ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ

Chia sẻ
(VOVWORLD) - ດ້ວຍສານທີ່ວ່າ “ເດັກນ້ອຍ - ຄວາມໃຝ່ຝັນ” ໂດຍຜ່ານບັນດາການເຄື່ອນໄຫວວັດທະນະທຳຕົວຈິງ, ແຂກທ່ອງທ່ຽວ ແລະ ເດັກຈະໄດ້ຮັບການແນະນຳ ແລະ ຊອກຮູ້ບັນດາສິ່ງທີ່ຍອດຍິ່ງຂອງບັນດາປູ່ຍ່າຕາຍາຍ. 

ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕື່ຢາມ ໄດ້ຈັດຕັ້ງລາຍການເຄື່ອນໄຫວວັດທະນະທຳລະດູຮ້ອນ ທີ່ສະຫງວນໃຫ້ແກ່ຊາວໜຸ່ມ ເຍົາວະຊົນຮ່າໂນ້ຍ ແລະ ເຂດໃກ້ຄຽງ. ທ່ານ ເລຊວນກ່ຽວ ຜູ້ອຳນວຍການສູນດັ່ງກ່າວໃຫ້ຮູ້ວ່າ: “ບັນດາການເຄື່ອນໄຫວ ເພື່ອແນໃສ່ຈຸດປະສົງສ້າງເຂດເຄື່ອນໄຫວທີ່ມີປະໂຫຍດ ແລະ ມີຄວາມໝາຍໃຫ້ແກ່ເດັກ ແລະ ຊຸມຊົນນະຄອນຫຼວງ ຮ່າໂນ້ຍ ໃນໂອກາດລະດູຮ້ອນປີ 2019”. 

ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 1
ທ່ານ ເລຊວນກ່ຽວ ຜູ້ອຳນວຍການສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕື່ຢາມ.
ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 2

ບັນດາເຫດການທີ່ຈັດຂຶ້ນໃນກວ່າ 2 ເດືອນຍາມລະດູຮ້ອນແຕ່ວັນທີ 1 ມິຖຸນາ ຫາວັນທີ 25 ສິງຫາ. ແຕ່ລະອາທິດຈະມີຫົວເລື່ອງສະເພາະ ເຊິ່ງລວມມີບັນດາການເຄື່ອນໄຫວສະແດງສິລະປະ ແລະ ຈັດງານຕະຫຼາດນັດທ້າຍອາທິດ…

ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 3


ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 4

ຄະນະຈັດຕັ້ງມີຄວາມຫວັງວ່າ ບັນດາເຫດການບໍ່ພຽງແຕ່ແມ່ນເຂດເຄື່ອນໄຫວທີ່ມີປະໂຫຍດ ໃຫ້ແກ່ຊຸມຊົນນະຄອນຫຼວງ, ແຂກທ່ອງທ່ຽວເທົ່ານັ້ນ, ຫາກຍັງແມ່ນແຫ່ງດຳເນີນຊີວິດຂອງບັນດາຄ້າຍພັກແລ້ງ,   ຊ່ວຍເດັກມີໂອກາດຄົ້ນຫາບັນດາຄຸນຄ່າວັດທະນະທຳ…

ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 5

ດ້ວຍສານທີ່ວ່າ “ເດັກນ້ອຍ - ຄວາມໃຝ່ຝັນ” ຜ່ານບັນດາການເຄື່ອນໄຫວວັດທະນະທຳຕົວຈິງ ເພື່ອຈະຮູ້ຈັກເຖິງບັນດາສິ່ງຍອດຍິ່ງຂອງປູ່ຍ່າຕາຍາຍ. ແຂກທ່ອງທ່ຽວ, ພິເສດແມ່ນພວກເດັກນ້ອຍ ຈະມີໂອກາດສຳພັດກັບການແຕ້ມຕົວໜັງສືແບບທັນສະໄໝ, ໄດ້ພົບປະກັບບັນດານັກປັນຍາຊົນ, ຜູ້ແຕ້ມຕົວໜັງສື.

ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 6
ການເຄື່ອນໄຫວຍາມລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກັວກຕື່ຢາມ.
ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 7
ພວກນ້ອງນ້ອຍຍັງໄດ້ຮຽນວິທີເຮັດວ່າວ ແລະ ປະດັບປະດາວ່າວຕາມຄວາມວາດນຶກຂອງຕົນ.
ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 8
ການເຄື່ອນໄຫວຍາມລະດູຮ້ອນຢູ່ ວັນໝຽວກວັກຕື່ຢາມ.
ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 9
ດ້ວຍຮູບພາບວ່າວພວມບິນຂຶ້ນສູ່ທ້ອງຟ້າ ໃນທາມກາງກຸ່ມເມກເຝື້ອເລື່ອນລອຍ, ວ່າວສິລະປະ ແລະ ວ່າວສາກົນໄດ້ຖືກວາງສະແດງຢູ່ກາງແຈ້ງ ອັນໄດ້ສ້າງເປັນສິ່ງທີ່ໂດດເດັ່ນກ່ຽວກັບວ່າວຢູ່ ວັນໝຽວກວັກຕື່ຢາມ.
ການເຄື່ອນໄຫວລະດູຮ້ອນ “ເດັກນ້ອຍ - ຄວາມໃຝ່ຝັນ” ຢູ່ວັນໝຽວກວັກຕື່ຢາມ - ảnh 10

ພວກເດັກຍັງໄດ້ຮັບການແນະນຳຈາກບັນດານັກສິລະປະການ ທີ່ມາຈາກໝູ່ບ້ານອາຊີບ ແນະນຳກ່ຽວກັບສິ່ງທີ່ຍອດຍິ່ງຂອງໝູ່ບ້ານອາຊີບ ແລະ ພ້ອມກັນຮ່ວມເດີນທາງ ເພື່ອປະຕິບັດຕາມບັນດາຂັ້ນຕອນຜະລິດ ຜະລິດຕະພັນເຄື່ອງຫຼິ້ນ, ເຮັດໜ້າກາກ, ເອືອບຊາແກ່ນດອກບົວ…


ຕອບກັບ