ໝູ່​ບ້ານ​​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ເຮືອງ​ແກັງ

Ngoc Anh
Chia sẻ
(VOVWORLD) -ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຮືອງແກັງ ຕັ້ງຢູ່ບໍລິເວນບ້ານ ລໍ່ກາງ, ເທດສະບານ ເຮືອງແກັງ, ເມືອງ ບິ່ງຊວຽນ, ແຂວງ ຫວິງຟຸກ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດເໜືອ 45 ກິໂລແມັດ. ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງຢູ່ ຫວຽດນາມ ໂດຍໄດ້ຮັບການສ້າງຂຶ້ນກວ່າ 300 ປີ. ໂດຍຜ່ານບໍ່ຈັກວ່າເທົ່າໃດໄລຍະຂອງປະຫັວດສາດ, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຮືອງແກັງ ໃນປັດຈຸບັນ ເຖິງວ່າບໍ່ ພັດທະນາຄືກ່ອນ ນີ້ ກໍຕາມ ແຕ່ອາຊີບຜະລິດເຄື່ອງປັ້ນດິນເຜົາຢູ່ທີ່ນີ້ ຍັງຄົງຮັກສາບັນດາຈຸດຍອດຍິ່ງທີ່ເຄີຍມີໄວ້ໄດ້.

ບໍ່ມີຄວາມງາມໂດດເດັ່ນ,ລວດລາຍຫລາກຫລາຍລະອຽດລະອໍ ດ້ວຍບັນດາສີສັນທີ່ແປກໃໝ່ຂອງທາດເຄືອບຄືບັນດາເຄື່ອງປັ້ນດິນເຜົາຢູ່ແຫ່ງອື່ນໆ, ເຄື່ອງປັ້ນດິນເຜົາ ເຮືອງແກັງ ມີສີສັນເປັນທຳມະຊາດ, ຄວາມງາມລຽບງ່າຍ ແລະ ຈຸດດີແມ່ນມີຄວາມທົນທານ. ຜູ້ເຖົ້າຜູ້ແກ່ໃນເມື່ອກ່ອນມີປະໂຫຍກທີ່ວ່າ “ເຄື່ອງປັ້ນດິນເຜົາ ມ໊ອງກາຍ - ແອ່ງ ເຮືອງແກັງ” ເພື່ອເປັນການຢືນຢັນເຖິງເຄື່ອງໝາຍຂອງຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ເຂດດິນແດນ ເຮືອງແກັງ ທີ່ອຸດົມຮັ່ງມີແຫ່ງນີ້.

ໝູ່​ບ້ານ​​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ເຮືອງ​ແກັງ - ảnh 1 ຜະລິດຕະພັນເຄື່ອງປັ້ນດິນເຜົາ ເຮືອງແກັງ 

        ພົງສາວະດານໝູ່ບ້ານ ເຮືອງແກັງ ໄດ້ລະບຸໄວ້ວ່າ: ໃນກາງສະຕະວັດທີ XVIII, ລາຊະສຳນັກສະໄໝເຈົ້າຊີວິດ ເລ - ຈິ້ງ ໄດ້ແຕ່ງຕັ້ງໃຫ້ອາດຍາເຈົ້ານາຍທີ່ມີຄວາມເກັ່ງກ້າສາມາດ ຊື່ວ່າ ຈິ້ງຊວັນບ່ຽນ ມາໝູ່ບ້ານແຫ່ງນີ້ ເພື່ອຊ່ວຍປະຊາຊົນໃນການທຳການກະເສດ. ເມື່ອເຫັນສະພາບໝູ່ບ້ານຮ້າງ ແລະ ຊຸດໂຊມ, ທ່ານກໍໄດ້ຊ່ວຍປະຊາຊົນຟື້ນຟູທຳການຜະລິດກະເສດ ແລະ ສອນວິທີຜະລິດເຄື່ອງປັ້ນດິນເຜົາໃຫ້ແກ່ປະຊາຊົນ. ເມື່ອທ່ານເສຍຊີວິດ, ປະຊາຊົນໃນໝູ່ບ້ານຮູ້ສຶກໂສກເສົ້າເສຍດາຍ ແລະ ໄດ້ສ້າງຫໍບູຊາຂຶ້ນ, ພ້ອມທັງເຊີດຊູໃຫ້ທ່ານເປັນບັນພະບູລຸດຜູ້ກໍ່ຕັ້ງອາຊີບເຄື່ອງປັ້ນດິນເຜົາ. ທ່ານນາງ ຢາງທິຍ້ານ ນັກສິລະປະການໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຮືອງແກັງ ເລົ່າສູ່ຟັງວ່າ:

