ງານບຸນ ອັອກອອມບັອກ ແລະ ວັດທະນະທຳຂອງຊາວເຜົ່າ ຂະແມ

Hong Van
Chia sẻ
(VOVWORLD) -ໃນອາທິດນີ້, ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມຢູ່ພາກໃຕ້ ໄດ້ເລີ່ມມ່ວນຊື່ນ ຈັດຕັ້ງງານບຸນ ອັອກອອມບັອກ ຫຼື ຍັງເອີ້ນວ່າ ພິທີໄຫ້ວພະຈັນ. ນີ້ແມ່ນງານບຸນໃຫຍ່ໃນປີ ພ້ອມກັບບຸນປີໃໝ່ປະເພນີ ຈອນເຈີນຳເທີໄມ, ພິທີໄຫວ້ບູຊາປູ່ຍ່າຕາຍາຍ ແຊນດົນຕາ ຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ. ງານບຸນຖືກຈັດຂຶ້ນໃນຈຸດເວລາສິ້ນສຸດລະດູການຜະລິດ ເພື່ອສົມມະນາຄຸນຕໍ່ພະຈັນ ແລະ ເທວະດາຟ້າແຖນຊຶ່ງ ໄດ້ຊ່ວຍໃຫ້ເຂົາເຈົ້າ ໃນລະດູການຜະລິດໃຫ້ໄດ້ຮັບຜົນດີ ພ້ອມທັງດິນຟ້າອາກາດອຳນວຍຄວາມສະດວກ ແລະ ຊີວິດມີຄວາມອີ່ມໜຳສຳລານ ແລະ ຜາສຸກ
ງານບຸນ ອັອກອອມບັອກ ແລະ ວັດທະນະທຳຂອງຊາວເຜົ່າ ຂະແມ - ảnh 1ພິທີໄຫ້ວພະຈັນຂອງຊາວເຜົ່າຂະແມ 

ຊາວເຜົ່າຂະແມໄດ້ຖືດວງພະຈັນ  ແມ່ນເທວະດາ ຊ່ວຍໃຫ້ລະດູການຜະລິດໃນປີໄດ້ຮັບຜົນດີ. ເພາະສະນັ້ນ ເຂົາເຈົ້າໄດ້ເອົາເຂົ້າໜຽວ ເຮັດເປັນເຂົ້າເໝົ້າ ພ້ອມກັບພືດຊະນິດຕ່າງໆ ເພື່ອເຮັດເປັນຂອງຖວາຍບູຊາພະຈັນ.  ໃນຄຳ່ຄືນວັນທີ  15 ເດືອນ 10 ໄລ່ຕາມຈັນທະປະຕິທິນ ເມື່ອພະຈັນເຕັມດວງທຸກໆຄົນກໍ່ໄດ້ເຕົ້າໂຮມກັນຢູ່ເດີ່ນວັດ ຫຼື ເດີ່ນບ້ານ ເພື່ອທຳພິທີບູຊາ.     

