ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022

Chia sẻ
(VOVWORLD) -ພິທີມອບລາງວັນທ່ອງທ່ຽວ ໂລກ 2022 ພາກພື້ນ ອາຊີ ແລະ ທະວີບ ໂອເຊອາເນຍ ຖືກຈັດຂຶ້ນເມື່ອມໍ່ໆມານີ້ຢູ່ນະຄອນໂຮ່ຈີມິນ. ທີ່ເຫດການນີ້ ຫວຽດນາມໄດ້ຮັບຫຼາຍລາງວັນໃນບັນດາກິດຈະກຳ ແຕກຕ່າງກັນ.
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 1
ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວຮ່າວັນຊຽວ ຕ່າງໜ້າໃຫ້ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຮັບລາງວັນທ່ອງທ່ຽວໂລກທີ່ສະຫງວນໃຫ້ແກ່ ຫວຽດນາມ

ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ໂຮ້ຍອານ, ດ່ານັ້ງ, ມົກເຈົາ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ຮັບລາງວັນທີ່ພິທີມອບລາງວັນຄັ້ງນີ້.

ຮ່າໂນ້ຍ

ໂດຍຜ່ານຜ່າບັນດາສະຖານທີ່ຕ່າງໆຂອງໂລກ, ນະຄອນຮ່າໂນ້ຍ ເປັນຄັ້ງທຳອິດໄດ້ເອົາຊະນະໃນກິດຈະກຳ “ສະຖານທີ່ທ່ອງທ່ຽວນະຄອນແຖວໜ້າອາຊີ 2022” - ເຊິ່ງແມ່ນກິດຈະກຳທີ່ສຳຄັນໃນລະບົບບັນດາລາງວັນແຖວໜ້າຂອງໂລກໃນຂະແໜງທ່ອງທ່ຽວ

ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 2
ແຈ່ໜຶ່ງຢູ່ຄຸ້ມຖະໜົນຍ່າງອ້ອມໜອງໂຮ່ເງືອມ
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 3
ເຝີຮ່າໂນ້ຍແມ່ນເຍື່ອງອາຫານທີ່ມີຊື່ສຽງໃນໂລກ
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 4
ແຂກທ່ອງທ່ຽວຕ່າງປະເທດລົງມືຕິວຈິງເຮັດເຄື້ອງປັ້ນກິນເຜົາ ບາດຈ່າງ (ຢາເລິມ, ຮ່າໂນ້ຍ)

ນະຄອນ ໂຮ່ຈີມິນ

ເຊິ່ງແມ່ນສູນການເສດຖະກິດທົ່ວປະເທດ ດ້ວຍລະບົບພື້ນຖານໂຄງລ່າງທັນສະໄໝ, ນະຄອນໂຮ່ຈີມິນແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດຳເນີນທຸລະກິດແຖວໜ້າຂອງ ຫວຽດນາມ ແລະ ພາກພື້ນອາຊີ.

ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 5
ນະຄອນໂຮ່ຈີມິນໄດ້ຮັບນາມມະຍົດ ສະຖານທີ່ທ່ອງທ່ຽວທຸລະກິດແຖວໜ້າຂອງອາຊີ ໃນປີ 2022.
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 6
ແຂກທ່ອງທ່ຽວຕ່າງປະເທດມັກຖ່າຍຮູບຢູ່ໜ້າປະຕູໂຂງໂຮງລະຄອນນະຄອນໂຮ່ຈີມິນ ເມື່ອຂີ່ລົດ bus ສອງຊັ້ນຢ້ຽມຊົມທິວທັດນະຄອນ.
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 7
ຂະບວນລົດຈັກ Vespa ສົ່ງແຂກທ່ອງທ່ຽວ ໄປຢ້ຽມຊົມຖະໜົນໂຄມໄຟຢູ່ເມືອງ 5 ນະຄອນໂຮ່ຈີມິນໃນຍາມບຸນໄຫວ້ພະຈັນປີ 2022.

ໂຮ້ຍອານ

ດ້ວຍຄວາມງາມຂອງເຂດຕົວເມືອງທີ່ເກົ່າແກ່ ແລະ ງົດງາມ ທີ່ເປັນໜ້າປະທັບໃຈ, ພ້ອມກັບບັນດາກິດຈະກຳສະຖາປັດຕະຍາກຳທີ່ງົດງາມ.  ໂຮ້ຍອານ ມີບັນດາສານວັດທະນະທຳບໍ່ເປັນວັດຖຸ, ບັນດາໝູ່ບ້ານອາຊີບຫັດຖະກຳ ແລະ ບັນດາປະເພດສິລະປະພື້ນເມືອງທີ່ເປັນເອກກະລັກອັນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ແຂກທ່ອງທ່ຽວ.

ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 8
ນະຄອນໂຮ້ຍອານ (ແຂວງກ໋ວາງນາມ) ເປັນຄັ້ງທີ 3 ນັບຕັ້ງແຕ່ປີ 2019 ໄດ້ຮັບການເຊີດຊູຈາກ WTA ແມ່ນສະຖານທີ່ທ່ອງທ່ຽວວັດທະນະທຳແຖວໜ້າອາຊີ (ເວັ້ນເສຍ ປີ 2020).
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 9
ຄຸ້ມເມືອງເກົ່າໂຮ້ຍອານ ເຂັ້ມຂົ້ນໄປດ້ວຍສີສັນເປັນເອກະລັກ ຂອງສະຖາປັດຕະຍາກຳ ຜ່ານບັນດາເຮືອນຖືກມຸ້ງດິນຂໍທີ່ເກົ່າແກ່, ຝາເຮືອນທ່າສີເຫຼືອງ ພ້ອມກັບບັນດາໂຄມໄຟແຂວນໜ້າບ້ານ, ອັນໄດ້ສ້າງເຄື່ອງໝາຍໂຮ້ຍອານທີ່ເກົ່າແກ່.
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 10
ຢູ່ຄຸ້ມເມືອງເກົ່າໂຮ້ຍອານສີລະປະຂັບບ່າຍຈ່ອຍ ຖືກສະແດງໃນແຕ່ລະຄ່ຳຄືນ ອັນໄດ້ດຶງດູງແຂກທ່ອງທ່ຽວ ແລະ ຊາວທ້ອງຖິ່ນມາຊົມຢ່າງຫຼວງຫຼາຍ.

ດ່ານັ້ງ

ດ້ວຍທ່າໄດ້ປຽບທາງດ້ານທີ່ຕັ້ງພູມສາດແມ່ນປະຕູສຳຄັນຂອງພາກກາງ ຫວຽດນາມ, ແມ່ນຈຸດເຊື່ອມຕໍ່ກັບສີ່ ມໍລະດົກໂລກ ໄດ້ຮັບການຮັບຮອງຈາກ UNESSCO, ພ້ອມກັບແຫຼ່ງຊັບພະຍາກອນທີ່ອຸດົມສົມບູນທີ່ຫຼາກຫຼາຍສີສັນ ເປັນເອກະລັກ ແລະ ລະບົບພື້ນຖານໂຄງການຄົບຊຸດທັນສະໄໝ, ສະພາບແວດລ້ອມທ່ອງທ່ຽວປອດໄພ, ນະຄອນດ່ານັ້ງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ.

ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 11
ນະຄອນດ່ານັ້ງໄດ້ຮັບນາມມະຍົດ “ສະຖານທີ່ທ່ອງທ່ຽວງານບູນ ແລະ ເຫດການແຖວໜ້າອາຊີ - 2022 ຢູ່ WTA ຄັ້ງທີ 29”
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 12
ການຫຼິ້ນກອບໄດ້ຮັບການຍູ້ແຮງຢູ່ນະຄອນດ່ານັ້ງໃນຂົງເຂດບໍລິການທ່ອງທ່ຽວຄຸນນະພາບສູງ.
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 13
ແຂກທ່ອງທ່ຽວໄປທ່ຽວຊົມຢູ່ Sun World Ba Na Hills (ດ່ານັ້ງ) ຕ່າງກໍ່ມີຄວາມປະທັບໃຈ ຍ້ອນມີບັນດາງານບຸນຖືກຈັດຂຶ້ນຕະຫຼອດປີ.

ມົກເຈົາ

ໂດຍຖືກຂະໜາມນາມວ່າ “ແກ້ວມານີຂຽວ” ຂອງເຂດພູຜາປ່າໄມ້ໄຕບັກ, ມົກເຈົາມີທັດສະນີຍະພາບທຳມະຊາດ ທີ່ສວຍສົດງົດງາມ, ພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ, ພ້ອມກັບຈຸດພົ້ນເດັ່ນແມ່ນບັນດາໂນນຊາກ້ວາງໃຫຍ່ຈົນສຸດສາຍຕາ, ບັນດາເນື້ອທີ່ປູກດອກໄມ້ສວຍສົດງົດງາມ. ມົກເຈົາເປັນຄັ້ງທຳອິດໄດ້ຮັບການເຊີດຊູແມ່ນ “ສະຖານທີ່ ທ່ອງທ່ຽວທຳມະຊາດແຖວໜ້າ ອາຊີ 2022” ຢູ່ WTAຄັ້ງທີ 29.

ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 14
ໂນນຊາມົກເຈົາຂຽວອຸມທຸມກ້ວາງໃຫຍ່ຈົນສຸດສາຍຕາ.
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 15
ຍ້ອນທຳມະຊາດໄດ້ດົນບັນດານໃຫ້ມົກເຈົາ ດັ່ງນັ້ນແຫ່ງນີ້ໄດ້ສ້າງຄວາມດູດດື່ມເປັນເອກະລັກສະເພາະ ສຳລັບແຂກທ່ອງທ່ຽວ.
ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມທີ່ງານແຂ່ງຂັນຊີງລາງວັນທ່ອງທ່ຽວໂລກ - 2022  - ảnh 16
ສິນພິເສດຢູ່ເຂດພູຜາປ່າໄມ້ທີ່ມົກເຈົາ, ແຂວງເຊີນລາ.

ຕອບກັບ