ລົດໃຫຍ່ຕິດລຳໂພງຂອງກຳລັງເຈົ້າໜ້າທີ່ໄດ້ແຈ້ງກ່ຽວກັບການຜັນແປຂອງພະຍາດໂຄວິດ-19 ແລະ ໂຄສະນາກ່ຽວກັບວຽກງານປ້ອງກັນຕ້ານພະຍາດດັ່ງກ່າວ, ພ້ອມທັງກ່າວເຕືອນໃຫ້ທຸກຄົນຫ້າມບໍ່ໃຫ້ເຕົ້າໂຮມກັນຢູ່ຕາມເຂດສາທາລະນະ. ຍາມຕາເວັນຂຶ້ນທີ່ສະຫງົບງຽບຢູ່ນະຄອນດ່ານັ້ງ. ໂດຍປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ນັບແຕ່ເວລາ 15 ໂມງຂອງວັນທີ 29 ມີນາ, ນະຄອນດ່ານັ້ງ ໄດ້ຫ້າມບໍ່ໃຫ້ລົງໄປອາບນ້ຳທະເລ ແລະ ບັນດາການເຄື່ອນໄຫວດຳເນີນທຸລະກິດຢູ່ຫາດຊາຍທະເລທັງໝົດ. ໂດຍປະຕິບັດຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ, ເລື່ອງອອກກຳລັງກາຍຢູ່ຕາມຫາດຊາຍທະເລຕ່າງໆກໍ່ຖືກເກືອດຫ້າມ. ຢູ່ຖະໜົນສາຍຕ່າງໆຢູ່ເຂດໃຈກາງເປັນຕົ້ນແມ່ນ ແບັກດັ່ງ, ເຈິ່ນຟູ໊, ເລເລີ້ຍ… ບໍ່ມີຄົນໄປມາຫຼາຍ. ຄືດັ່ງຢູ່ແຫ່ງຕ່າງໆ, ສະຖານທີ່ສາທາລະນະທີ່ຢູ່ລຽບຕາມ 2 ຝັ່ງແມ່ນ້ຳ ຮ່ານ, ກໍ່ໄດ້ມັດເຊືອກກ່າວເຕືອນຫ້າມບໍ່ໃຫ້ເຕົ້າໂຮມກັນ. ພໍ່ເຖົ້າ ແລະ ຫຼານຍ່າງຫຼີ້ນຢູ່ຕໍ່ໜ້າເຮືອນໃນຖະໜົນ ຫງວຽນວັນລິງ. ຢູ່ເຖິງຂົວຣົ່ງ ຜູ້ໃດມີວຽກຕ້ອງອອກນອກເຮືອນກໍ່ຕ້ອງໄດ້ໃສ່ຜ້າອັດປາກ. ບັນດາຮ້ານຂາຍເຄື່ອງກໍ່ໄດ້ປິດປະຕູຢຸດຕິການຮັບໃຊ້. ໂດຍປະຕິບັດການຢຸດຕິການຮັບໃຊ້ໃນຈຸດເວລາເກີດໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນນັ້ນ, ລົດເມ ກວ໋າງອານ 1 ສາຍແລ່ນພາຍໃນຕົວເມືອງກໍ່ໄດ້ຢຸດຕິ. ສະໜາມບິນສາກົນ ດ່ານັ້ງ ມີຄວາມສະງົບງຽບກວ່າໝູ່. ຂະແໜງທ່ອງທ່ຽວຂອງນະຄອນ ດ່ານັ້ງ ຖືກຜົນສະທ້ອນຢ່າງຮ້າຍແຮງ. ບັນດາກຳມະກອນທຳຄວາມສະອາດສິ່ງແວດລ້ອມຍັງເຮັດວຽກຢູ່ເພື່ອໃຫ້ຖະໜົນມີຄວາມສະອາດ, ສວຍງາມກວ່າ. Từ khóa: ຕອບກັບ ສົ່ງ Xem thêm