ອ່າວ ຮະລອງ ລອດເຂົ້າ top 25 ສະຖານທີ່ສວຍງາມທີ່ສຸດໃນໂລກ
(VOVWORLD) -ເວັບໄຊທ່ອງທ່ຽວຂອງສຳນັກຂ່າວສານ CNN (ອາເມລິກາ) ຫາກໍ່ປະກາດສະຖານທີ່ສວຍງາມທີ່ສຸດໃນໂລກ 25 ແຫ່ງ, ໃນນັ້ນ ມີອ່າວ ຮະລອງ - ມໍລະດົກທຳມະຊາດໂລກຂອງ ຫວຽດນາມ. ຕາມ CNN ແລ້ວ “ບໍ່ມີຄວາມເຫັນດີເຫັນພ້ອມ 100% ກ່ຽວກັບບັນດາສະຖານທີ່ສວຍງາມທີ່ສຸດໃນໂລກ ແຕ່ບັນຊີລາຍຊື່ສະຖານທີ່ 25 ແຫ່ງນີ້ ແມ່ນການເລີ່ມຕົ້ນທີ່ດີ ເພື່ອສ້າງແຜນການໄປທ່ອງທ່ຽວໃໝ່”.