ດຶງດູດການລົງທຶນຈາກຕ່າງປະເທດ, ຈຸດພົ້ນເດັ່ນຂອງເສດຖະກິດໃນ 6 ເດືອນຕົ້ນປີ 2019

Thu Hoa
Chia sẻ
(VOVWORLD) -ວັນທີ 29 ພຶດສະພາ 2019, ກົມໃຫຍ່ສະຖິຕິຫວຽດນາມ ໄດ້ປະກາດສະພາບການເສດຖະກິດ, ສັງຄົມໄລຍະ 5 ເດືອນຕົ້ນປີ 2019.
ດຶງດູດການລົງທຶນຈາກຕ່າງປະເທດ, ຈຸດພົ້ນເດັ່ນຂອງເສດຖະກິດໃນ 6 ເດືອນຕົ້ນປີ 2019 - ảnh 1(ພາບປະກອບອີນເຕີແນັດ)

ຕາມນັ້ນແລ້ວ, ພ້ອມກັບບັນດາຈຸດພົ້ນເດັ່ນກ່ຽວກັບການເຕີບໂຕດ້ານເສດຖະກິດ, ຕິດພັນກັບການຮັບປະກັນສະຖຽນລະພາບ, ສິ່ງທີ່ໜ້າຈົດຈຳນັ້ນແມ່ນ ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ສືບຕໍ່ໄດ້ຮັບການເຕີບໂຕບັນລຸລະດັບສະຖິຕິ ນັບທັງຈຳນວນໂຄງການລວມມີ 1.363 ໂຄງການ ແລະ ທຶນຈົດທະບຽນໃໝ່ບັນລຸ 6,5 ຕື້ USD, ນັ້ນແມ່ນຕົວເລກສູງທີ່ສຸດໃນຮອບເວລາ 3 ປີມໍ່ໆມານີ້.

        ໄລ່ສະເພາະ 5 ເດືອນຕົ້ນປີ 2019, ການດຶງດູດເງິນລົງທຶນ FDI ເຂົ້າຫວຽດນາມ ແມ່ນເພີ່ມຂຶ້ນ 38% ແລະ ຈຳນວນໂຄງການເພີ່ມຂຶ້ນກວ່າ 26% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ຂ່າວຄາວກ່ຽວກັບການລົງມືກໍ່ສ້າງບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ລົງໃນພາຫະນະສື່ມວນຊົນຢ່າງຕໍ່ເນື່ອງໃນຊຸມວັນຜ່ານມາ. ຫວ່າງມໍ່ໆມານີ້, ວັນທີ 11 ພຶດສະພາ 2019, ຄະນະກຳມະການປະຊາຊົນນະຄອນຫາຍຟອງ ໄດ້ສົມທົບກັບບໍລິສັດ Minato Vietnam ຈຳກັດ ເລີ່ມລົງມືກໍ່ສ້າງໂຄງການກຸ່ມການຄ້າ ແລະ ອາຟີເນັນ Minato, ດ້ວຍຈຳນວນເງິນລົງທຶນກວ່າ 105 ລ້ານ USD. ໃນຊຸມວັນຕົ້ນປີ 2019, ກໍ່ໄດ້ເຫັນຄື້ນກະແສໃໝ່ໃນການດຶງດູດເງິນລົງທຶນ FDI ເຂົ້າແຂວງກວາງນາມ. ມາຮອດປະຈຸບັນ, ແຂວງກວາງນາມ ໄດ້ດຶງດູດ 169 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ, ດ້ວຍຍອດເງິນລົງທຶນແມ່ນກວ່າ 5,6 ຕື້ USD. ສະເພາະປີ 2018, ອຳນາດການປົກຄອງແຂວງກວາງນາມ ໄດ້ອອກໃບອະນຸຍາດການລົງທຶນໃຫ້ແກ່ 26 ໂຄງການ FDI, ດ້ວຍຍອດເງິນທຶນຈົດທະບຽນກວ່າ 300 ລ້ານ USD. ທ້ອງຖິ່ນດັ່ງກ່າວພວມນຳໜ້າຢູ່ເຂດພາກກາງ ແລະ ໄຕງວຽນ ກ່ຽວກັບການດຶງດູດທຶນ FDI ແລະ ຢືນອັນດັບທີ 13 ໃນຈຳນວນ 63 ແຂວງ, ນະຄອນທີ່ມີເງິນລົງທຶນ FDI ຢູ່ຫວຽດນາມ, ຍ້ອນມີບັນດາການປະຕິຮູບຢ່າງບຸກທະລຸໃນນະໂຍບາຍດຶງດູດທຶນ FDI. ທ່ານ ເຈີ່ນວັນເຕິນ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ, ໃຫ້ຮູ້ວ່າ.

