ຮຶງ​ອຽນ, ປະ​ສິດ​ທິ​ຜົນຈາກ​ການບຸ​ລິ​ມະ​ສິດ​ດຶງ​ດູດ​ເງິນ​ລົງ​ທຶນ

Chia sẻ
(VOVWORLD) -ແຂວງຮຶງອຽນວມຜັນຂະຫຍາຍຫຼາຍມາດຕະການປັບປຸງສະາບແວລ້ອມແຫ່ງການລົງທຶນທຸລະກິດຍົກສູງກຳລັງຄວາມສາມາດການແກ້ງແຍ້ງເພື່ອສົ່ງເສີມການພັດທະນາວິສາຫະກິດສົ່ງເສີມການStartup, ປ່ຽນແປງໃໝ່ປະດິດຄິດສ້າງດຶງດູດບັນວິສາຫິກິດ FDI ທີ່ມີເຕັກໂນໂລຢີສູງອຸດສາຫະກຳເກັບຮັກສາປຸງແຕ່ງຜະລິດຕະພັນກະເສດການທ່ອງທ່ຽວ… ປັດຈຸບັນແຂວງຮຶງອຽນບໍ່ພຽງແຕ່ໄດ້ຮູ້ຈັກເຖິງແມ່ນສະຖານທີ່ທີ່ມີເຂດອຸດສາຫະກຳປະສົບຜົນສຳເລັດ ແລະ ມີຊື່ສຽງຄື ໂຟ້ໂນ໊ຍທັງລອງ ເທົ່ານັ້ນຫາກຍັງແມ່ນເຂດອຸດສາຫະກຳຫຼາຍແຫ່ງທີ່ພວມໄດ້ສ້າງຕັ້ງຂຶ້ນຢູ່ບັນດາເມືອງຄືວັນຢາງຄວາຍເຈົາອຽນ… ອີກດ້ວຍມັນໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ເຂດ&
ຮຶງ​ອຽນ, ປະ​ສິດ​ທິ​ຜົນຈາກ​ການບຸ​ລິ​ມະ​ສິດ​ດຶງ​ດູດ​ເງິນ​ລົງ​ທຶນ - ảnh 1ການຜະລິດຢຸ່ບໍລິສັດ TNHH 4P (ພາບ: http://baohungyen.com.vn

ຮຶງອຽນມີບັນດາທ່າແຮງຄືພື້ນຖານໂຄງລ່າງທີ່ດີດ້ວຍລະບົບການຄົມມະນາຄົມເຊື່ອມຕໍ່ກັບນະຄອນຫຼວງ ຮ່າໂນ້ຍ, ທ່າກ່ຳປັ່ນ ຫ໋າຍຟອງ, ກ໋ວາງນິງ, ແມ່ນເຊື່ອມຕໍ່ລະຫວ່າງບັນດາແຂວງຢູ່ເຂດທົງພຽງແມ່ນ້ຳແດງທາງພາກເໜືອຫວຽດນາມ. ທາງແຂວງໄດ້ ແລະ ຫັນບັນດາທ່າໄດ້ບຽບກ່ຽວກັບພູມິສາດຂອງຕົນໃຫ້ປະກົດຜົນເປັນຈິງຜ່ານເທື່ອລະກ້າວ.

        ຕາມຕົວເລກສະຖິຕິແລ້ວ, ປັດຈຸບັນຍອດຈຳນວນວິສາຫະກິດໃນບໍລິເວນແຂວງຄາດວ່າມີປະມານ ກ່ວາ 10 ພັນແຫ່ງ ດ້ວຍຍອດທຶນຈົດທະບຽນບັນລຸໄດ້ກວ່າ 100 ພັນຕື້ດົງ. ໃນໄລຍະທີ່ຜ່ານມາ, ແຂວງຮຶງອຽນໄດ້ມີຫຼາຍແຜນນະໂຍບາຍ, ວິທີການແກ້ໄຂຢ່າງລະອຽດເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມວິສາຫະກິດ, ຖັນແຖວນັກທຸລະກິດຍູ້ແຮງການຜະລິດດຳເນີນທຸລະກິດແລະບັນລຸໄດ້ຜົນສຳເລັດໃນບໍລິເວນແຂວງ, ປະກອບສ່ວນສຳຄັນນຳຍອດຜະລິດຕະພັນ (GRDP) ເພີ່ມຂຶ້ນກວ່າ 9,6%, ໂຄງປະກອບເສດຖະກິດໄດ້ຫັນໄປຕາມທິດຕັ້ງໜ້າ, ວົງເງິນການຄ້າສົ່ງອອກບັນລຸໄດ້ກວ່າ 4,2 ຕື້ USD.

