ຂະແໜງພາສີແຂວງກວາງນິງສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າສົ່ງອອກ

To Tuan
Chia sẻ
(VOVWORLD) -    ປີ 2018 ແມ່ນປີທີ 2 ຢ່າງຕໍ່ເນື່ອງທີ່ກົມພາສີແຂວງກວາງນິງ ໄດ້ນຳໜ້າໃນຕາຕະລາງຈັດອັນດັບກ່ຽວກັບດັດຊະນີຈັດອັນດັບຄວາມສາມາດແກ່ງແຍ້ງຂັ້ນພະແນກ, ຂະແໜງ, ທ້ອງຖິ່ນ (DDCI) ແລະ ຢືນອັນດັບທີ 2 ດັດຊະນີການປະຕິຮູບດ້ານບໍລິຫານສຳລັບບັນດາອົງການສູນກາງໃນບໍລິເວນແຂວງກວາງນິງ. ໝາກຜົນນີ້, ສ້າງທ່ວງທ່າໃຫ້ແກ່ຂະແໜງພາສີແຂວງກວາງນິງ ສືບຕໍ່ຍູ້ແຮງການປະຕິຮູບບັນດາລະບຽບການບໍລິຫານນັບແຕ່ຕົ້ນປີ 2019, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດນຳເຂົ້າສົ່ງອອກ.
ຂະແໜງພາສີແຂວງກວາງນິງສ້າງເງື່ອນໄຂສະດວກໃຫ້ແກ່ການນຳເຂົ້າສົ່ງອອກ - ảnh 1

ພາບປະກອບ: ການເຄື່ອນໄຫວສົ່ງອອກນຳເຂົ້າທີ່ທ່າກຳປັ່ນກາຍເລີນ, ແຂວາງກ໋ວາງນິງ

(ພາບ: ໜັງສືພິມ Quang Ninh)

ປີ 2019, ກົມພາສີແຂວງກວາງນິງ ສືບຕໍ່ສ້າງຫຼາຍ ”ຊ່ອງທາງ” ເພື່ອຮັບເອົາຄຳເຫັນປະກອບຈາກຝ່າຍວິສາຫະກິດຜ່ານທາງໂທລະສັບ, ອີແມວ, ໜ້າ fanpage ແລະ ກອງປະຊຸມພົບປະເຈລະຈາຄັ້ງຕ່າງໆ. ພ້ອມກັນນັ້ນກໍ່ປະຕິບັດການກວດກາບັນດາລະບຽບການບໍລິຫານດ້ານພາສີ, ລະບຽບການຖອນພາສີຄືນເພື່ອ ສະເໜີລົບລ້າງລະບຽບການບໍ່ເໝາະສົມ, ກໍ່ຄວາມຫຍຸ້ງຍາກໃຫ້ວິສາຫາກິດຢ່າງທັນການ

  ນັບແຕ່ຕົ້ນປີ, ປ້ອມກວດກາປະເມີນຜົນເຄືອ່ນທີ່ປະຈຳທ່າກຳປັ່ນກາຍເລີນ ໄດ້ຕັ້ງໜ້າເຄື່ອນໄຫວ, ຮັບ ແລະ ແກ້ໄຂຮ່າງແບບເອກະສານຕ່າງໆຢ່າງທັນການ, ມີຜົນກວດກາໂດຍໄວ, ປະກອບສ່ວນຫລຸດຜ່ອນເວລາກວດກາສິນຄ້າຂອງວິສາຫະກິດຢູ່ດ່ານ ດ້ວຍໝາກຜົນຊັດເຈນໃນໄລຍະເວລາບໍ່ຮອດມື້ໜຶ່ງ. ຕໍ່ຈາກນັ້ນແມ່ນຜັນຂະຫຍາຍປະຕິບັດ “ຮູບແບບປະຕິບັດລະບຽບການ ແລະ ຄຸ້ມຄອງພາສີແບບລວມສູນ” ຢ່າງສຳເລັດຜົນຢູ່ຫ້ອງການພາສີດ່ານສາກົນມອງກາຍ ອັນໄດ້ຫລຸດຜ່ອນເວລາກວດກາສິນຄ້າຜ່ານດ່ານ, ຫລຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ. ທ່ານລຶວວັນໂດ ຜູ້ອຳນວຍການບໍລິສັດຂາອອກຂາເຂົ້າວັນໂດຈຳກັດ ໃຫ້ຂໍ້ສັງເກດວ່າ:

  “ຂະແໜງພາສີໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ. ພວກຂ້າພະເຈົ້າເຫັນວ່າລະບຽບການມີຄວາມສະດວກສະບາຍຫຼາຍກ່ວາເກົ່າ ຂະນະທີ່ຫ້ອງການພາສີມອງກາຍ ໄດ້ຜັນຂະຫຍາຍຮູບແບບລວມສູນ, ບໍ່ຕ້ອງໄປມາຫຼາຍເທື່ອ, ເຮັດ ລະບຽບການພາສີຜ່ານດ່ານກໍ່ສະດວກສະບາຍທີ່ສຸດ ແລະ ນັບມື້ນນັບໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດໂດຍພື້ນຖານ. ໃນ 2,3 ປີມານີ້, ພະນັກງານພາສີ ແລະ ວິສາຫະກິດແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈ”.

    ໃນໄຕມາດທີ 1 ປີ 2019, ກົມພາສີແຂວງກວາງນິງ ໄດ້ຮັບ ແລະ ແກ້ໄຂໃບແຈ້ງພາສີກ່ວາ 16.000 ໃບຂອງ 664 ວິສາຫະກິດມາແຈ້ງລະບຽບການ, ຈຳນວນໃບແຈ້ງພາສີ, ຈຳນວນວິສາຫະກິດເພີ່ມຂຶ້ນເມື່ອທຽບກັບໄລຍະດຽວກັນຂອງປີ 2018. ເພື່ອດຶງດູດວິສາຫະກິດ, ລະບົບປະຕູດຽວແຫ່ງຊາດພວກຖືກຜັນຂະຫຍາຍຢູ່ທັງໝົດ 7 ຫ້ອງການພາສີຂຶ້ນກັບກົມພາສີແຂວງກວາງນິງ; 68 ລະບຽບການບໍລິຫານຂອງ 11 ກະຊວງຂະແໜງການໄດ້ຖືກເຊື່ອມຕໍ່ກົນໄກປະຕູດຽວແຫ່ງຊາດ ກັບອົງການພາສີ. ໝາກຜົນແມ່ນເວລາເຮັດລະບຽບການພາສີຜ່ານດ່ານຖືກຫລຸດລົງ. ຫ້ອງການພາສີທ່າກຳປັ່ນກາຍເລີນ ໄດ້ຮັບການຄັດເລຶອກປະຕິບັດທົດລອງໂຄງການຕິດຕາມ ກວດກາພາສີອັດຕະໂນມັດຢູ່ທ່າກຳປັ່ນທະເລ ເພື່ອຫລຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ. ທ່ານ ຫວຸ້ກຸຍຮຶງ.ຮອງຫົວໜ້າຫ້ອງການພາສີທ່າກຳປັ່ນກາຍເລີນ ໃຫ້ຮູ້ວ່າ:

