ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15

Chia sẻ

(VOVWORLD) -71 ລາງວັນທອງ, 58 ລາງວັນເງິນ, 28 ລາງວັນຄຳ ແລະ 1 ລາງວັນພິເສດໄດ້ຖືກມອບໃຫ້ບັນດານັກຂ່າວ ລາຍການກະຈາຍສຽງທີ່ງານມະໂຫລານກະຈາຍສຽງປີ 2022.

ພິທີອັດອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ຖືກຈັດຂຶ້ນຢູ່ນະຄອນໂຮ່ຈີມິນໃນຕອນຄ່ຳວັນທີ 6 ສິງຫາ. ດ້ວຍຫົວຂໍ້ “ຫັນປ່ຽນຢ່າງມີໄຫວພິບ, ປັບຕົວເພື່ອບຸກບືນຂື້ນ” ໄດ້ມີວິທະຍຸກະຈາຍສຽງ-ໂທລະພາບ 63 ແຫ່ງຂອງບັນດາແຂວງ, ນະຄອນ ແລະ ບັນດາຫົວໜ່ວຍຂຶ້ນກັບ ວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມງານມະໂຫລານ ກະຈາຍສຽງທົ່ວປະເທດຄັ້ງທີ 15.

ໃນຈຳນວນ 500 ລາຍການກະຈາຍສຽງທີ່ເຂົ້າຮ່ວມການປະກວດ, ມີ 203 ລາຍການກະຈາຍສຽງດີເດັ່ນສາມາດເຂົ້າຮອບຊີງຊະນະເລີດ. ທີ່ພິທີອັດ, ມີ 71 ລາງວັນທອງ, 58 ລາງວັນເງິນ, 28 ລາງວັນຄຳ ແລະ ໜຶ່ງລາງວັນພິເສດໄດ້ມອບໃຫ້ບັນດານັກຂ່າວ ລາຍການກະຈາຍສຽງທີ່ງານມະໂຫລານກະຈາຍສຽງປີ 2022.

ຕໍ່ໄປນີ້ແມ່ນບັນດາພາບຖ່າຍທີ່ພິທີອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 1

ທ່ານໂດຕຽນສີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ຫົວໜ້າຄະນະຊີ້ນຳງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ກ່າວຄຳເຫັນທີ່ພິທີອັດ.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 2

ທ່ານຜູ້ອຳນວຍການໃຫຍ່ VOV ໂດຕຽນສີ ເນັ້ນໜັກວ່າ: “ບັນດາລາຍການກະຈາຍສຽງທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້ ມີ ຄຸນນະພາບທີ່ດີເດັ່ນ ນັບທັງທາງດ້ານເນື້ອໃນ ແລະ ຮູບການ. ມີຫຼາຍຫົວໜ່ວຍໄດ້ສະແດງໃຫ້ເຫັນບັນດາແບບວິທີຜະລິດໃໝ່, ບັນດາວິທີຜະລິດລາຍການກະຈາຍສຽງທີ່ທັນສະໄໝ.”

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 3
ເຂົ້າຮ່ວມພິທີອັດ ມີທ່ານຫງວຽນວັນເນນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ; ທ່ານຫວູດຶກດາມ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ທ່ານ ເລກວັກມິງ ຮອງຫົນໜ້າຄະນະໂຄສະນາສຶກສາສູນກາງພັກ, ປະທານສະມາຄົມນັກຂ່າວ ຫວຽດນາມ, ບັນນາທິການໃຫຍ່  ໜັງສືພິມເຍິນເຢິນ; ທ່ານເລຮົ່ງກວາງ, ກຳມະການສູນກາງພັກ, ເລຂາພັກແຂວງແຂວງອານຢາງ; ທ່ານ ຫງວຽນແທັງເຕິມ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຕນິງ, ທ່ານຟານວັນມາຍ ກຳມະການສູນກາງພັກ, ປະທານ ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ພ້ອມກັບຜູ້ຕາງໜ້າການນຳບັນດາກະຊວງຂະແໜງການ ແລະ ແຂກສາກົນອີກຫຼາຍທ່ານ.
ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 4

ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນວັນເນັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ທ່ານຜູ້ອຳນວຍການໃຫຍ່ VOV ໂດຕຽນສີ ໄດ້ມອບລາງວັນພິເສດໃຫ້ແກ່ລາຍການກະຈາຍສຽງອອກອາກາດສົດ “ໃນເສັ້ນຂີດຂັ້ນເປັນຕາຍ” ຂອງກຸ່ມນັກຂ່າວ: ເຈິນເລຢູງ, ຫງວຽນທິເຫ້ວ, ຫງວຽນງອກຢຸງ (ວິທະຍຸກະຈາຍສຽງຕຳຫຼວດປະຊາຊົນ). ນີ້ແມ່ນລາງວັນພິເສດທຳອິດທີ່ໄດ້ມອບທີ່ງານມະໂຫລານກະຈາຍສຽງທົ່ວປະເທດ

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 5

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟານວັນມາຍ ແລະ ທ່ານ ຜູ້ອຳນວຍການໃຫຍ່ VOV ໂດຕຽນສີ ມອບລາງວັນຄຳໃຫ້ແກ່ລາຍການກະຈາຍສຽງອອກອາການສົດ. ດ້ວຍລາຍການ “ພົບປະກັບ Kenjah David  ເອກອັກຄະລັດຖະທູດ ດົນຕີຝລັ່ງ ຢູ່ ຫວຽດນາມ” ຂອງ ກຸ່ມ ນັກຂ່າວ: ດຶກກຸ໊ຍ - ທຸ້ຍເວິນ - ແທັງເຟືອງ - ເຟືອງແອັງ (ພະແນກລາຍການກະຈາຍສຽງພາສາຕ່າງປະເທດ - VOV) ໄດ້ຮັບລາງວັນຄຳສຳລັບກິດຈະກຳນີ້.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 6

ທ່ານເລຂາພັກແຂວງແຂວງອານຢາງ ເລຮົ່ງກວາງ ແລະ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຕນິງ ຫງວຽນແທັງເຕິມ ໄດ້ມອບລາງວັນຄຳໃນລາຍການສາລະຄະດີ ແລະ ບົດສຳພາດ. ໃນກິດຈະກຳນີ້, ລາຍການກະຈາຍສຽງ “ນະຄອນໃນຄວາມຊົງຈຳຂອງຂ້ອຍ” ຂອງກຸ່ມນັກຂ່າວ(ພະແນກລາຍການກະຈາຍສຽງພາສາຕ່າງປະເທດ - VOV) ໄດ້ຮັບລາງວັນຄຳ.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 7

ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ປະທານສະພາສະມາຄົມນັກຂ່າວຫວຽດນາມ, ບັນນາທິການໃຫຍ່ ໜັງສືພິມ ເຍິນເຢິນ ເລກວັກມິງ ແລະ ທ່ານເລຂາພັກແຂວງ ອານຢາງ ເລຮົ່ງຟອງໄດ້ມອບລາງວັນຄຳໃຫ້ແກ່ບັນດາ ລາຍການກະຈາຍສຽງ ຂຶ້ນກັບປະເພດລາຍການຫົວເລື່ອງ. ໃນນັ້ນມີລາຍການກະຈາຍສຽງເມື່ອຕົວໜັງສືຖືກຕິດປີກບິນ” ວິທະຍຸກະຈາຍສຽງປະຊາຊົນໂຮ່ຈີມິນ “ໜີຈາກຄວາມຢູ່ປ່ຽວໃນເຫວມຶດ” (VOV ຈໍລະຈອນ).

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 8

ທ່ານພົນຈັດຕາວາ ຢູເຈືອງຢາງ ຮອງຜູ້ບັນຊາການທະຫານເຂດ 7 ແລະຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ໄດ້ມອບລາງວັນ ສຽງຄຳ ໃຫ້ແກ່ໂຄສົກ ແລະ ຜູ້ດຳເນີນລາຍການທີ່ດີເດັ່ນ, ລາງສະຫງວນໃຫ້ດ້ານເນັກນິກຜະລິດລາຍການທີ່ດີເດັ່ນ, ລາງວັນ ໂປຼແກຼມ ດີຈີຕອນໃນລາຍການກະຈາຍສຽງອອກອາການສົດ, ໂຄສົກ ຟ້າມທິເຫ້ວ, ເລເຕິນຄວາຂອງ VOV ໄດ້ຮັບລາງວັນສຽງຄຳ.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 9

