ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ

Chia sẻ

(VOVWORLD) -ເມື່ອມີໂອກາດຈັດງານບຸນຫຼືໃນຍາມບຸນເຕັດ, ລະດູບານໃໝ່ວຽນມາ ພໍ່ແມ່ພີ່ນ້ອງເຜົ່າມົ້ງໄດ້ ພ້ອມກັນຈັດການລະຫຼິ້ນພື້ນເມືອງຫຼາຍຢ່າງ ທີ່ເປັນເອກະລັກ.

ພົ້ນເດັ່ນຂຶ້ນແມ່ນການຫຼິ້ນໝາກຂ່າງເຊິ່ງແມ່ນກິລາພື້ນເມືອງ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ

ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 1
ໂດຍນອນໃນບັນດາການເຄື່ອນໄຫວຂອງງານບຸນດອກໄມ້ ປີ 2023 ທີ່ຈັດຕັ້ງຢູ່ ຕາແສງງອກຈຽນ, ເມືອງເມື່ອງຊາ, ແຂວງ ເຊີນລາ ໄດ້ຈັດງານແຂ່ງຂັນເກມຫຼິ້ນພື້ນເມືອງຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 2
ພົ້ນເດັ່ນຂຶ້ນແມ່ນ ການຫຼິ້ນໝາກຂ່າງໄດ້ດຶງດູດ 16 ທິມຫຼິ້ນຫມາກຂ່າງມາຈາກສອງແຂວງ ເຊີນລາ ແລະ ອຽນບ໊າຍ
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 3
ໝາກຂ່າງໄດ້ຕິດພັນກັບຄາວເຍົາໄວຂອງຊາວເຜົ່າມົ້ງແຕ່ລະຄົນ. ຄາວມີອາຍຸ 5 – 6 ປີເດັກນ້ອຍສ່ວນຫຼາຍກໍ່ຖືກພໍ່ແມ່, ປູ່ຍ່າເຮັດໝາກຂ່າງເພື່ອຫຼິ້ນກັບໝູ່ເພື່ອນ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 4
ຍ້ອນຫຼິ້ນໝາກຂ່າງເຄີຍແຕະຕ້ອງແຮງ, ດັ່ງນັ້ນຜູ້ຫຼິ້ນໝາກຂ່າງ ຕ້ອງເລືອກເອົາໄມ້ເນື້ອແຂງ ແລະໜຽວເພື່ອເຮັດໝາກຂ່າງ
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 5
ພາຍຫຼັງທີ່ໄດ້ເລືອກເອົາໄມ້ຊະນິດເນື້ອແຂງ ແລະ ໜຽວແລ້ວກໍ່ຕ້ອງຕັດຊອຍເຮັດໃຫ້ທາງເທິງມົນກົມ, ສ່ວນທາງລຸ່ມເປັນຮູບຈ່ວຍ ແລະ ຕອກເຫລັກກະປູໃສ່ທາງດ້ານລຸ່ມ ເພື່ອໃຫ້ໝາກຂ່າງປິນຕັ້ງຢູ່ພື້ນດິນໄດ້ດົນ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 6
ສຳລັບເຊືອກຕ້ອງ ເອົາເສັ້ນໄໝຝັ້ນເປັນສາຍຍາວກ່ວາໜຶ່ງແມັດ ເຊື່ອມຕໍ່ກັບ ໄມ້ຕອນໜຶ່ງ ເຊິ່ງເຮັດດ້ວຍງ່າໄມ້ແຂງ ຫຼືໄມ້ໃຜ່ຍາວປະມານ 40 – 60 ຊັງຕີແມັດ
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 7
ສຳລັບເດີນຫຼິ້ນໝາກຂ່າງ ກໍ່ເຄີຍ ໃຊ້ພື້ນດິນກວ້າງພຽງແລະ ມີເນື້ອທີ່ກວ້າງເພື່ອຮັບປະກັນຄວາມປອດໄພໃຫ້ການແຂ່ງຂັນ ແລະ ດຶງດູດຜູ້ມາຊົມຢ່າງຫຼວງຫຼາຍ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 8
ການຫຼິ້ນໝາກຂ່າງກໍ່ມີຫຼາຍວິທີຫຼິ້ນແລະ ຮູບການແຂ່ງຂັນທີ່ແຕກຕ່າງກັນ ໂດຍອີງໃສ່ແຕ່ລະເຂດແຄ້ວນ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 9
ໃນວັນບຸນແຂ່ງຂັນໝາກຂ່າງກໍ່ມີ 16 ທິມໝາກຂ່າງເຂົ້າຮ່ວມ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 10
ພວກນາງສາວເຜົ່າມົ້ງ ນຸ່ງຊຸດປະຈຳເຜົ່າໃນການແຂ່ງຂັນ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 11
ແຕ່ລະເທື່ອກໍ່ມີສອງທິມແຂ່ງຂັນ, ແຕ່ລະທິມກໍ່ມີຜູ້ຫຼິ້ນໝາກຂ່າງສອງຄົນ
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 12
ແຕ່ລະ ທິມຈະແຂ່ງຂັນສາມຮອບ, ແຕ່ລະຮອບກໍ່ມີໄລຍະຫ່າງ ແຕ່ 3 – 6 ແມັດ, ຮອບທີ 2 ກໍ່ແມ່ນຮອບສຸດທ້າຍ ແລະກໍ່ມີຄວາມທົດສອບຢ່າງໃຫຍ່ຫຼວງທີ່ສຸດ.
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 13
ການຫຼິ້ນໝາກຂ່າງກໍ່ບໍ່ຈຳແນກອາຍຸ ແຕ່ເມື່ອເຂົ້າຮ່ວມແຂ່ງຂັນ ກໍ່ເຄີຍເລືອກຜູ້ມີສຸຂະພາບແຂງແຮງ ແລະ ມີປະສົບການຫຼິ້ນໝາກຂ່າງ
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 14
ແລະກໍ່ໃນງານບຸນແຂ່ງຂັນໝາກຂ່າງກໍ່ຈັດໃຫ້ມີການແຂ່ງຂັນຕ່ຳບັ້ນໄຢ ແລະ ການປະກວດແຕ້ມດ້ວຍຂີ້ເຜິ້ງ
ຫຼິ້ນໝາກຂ່າງເຊິ່ງແມ່ນ ເກມຫຼິ້ນທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງ ເຜົ່າມົ້ງ - ảnh 15
ວັນບຸນແຂ່ງຂັນໝາກຂ່າງໄດ້ສ້າງບັນຍາກາດຢ່າງຟົດຟື້ນມ່ວນຊືນອັນໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວມາຊົມ ແລະລະດົມກຳລັງໃຈພ້ອມທັງເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ເປັນເອກະລັກ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງຢູ່ແຫ່ງນີ້.

ຕອບກັບ