        “ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຮືອງແກັງ ຂອງພວກຂ້າພະເຈົ້າ ປັດຈຸບັນຍັງຄົງບູຊາຜູ້ກໍ່ຕັ້ງໝູ່ບ້ານອາຊີບ ເຊິ່ງແມ່ນທ່ານ ຈິ້ງຊວັນບ່ຽນ ຢູ່ເຂດ ລໍ່ກາງ. ວັນທີ 6 ເດືອນ 1 ໄລ່ຕາມຈັນທະປະຕິທິນຂອງແຕ່ລະປີ, ພວກຂ້າພະເຈົ້າກໍຈັດຕັ້ງພິທີໄຫວ້ບູຊາເຮັດບຸນກິນທານຫາບັນພະບູລຸດແຫ່ງອາຊີບນີ້, ເຊິ່ງ 10 ປີເທື່ອຫນຶ່ງ ປະຊາຊົນໃນໝູ່ບ້ານຈັດພິທີແຫ່ບັນພະບູລຸດໄປຕາມອ້ອມແອ້ມໝູ່ບ້ານ.  ກ່ອນນີ້ ໝູ່ບ້ານສ້າງຕັ້ງສະຫະກອນເຄື່ອງປັ້ນດິນເຜົາ, ເມື່ອຜະລິດອອກມາເທົ່າໃດ ແມ່ນທາງລັດຊື້ເອົາໝົດ. ຕໍ່ມາ ເມື່ອຍຸບເລີກສະຫະກອນ ແມ່ນປະຊາຊົນທັງໝົດໃນໝູ່ບ້ານໄດ້ທຳການຜະລິດເຄື່ອງປັ້ນດິນເຜົາ.ປັດຈຸບັນ ຢູ່ໝູ່ບ້ານນີ້ ມີໂຮງງານໃຫຍ່ທີ່ຜະລິດເຄື່ອງປັ້ນດິນເຜົາ 6 ແຫ່ງ”.

ໝູ່​ບ້ານ​​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ເຮືອງ​ແກັງ - ảnh 2ທ່ານນາງ ຢາງທິຍ້ານ ນັກສິລະປະການໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຮືອງແກັງ  

