ໝູ່ບ້ານ ບານາ ທຳອິດ ຢູ່ ຢາລາຍ ເຮັດກະສິກຳເຕັກໂນໂລຊີສູງ

To Tuan
Chia sẻ

(VOVWORLD) -ການຜະລິດຫລ້າຫລັງ ນັ້ນແມ່ນບັນຫາຕິດຂັດໃນການພັດທະນາເສດຖະກິດ ຢູ່ບ້ານຕ່າງໆຂອງຊາວຊົນເຜົ່າສ່ວນຫນ້ອຍ ຢູ່ ເຂດໄຕງວຽນ. ເພື່ອພະຍາຍາມປ່ຽນແປງສິ່ງດັ່ງກ່າວ, ມີນາງສາວຊາວເຜົ່າບານາຢູ່ ແຂວງ ຢາລາຍ ຜູ້ຫນຶ່ງ ໄດ້ກ້າລົງທຶນຜັນຂະຫຍາຍໂຄງການປູກຕົ້ນສະຫມຸນໄພເຕັກໂນໂລຊີສູງ. ໂດຍໝູນໃຊ້ແຫລ່ງກຳລັງທີ່ມີຢູ່ແລ້ວ, ປ່ຽນແປງຈີນຕະນາການ, ວິທີເຮັດ, ໝູນໃຊ້ບັນດາຄວາມກ້າວຫນ້າທາງວິທະຍາສາດເຕັກນິກ ໄດ້ເຮັດໃຫ້ໂຄງການດັ່ງກ່າວພວມມີບັນດາຄວາມສາມາດບົ່ມຊ້ອນໃຫຍ່ຫລວງເພື່ອພັດທະນາເສດຖະກິດໃຫ້ພໍ່ແມ່ປະຊາຊົນ.

ໝູ່ບ້ານ ບານາ ທຳອິດ ຢູ່ ຢາລາຍ ເຮັດກະສິກຳເຕັກໂນໂລຊີສູງ - ảnh 1 ໂຄງການຊາສະໝຸນໄພ ຢູ່ ບ້ານ ເປີນາງ

ຢືນຢູ່ໃຈກາງສວນກ້າເບ້ຍໄມ້ ດ້ວຍຕົ້ນໝາກແຄ້ງຂົມນັບເປັນພັນໆຕົ້ນ ພວມອອກຫນໍ່ຂຽວສົດງົດງາມ, ມືຖືໂທລະສັບ smartphone, ນາງສາວຊາວເຜົ່າບານາ ດີງທິວຽນ ຢູ່ ບ້ານ ເປີນາງ ຕາແສງ ອານເຄ ແຂວງ ຢາລາຍ ໄດ້ເຂົ້າເວັບໄຊຕ່າງໆ ຊອກຫາຂໍ້ມູນທີ່ມີປະໂຫຍດເພື່ອຮັບໃຊ້ໃຫ້ວຽກງານຂອງຕົນ.  ບ້ານແຫ່ງຫນຶ່ງຢູ່ເຂດຫ່າງໄກສອກຫລີກຂອງແຂວງ ຢາລາຍ, ນາງສາວຊາວເຜົ່າ ບານາ ດີງທິວຽນ ແລະ ໂຄງການຊາສະໝຸນໄພເຕັກໂນໂລຊີສູງ ພວມເຮັດໃຫ້ຫລາຍຄົນຮູ້ສຶກຕົກສະເຫງີ້ ແລະ ມີຄວາມປະທັບໃຈ. ວຽນໃຫ້ຮູ້ວ່າ: ໄລຍະມໍ່ໆມານີ້ ການຜະລິດຕົ້ນອ້ອຍ, ມັນຕົ້ນແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍ ແລະ ນຳມາເຊິ່ງປະສິດທິຜົນຕ່ຳ ສະນັ້ນ ພໍ່ແມ່ປະຊາຊົນຕ້ອງຊອກທິດກ້າວເດີນໃຫມ່. ຍ້ອນມີເຕັກໂນໂລຊີຂໍ້ມູນຂ່າວສານ, ສື່ສັງຄົມອອນລາຍ, ນາງ ວຽນ ຈຶ່ງຄົ້ນພົບຕົ້ນໝາກແຄ້ງຂົມ ຊື່ງພໍ່ແມ່ປະຊາຊົນໃນບ້ານໄດ້ນຳໃຊ້ມາແຕ່ດົນນານແລ້ວ ແລະ ພວມໄດ້ຮັບຄວາມນິຍົມຈາກຕະຫລາດ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາໃຫ້ກາຍເປັນເຂດວັດຖຸດິບ. ໂດຍໄດ້ຕິດຕໍ່ພົວພັນກັບຫລາຍບ່ອນ, ວຽນ ຈຶ່ງຊອກໄດ້ວິສາຫະກິດແຫ່ງຫນຶ່ງທີ່ມີຊື່ສຽງເພື່ອຮ່ວມມືກັນ. ຫລັງຈາກນັ້ນ ວຽນ ໄດ້ປຶກສາຫາລືກັບຊາວບ້ານ, ແລກປ່ຽນກັບອຳນາດການປົກຄອງ, ນາງວຽນໄດ້ຮັບຄວາມເຫັນດີເຫັນພ້ອມ, ໄດ້ຮັບການສະຫນັບສະຫນູນ ໃຫ້ຜັນຂະຫຍາຍໂຄງການດ້ວຍຕັ້ງຄວາມຫວັງໄວ້ວ່າຊຸກຍູ້ການພັດທະນາເສດຖະກິດໃຫ້ປະຊາຊົນໃນບ້ານ.