           ບັນດາເຄື່ອງຂອງຖວາຍບູຊາ ຕົ້ນຕໍແມ່ນສິນພິເສດ ໂດຍແມ່ນພີ່ນ້ອງເຮັດເອງປູກເອງຄື ມັນເຜືອກ, ໝາກພ້າວ, ໝາກກ້ວຍ ແລະ ເຂົ້າໜົມຊະນິດຕ່າງໆທີ່ເຮັດຈາກແປ້ງ. ພິເສດເຄື່ອງຂອງຖວາຍບູຊາ ຈຳເປັນຕ້ອງມີເຂົ້າເໝົ້າຢ່າງເດັດຂາດ. ເຄື່ອງຂອງບູຊາທັງໝົດຖືກວາງຢູ່ເທິງໂຕະຢ່າງງາມຕາ ແລະ ຖືກຕັ້ງຢູ່ກາງເດີ່ນບ້ານ, ທຸກໆຄົນໃນຄອບຄົວກໍ່ພ້ອມກັນພາວະນາ ສົມມະນາຄຸນເທວະດາຟ້າແຖນ. ຫຼັງຈາກນັ້ນພິທີສຳຄັນອື່ນໆ ໄດ້ຮັບການປະຕິບັດໂດຍແມ່ນບັນດາຄູບາ, ບັນດາຜູ້ທີ່ມີອິດທິພົນ ໃນວົງຄະນາຍາດ ໝູ່ບ້ານ ຫຼື ບັນດາຜູ້ອາຍຸສູງໃນຄອບຄົວ ທຸກໆຄົນຕ່າງກໍ່ຈັບເອົາຂອງກິນແນວລະໜ້ອຍໃສ່ມື ແລະ ເດັດຂາດຕ້ອງມີເຂົ້າເໝົ້າ. ຜູ້ຈັບເອົາຂອງກິນ ໂດຍຈັດເປັນລຳດັບ ໄດ້ປ້ອນໃສ່ປາກຂອງເດັກແຕ່ລະຄົນ ແລ້ວກໍ່ຕົບໃສ່ຫຼັງຂອງເດັກ ພ້ອມກັບຄຳວ່າພວກຫຼານຫວັງຢາກໄດ້ຫຍັງແດ່. ຊາວເຜົ່າຂະແມເຊື່ອໝັ້ນວ່າ ຄຳຕອບເຫຼົ່ານັ້ນຂອງພວກເດັກ ຈະແມ່ນຄວາມເຊື່ອໜັ້ນ ແລະ ເປັນກຳລັງໜູນໃຫ້ແກ່ຜູ້ໃຫຍ່ໃນປີທີ່ຈະມາເຖິງ. ພາຍຫຼັງບັນດາພິທີກຳ, ພາເຂົ້າໄຫວ້ບູຊາ ກໍ່ຖືກເອົາລົງ ແລະ ທຸກໆຄົນພ້ອມກັນນັ່ງອ້ອມພາເຂົ້າ ເພື່ອຮັບປະທານນຳກັນ ດ້ວຍຄວາມໝາຍວ່າ ພ້ອມກັນຮັບໂຊກລາບຂອງພະຈັນ ທັງເປັນການສະແດງໃຫ້ເຫັນຄວາມຜູກພັນ ສະໜິດຕິດພັນນຳກັນ ແບ່ງທຸກແບ່ງສຸກ.ອ້າຍ ໂດ໊ມິງຢຸ໊ງ ຊາວເຜົ່າຂະແມຢູ່ແຂວງ ຊັອກຈັງ ໃຫ້ຮູ້ວ່າ:

        “ນີ້ແມ່ນງານບຸນປະເພນີຂອງຊາວເຜົ່າຂະແມ, ປີໜຶ່ງຈັດຂຶ້ນພຽງເທື່ອໜຶ່ງ. ພວກຂ້າພະເຈົ້າກໍ່ພະຍາຍາມ ຢ່າງສຸດຂີດ  ເພື່ອປະກອບສ່ວນໃຫ້ແກ່ວັດ ກໍ່ຄືໝູ່ບ້ານຂອງຕົນ. ເວົ້າລວມແລ້ວ ມາຮ່ວມງານບຸນ ໃຜໆກໍ່ມີຄວາມພາກພູມໃຈທີ່ສຸດ”.

         ນອກຈາກຂັ້ນຕອນຈັດພິທີກຳ ທີ່ມີຄວາມໝາຍແລ້ວ, ງານບຸນ ອັອກອອມບັອກ ຍັງຈັດໃຫ້ມີບັນດາການເຄື່ອນໄຫວລະຫຼິ້ນມ່ວນຊື່ນຕ່າງໆຄື: ບຸນລອຍກະທົງ, ການລະຫຼິ້ນພື້ນເມືອງ, ການສະແດງສິລະປະ, ພ້ອມກັນຂັບລຳທຳເພງ ແລະ ຟ້ອນໃຕ້ແສງຈັນ  ໃນທ່າມກາງຄວາມເບີກບານມ່ວນຊື່ນ ເຊິ່ງລະດູການຜະລິດໄດ້ຮັບຜົນດີ. ພິເສດການຊ່ວງເຮືອ ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່  ຟົດຟື້ນ ມ່ວນຊື່ນ ໄດ້ຮັບການລໍຄອຍຈາກທຸກໆຄົນທີ່ສຸດ.    

