ຄວາມປະເອີບໃຈກ່ຽວກັບການເຕີບໂຕຂອງເສດຖະກິດຫວຽດນາມ ໃນປີ 2019

Vinh Phong
Chia sẻ
(VOVWORLD) -ນັກຊ່ຽວຊານທາງດ້ານເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍຄົນຕີລາຄາວ່າເສດຖະກິດຂອງຫວຽດນາມໃນປີ 2019 ຈະສືບຕໍ່ເຕີບໂຕ ແລະ ອາດຈະບັນລຸໄດ້ລະດັບ 7%. ກໍາລັງໜູນຕົ້ນຕໍເພື່ອໃຫ້ເສດຖະກິດ ຫວຽດນາມ ເຕີບໂຕ ນັ້ນແມ່ນການພັດທະນາຢ່າງແຮງຂອງຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງ ແລະ ຂະແໜງການທ່ອງທ່ຽວ.

ບົດລາຍງານຂອງຄະນະກໍາມະການຕິດຕາມການເງິນແຫ່ງຊາດສະແດງໃຫ້ເຫັນວ່າ ປີຜ່ານມາ ເສດຖະກິດ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນງານ ທີ່ເປັນໜ້າຮັບຮູ້ຈໍານວນໜຶ່ງ; ການເຕີບໂຕເສດຖະກິດຍັງຄົງບັນລຸໄດ້ກວ່າ 7%, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕໍ່າກວ່າ 3,6%, ໄພເງິນເຟີ້ ແມ່ນຍັງຮັກສາເປັນປົກກະຕິຢູ່ໃນລະດັບຕໍ່າກວ່າ 1,5%. ບັນດາຄວາມດຸ່ນດ່ຽງຂອງພື້ນຖານເສດຖະກິດໄດ້ຮັບການຮັບປະກັນ, ດຸນການຊໍາລະສາກົນມີສ່ວນເກີນສູງ, ໜີ້ສິນສາທານະລະ ແລະ ຄວາມດຸ່ນດ່ຽງງົບປະມານໄດ້ຮັບການຄວບຄຸມ ຮັບປະກັນບັນດາເປົ້າໝາຍ ເຊິ່ງສະພາແຫ່ງຊາດໄດ້ວາງອອກ. ຕາມທ່ານ ເລຊວນເຫງ໋ຍ ນັກຊ່ຽວຊານດ້ານເສດຖະກິດ ແລ້ວ, ຜົນງານໃນການເຕີບໂຕຂອງປີ 2018 ຈະແມ່ນພື້ນຖານໃຫ້ແກ່ການເຕີບໂຕເສດຖະກິດໃນປີ 2019.

        “ປີ 2018, ຫວຽດນາມ ມີລະດັບການເຕີບໂຕສູງພໍສົມຄວນ ເມື່ອທຽບໃສ່ຮອບໄລຍະ 10 ປີ ຜ່ານມາ, ທ່າເຕີບໂຕດັ່ງກ່າວ ອາດຈະແກ່ຍາວໄປເຖິງປີ 2019. ນັ້ນແມ່ນຍ້ອນມີບັນດາປັດໄຈສໍາຄັນ ການບໍລິໂພກອຸປະໂພກໃນປີ 2018 ເຕີບໂຕຢ່າງແຮງພໍສົມຄວນ, ລະດັບເຕີບໂຕໃນການສົ່ງອອກລື່ນກາຍຄາດໝາຍ ເມື່ອທຽບໃສ່ແຜນການທີ່ພວກເຮົາໄດ້ວາງອອກ. ການເຕີບໂຕການສ່ົງອອກຂອງກຸ່ມວິສາຫະກິດພາຍໃນສູງກວ່າກຸ່ມວິສາຫະກິດພາຍນອກ.  ອີກສະຖະຕິໜຶ່ງ ນັ້ນແມ່ນ ການສົ່ງອອກຂອງຂະແໜງກະສິກໍາ, ປ່າໄມ້, ສິນໃນນໍ້າ ບັນລຸຕົວເລກ 40 ຕື້ USD - ນີ້ແມ່ນລະດັບເຕີບໂຕທີ່ສູງພໍສົມຄວນ”.