        “ທິດທາງແກ້ໄຂຂອງແຂວງແມ່ນ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດຢ່າງລະອຽດ ດ້ວຍຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນ. ໃນໄລຍະຈະມາເຖິງ, ທາງແຂວງຈະສຸມໃສ່ກວດກາຄືນວຽກງານກ່ຽວກັບການປະຕິຮູບດ້ານບໍລິການ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງແຂວງທັງໝົດຢ່າງເດັດຂາດ, ດ້ວຍຈຸດປະສົງສຸດທ້າຍແມ່ນສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດລົງທຶນ, ດຳເນີນທຸລະກິດໃນບໍລິເວນແຂວງໃຫ້ມີປະສິດທິຜົນກວ່າ”.

        ບັນດານັກລົງທຶນໃຫຍ່ທີ່ມາຈາກ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ຫຼາຍປະເທດເອີລົບ ໄດ້ຊ່ວຍໃຫ້ຫວຽດນາມ ມີກາລະໂອກາດມີບັນດາໂຄງການທີ່ມີຄຸນນະພາບສູງ ເຊິ່ງຕິດພັນກັບບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ, ເຕັກໂນໂລຊີສູງ ແລະ ສິ່ງແວດລ້ອມ. ດ້ວຍ 42 ໂຄງການທີ່ມີຍອດເງິນລົງທຶນຈົດທະບຽນເກືອບ 5 ຕື້ USD, ສ.ເກົາຫຼີ ພວມແມ່ນປະເທດນຳໜ້າກ່ຽວກັບເງິນລົງທຶນ FDI ຢູ່ແຂວງ ບ່າເຣີ້ຍ - ວູ້ງເຕົ່າ. ການນຳແຂວງກໍ່ກຳນົດວ່າ ສ.ເກົາຫຼີ ແມ່ນໜຶ່ງໃນຈຳນວນນັກລົງທຶນຍຸດທະສາດ ແລະ ໄດ້ວາງອອກມາດຕະການແທດຈິງຫຼາຍຢ່າງ ເພື່ອດຶງດູດບັນດາວິສາຫະກິດສ.ເກົາຫຼີ ໃນໄລຍະຈະມາເຖິງ. ທ່ານ ຫງວຽນແອັງຈ໊ຽດ, ຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳ ບ່າເຣີ້ຍ - ວູ້ງເຕົ່າ, ໃຫ້ຮູ້ວ່າ.

        “ວິສາຫະກິດສ.ເກົາຫຼີ ລົງທຶນເຂົ້າແຂວງ ບ່າເຣີ້ຍ - ວູ້ງເຕົ່າ ມີຈຸດດີແມ່ນປ່ອຍເງິນໄວ, ມີເຕັກໂນໂລຊີທັນສະໄໝ. ເບິ່ງລວມແລ້ວ, ບັນດາໂຄງການລົງທຶນຂອງສ.ເກົາຫຼີ ລ້ວນແຕ່ມີແຫຼ່ງທຶນຫຼາຍ, ຜະລິດຢ່າງມີປະສິດທິຜົນ, ເຂົ້າຮ່ວມລະບົບມູນຄ່າສົ່ງອອກຂອງ ບ່າເຣີ້ຍ - ວູ້ງເຕົ່າ ແລະ ປະຕິບັດກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ. ນອກນັ້ນ, ບັນດາໂຄງການທີ່ມາຈາກສ.ເກົາຫຼີ ຍັງປະຕິບັດວຽກງານຫັນຈາກທຶນຈົດທະບຽນໄປສູ່ທຶນປະຕິບັດໂດຍໂວ ແລະ ຖືກກັບກຳນົດເວລາເປັນຢ່າງດີ”.

