ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ

Chia sẻ
(VOVWORLD) -ນອກຈາກເຂົ້າຈີ່ ແລະ ເຝີ, Rough Guides ແນະນຳວ່າຄວນຊີມເຍື່ອງອາຫານເຂົ້າປຸ້ນປາຈືນ ຮ່າໂນ້ຍ, ໝີ່ກ໋ວາງ, ເຂົ້າຫັກຊ່າຍງ່ອນຕື່ມອີກ.

Rough Guides ແມ່ນສຳນັກພິມປື້ມທ່ອງທ່ຽວ, ວາລະສານທ່ອງທ່ຽວທີ່ມີຊື່ສຽງໃນໂລກມີສຳນັກງານຕັ້ງຢູ່ອັງກິດ. ວາລະສານໄດ້ຕີລາຄາ ອາຫານການກິນຫວຽດນາມ ມີຄວາມແຕກຕ່າງກັນຫຼາຍ, ເປັນໜ້າຈື່ຈຳ ແລະ ແມ່ນບັນດາເຍື່ອງອາຫານທີ່ແຊບນົວທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້. ຈາກບັນດາຮ້ານກິມດື່ມຢູ່ຕາມທາງຕະຫຼອດຮອດບັນດາພັດຕະຄານ ຫຼູຫຼາ, ບັນດາເຍື່ອງອາຫານຫວຽດນາມທີ່ແຊບນົວ ຍາມໃດກໍ່ປະກົດຕົວດ້ວຍລົດຊາດຄົບທຸກຊະນິດ. ຕໍ່ໄປນີ້, ພວກເຂົາຂໍແນະນຳ 9 ເຍື່ອງອາຫານເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດຮັບປະທານເມື່ອມາຢ້ຽມຢາມ ຫວຽດນາມ:

ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 1
ແໜມກວນໄດ້ຮັບການຕີລາຄາສູງເຖິງວ່າຢູ່ບໍ່ວ່າເຂດໃດໆ. ແໜມກວນ ຖືກເຮັດດ້ວຍເຂົ້າຂຽບພັນ ພ້ອມກັບຜັກຫອມຫຼາຍຊະນິດ, ພ້ອມກັບຕົ້ນຊີ້ນ, ກຸ້ງ…
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 2
ເຂົ້າຈີ່ແມ່ນອາຫານທີ່ຍອດຍິ່ງເຊິ່ງຖືກຂາຍຢູ່ຕາມທາງ, ຝລັ່ງນຳມາປຸງແຕ່ງຢູ່ ຫວຽດນາມ ໃນສະຕະວັດທີ່ 19. ທຳອິດເຂົ້າຈີ່ມີຮູບຍາວ ຫຼັງຈາກນັ້ນຊາວຫວຽດນາມ ໄດ້ປຸງແຕ່ງເຂົ້າຈີ່ ມີໃສ້ກິນພ້ອມດ້ວຍ. ເຂົ້າຈີ່ຫວຽດນາມເຄີຍມີໃສ້ກິນພ້ອມດ້ວຍຊີ້ນໄກ່, ຊີ້ນງົວ, ຊີ້ວໝູ, ປາເຕ, ໄຂ່ຈືນ…
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 3
ບັ້ນແຊ່ວແມ່ນອາຫານພິເສດຢູ່ ຫວຽດນາມ. ວາລະສານອັງກິດໄດ້ແນະນຳວ່າ ຄວນຊີມບັ້ນແຊ່ວຢູ່ນະຄອນໂຮ່ຈີມິນເມື່ອມາຢາມຫວຽດນາມ.
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 4
ເຂົ້າປຸ້ນຊີ້ນປິ້ງ ເຍື່ອງອາຫານນີ້ໄດ້ຮັບການຕີລາຄາສູງກ່ຽວກັບລົດຊາດສະເພາະຂອງ ຫວຽດນາມ. ພິເສດຢູ່ຮ່າໂນ້ຍ, ນີ້ແມ່ນເຍື່ອງອາຫານທີ່ແຂກທ່ອງທ່ຽວ ອາດຈະພົບເຫັນຂາຍຢູ່ທົ່ວທຸກແຫ່ງໃນນະຄອນຫຼວງ
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 5
ເຝີ ແມ່ນສັນຍາລັກຂອງອາຫານການກິນຫວຽດນາມ. ເມື່ອເວົ້າເຖິງອາຫານການກິນຫວຽດນາມ ແຂກທ່ອງທ່ຽວທັງຫຼາຍກໍ່ບໍ່ອາດພາດໂອກາດເພື່ອຮັບປະທານ ເຍື່ອງອາຫານເຝີຢູ່ ຫວຽດນາມ ເຊິ່ງອາດຈະກິນໃນທຸກໆເວລາໃນມື້. ຊາວຫວຽດນາມ ສ່ວນຫຼາຍກໍ່ເຄີຍກິນໃນຍາມເຊົ້າ
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 6
ເຂົ້າປຸ້ນປາຈືນ ມີຕົ້ນກຳເນີດຢູ່ຮ່າໂນ້ຍ, ນີ້ກໍ່ແມ່ນບັນດາເຍື່ອງອາຫານ ທີ່ມີຊື່ສຽງຢູ່ຮ່າໂນ້ຍ. ສຳລັບເຍື່ອງອາຫານນີ້, ປາຖືກຕັດຊອຍເປັນຕອນ ແລ້ວກໍ່ຈືນກັບຜັກຫອມບົວ ແລະ ກິນກັບເຂົ້າປຸ້ນ, ຜັກຫອມ, ທົ່ວດິນຈືນ ແລະ ຈ້ຳກະປິ
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 7
ກາວເລົາ ແມ່ນເຍື່ອງອາຫານທີ່ມີຊື່ສຽງຢູ່ໂຮ້ຍອານ, ແຂວງກ້ວາງນາມ. ເຍື່ອງເຍື່ອງອາຫານນີ້ຖືກເຮັດດ້ວຍຜັກງອກ, ຊີ້ນໝູ, ຂ້າງໝູ, ຜັກຫອມ, ພ້ອມດ້ວຍແກ່ງຖ້ວຍໜຶ່ງ
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 8
ໝີ່ກ໋ວາງເປັນເຍື່ອງອາຫານພິເສດຢູ່ແຂວງກ໋ວາງນາມ ແມ່ນອາຫານທົ່ວໄປຢູ່ນະຄອນທະເລດ່ານັ້ງ. ຖ້າຫາກວ່າເມື່ອກ່ອນນີ້ ໝີ່ກ໋ວາງ ມີຊີ້ນ, ມີກຸ້ງແຕ່ປັດຈຸບັນໄດ້ຖືກປຸງແຕ່ງດ້ວຍວັດຖຸດິບອື່ນໆຕື່ມອີກຄື: ກົບ, ຂາໝູ, ຊີ້ນງົວ, ຊີ້ນໄກ່…
ວາລະສານອັງກິດແນະນຳອາຫານ 9 ເຍື່ອງຕ້ອງຊີມເມື່ອມາຢາມ ຫວຽດນາມ - ảnh 9
ເຂົ້າຫັກແມ່ນ ບໍ່ພຽງແຕ່ຢູ່ນະຄອນໂຮ່ຈີມິນເທົ່ານັ້ນ, ຫາກຍັງມີຢູ່ແຫ່ງອື່ນໆໃນທົ່ວປະເທດ ຫວຽດນາມ ອີກດ້ວຍ. ເຂົ້າຫັກກິນພ້ອມກັບ ຊີ້ນ, ຂາໝູ, ປາຈືນ ຫຼື ປິ້ງປາພ້ອມກັບຜັກຫອມ ແລະ ນ້ຳຈິ້ມສົ້ມຫວານອີກດ້ວຍ.

ຕອບກັບ