        ການປະຕິຮູບກ່ຽວກັບເສດຖະກິດ, ພິເສດແມ່ນການປະຕິຮູບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມໃນຊຸມປີຜ່ານມາ ໄດ້ມີຄວາມສະດວກສະບາຍກວ່າ, ເລື່ອງລັດຖະບານສືບຕໍ່ຫຼຸດຈໍານວນໜັງສືອະນຸຍາດ ໄດ້ສ້າງກໍາລັງໜູນເພີ່ມເຕີມໃຫ້ແກ່ການພັດທະນາ... ດັ່ງນັ້ນ, ບັນດານັກຊ່ຽວຊານຖືວ່າ, ນີ້ຈະແມ່ນກໍາລັງໜູນທີ່ສ້າງທ່ວງທ່າໃຫ້ແກ່ການເຕີບໂຕ GDP ຢູ່ລະດັບຄາດຄະເນໃນປີ 2019 ແມ່ນປະມານ 7%. ຕາມທ່ານ ຮວ່າງກົງຕ໊ວນ, ຫົວໜ້າຄະນະຄົ້ນຄວ້າເສດຖະກິດຂອງບໍລິສັດຫຼັກຊັບ MBS ແລ້ວ, ນັບແຕ່ຕົ້ນປີ 2012 ມາຮອດປັດຈຸບັນ, ການກໍານົດທິດບໍລິຫານນະໂຍບາຍຂອງພັກ, ລັດ ແມ່ນຖືກຕ້ອງທີ່ສຸດ. ລະອຽດ, ນັ້ນແມ່ນເລື່ອງບໍ່ເອົາໃຈໃສ່ຫຼາຍເຖິງການເຕີບໂຕ GDP ໄລຍະສັ້ນ ເຊິ່ງໄດ້ສຸມໃສ່ເລື່ອງປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ສ້າງໂຄງປະກອບເສດຖະກິດຄືນໃໝ່... ພ້ອມກັນນັ້ນ ກໍ່ແມ່ນນະໂຍບາຍຊຸກຍູ້ພັດທະນາເສດຖະກິດພາກເອກະຊົນ, ປ່ຽນແປງໃໝ່ຮູບແບບການເຕີບໂຕ. ທ່ານ ຮວ່າງກົງຕ໊ວນ ຖືວ່າ:

        “ໃນປີ 2019, ພວກຂ້າພະເຈົ້າສືບຕໍ່ມີຄວາມປະເອີບໃຈກັບບັນດາການກໍານົດທິດ, ນະໂຍບາຍບໍລິຫານທີ່ຖືກຕ້ອງຂອງພັກ, ລັດທີ່ສຸດ. ຜ່ານນັ້ນ, ພວກຂ້າພະເຈົ້າອາດຈະເຫັນໄດ້ວ່າ, ພື້ນຖານເສດຖະກິດຂອງປະເທດມີການເຕີບໂຕເປັນປົກກະຕິຢູ່ລະດັບສູງ. ພວກເຮົາມີຄວາມຫວັງຕໍ່ກໍາລັງພັດທະນາກະໂດດຂັ້ນຂອງວິສາຫະກິດພາກເອກະຊົນໃນປີ 2019 ແລະ ປີ 2020 ກໍຄືໃນຊຸມປີຕໍ່ໄປ ເພື່ອເຮັດໃຫ້ພື້ນຖານເສດຖະກິດຫວຽດນາມ ມີປະສິດທິຜົນ, ເຕີບໂຕ ແລະ ຍືນຍົງກວ່າເກົ່າ”.

ຄວາມປະເອີບໃຈກ່ຽວກັບການເຕີບໂຕຂອງເສດຖະກິດຫວຽດນາມ ໃນປີ 2019 - ảnh 1 ປະຕິຮູບລະບອບລະບຽບການ ແລະ ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຢ່າງແຮງກວ່າອີກ