        ຜະລິດຕະພັນເຄື່ອງປັ້ນດິນເຜົາ ເຮືອງແກັງ ມີຈຸດທີ່ເປັນເອກະລັກສະເພາະ ຊື່ງບ່ອນອື່ນບໍ່ມີ. “ສຳລັບຜະລິດຕະພັນເຄື່ອງປັ້ນດິນເຜົາ ເຮືອງແກັງ ແລ້ວ, ເມື່ອເອົາຊາແຫ້ງໃສ່ໂຖ ແມ່ນບໍ່ຕົກໂໝກ ແລະ ຍັງຮັກສາກິ່ນຫອມຂອງຊາຄືເກົ່າ, ເມື່ອຊົງຊາ ກໍຮັກສາຄວາມຮ້ອນໄດ້ດົນ. ເຫຼົ້າທີ່ເອົາໃສ່ໃນໄຫໄວ້ນັ້ນ ກໍບໍ່ເຮັດໃຫ້ລະເຫີຍກິ່ນ ຫຼືບໍ່ເຮັດໃຫ້ລະດັບໂກນຂອງເຫຼົ້າຫຼຸດລົງ. ເງື່ອນໄຂດິນດອນຕອນຫຍ້າຢູ່ທີ່ນີ້ ແມ່ນສ້າງປະເພດດິນດາກທີ່ດີອອກມາ ເພື່ອເຮັດເປັນປະເພດເຄື່ອງປັ້ນດິນເຜົາທີ່ຕ້ານການຊຶມຂອງນ້ຳ ແລະ ແສງສະຫວ່າງໄດ້, ສະນັ້ນ ຈຶ່ງສາມາດຮັກສາລົດຊາດ ແລະ ກິ່ນຂອງສິ່ງທີ່ຢູ່ທາງໃນໄດ້. ອ້າຍ ຫງວຽນຮົ່ງກວາງ ເຈົ້າຂອງໂຮງງານເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານ ລໍ່ກາງ, ເທດສະບານ ເຮືອງແກັງ ໃຫ້ຮູ້ວ່າ:

        “ເຄື່ອງປັ້ນດິນເຜົາ ເຮືອງແກັງ ບໍ່ຕ້ອງໃຊ້ທາດເຄືອບ ຍ້ອນວ່າດິນຢູ່ທີ່ນີ້ແມ່ນດິນດາກດີ,  ເມັດໂມເລກຸນຂອງດິນມຸ່ນລະອຽດ, ໜຽວ, ຈັບຕົວກັນໄດ້ເປັນຢ່າງດີ  ອັນໄດ້ສ້າງເປັນຄວາມທົນທານ ແລະ ນ້ຳຊຶມເຂົ້າບໍ່ໄດ້. ສີສັນຜະລິດຕະພັນເປັນສີທຳມະຊາດ.ທຳມະຊາດໄດ້ເອື້ອອຳນວຍດົນບັນດານໃຫ້ເຂດນີ້ແຫຼ່ງດິນດາກທີ່ດີ. ດິນດາກຢູ່ທີ່ນີ້ມີ 2 ປະເພດຄື: ຢູ່ລະດັບເລິກແຕ່ 0,5 ຫາ 1,5 ແມັດ ແມ່ນດິນດາກສີນ້ຳຕານ ແລະ ແຂງ, ສ່ວນຢູ່ລະດັບຄວາມເລິກແຕ່ 3 ຫາ 6 ແມັດ ແມ່ນດິນດາກສີຄາມ ເພື່ອສ້າງສີ. ເມື່ອຜະລິດເຄື່ອງປັ້ນດິນເຜົາ ແມ່ນປົນທັງ 2 ປະເພດດິນດາກເຂົ້າກັນ ຕາມອັດຕາສ່ວນດິນດາກສີນ້ຳຕານ 60% ແລະ ດິນດາກສີຄາມ 40%”.

        ໝູ່ບ້ານເຄື່ອງປັ້ນດິນເຜົາ ເຮືອງແກັງ ມີຊື່ສຽງດ້ວຍບັນດາຜະລິດຕະພັນທີ່ເປັນມູນເຊື້ອ ໂດຍເຮັດດ້ວຍມືທັງໝົດເຊັ່ນ: ໄຫ, ໂອ່ງ, ໂຖ, ໝໍ້ດິນ, ຊຸດເຕົ້ານ້ຳຊາ, ກັບບັນຈຸອັດຖິ… ຮັບໃຊ້ໃຫ້ແກ່ຄວາມຕ້ອງການທີ່ຈຳເປັນຂອງປະຊາຊົນ. ປັດຈຸບັນ, ເພື່ອຕອບສະໜອງຕາມຄວາມນິຍົມຊົມຊອບຂອງຜູ້ບໍລິໂພກນັ້ນ, ປະຊາຊົນ ເຮືອງແກັງ ກໍທຳການຜະລິດບັນດາຜະລິດຕະພັນທີ່ທັງຮັກສາແບບດັ້ງເດີມ ແລະ ທັງມີການປ່ຽນແປງໃໝ່, ມີຫຼາຍຮູບຫຼາຍແບບ. ອ້າຍ ຫງວຽນຮົ່ງກວາງ ໃຫ້ຮູ້ຕື່ມອີກວ່າ:

        “ຢູ່ທີ່ນີ້ ບໍ່ພຽງແຕ່ຜະລິດເຄື່ອງປັ້ນດິນເຜົາສຳຮັບໃຊ້ການໃຊ້ສອຍເທົ່ານັ້ນ ຫາກຍັງຜະລິດເຄື່ອງປັ້ນດິນເຜົາເປັນເຄື່ອງວິຈິດສິນອີກດ້ວຍ. ພວກຂ້າພະເຈົ້າໄດ້ປ່ຽນແປງຈິນຕະນາການ, ວິທີການຜະລິດ ສະນັ້ນ ຈຶ່ງເຂົ້າສູ່ຕະຫຼາດໄດ້ດີກວ່າ. ເພື່ອໃຫ້ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາແຫ່ງນີ້ພັດທະນາກວ່າ ພວກຂ້າພະເຈົ້າຕ້ອງຍົກລະດັບຄຸນນະພາບຂອງຜະລິດຕະພັນ, ເຄື່ອງປັ້ນດິນເຜົາຮັບໃຊ້ການໃຊ້ສອຍມີມູນຄ່າຕ່ຳ ແຕ່ເມື່ອຍົກລະດັບຂຶ້ນເປັນງານສິລະປະ ແມ່ນມີມູນຄ່າທີ່ສູງກວ່າ. ດິນດາກ 1 ໂຕນ ຜະລິດເຄື່ອງປັ້ນດິນເຜົາຮັບໃຊ້ການໃຊ້ສອຍ ຂາຍໄດ້ພຽງແຕ່ 10 ລ້ານດົ່ງ, ແຕ່ຫາກຜະລິດເຄື່ອງປັ້ນດິນເຜົາທີ່ເປັນຜະລິດຕະພັນວິຈິດສິນ ແມ່ນຂາຍໄດ້ 30 ລ້ານດົ່ງ. ປັດຈຸບັນ ຂາຍຜະລິດຕະພັນຢູ່ ຮ່າໂນ້ຍ ແມ່ນດີຫຼາຍ ແລະ ຂ້າພະເຈົ້າຄາດວ່າ ຈະເປີດຮ້ານເພື່ອແນະນຳຜະລິດຕະພັນຢູ່ ນະຄອນ ໂຮ່ຈີມິນ ໃນມໍ່ໆນີ້”.

        ມາຢາມໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເຮືອງແກັງ, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ເຫັນດິນຈີ່ລະເນລະນາດຄືແຕ່ປາງໃດເທົ່ານັ້ນ ຫາກຍັງມີເຄື່ອງສິລະປະຫັດຖະກຳ, ຮູບພາບ, ຮູບປັ້ນ, ຮູບແກະສະຫຼັກ… ທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ ອີກດ້ວຍ. ນັກທ່ອງທ່ຽວກໍສາມາດຜ່ານພຶດຕິກຳຕົວຈິງ, ເຂົ້າຮ່ວມບັນດາຂັ້ນຕອນການຜະລິດເຄື່ອງປັ້ນດິນເຜົານຳອີກ. ປັດຈຸບັນ ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຂອງໝູ່ບ້ານ ເຮືອງແກັງ ໄດ້ມີໜ້າຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ແລະ ກໍມີຜະລິດຕະພັນຈຳນວນໜຶ່ງໄດ້ສົ່ງອອກໄປຂາຍຢູ່ຕ່າງປະເທດ.

ຕອບກັບ