      ເຮືອແມ່ນມີຄວາມຍາວປະມານແຕ່ 22 ຫາ 24 ແມັດມີນັກກິລາປະມານ 50 ຫາ 60 ຄົນເຂົ້າຮ່ວມ, ເຮືອໄດ້ຖືກປະດັບປະດາດ້ວຍລວດລາຍ ມີສີສັນຫຼາກຫຼາຍ, ຫົວເຮືອມີຮູບສັດປະເພດຕ່າງໆ ເຊິ່ງເປັນສັນຍາລັກໃຫ້ແກ່ເຮືອແຕ່ລະລຳ. ເຮືອໄດ້ຮັບຖືວ່າເປັນຊັບສົມບັດອັນລ້ຳຄ່າ ແລະ ເປັນສິ່ງທີ່ສັກສິດຂອງໝູ່ບ້ານ ໄດ້ຮັບການຮັກສາທີ່ດີຢູ່ໃນວັດ. ຜູ້ມາຊົມຊ່ວງເຮືອບາງຄົນເວົ້າວ່າ:

     “ຊຸມປີກ່ອນນີ້ ມີພຽງແຕ່ບັນດາທິມ ຊ່ວງເຮືອຂອງນະຄອນ ຊັອກຈັງເທົ່ານັ້ນ,  ແຕ່ຫຼາຍປີມານີ້ ກໍ່ໄດ້ມີການເຂົ້າຮ່ວມຂອງບາງແຂວງຢູ່ໃກ້ຄຽງ. ບຸນຊ່ວງເຮືອນີ້ ແມ່ນມີຄວາມຟົດຟື້ນມ່ວນຊື່ນທີ່ສຸດຂອງເຜົ່ຂະແມ”.

    “ເມື່ອກ່ອນນີ້ ຂ້າພະເຈົ້າພຽງແຕ່ຮັບຊົມຜ່ານໂທລະພາບ ໜັງສືພິມເທົ່ານັ້ນ,  ມາຮອດປັດຈຸບັນໄດ້ເຫັນປະຈັກຕາ, ໄດ້ເຫັນພໍ່ແມ່ພີ່ນ້ອງເຜົ່າຂະແມຢູ່ທີ່ນີ້ ຈັດຕັ້ງງານບຸນຄືດັ່ງງານບຸນປະເພນີຂອງເຜົ່າກິງ. ຂ້າພະເຈົ້າພາກພູມໃຈທີ່ສຸດ ແລະ ແນ່ນອນວ່າ ຮອດງານບຸນປີໜ້າ ຂ້າພະເຈົ້າຈະໄດ້ກັບມາຊົມອີກ”

        ທ່ານ ໂງຮຸ່ງ ຮອງປະທານຄະນະກຳປະຊາຊົນແຂວງ ຊັອກຈັງ ໃຫ້ຮູ້ວ່າ:

      “ງານບຸນ ອັອກອອມບັອກ - ບຸນຊ່ວງເຮືອ ໂດຍແຂວງ ຊັອກຈັງ ຈັດຂຶ້ນໃນແຕ່ລະປີ ເພື່ອແນໃສ່ອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ທີ່ມີມາແຕ່ດົນນານຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ ໃນແຂວງ ຊັອກຈັງ ເວົ້ົ້າສະເພາະ ແລະ  ຂອງເຜົ່າຂະແມ ໃນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ເວົ້າລວມ. ພ້ອມກັນນັ້ນກໍ່ຜ່ານງານບຸນນີ້, ແຂວງ ຊັອກຈັງ ກໍ່ມີຄວາມຫວັງຢາກໂຄສະນາ ເຜີຍແຜ່ພາບພົດ ກ່ຽວກັບດິນແດນ ແລະ ຊາວແຂວງ ຊັອກຈັງ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ”.

      ງານບຸນ ອັອກອອມບັອກ ໃນທຸກວັນນີ້ ໄດ້ກາຍເປັນງານບຸນທີ່ມີຄວາມໝາຍວັດທະນະທຳມະນຸດ ຢ່າງເລິກເຊິ່ງໃນຊີວິດທາງດ້ານຈິດໃຈ ຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ ຢູ່ບັນດາແຂວງທາງພາກໃຕ້ ຫວຽດນາມ. ການຈັດຕັ້ງານບຸນ ອັອກອອມບັອກ ໃນແຕ່ລະປີໄດ້ປະກອບສ່ວນອະນຸລັກ ແລະ ເສີມຂະຫຍາຍຄວາມງາມ ທາງດ້ານວັດທະນະທຳ ທີ່ມີມາແຕ່ດົນນານ ຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ ແລະ ໂຄສະນາສີສັນວັດທະນະທຳນີ້ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.

ຕອບກັບ