        ເພື່ອໃຫ້ເສດຖະກິດ ຫວຽດນາມ ພັດທະນາແບບຍືນຍົງກວ່າອີກ, ບັນດນັກຊ່ຽວຊານດ້ານເສດຖະກິດ ຖືວ່າ ລັດຖະບານ ຄວນປະຕິຮູບລະບອບລະບຽບການ ແລະ ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ເຂັ້ມແຂງກວ່າອີກ ເພື່ອເພີ່ມທະວີການລົງທຶນຈາກວິສາຫະກິດພາກເອກະຊົນ. ພ້ອມກັນນັ້ນ ແມ່ນເລື່ອງສ້າງໂຄງປະກອບເສດຖະກິດຄືນໃໝ່ຕ້ອງປະຕິບັດໃຫ້ສຸດກົກສຸດປາຍ, ປ່ຽນແປງໃໝ່ຮູບແບບການເຕີບໂຕໃຫ້ເລິກເຊິ່ງ ແລະ ພົ້ນເດັ່ນກວ່າ ເພື່ອແນໃສ່ຍາດແຍ່ງບັນດາກາລະໂອກາດຈາກສາກົນ. ນັ້ນແມ່ນທ່າອ່ຽງຫັນປ່ຽນການຜະລິດ ຍ້ອນຜົນກະທົບຈາກສົງຄາມການຄ້າ; ແງ່ຫວັງທີ່ຕັ້ງໜ້າຈາກບັນດາສັນຍາການຄ້າລຸ້ນໃໝ່ ເຊິ່ງໄດ້ ແລະ ກໍາລັງຈະມີຜົນສັກສິດຄື ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ແລະບັນດາສັນຍາການຄ້າເສລີສະບັບອື່ນໆອີກຈໍານວນໜຶ່ງ... ພ້ອມທັງປັບປຸງ ແລະ ຄວບຄຸມຄ່າບໍລິການສາທາລະນະຢ່າງເຄັ່ງຂັດ ເພື່ອສາມາດຄວບຄຸມໃຫ້ຢູ່ໃນລະດັບປະມານ 4%. ທ່ານ ເຈືອງວັນເຟຶອກ, ຮັກສາການປະທານຄະນະກໍາມະການຕິດຕາມງົບປະງານແຫ່ງຊາດຫວຽດນາມ ຖືວ່າ ຂົງເຂດອຸດສາຫະກໍາປຸງແຕ່ງປະດິດສ້າງ ແລະ ການບໍລິການ ຍັງຄົງແມ່ນກໍາລັງໜູນຕົ້ນຕໍຂອງພື້ນຖານເສດຖະກິດ. ໄປຄຽງຄູ່ກັນນັ້ນ, ບັນດາການປະຕິຮູບນະໂຍບາຍ ກໍຄວນໃຊ້ເວລາ ເພື່ອປະຕິບັດ ແລະ ນໍາມາເຊິ່ງບັນດາປະສິດທິຜົນທີ່ແທດຈິງກວ່າ.

        “ປີ 2019, ພວກຂ້າພະເຈົ້າໄດ້ຄາດຄະເນວ່າ ການເຕີບໂຕ GDP ຂອງຫວຽດນາມ ຈະຢູ່ໃນລະດັບ 7% ໂດຍຈາກການໄຈ້ແຍກ ແລະ ຄາດຄະເນສະພາບການເສດຖະກິດໂລກ ແລະ ພາຍໃນປະເທດ. ສ່ວນເສດຖະກິດໂລກ, ໄປຄຽງຄູ່ກັບຄວາມວິຕົກກັງວົນຕໍ່ສົງຄາມການຄ້າທີ່ຍັງພວມເກີດຂຶ້ນນັ້ນ ກໍຍັງມີບັນດາຄວາມສະດວກ ແລະ ຄວາມຫຍຸ້ງຍາກນໍາອີກ. ສະພາບການການຕະຫຼາດພາຍໃນປະເທດ ກໍໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບການຊ່ວຍໜູນຫຼາຍຢ່າງໃຫ້ແກ່ການເຕີບໂຕ GDP ໃນປີ 2019, ນັ້ນແມ່ນ: ນະໂຍບາຍຊຸກຍູ້ເສດຖະກິດພາກເອກະຊົນ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ສືບຕໍ່ໄດ້ຮັບການປັບປຸງ... ນັ້ນແມ່ນບັນດາບ່ອນອີງ ເພື່ອໃຫ້ພວກຂ້າພະເຈົ້າຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມໃນປີ 2019 ຈະບັນລຸຢູ່ລະດັບ 7% ແລະ ໄພເງິນເຟີ້ຈະຮັກສາຢູ່ລະດັບຕໍ່າກວ່າ 4%”.

        ເຖິງວ່າມີຄວາມປະເອີບໃຈຕໍ່ການເຕີບໂຕຂອງປີ 2019 ແມ່ນປະມານ 7% ກໍຕາມ,ແຕ່ບັນດານັກຊ່ຽວຊານ ກໍຖືວ່າ ພື້ນຖານເສດຖະກິດຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກໃນບັນດາສິ່ງທ້າທາຍລວມຂອງພື້ນຖານເສດຖະກິດໂລກ. ເພື່ອປຸກລຸກບັນດາທ່າແຮງບົ່ມຊອ້ນຂອງພື້ນຖານເສດຖະກິດນັ້ນ ຮຽກຮ້ອງໃຫ້ມີການບໍລິຫານທີ່ມີໄຫວພິບຂອງລັດຖະບານໃນການວາງນະໂຍບາຍກ່ຽວກັບເສດຖະກິດມະຫາພາກ, ຄວາມມານະພະຍາຍາມຂອງວິສາຫະກິດ ພື້ນຖານເສດຖະກິດຫວຽດນາມ ຈິ່ງຈະພັດທະນາຢ່າງເຂັ້ມແຂງ ແລະ ຍືນຍົງກວ່າເກົ່າໄດ້./.

ຕອບກັບ