“ໂດຍແມ່ນລູກຫລານຂອງຊາວເຜົ່າ ບານາ, ຂ້າພະເຈົ້າປາດຖະຫນາຢາກໄດ້ເຫັນປະຈັກຕາການປ່ຽນແປງຂອງພໍ່ແມ່ປະຊາຊົນ ຈາກການປູກຝັງ, ພັດທະນາເສດຖະກິດ, ພິເສດ ແມ່ນການເກັບກູ້ຕົ້ນສະຫມູນໄພ.  ແລະ ຕົ້ນໝາກແຄ້ງຂົມ ແມ່ນມີຢູ່ແລ້ວໃນທ້ອງຖິ່ນ ສະນັ້ນ ຕ້ອງຮູ້ຈັກເກັບກູ້ ແລະ ຊອກຫາສົ້ນອອກ, ການຜະລິດ, ການປຸງແຕ່ງ ແລະ ຕົນເອງກໍ່ແມ່ນຜູ້ບໍລິໂພກ. ນັ້ນແມ່ນຄວາມປາດຖະຫນາຂອງຂ້າພະເຈົ້າ, ທັງສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທີ່ນີ້, ພິເສດແມ່ນແມ່ຍິງ ແລະ ຊາວຫນຸ່ມ.”

ໂດຍມີແນວຄວາມຄິດແຕ່ທ້າຍປີ 2017, ມາຮອດທ້າຍປີ 2018 ໂຄງການ ຊາສະຫມູນໄພ ຂອງບ້ານ ເປີນາງ ໄດ້ຮັບການຜັນຂະຫຍາຍ. ມາຮອດປະຈຸບັນ ໄດ້ມີ 10 ຄອບຄົວໃນບ້ານເຂົ້າຮ່ວມ ແລະ ປູກທົດລອງເປັນສອງຄັ້ງແລ້ວ ດ້ວຍເນື້ອທີ່ເກືອບ 2 ເຮັກຕາ. ຈຸດພິເສດ ນັ້ນແມ່ນ ຕົ້ນໝາກແຄ້ງຂົມ ຢູ່ທີ່ນີ້ໄດ້ປູກຕາມທິດອົງຄະທາດ ແລະ ໝູນໃຊ້ເຕັກໂນໂລຊີສູງ ດ້ວຍລະບົບການຫົດນ້ຳແບບປະຢັດໄປທົ່ວສວນ. ເພື່ອແນໃສ່ຮັບປະກັນຄວາມເປັນປົກກະຕິ ນັບແຕ່ສົ້ນເຂົ້າ ຕະຫລອດຮອດສົ້ນອອກ, ພໍ່ແມ່ປະຊາຊົນໄດ້ຮ່ວມມືຢ່າງແຫນ້ນແຟ້ນກັບສະຫະກອນຢູ່ບໍລິເວນ. ທ່ານ ເລວັນໂບ້, ຫົວຫນ້າສະຫະກອນກະສິກຳ ຕຸອານ ເທດສະບານ ອາເຄ ແຂວງ ຢາລາຍໃຫ້ຮູ້ວ່າ: ໂຄງການຊາສະໝູນໄພຂອງພໍ່ແມ່ປະຊາຊົນບ້ານ ເປີນາງ ແມ່ນມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ສະນັ້ນ ສະຫະກອນບໍ່ຫວາດຫວັ່ນຕໍ່ການຮ່ວມສຳພັນເພື່ອຍົກລະດັບການຜະລິດ, ການຈຳຫນ່າຍ.

