ປະຕູທາງເຂົ້າ ວັນມ໊ຽວ - ກວ໊ກຕືຢ໊າມ. ໃນມື້ທຳອິດທີ່ເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່, ມີຈຳນວນນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມເຂດນີ້ບໍ່ຫຼາຍປານໃດ. ຄະນະນັກທ່ອງທ່ຽວມາຢ້ຽມຢາມ ວັນມ໊ຽວ - ກວ໊ກຕືຢ໊າມ ໃນຕອນບ່າຍວັນທີ 14 ພຶດສະພາ. ເບິ່ງລວມແລ້ວ, ບັນດານັກທ່ອງທ່ຽວເມື່ອມາຢ້ຽມຢາມລ້ວນແຕ່ໃຊ້ຜ້າອັດປາກ-ອັດດັງ, ກໍຄືລ້າງມືກັນພະຍາດຢ່າງເຂັ້ມງວດກ່ອນທີ່ເຂົ້າໄປຢ້ຽມຊົມເຂດປູຊະນີຍະສະຖານ. ບັນດານັກທ່ອງທ່ຽວໄດ້ຢືນເປັນແຖວ, ຮັກສາໄລຍະຫ່າງເພື່ອຄວາມປອດໄພ. ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ວິຫານ ງອັກເຊີນ ໃນມື້ທຳອິດທີ່ເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່ບໍ່ມີຫຼາຍພໍປານໃດ. ໂດຍແມ່ນໜຶ່ງໃນບັນດາສະຖານທີ່ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ຄຸກ ຮວາລໍ່ ກໍ່ບໍ່ມີນັກທ່ອງທ່ຽວມາທ່ຽວຫຼາຍໃນມື້ທຳອິດທີ່ເປີດປະຕູຕ້ອນຮັບນັກທ່ອງທ່ຽວຄືນໃໝ່. ຢູ່ວິຫານ ກວ໊ານແທັ໊ງ ແຂກທ່ອງທ່ຽວກໍ່ມາທ່ຽວໜ້ອຍ. ວັດ ເຈິ໊ນກວ໊ກ, ກໍຢູ່ໃນສະພາບການດັ່ງກ່າວນັ້ນເຊັ່ນດຽວກັນ. Từ khóa: ຕອບກັບ ສົ່ງ Xem thêm