ຮ່າ​ໂນ້ຍແຫ່ງ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ໝູ່​ບ້ານ​ອາ​ຊີບ​ຫວຽດ​ນາມ

Ngoc Anh
Chia sẻ
(VOVWORLD) - ນະຄອນຮ່າໂນ້ຍ ໄດ້ຮັບການຂະໜານນາມວ່າແມ່ນ “ເຂດດິນແດນຮ້ອຍອາຊີບ” ດ້ວຍຈຳນວນບັນດາໝູບ້ານອາຊີບຫຼາຍກ່ວາໝູ່ໃນທົ່ວປະເທດ. ຜ່ານອະລິຍະທຳກ່ວາ 1000 ປີ, ບັນດາໝູ່ບ້ານອາຊີບພື້ນເມືອງໃນເມື່ອກ່ອນຍັງຄົງມີຮ່ອງຮອຍມາຮອດທຸກວັນນີ້. ຮ່າໂນ້ຍ ແມ່ນແຫ່ງເຕົ້າໂຮມ, ພົບປະແລກປ່ຽນ, ແຜ່ຂະຫຍາຍອາຊີບມູນເຊື້ອຫວຽດນາມ.
ຮ່າ​ໂນ້ຍແຫ່ງ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ໝູ່​ບ້ານ​ອາ​ຊີບ​ຫວຽດ​ນາມ - ảnh 1

ພາບ: ແພໄໝຂອງໝູ່ບ້ານອາຊີບແພໄໝວ້ານຟຸກ

       ໃນຈຳນວນໝູ່ບ້ານອາຊີບຢູ່ຫວຽດນາມ ປະມານ 5400 ແຫ່ງ, ສະເພາະຢູ່ຮ່າໂນ້ຍ ກໍ່ກວມເອົາ 1/3 ດ້ວຍປະມານ 1350 ແຫ່ງ ຊື່ງໃນນັ້ນມີໝູ່ບ້ານອາຊີບທີ່ເປັນມູນເຊື້ອດີເດັ່ນກ່ວາ 300 ແຫ່ງ. ສະເພາະໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາດິນເຄືອບບາດຈ່າງ ມີຈຳນວນນາຍຊ່າງຫຼາຍກ່ວາໝູ່ດ້ວຍ 75 ຄົນ. ໃນຈຳນວນທັງໝົດ 52 ອາຊີບມູນເຊື້ອຂອງທົ່ວປະເທດນັ້ນ, ບັນດາໝູ່ບ້ານອາຊີບຮ່າໂນ້ຍ ກໍ່ມີເຖິງ 47 ອາຊີບ ຊື່ງລວມມີບັນດາໝວດອາຊີບຄື: ສີຄັດມັນ, ເຄື່ອງປັ້ນດິນເຜົາ, ຕີເງິນຕີຄຳ, ຖັກແຊວ, ຈັກສານ, ຕຳແຜ່ນແພ, ເຮັດເຈັ້ຍ, ແຕ້ມພາບພື້ນເມືອງ, ເຄື່ອງເຟີນີເຈີ, ຫີນ, ປູກດອກໄມ້, ຕົ້ນໄມ້ປະດັບ….ຮອງສາດສະດາຈານ, ປອ ໂດ້ທິຫາວ ຮອງປະທານສະມາຄົມສິລະປະພື້ນເມືອງຫວຽດນາມ ໃຫ້ຮູ້ວ່າ:

   ຮ່າໂນ້ຍ ມີໝູ່ບ້ານອາຊີບພື້ນເມືອງຫຼາຍກ່ວາໝູ່ໃນທົ່ວປະເທດ. ຮ່າໂນ້ຍ ກໍ່ມີນາຍຊ່າງທີ່ມີສີມືຍອດຍິ່ງຫຼາຍກ່ວາໝູ່ໃນທົ່ວປະເທດອີກດ້ວຍ ແລະ ກໍ່ແມ່ນບ່ອນທີ່ມີຄວາມສາມາດບົ່ມຊອ້ນກ່ຽວກັບອາຊີບຫັດຖະກຳຂອງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ.