“ເມື່ອພວກຂ້າພະເຈົ້າໄດ້ພົບກັບນາງ ວຽນ ຢູ່ ບ້ານຊົນເຜົ່າສ່ວນຫນ້ອຍ ຕາແສງ ຕຸອານ,  ເຫັນວ່າ ພວກເພື່ອນມີແນວຄວາມຄິດນຳເອົາຕົ້ນໝາກແຄ້ງຂົມເຂົ້າໃນການຜະລິດ ພວກຂ້າພະເຈົ້າໄດ້ສົມທົບນຳກັນຄິດໄລ່ເພື່ອນຳເສດຖະກິດຂອງທ້ອງຖິ່ນພັດທະນາ, ພວກຂ້າພະເຈົ້າຈະຮ່ວມເດີນທາງກັບພວກເພື່ອນ. ໃນອະນາຄົດ ພວກຂ້າພະເຈົ້າຈະພັດທະນາຂຶ້ນອີກບາດກ້າວຫນຶ່ງ ນັ້ນແມ່ນຜະລິດຊາຖົງ ເພາະມັນມີປະໂຫຍດຕໍ່ສຸຂະພາບ.”

ຈາກແນວຄວາມຄິດປະດິດຄິດສ້າງຂອງນາງສາວຊາວເຜົ່າ ບານາ, ອຳນາດການປົກຄອງຕາແສງ ຕຸອານ ກໍ່ຄື ຕາແສງ ອານເຄ ໄດ້ຮ່ວມແຮງຮ່ວມໃຈ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ໂຄງການພັດທະນາ. ດ້ວຍການຫນູນຊ່ວຍອັນລ້ຳຄ່ານັ້ນ ໂຄງການໄດ້ຖືກຄັດເລືອກເຂົ້າ Top 20 ໃນຈຳນວນ 128 ໂຄງການກະສິກຳຢູ່ພາຍໃນປະເທດ ເພື່ອໃຫ້ຄະນະກຳມະການຊົນເຜົ່າຂອງລັດຖະບານ ສະເຫນີ ທະນາຄານໂລກ ອຸປະຖຳ ປະຕິບັດໂຄງການຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ ໃນຂອບເຂດກຳນົດທິດພັດທະນາຢ່າງວ່ອງໄວ, ໝັ້ນຄົງ. ທ່ານ ຫງວຽນແທງແກ໋ງ ປະທານຄະນະກຳມະການປະຊາຊົນ ຕາແສງ ຕຸອານ ເທດສະບານ ອານເຄ ແຂວງ ຢາລາຍ ໃຫ້ຮູ້ວ່າ: ປະຈຸບັນ ທະນາຄານໂລກ ຍັງສືບຕໍ່ພິຈາລະຈາຄັດເລືອກ, ເມື່ອຖືກຈັດເຂົ້າໃນ Top 5 ໂຄງການຈະໄດ້ຮັບການອຸປະຖຳ. ດ້ວຍຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດ, ນີ້ຈະແມ່ນຮູບແບບທົດລອງເພື່ອສາມາດທະວີຄູນຢູ່ບັນດາບ້ານຊົນເຜົ່າສ່ວນຫນ້ອຍອື່ນ.

“ບົນພື້ນຖານປະຕິບັດທົດລອງໂຄງການປູກຕົ້ນໝາກແຄ້ງຂົມ, ພາຍຫລັງບັນລຸປະສິດທິຜົນ ແລະ ໄດ້ຮັບການເສີມຂະຫຍາຍ, ທ້ອງຖິ່ນ ຈະສືບຕໍ່ທະວີຄູນອອກສູ່ 3 ບ້ານອີກ. ປະຈຸບັນພວມປະຕິບັດທົດລອງຢູ່ ບ້ານ ເປີນາງ ຫລັງຈາກນັ້ນ ຈະສືບຕໍ່ທະວີຄູນອອກສູ່ບ້ານ ຍອຍ ແລະ ບ້ານ ຮ່ວາບີງ ເພື່ອຍົກສູງປະສິດທິຜົນການຜະລິດຂອງຕົ້ນສະຫມຸນໄພຊະນິດນີ້.”

ໂຄງການຊາສະຫມູນໄພເຕັກໂນໂລຊີ ຊື່ງ ນາງສາວຊາວເຜົ່າ ບານາ ດີງທິວຽນ ພ້ອມກັບພໍ່ແມ່ປະຊາຊົນຢູ່ບ້ານ ເປີນາງ ພວມປະຕິບັດ ໄດ້ຕັ້ງຄວາມຫວັງອັນໃຫຍ່ຫລວງວ່າ ຈະນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ມີການປ່ຽນແປງ, ມີຄວາມຕັດສິນໃຈ ໂດຍອີງໃສ່ແຫ່ລງກຳລັງທີ່ມີຢູ່ແລ້ວ ບັນດາໝູ່ບ້ານຢູ່ເຂດຫ່າງໄກສອກຫລີກ ອາດຈະຊອກໄດ້ທິດເດີນ, ມີກຳລັງຫນູນເພື່ອພັດທະນາ.

ຕອບກັບ