ທ່ານຮອງຜູ້ອຳນວຍການໃຫຍ່ vov ເຈິ່ນມິງຮຸ່ງ, ຫົວໜ້າ ຄະນະຈັດຕັ້ງງານມະໂຫລານກະຈາຍສຽງ ທົ່ວປະເທດຄັ້ງທີ 15 ແລະ ທ່ານຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ເຢືອງແອັງດຶກ ໄດ້ມອບລາງວັນ ເງິນ ໃນລາຍການສາວະຄະດີ - ສຳພາດ - ລະຄອນໂທລະໂຄງ. ລາຍການກະຈາຍສຽງ “ຮັກແພງຊາວຫວຽດນາມ ທີ່ ອົງອາດກ້າແກ່ນ ແລະ ແບ່ງປັນໃນໄລຍະເກີດ ພະຍາດໂຄວິດ - 19 ຢູ່ອິນໂດເນເຊຍ” ຂອງນັກຂ່າວເຮືອງຈ່າ ພະແນກກະຈາຍສຽງພາສາຕ່າງປະເທດ VOV ໄດ້ຮັບລາງວັນເງິນ ໃນລາຍການສາລະຄະດີ - ສຳພາດ

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 10

ທ່ານຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເຈິ່ນແທັງເລິມ ແລະ ທ່ານຮອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວໍຕວັນເຍິນໄດ້ມອບລາງວັນໃຫ້ບັນດານັກຂ່າວທີ່ໄດ້ຮັບລາງວັນເງິນ ໃນປະເພດລາຍການກະຈາຍສຽງຫົວເລືອງ ແລະ ລາຍການອອກກະຈາຍສຽງອອກອາກາດສົດ.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 11

ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິງຫ໋ຽນແລະທ່ານຮອງຜູ້ອຳນວຍການໃຫຍ່ VOV ຟ້າມແມັ້ງຮຸ່ງໄດ້ມອບລາງວັນທອງໃຫ້ແກ່ບັນດານັກຂ່າວໃນລາຍການກະຈາຍສຽງອອກອາກາດສົດ, ຫົວເລື່ອງ

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 12

ທ່ານຮອງຫົວໜ້າຄະນະການເມືອງພາຍໃນສູນກາງພັກ ຫງວຽນວັນອຽນ ມອບລາງວັນໃຫ້ແກ່ບັນດານັກຂ່າວ ມີລາຍການກະຈາຍສຽງດີເດັ່ນກ່ຽວກັບວຽກງານປ້ອງກັນ ຕ້ານການສໍ້ລາດບັງຫຼວງ

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 13

ທ່ານຮອງຜູ້ອຳນວຍການໃຫຍ່ VOV ຟ້າມແມັ້ງຮຸ່ງ ແລະ ທ່ານຜູ້ອຳນວຍການວິທະຍຸກະຈາຍສຽງປະຊາຊົນ ໂຮ່ຈີມິນ ເລກົງດົ່ງ ໄດ້ມອບລາງວັນ ແລະ ຊົມເຊີຍບັນດານັກຂ່າວ ໄດ້ຮັບການເຊີດຊູທີ່ລາຍການເລື່ອງລາວ ໂທລະໂຄ່ງ.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 14

ທ່ານຮອງປະທານຄະນະ ກຳມະການປະຊາຊົນແຂວງ ແທັງຮວາ ເດົາແທັງຕຸງ ແລະ ຜູ້ອຳນວຍການວິທະຍຸກະຈາຍໂທລະພາບ ແຂວງແທັງຮວາ ຟາມວັນເບົາ  ໄດ້ຮັບທຸງ, ຫົວໜ່ວຍເປັນເຈົ້າພາບຈັດງາມມະໂຫລານທົ່ວປະເທດຄັ້ງທີ 16 ປີ 2024.

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 15

ງານມະໂຫລານກະຈາຍສຽງໄດ້ອັດລົງດ້ວຍຄວາມປະທັບໃຈຫຼາຍຢ່າງ

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 - ảnh 16

ນີ້ແມ່ນ ງານມະໂຫລານທີ່ມີຂອບຂະໜາດໃຫຍ່, ມີບັນດາຜູ້ແທນເຂົ້າຮ່ວມແລະ ໄດ້ຮັບບັນດາລາງວັນຫຼາຍກ່ວາໝູ່ນັບແຕ່ກ່ອນເປັນຕົ້ນມາ.


ຕອບກັບ