Cloudifi: ວິສາຫະກິດນຳໜ້າໃນພາລະກຳຫັນວິສາຫະກິດຂະໜາດກາງ ແລະ ນ້ອຍເປັນດີຈີຕອນ (SMEs)

Ba Thi
Chia sẻ
(VOVWORLD) -ທີ່ລາຍການ “ເຄື່ອງໝາຍການຄ້າແຖວໜ້າ ຫວຽດນາມ 2021” ໄດ້ຈັດຂຶ້ນໃນທ້າຍປີ 2021, Cloudify ຫວຽດນາມ ໄດ້ລື່ນກາຍ 800.000 ວິສາຫະກິດໃນທົ່ວປະເທດ, ເພື່ອເປັນກຽດໄດ້ຮັບລາງວັນ Top 10 Make in Vietnam
Cloudifi: ວິສາຫະກິດນຳໜ້າໃນພາລະກຳຫັນວິສາຫະກິດຂະໜາດກາງ ແລະ ນ້ອຍເປັນດີຈີຕອນ (SMEs) - ảnh 1Cloudify ຫວຽດນາມ ໄດ້ຮັບລາງວັນ Top 10 Make in Vietnam
(ພາບປະກອບ: ອີນເຕີແນັດ)
 
  ໂດຍແມ່ນໜຶ່ງໃນບັນດາວິສາຫະກິດເຕັກໂນໂລຊີນຳໜ້າໃນພາລະກຳໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (SMEs) ຢູ່ ຫວຽດນາມ ປະຕິບັດການຫັນເປັນດີຈີຕອນ, ໃນຊຸມປີຜ່ານມາ, ບໍລິສັດຫຸ້ນສ່ວນເຕັກໂນໂລຊີ Cloudify ຫວຽດນາມ ໄດ້ເພີ່ມທະວີການລົງທຶນ ແລະ ຍູ້ແຮງການຄົ້ນຄວ້າ, ສ້າງບັນດາມາດຕະການທີ່ກ່ຽວຂ້ອງ. ໃນຈຳນວນນັ້ນ ມີຫຼາຍບໍລິສັດໄດ້ຮັບການສະໜັບສະໜູນ, ຮັບຮູ້ຈາກປະຊາຄົມວິສາຫະກິດ SMEs, ພ້ອມທັງໄດ້ຮັບການຕີລາຄາສູງຈາກຫຼາຍລະບົບລາງວັນທີ່ມີອິດທິພົນຊື່ສຽງເຊີດຊູ.

        ທີ່ລາຍການ “ເຄື່ອງໝາຍການຄ້າແຖວໜ້າ ຫວຽດນາມ 2021” ໄດ້ຈັດຂຶ້ນໃນທ້າຍປີ 2021, Cloudify ຫວຽດນາມ ໄດ້ລື່ນກາຍ 800.000 ວິສາຫະກິດໃນທົ່ວປະເທດ, ເພື່ອເປັນກຽດໄດ້ຮັບລາງວັນ Top 10 Make in Vietnam, ແມ່ນໜຶ່ງໃນຈຳນວນ 10 ບໍລິສັດ ທີ່ມີມາດຕະການແກ້ໄຂດີເດັ່ນທີ່ສຸດໃນລາງວັນ Top 10 ເຄື່ອງໝາຍການຄ້າແຖວໜ້າຂອງ ຫວຽດນາມ. ຜະລິດຕະພັນ Cloudify ຫວຽດນາມ ໄດ້ຮັບການເຊີດຊູແມ່ນມາດຕະການແກ້ໄຂດ້ານເຕັກໂນໂລຊີທີ່ມີຊື່ວ່າ “Cloudify ERP - ການຫັນເປັນດີຈີຕອນຢ່າງຮອບດ້ານໃຫ້ແກ່ວິສາຫະກິດ SMEs”. ບໍ່ພຽງແຕ່ເທົ່ານັ້ນ, Cloudify ຫວຽດນາມ ຍັງໄດ້ເປັນກຽດຮັບໜ້າທີ່ຄົ້ນຄວ້າພັດທະນາບັນດາມາດຕະການຫັນເປັນດີຈີຕອນໃຫ້ແກ່ວິສາຫະກິດ SMEs ໃນປີ 2022 ຈາກລັດຖະບານ.