        ບັນລຸໄດ້ບັນດາໝາດຜົນຄືດັ່ງກ່າວຍ້ອນ ແຂວງຮຶງອຽນໄດ້ສຸມໃສ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸບດັດຊະນີກຳລັງຄວາມສາມາດໃນການແກ້ງແຍ້ງຂັ້ນແຂວງ, ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນຂອງອຳນາດການປົກຄອງທ້ອງຖິ່ນໃນການດຶງດູດເງິນລົງທຶນ. ພິເສດ, ທາງແຂວງມີແຜນນະໂຍບາຍສົ່ງເສີມ, ບຸລິມະສິດລົງທຶນຕາມການກຳນົດຂອງກົດໝາຍ, ອົງການມີໜ້າທີ່ຮັບຜິດຊອບສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ນັກລົງທຶນ. ເມື່ອຕີລາຄາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ແຂວງ, ທ່ານເຈິ່ນດຶກຢ໋ຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ MAX ຫວຽດນາມ, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດດຳເນີນທຸລະກິດຢູ່ ແຂວງຮຶງອຽນຫຼາຍປີແລ້ວໃຫ້ຮູ້ວ່າ:

        ປັດຈຸບັນ, ຮຶງອຽນ ແມ່ນແຂວງທີ່ພວດຶງດູແຫຼ່ງເງິນລົງທຶນຈາກຕ່າງປະເທດຢ່າງແຮງແລະ ພວມີຫຼາຍກົນໄກທີ່ເໝາະສົມເພື່ອຊ່ວຍໃຫ້ບັນດານັກລົງທຶນພັດທະນາ. ຢູ່ນີ້ໄດ້ເຫັປະຈັບຕາວ່າມີຫຼາຍນັກລົງທຶນ, ກຸ່ມບໍລິສັດພັດທະນາແຖວໜ້າຂອງຫວຽດນາມຄື ຮ່ວາ, TNT ແລະເຂົາເຈົ້າກຳລັງສືບຕໍ່ພັດທະນາໂຄງການໃຫຍ່ຕ່າງໆ ແລະໃນບໍລິເວັນນີ້ເຕົໂຮມຫຼາຍເຂດອຸດສາຫະກຳ ແລະ ມີຫຼາຍກວ່າ 50% ນັກລົງທຶນຕ່າງປະເທດມາຈົດທະບຽນເຂົ້າມາລົງທຶນຢູ່ແຂວງ.

ໂດຍແມ່ນວິສາຫະກິດທີ່ເຄື່ອນໄຫວໃນບໍລິເວນແຂວງນັບແຕ່ປີ 2016, ບໍລິສັດຫຸ້ນສ່ວນເຄື່ອງເຟີນີເຈີ ຮ່ວາຟາດກໍ່ຢັ້ງຢືນວ່າ ບໍລິສັດນີ້ໄດ້ດຳເນີນທຸລະກິດຢ່າງມີປະສິດທິຜົນຍ້ອນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ແຂວງຮຶງອຽນ ມີຄວາມສະດວກ. ລະດັບການເຕີບໂຕໃນແຕ່ລະປີຂອງບໍລິສັດນີ້ລ້ວນແຕ່ເພີ່ມຂຶ້ນປະມານ 15 – 20%/ປີ, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາວຽກເຮັດງານທຳຢູ່ທ້ອງຖິ່ນ. ທ່ານໂດຕວນແກ໋ງ, ບໍລິສັດຫຸ້ນສ່ວນຮ່ວາຟາດຢັ້ງຢືນວ່າ

        ການລົງທຶນເຂົ້າແຂວງຮຶງອຽນມີຄວາມສະດວກຫຼາຍຢ່າງ. ນີ້ແມ່ນນະໂຍບາຍບຸລິມະສິດລົງທຶນຂອງແຂວງກັບວິສາຫະກິດ, ອັນທີ 2 ແມ່ນແຫຼ່ງແຮງງານທີ່ອຸດົມສົມບຸໃນນັ້ນມີແຮງງານຫຼາຍຄົນທີ່ມີທັກສະ, ເຮັດວຽກແບບມືອາຊີບ. ນອກນັ້ນ, ທາງແຂວງຮຶງອຽນຍັງມີທ່າໄດ້ບຽບດ້ານພູມິສາດການຄົມມະນາຄົມທີ່ສະດວກແລະ ບໍ່ເຄີຍປະສົບໄພມະຊາດ

        ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນເຂົ້າມາລົງທຶນ ແລະ ຂຸດຄົ້ນຂໍ້ມູນຂ່າວສານ, ທາງແຂວງກໍ່ຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ຄະນະຄຸ້ມຄອງເຂດອຸດສາຫະກຳແຂວງກໍ່ສ້າງຊ່ອງຂໍ້ມູນຂ່າວສານ, ເອົາລົງບັນດາຂໍ້ມູນກ່ຽວກັບບັນດານະໂຍບາຍທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ວາງແຜນພັດທະນາການລົງທຶນເຂົ້າບັນດາເຂດອຸດສາຫະກຳ. ທາງແຂວງກໍ່ໄດ້ສ້າງຕັ້ງ ແລະ ຮັກສາການເຄື່ອນໄຫວ ຂອງຄະນະໜູນຊ່ວຍວິສາຫະກິດຍີ່ປຸ່ນຢູ່ນະຄອນຮຶງອຽນແລະເຂດອຸດສາຫະກຳ ທັງລອງ ຢ່າງມີປະສິດທິຜົນ, ໜູນຊ່ວຍໃຫ້ແກ່ບັນດາບໍລິສັດພື້ນຖານໂຄງລ່າງຍູ້ໄວການກໍ່ສ້າງພື້ນຖານໂຄງລ່າງຢູ່ບັນດາເຂດອຸດສາຫະກຳດ້ວຍພື້ນຖານໂຄງລ່າງຢ່າງຮອບດ້ານ, ບຸກເບີກໜ້າພຽງທີ່ມີຢູ້ແລ້ວເພື່ອດຶງດູດບັນດານັກລົງທຶນ. ຄຽງຄູ່ກັນນັ້ນແມ່ນການຜັນຂະຫຍາຍຫຼາຍໜ້າທີ່ວິທີການແກ້ໄຂກ່ຽວກັບວຽກງານປະຕິຮູບລະບຽບການບໍລິຫານ. ປັດຈຸບັນ ບັນດາສຳເນົາເອກະສານລົງທຶນຜ່ານການໜູນຊ່ວຍວິສາຫະກິດຢີ່ປຸ່ນພຽງແຕ່ໄດ້ຮັບອະນຸຍາດແລະໃບຈົດທະບຽນດຳເນີນທຸລະກິດພາຍໃນ 3 ວັນ, ຫຼຸດຜ່ອນເສລາຫຼາຍເມື່ອທຽບໃສ່ໄລຍະກ່ອນແມ່ນ 18 ມື້. ໃນໄລຍະຈະມາເຖິງ, ທາງແຂວງໄດ້ສຸມໃສ່ດຶງດູດການລົງທຶນພັດທະນາການທ່ອງທ່ຽວ. ທ່ານໂດຕ໊ຽນຊີ້, ເລຂາຄະນະພັກແຂວງຮຶງອຽນເນັ້ນໜັກວ່າ:

        “ພວກເຮົາພວມດຶງດູດນັກລົງທຶນແລະພັດທະນາອຸດສາຫະກຳ, ດຶງດູດນັກລົງທຶນແລະພັດທະນາຕົວເມືອງເປັນຢ່າງດີແລະບັນລຸໄດ້ຜົນສຳເລັດ. ປັດຈຸບັນ, ຕ້ອງດຶງດູດນັກລົງທຶນພັດທະນາການທ່ອງທ່ຽວ. ຢາກດຶງດູດໄດ້ຕ້ອງກໍ່ສ້າງລະບົບຕັ້ງໂຮງແຮມ, ຮ້ານອາຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ພວກເຮົາຕ້ອງສ້າງຕັ້ງໄດ້ກົນໄກຄຸມຄ້ອງ, ກົນໄກສົ່ງເສີມ, ຮຽກຮ້ອງດຶງດູດການລົງທຶນໃຫ້ແກ່ການທ່ອງທ່ຽວ. ນອກຈາກຄວາມມານະພະຍາຍາມຂອງບັນດາອົງການລັດ, ໃນໄລຍະຈະມາເຖິງທາງແຂວງຈະສ້າງສະຫະສະມາຄົມການທ່ອງທ່ຽວເລືອກເອົາບາງຈຸດພົ້ນເດັ່ນເພື່ອສ້າງຄວາມດູດດືມຂອງການທ່ອງທ່ຽວແຂວງຮຶງອຽນ.”

        ພາຍຫຼັງ 22 ປີແຫ່ງການສ້າງຕັ້ງຄືນໃໝ່, ຈາກແຂວງທີ່ມີພື້ນຖານວັດຖຸທີ່ທຸກຍາກຂາດເຂີນ, ຫຼ້າຫຼັງ, ປັດຈຸບັນ ແຂວງຮຶງອຽນໄດ້ຈັດເຂົ້າໃນກຸ່ມບັນດາແຂວງທີ່ມີລະດັບການພັດທະນາອຸດສາຫະກຳໄວແລະມູນຄ່າຜະລິດຕະພັນໃຫຍ່ທີ່ສຸດໃນທົ່ວປະເທດ. ເພື່ອບັນລຸໄດ້ບັນດາໝາກຜົນດັ່ງກ່າວຕ້ອງເວົ້າເຖິງການບຸລິມະສິດໃນນະໂຍບາຍດຶງດູດການລົງທຶນ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດການຜະລິດ, ດຳເນີນທຸລະກິດມີຄວາມສະເໝີພາບ.

ຕອບກັບ