   “ຫ້ອງການພາສີທ່າກຳປັ່ນກາຍເລີນ ໄດ້ຜັນຂະຫຍາຍສຳເລັດລະບົບຕິດຕາມກວດກາຄຸ້ມຄອງພາສີຢູ່ທ່າກຳປັ່ນ  VASSCM ຢູ່ທ່າກຳປັ່ນ container ສາກົນ CICT ແລະ ທ່າກຳປັ່ນກວາງນິງ . ນີ້ຈະແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງພາສີກວາງນິງ ຜັນຂະຫຍາຍໄລຍະທີ 2 ຂອງລະບົບໄປເຖິງບັນດາວິສາຫະກິດເຮັດວຽກຢູ່ສາງສິນຄ້າຕ່າງໆ. ຄຽງຄູ່ກັນນັ້ນຜັນຂະຫຍາຍບັນດາການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນວຽກງານພາສີ, ໃນນັ້ນມີໃບແຈ້ງພາສີເອເລກໂຕນິກ. ຮັບສຳເນົາເອກະສານຜ່ານປະຕູຖານຂໍ້ມູນແຫ່ງຊາດ, ປະຕູຖານຂໍ້ມູນປະຕູດຽວອາຊຽນ”.

    ທີ່ບັນດາດ່ານທ່າກຳປັ່ນ ແລະ ທາງບົກແຂວງກວາງນິງ, ພວມສ້າງບັນດາຫົວໜ່ວຍດຳເນີນທຸລະກິດບໍລິການ logistics ດ້ວຍຕົວແທນແຈ້ງລະບຽບພາສີ 24 ສາຂາ, ສາງພັກສິນຄ້າ 18 ແຫ່ງ, ວິສາຫະກິດເຂົ້າຮ່ວມການບໍລິການການຂົນຖ່າຍສິນຄ້າກ່ວາ 30 ແຫ່ງ, ສະຖານທີ່ກວດກາສິນຄ້າສົ່ງອອກນຳເຂົ້າລວມສູນ 2 ແຫ່ງ, ສາງ, ເດີ່ນພັກກວດກາສິນຄ້າ 14 ແຫ່ງ. ນີ້ແມ່ນເງື່ອນໄຂອຳນວຍຄວາມສະດວກເພື່ອໜູນຊ່ວຍວິສາຫະກິດໃນການປະຕິບັດການແຈ້ງລະບຽບການພາສີ, ມອບຮັບ ແລະ ຂົນສົ່ງສິນຄ້າ… ກົມພາສີແຂວງກວາງນິງ ໄດ້ຮັກສາປະສິດທິຜົນໃນການເຄື່ອນໄຫວຂອງບັນດາໜ່ວຍຮ່ວມເດີນທາງໜູນຊ່ວຍວິສາຫະກິດ, ໜ່ວຍໜູນຊ່ວຍສົ່ງເສີມວິສາຫະກິດເພື່ອສະຫມັກໃຈປະຕິບັດຖືກຕ້ອງຕາມຂັ້ນຕອນເຮັດລະບຽບພາສີ.

  ແຕ່ນີ້ຮອດທ້າຍປີ, ກົມພາສີແຂວງກວາງນິງ ສືບຕໍ່ໃຫ້ບູລິມະສິດແກ້ໄຂລະບຽບການພາສີສຳລັບບັນດາເຄື່ອງຈັກ, ເຄື່ອງອາໄຫຼ່ສັບສົນ ຮັບປະກັນປະຕິບັດຖືກຕ້ອງຕາມຂັ້ນຕອນ, ລະບຽບການ, ຫລຸດຜ່ອນເວລາກວດກາສິນຄ້າລົງ. ສະເໜີກັບບັນດາອົງການສຳນັກງານໃນການໜູນຊ່ວຍປະຕິບັດລະບຽບການກວດກາດ້ານວິຊາສະເພາະຢ່າງທັນການ. ຫລຸດເວລາການກວດກາລົງ ຫລືສະເໜີສືບຕໍ່ຫລຸດຜ່ອນບັນດາປະເພດສິນຄ້າທີ່ບໍ່ຈຳເປັນ. ພະນັກງານພາສີແຂວງກວ໋າງນິງ ສືບຕໍ່ບຳລຸງສ້າງ, ຍົກສູງລະດັບຄວາມຮູ້, ສະຕິຄວາມຮັບຜິດຊອບຂອງພະນັກງານ, ລັດຖະກອນໃນການປະຕິບັດວຽກງານລັດຖະການ.

ຕອບກັບ