະຖານທີ່ລະຫຼິ້ນບັນເທີງທີ່ດູດດື່ມສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນ ເກິນເທີ.

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 11

ພາບ: Canthotourist.vn 

9. ວັດຈຸກເລິມພາກໃຕ້

ວັດຈຸກເລິມພາກໃຕ້ຕັ້ງຢູ່ຫ່າງຈາກໃຈກາງນະຄອນເກິນເທີປະມານ15 ກິໂລແມດຂຶ້ນກັບຕາແສງໝິແຄັງເມືອງຟອງດຽນ, ທັດສະນີຍະພາບ ແລະ ສີສັນວັດທະນະທຳສະຖາປັດຕະຍາກຳສະໄໝລາຊາວົງ ລີ໊ - ເຈິນ ທີ່ວັດກ້ວາງໃຫຍ່ທີ່ສຸດໃນເຂດພາກຕາເວັນຕົກນີ້ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ.

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 12

ພາບ: Canthotourist.vn 

10.  ທະເລເກິນເທີ.

ທະເລເກິນເທີແມ່ນຫາດຊາຍທະເລໂດຍມະນຸດສ້າງຂຶ້ນ. ຈາກສະຖານທີ່ແຫ່ງນີ້ແຂກທ່ອງທ່ຽວຈະໄດ້ເຫັນຂົວເກີນເທ. ຢູ່ສະຖານທີ່ທ່ອງທ່ຽວແຫ່ງນີ້ສະມາດຂີ່ໂມໂຕນ້ຳ, ພາຍເຮືອ ແລະ ອື່ນໆ.

ເກິນ​ເທີ ນອນ​ໃນ​ບັ​ນ​ຊີ​ລາ​ຍ​ຊື່ 15 ນະ​ຄອນ​ທີ່​ມີ​ຄອງ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 13

ພາບ: canthoplus 

ຕອບກັບ