        ທ່ານ ຮ່ວາງມິນກວນ, ຜູ້ກໍ່ຕັ້ງ Cloudify ຫວຽດນາມ ໃຫ້ຮູ້ວ່າ Cloudify ERP ແມ່ນມາດຕະການບໍລິຫານລວມ ອະນຸຍາດໃຫ້ວິສາຫະກິດປະຕິບັດການເຄື່ອນໄຫວ, ຕິດຕາມ ແລະ ບໍລິຫານທຸກການເຄື່ອນໄຫວຂອງຫົວໜ່ວຍຄື ການຜະລິດ, ສາງ, ການຊື້ຂາຍ, ບັນຊີ, ບຸກຄະລາກອນ, marketing… ໃນໂປຼແກຼມໜຶ່ງ. ເມື່ອຜັນຂະຫຍາຍມາດຕະການແກ້ໄຂດັ່ງກ່າວ, ລູກຄ້າແມ່ນການນຳວິສາຫະກິດ ສາມາດຄຸ້ມຄອງຫົວໜ່ວຍຢ່າງສະດວກສະບາຍຢູ່ທຸກທີ່ຜ່ານເຄື່ອງມືຖືເຊື່ອມຕໍ່ກັບອິນເຕີເນັດ. ພ້ອມກັບ Cloudify ERP, Cloudify ຫວຽດນາມ ຍັງຜັນຂະຫຍາຍຫຼາຍຮູບແບບ, ມາດຕະການແກ້ໄຂຢ່າງມີປະສິດທິຜົນອື່ນ ເພື່ອຊ່ວຍໃຫ້ປະຊາຄົມວິສາຫະກິດ, ໃນນັ້ນມີ SMEs ປະຕິບັດການຫັນເປັນດີຈີຕອນຢ່າງມີປະສິດທິຜົນຕໍ່ບັນດາສິ່ງທ້າທາຍຄື ລາຍຈ່າຍສູງ, ພື້ນຖານໂຄງລ່າງຖືກຈຳກັດ, ຂາດແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີ… ຜູ້ກໍ່ຕັ້ງ Cloudify ຫວຽດນາມ ຮ່ວາງມິນກວນ, ຢືນຢັນວ່າ:

        “ພວກຂ້າພະເຈົ້າ ພ້ອມກັບບັນດາພື້ນຖານຫັນເປັນດີຈີຕອນອື່ນໆຢູ່ ຫວຽດນາມ ໄດ້ພ້ອມກັນຄົ້ນຄວ້າ ແລະ ສ້າງຮູບແບບ, ເຕັກໂນໂລຊີ ແລະ ການລົງທຶນມີຈຸດສຸມ ເພື່ອແກ້ໄຂສິ່ງທ້າທາຍໃຫ້ບັນດາ SMEs. ພວກຂ້າພະເຈົ້າໄດ້ສ້າງຮູບແບບດ້ວຍຊື່ເອີ້ນທີ່ວ່າ ຊອບແວຄືດັ່ງການບໍລິການ (Software as Service). ນີ້ແມ່ນຮູບແບບສຳຄັນເພື່ອຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ເວົ້າລວມ, ວິສາຫະກິດ SMEs ເວົ້າສະເພາະ ສາມາດສຳຜັດກັບບັນດາພື້ນຖານເຕັກໂນໂລຊີທັນສະໄໝ, ມີມູນຄ່າສູງ. ພວກຂ້າພະເຈົ້າກໍ່ພັດທະນາເຕັກໂນໂລຊີ ລະບົບເກັບຮັກສາຂໍ້ມູນ Computing. ດ້ວຍເຕັກໂນໂລຊີດັ່ງກ່າວ, ວິສາຫະກິດພຽງແຕ່ກົດເມົ້າ ກໍສາມາດດາວໂຫຼດເຕັກໂນໂລຊີ, ເອກະສານສຳຄັນມາຄອມພິວເຕີ, ໂທລະສັບມືຖືຂອງຕົນ. ເຕັກໂນໂລຊີດັ່ງກ່າວກໍ່ອະນຸຍາດໃຫ້ວິສາຫະກິດໃນອະນາຄົດ ສາມາດສຳຜັດບັນດາເຕັກໂນໂລຊີມີສະມັດຕະພາບແຮງງານສູງຄື ປັນຍາປະດິດ (Al), Blockchain, ອິນເຕີເນັດສັບພະສົ່ງ (IoT)… ທີ 3, ພວກຂ້າພະເຈົ້າໄດ້ພັດທະນາໂປຼແກຼມທາງໂທລະສັບມືຖື ເພື່ອຊ່ວຍໃຫ້ວິສາຫະກິດສຳຜັດຜູ້ອອກແຮງງານທົ່ວໄປໄດ້ຢ່າງງ່າຍ”.