    ບັນດາໝູ່ບ້ານອາຊີບຄື: ໝູ່ບ້ານອາຊີບຫຼໍ່ທອງແດງຫງຸ້ຊາ, ໝູ່ບ້ານອາຊີບຕີເງິນຕີຄຳດິ້ງກົງ, ໝູ່ບ້ານອາຊີບຈັກສານຟູວິງ, ໝູ່ບ້ານອາຊີບເຮັດແມງປໍດ້ວຍໄມ້ໄຜ່ແທກຊາ, ໝູ່ບ້ານອາຊີບເຮັດກຸບຈວງ, ໝູ່ບ້ານອາຊີບສີຄັດມັນຮ້າທາຍ, ໝູ່ບ້ານອາຊີບເຮັດວີຈ່າງເຊີນ, ໝູ່ບ້ານເຮັດຕຸກກະຕານ້ຳດ່າວທຸກ, ໝູ່ບ້ານອາຊີບປູກດອກໃມ້ໄຕຕິ້ວ, ໝູ່ບ້ານອາຊີບຖັກແຊ່ວ ກວັດດົ້ງ…..ໄດ້ມີຊື່ສຽງໃນທົ່ວປະເທດ. ໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອຢູ່ຮ່າໂນ້ຍ ໄດ້ມີປະຫວັດສາດມານັບແຕ່ດົນນານແລ້ວ ແລະ ເຂັ້ມຂຸ້ນໄປດ້ວຍລັກສະນະວັດທະນະທຳພື້ນເມືອງຫວຽດນາມ. ຜະລິດຕະພັນເຄື່ອງຫັດຖະກຳຂອງບັນດາໝູ່ບ້ານອາຊີບຮ່າໂນ້ຍ ມີຫຼາຍປະເພດ ແລະ ຫຼາຍຮູບຫຼາຍແບບ, ສວຍງາມ, ຄຸນນະພາບດີ ແລະ ມີຈຸດຢືນຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ພິເສດ, ຜະລິດຕະພັນຂອງໝູ່ບ້ານອາຊີບຕ່ຳແພໄໝວ້ານຟຸກ, ເຄື່ອງປັ້ນດິນເຜົາບາດຈ່າງ ຫຼືໝູ່ບ້ານອາຊີບເຮັດເຂົ້າເໝົ້າ ເມ້ຈີ່…. ໄດ້ຮັບຮູ້ວ່າແມ່ນເຄືອງໝາຍການຄ້າແຫ່ງຊາດ. ທ່ານ ດ່າມຕຽນທັງ ຮອງຫົວໜ້າພະແນກອຸດສາຫະກຳການຄ້າຮ່າໂນ້ຍ ໃຫ້ຮູ້ວ່າ:

  ປະຈຸບັນ, ມູນຄ່າການຜະລິດຢູ່ໝູ່ບ້ານອາຊີບຮ່າໂນ້ຍ ແມ່ນປະມານ 22 ພັນຕື້ດົ່ງ ເທົ່າກັບ 1 ຕື້ USD. ມູນຄ່າວົງເງິນສົ່ງອອກແມ່ນປະມານ 200 ລ້ານ USD. ຮ່າໂນ້ຍ ໄດ້ມີຄວາມເອົາໃຈໃສ່ທີ່ສຸດຕໍ່ນະໂຍບາຍພັດທະນາ ໝູ່ບ້ານອາຊີບ, ມີແຜນຮ່າງອະນຸລັກຮັກສາ ໝູ່ບ້ານອາຊີບ. ຊຸກຍູ້ການບຳລຸງສ້າງວິຊາຊີບ, ຖ່າຍຖອດອາຊີບ, ໜູນຊ່ວຍການຖ່າຍຖອດ, ປ່ຽນໃໝ່ເຕກໂນໂລຊີການຜະລິດ, ກຳຈັດສິ່ງແວດລ້ອມ….ສ້າງພື້ນຖານໂຄງລ່າງດ້ານເຕກນິກຂອງບັນດາ ໝູ່ບ້ານອາຊີບທີ່ເປັນມູນເຊື້ອໃຫ້ ກາຍເປັນຈຸດນັດພົບທີ່ມີຊື່ສຽງ ແລະ ເປັນຕາຢາກມາຢ້ຽມຊົມ.