        ໃນຕະຫຼອດໄລຍະ 30 ປີຜ່ານມາ, ນັບແຕ່ເມື່ອຮັບບັນດາໂຄງການລົງທຶນຈາກຕ່າງປະເທດແຫ່ງທຳອິດ, ຫວຽດນາມ ໄດ້ປັບປຸງລະບອບລະບຽບການ, ນະໂຍບາຍບຸລິມະສິດທາງດ້ານການເງິນ ແລະ ຄຸ້ມຄອງແຫຼ່ງກຳລັງລົງທຶນຈາກຕ່າງປະເທດໃຫ້ສົມບູບແບບຢ່າງລຽນຕິດ. ບັນດາບຸລິມະສິດໄດ້ສຸມໃສ່ເຂົ້າໃນ 3 ຂົງເຂດຄື: ບຸລິມະສິດດ້ານພາສີລາຍຮັບຂອງວິສາຫະກິດ; ພາສີນຳເຂົ້າ ແລະ ບັນຫາການເງິນທີ່ດິນ… ໃນປີ 2019 ນີ້, ຫວຽດນາມ ສືບຕໍ່ກວດກາຄືນບັນດາບຸລິມະສິດດ້ານທີ່ດິນ ເພື່ອສ້າງແຫຼ່ງລາຍຮັບໃຫ້ງົບປະມານແຫ່ງລັດ, ພ້ອມທັງສືບຕໍ່ດຶງດູດບັນດາໂຄງການລົງທຶນຈາກຕ່າງປະເທດ. ທີ່ເວທີປາໄສກ່ຽວກັບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດເຊິ່ງຖືກດຳເນີນຫວ່າງມໍ່ໆມານີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ຊີ້ແຈ້ງວ່າ.

        “ຄວນມີບັນດາກົນໄກທີ່ມີໄຫວພິບກວ່າ, ນັບທັງບັນດາມາດຕະການປອດການເງິນຄື ກຳນົດເວລາຂອງໂຄງການ, ຮູບແບບການລົງທຶນ, ການນຳໃຊ້ນັກຊ່ຽວຊານເພື່ອດຶງດູດບັນດາໂຄງການໃຫຍ່ຈາກບັນດາກຸ່ມບໍລິສັດນາໆຊາດ, ໂດຍສະເພາະແມ່ນການດຶງດູດບັນດາກຸ່ມບໍລິສັດນາໆຊາດຕັ້ງສຳນັກງານໃຫຍ່ ກໍ່ສ້າງ”ບັນດາສູນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ສູນຄົ້ນຄວ້າພັດທະນາຢູ່ຫວຽດນາມ. ສຳລັບການຄຸ້ມຄອງພາສີ ຕ້ອງເພີ່ມທະວີກຳລັງຄວາມສາມາດໃນການສຳຫຼວດ, ຕິດຕາມກວດກາເພື່ອຕ້ານການຫັນປ່ຽນລາຄາ”.

        ໄລ່ຮອດທ້າຍປີ 2018, ໃນທົ່ວປະເທດມີ 27.500 ໂຄງການ ມີທຶນ FDI, ທີ່ມາຈາກ 130 ປະເທດ ແລະ ເຂດແຄວ້ນ, ດ້ວຍຍອດເງິນລົງທຶນໃນຄຳໝັ້ນສັນຍາແມ່ນ 340 ຕື້ USD. ນີ້ແມ່ນແຫຼ່ງກຳລັງສຳຄັນໃນຍອດຈຳນວນເງິນລົງທຶນພັດທະນາຂອງທົ່ວສັງຄົມ, ປະກອບເກືອບ 20% ລວມຍອດຜະລິດຕະພັນພາຍໃນ (GDP) ຂອງທົ່ວປະເທດ. ໃນຊຸມປີມໍ່ໆມານີ້ ແຫຼ່ງເງິນລົງທຶນຈາກຕ່າງປະເທດທີ່ລົງທຶນເຂົ້າຫວຽດນາມ ໄດ້ເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ, ນັ້ນແມ່ນເຄື່ອງໝາຍແຫ່ງຄວາມປິຕິຊົມຊື່ນຂອງພື້ນຖານເສດຖະກິດຫວຽດນາມ. ສິ່ງທີ່ໜ້າປິຕິຊົມຊື່ນທີ່ສຸດນັ້ນແມ່ນແຫຼ່ງທຶນໄດ້ເພີ່ມຂຶ້ນບັນລຸລະດັບ “ສະຖິຕິ” ດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ມີໂອກາດສົ່ງສານທີ່ວ່າ “ບໍ່ຮັບ FDI ບໍ່ວ່າດ້ວຍທຸກວິທີ” ແຕ່ຈະຮັບ FDI ໂດຍມີການເລືອກເຟັ້ນ, ເພີ່ມລັກສະນະພັດທະນາແບບຍືນຍົງໃນພື້ນຖານເສດຖະກິດຫວຽດນາມ.

ຕອບກັບ