        ຍ້ອນມີຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈບືນຕົວຂຶ້ນຢ່າງແຮງນັ້ນ, ມາຮອດປະຈຸບັນ, Cloudify ຫວຽດນາມ ໄດ້ຜັນຂະຫຍາຍກວ່າ 2.000 ໂຄງການຫັນເປັນດີຈີຕອນຈຸດສຸມຂອງວິສາຫະກິດຈຳໜ່າຍ ແລະ ຜະລິດຂຶ້ນກັບຂົງເຂດ: ສະບຽງອາຫານ, ກົນຈັກ, ອະສັງຫາລິມະຊັບ, ຕ່ຳແຜ່ນຕັດຫຍິບ… ພ້ອມກັບລູກຄ້າທີີ່ແມ່ນວິສາຫະກິດໃຫຍ່ ຄື: Hanfimex, Zin Food, Tekland, KCT Vietnam… Cloudify ກໍ່ຮ່ວມມືເປັນປະຈຳ ແລະ ແໜ້ນແຟ້ນກັບບັນດາຄູ່ຮ່ວມມືແຖວໜ້າຄື ທະນາຄານ VietinBank, ບັນດາພື້ນຖານເຕັກໂນໂລຊີທີ່ເຂັ້ມແຂງຄື Harawan, GMO-Z.com RUNSYSTEM…

        ໂດຍສືບທອດຜົນສຳເລັດ, ວັນທີ 12 ພຶດສະພາ ຜ່ານມາ, Cloudify ຫວຽດນາມ  ສືບຕໍ່ເປັນກຽດໄດ້ຮັບລາງວັນ “The Best Solution 2021” (ມາດຕະການແກ້ໄຂດີທີ່ສຸດ 2021) ໃນລາຍການ “ເວທີປາໄສເຄື່ອງໝາຍການຄ້າເອເລັກໂຕນິກ ຫວຽດນາມ ທັງໝົດ 2022” ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ສະຫະສະມາຄົມການຄ້າເອກເລັກໂຕນິກ ຫວຽດນາມ ໄດ້ຈັດເວທີນີ້ປະຈຳປີ, ເພື່ອແນໃສ່ເຊີດຊູບັນດາວິສາຫະກິດ ແລະ ຜະລິດຕະພັນເຕັກໂນໂລຊີດີເດັ່ນຢູ່ພາຍໃນປະເທດ. Cloudify ຫວຽດນາມ ໄດ້ລື່ນກາຍວິສາຫະກິດເຕັກໂນໂລຊີນັບພັນແຫ່ງ, ໃນນັ້ນມີຫຼາຍຫົວໜ່ວຍມີຊື່ສຽງ ເພື່ອຍາດໄດ້ລາງວັນທີ່ມີຊື່ສຽງນີ້. ຜູ້ກໍ່ຕັ້ງ Cloudify ຫວຽດນາມ ຮ່ວາງມິນກວນ ມີຄວາມເອກອ້າງທະນົງໃຈໂດຍຢືນຢັນວ່າ:

        “ພວກຂ້າພະເຈົ້າຮັບຮູ້ໄດ້ວ່າ ພວກຂ້າພະເຈົ້າຕ້ອງເປັນຜູ້ນຳໜ້າ, ຕ້ອງມານະພະຍາຍາມເພື່ອເຊື່ອມຕໍ່ບັນດາພື້ນຖານຫັນເປັນດີຈີຕອນອື່ນ, ບັນດາວິສາຫະກິດ Make in Vietnam ອື່ນ ເພື່ອສ້າງລະບົບຊີວະພາບ Make in Vietnam ຢ່າງສົມບູນ ເພື່ອໜູນຊ່ວຍວິສາຫະກິດ Make in Vietnam ຫັນເປັນດີຈີຕອນໂດຍໄວ ແລະ ແຮງກວ່າອີກ. ພວກຂ້າພະເຈົ້າຄິດວ່າ ບໍ່ສຳຄັນວ່າວິສາຫະກິດນຳໃຊ້ພື້ນຖານການຫັນເປັນດີຕີຕອນໃດ, ຫາກສຳຄັນແມ່ນຕ້ອງຊ່ວຍໃຫ້ວິສາຫະກິດຫັນເປັນດີຈີຕອນບັນລຸສຳເລັດຜົນ ເພື່ອໃຫ້ເຂົາເຈົ້າສາມາດນຳໃຊ້ກາລະໂອກາດເຕີບໂຕໃນພື້ນຖານເສດຖະກິດດີຈີຕອນ, ຈາກນັ້ນປະກອບສ່ວນເຂົ້າໃນການເຕີບໂຕຂອງປະເທດຊາດ”.