ຮ່າ​ໂນ້ຍແຫ່ງ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ໝູ່​ບ້ານ​ອາ​ຊີບ​ຫວຽດ​ນາມ - ảnh 2

   ນະຄອນຮ່າໂນ້ຍ ໄດ້ເຊັນອະນຸມັດການວາງແຜນກຳນົດພັດທະນາໝູ່ບ້ານອາຊີບຮອດປີ 2020, ການກຳນົດທິດຮອດປີ 2030. ຕາມນັ້ນແລ້ວ ໄດ້ຊີ້ອອກບັນຊີລາຍຊື່ບັນດາໂຄງການບູລິມະສິດລົງທຶນ, ໃນນັ້ນມີ 17 ໂຄງການພັດທະນາໝູ່ບ້ານອາຊີບຕິດພັນກັບການທ່ອງທ່ຽວ, 17 ໝູ່ບ້ານອາຊີບມູນເຊື້ອຕ້ອງໄດ້ຮັບການອະນຸລັກຮັກສາຍາວນານ; 7 ໝູ່ບ້ານອາຊີບມູນເຊື້ອດີເດັ່ນຕ້ອງສຸມແຫຼ່ງກຳລັງເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ. ໃນການວາງແຜນກຳນົດພັດທະນາອາຊີບ,  ໝູ່ບ້ານອາຊີບນະຄອນຮ່າໂນ້ຍ ຮອດປີ 2030, ຮ່າໂນ້ຍ ຈະມີ ໝູ່ບ້ານອາຊີບ 1500 ແຫ່ງ, ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຜູ້ອອກແຮງງານຊົນນະບົດປະມານ 1 ລ້ານຄົນ.

  ສະຫະສະມາຄົມ ໝູ່ບ້ານອາຊີບຫວຽດນາມ ໄດ້ຄັດເລືອກເອົາຮ່າໂນ້ຍ ເປັນບ່ອນທົດ ລອງສ້າງໂຄງການ “ໝູ່ບ້ານອາຊີບຫວຽດນາມ ທີ່ຍອດຍິ່ງ” ຢູ່ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາບາດຈ່າງ, ເມືອງຢາເລິມ. ທ່ານນາງຮ່າທິວິນ ຮອງປະທານ ສະຫະສະມາຄົມ ໝູ່ບ້ານອາຊີບຫວຽດນາມ ໃຫ້ຮູ້ວ່າ:

   ສູນໄດ້ແນະນຳຜະລິດຕະພັນຂອງບັນດາໝູ່ບ້ານອາຊີບດີເດັ່ນກ່ວາໝູ່ຂອງຮ່າໂນ້ຍ ພວມໄດ້ກໍ່ສ້າງມາເປັນເວລາເກືອບ 1 ປີແລ້ວ ແລະ ຄາດວ່າທ້າຍປີ 2019 ຈະນຳເຂົ້າໃຊ້ການໄດ້. ພວກຂ້າພະເຈົ້າຈະແນະນຳຜະລິດຕະພັນຂອງບັນດານາຍຊ່າງທີ່ຕາງໜ້າໃຫ້ບັນດາໝູ່ບ້ານອາຊີບດີເດັ່ນຫວຽດນາມ.

   ບໍ່ພຽງແຕ່ມີທ່າແຮງດ້ານຜະລິດຕະພັນຫັດຖະກຳເທົ່ານັ້ນ, ບັນດາໝູ່ບ້ານອາຊີບຮ່າໂນ້ຍ ຍັງມີປະຫວັດສາດ, ວັດທະນະທຳທີ່ມີມາແຕ່ດົນນານອີກດ້ວຍ. ຢູ່ບັນດາໝູ່ບ້ານອາຊີບຮ່າໂນ້ຍ ຍັງໄດ້ເຕົ້າໂຮມບັນດາງານບຸນພິເສດສະເພາະ, ທິວທັດທຳມະຊາດທີ່ສວຍງາມ, ອັນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວ. ຮ່າໂນ້ຍ ແມ່ນບ່ອນເກັບຮັກສາ, ອະນຸລັກຮັກສາ ແລະ ແນະນຳ, ໂຄສະນາສິ່ງຍອດຍິ່ງສິລະປະຂອງບັນດາໝູ່ບ້ານອາຊີບຫວຽດນາມ ເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

 

 

ຕອບກັບ