        ໂດຍສືບຕໍ່ຄວາມຄາດຫວັງ Make in Vietnam, Cloudify ຫວຽດນາມ ໄດ້ວາງຄາດໝາຍຫັນວິສາຫະກິດ 100.000 ແຫ່ງເປັນດີຈີຕອນໃນປີ 2025. ນີ້ໄດ້ຮັບຖືວ່າແມ່ນໜ້າທີ່ໃຫຍ່ຫຼວງ ແລະ ແມ່ນສິ່ງທ້າທາຍ, ແຕ່ລ້ວນແຕ່ແມ່ນຄວາມຈິງ. ເພື່ອປະຕິບັດເປົ້າໝາຍດັ່ງກ່າວ, ກຸ່ມການນຳ ແລະ ພາລະກອນບໍລິສັດ Cloudify ຫວຽດນາມ ພວມມານະພະຍາຍາມຄົ້ນຄວ້າ, ຊອກຮູ້ ແລະ ສ້າງມາດຕະການແກ້ໄຂດ້ານເຕັກໂນໂລຊີທີ່ສາມາດເປັນໄປໄດ້, ບັນລຸປະສິດທິຜົນ. ທ່ານນາງ Annie ຮີນ, ຫົວໜ້າຜູ້ກໍ່ຕັ້ງ (CCO) ຢູ່ Cloudify ຫວຽດນາມ ໃຫ້ຮູ້ວ່າ:

        “ດ້ວຍລະດັບເຕີບໂຕ ແລະ ຄວາມຕ້ອງການຫັນເປັນດີຈີຕອນພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ ນີ້ໄດ້ຮັບຖືວ່າແມ່ນບາດກ້າວໃຫຍ່ ແລະ ທັນສະໄໝ, ຖັນແຖວ Cloudify ພວມສຸມໃສ່ເຂົ້າໃນການສ້າງບັນດາຜະລິດຕະພັນສຳຄັນທີ່ສຸດ ດ້ວຍຄວາມປາດຖະໜາຢາກນຳເອົາປັນຍາ ຫວຽດ ຮັບໃຊ້ຊາວ ຫວຽດນາມ ກໍຄືເພື່ອຊ່ວຍໃຫ້ວິສາຫະກິດ SMEs ນັບມື້ນັບຫັນເປັນດີຈີຕອນຢ່າງແຮງກວ່າ, ພ້ອມທັງປະກອບສ່ວນຊຸກຍູ້ເສດຖະກິດຂອງປະເທດເຕີບໂຕເປັນຢ່າງດີກວ່າ”.

        ຄືດັ່ງຄຳເວົ້າຂອງຜູ້ກໍ່ຕັ້ງ Cloudify ຫວຽດນາມ ຮ່ວາງມິນກວນ, ພວກເຮົາເຊື່ອໝັ້ນວ່າ ເປົ້າໝາຍໜູນຊ່ວຍວິສາຫະກິດ SMEs ຫັນເປັນດີຈີຕອນຂອງ Cloudify ຫວຽດນາມ ຈະບັນລຸຜົນສຳເລັດ, ສືບຕໍ່ແຜ່ຂະຫຍາຍຈິດໃຈຫັນເປັນດີຈີຕອນຢ່າງເຂັ້ມແຂງໃນບັນດາຂະແໜງ, ຂົງເຂດ, ອົງການ, ຫົວໜ່ວຍ ແລະ ວິສາຫະກິດໃນທົ່ວປະເທດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາລວມຂອງປະເທດຊາດ.

ຕອບກັບ