ຊາວກະສິກອນແຂວງລາຍເຈົາ ສ້າງຄວາມຮັ່ງມີຍ້ອນການຜະລິດກະເສດສຸມ

Thanh Thuy – Vinh Phong
Chia sẻ
(VOVWORLD) -ພາຍຫຼັງໄລຍະ 3 ປີແຫ່ງການປະຕິບັດແຜນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ນະຄອນ ລາຍເຈົາ ໄດ້ສ້າງເຂດຜະລິດກະເສດສຸມ, ຜະລິດຕະພັນຜັກ, ດອກໄມ້, ໝາກໄມ້… ຫຼາຍເຂດ.
ຊາວກະສິກອນແຂວງລາຍເຈົາ ສ້າງຄວາມຮັ່ງມີຍ້ອນການຜະລິດກະເສດສຸມ - ảnh 1 (ລາຍເຈົາ ໄດ້ສ້າງເຂດຜະລິດກະເສດສຸມ, ຜະລິດຕະພັນຜັກ, ດອກໄມ້, ໝາກໄມ້… ຫຼາຍເຂດ)

ຈາກການນຳເຂົ້າຜະລິດຕະພັນກະເສດມາແຕ່ບັນດາແຂວງຄື: ລາວກາຍ, ເຊີນລາ, ຝູເທາະ, ມາຮອດປະຈຸບັນ, ບັນດາຜະລິດຕະພັນຄື: ຜັກ, ດອກໄມ້, ໝາກໄມ້ ໄດ້ສະໜອງໃຫ້ທັງນະຄອນຢ່າງພຽງພໍ, ພ້ອມທັງຊ່ວຍໃຫ້ຄອບຄົວຊາວກະສິກອນນັບພັນຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ.

        ຄອບຄົວອ້າຍ ຫງວຽນວັນກວ໊ຽດ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງ ຊານທ່າງ, ນະຄອນລາຍເຈົາ, ໃນຊຸມມື້ນີ້ໄດ້ເລີ່ມປູກເຂົ້າທີ່ມີຄຸນນະພາບສູງ, ພາຍຫຼັງເກັບກ່ຽວຜັກກະລ່ຳປີໃນລະດູໜາວຕໍ່ໃສ່ລະດູບານໃໝ່. ໃນຊຸມປີຜ່ານມາ, ເນື້ອທີ່ດິນກະສິກຳຂອງຕາແສງຍາມໃດກໍ່ໄດ້ຮັບການປູກຝັງຢ່າງຕໍ່ເນື່ອງ, ເມື່ອເກັບກ່ຽວເຂົ້າແລ້ວ, ພໍ່ແມ່ປະຊາຊົນກໍ່ໄດ້ປູກຜັກ ຫຼື ຫັນໄປປູກສະເພາະດອກໄມ້ເລີຍ. ອ້າຍ ກວ໊ຽດ ໃຫ້ຮູ້ວ່າ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແບ່ງປັນບົດຮຽນໃນວຽກງານປູກຝັງເພື່ອພ້ອມກັນປູກຜັກ, ດອກໄມ້. ມີຄອບຄົວທີ່ປູກດອກໄມ້ໄດ້ສ້າງລາຍຮັບ 500 ລ້ານດົ່ງ/ເຮັກຕາ/ປີ.

        “ນັບແຕ່ເມື່ອຄອບຄົວຂອງຂ້າພະເຈົ້າປູກຜັກຕາມການຂົນຂວາຍຂອງນະຄອນນັ້ນ, ຊີວິດການເປັນຢູ່ໄດ້ຮັບການປົວແປງຫຼາຍຢ່າງ. ຄອບຄົວຂອງຂ້າພະເຈົ້າມີເນື້ອທີ່ປູກຜັກກວ່າ 2.000 ຕາແມັດ, ໂດຍມີຄວາມສະດວກຈາກຄອງເໝືອງທີ່ມີນ້ຳຕະຫຼອດປີ, ພາຍຫຼັງລະດູການເກັບກ່ຽວໃນແຕ່ລະເທື່ອກໍ່ສາມາດສ້າງລາຍຮັບໄດ້ແຕ່ 20 ຫາ 30 ລ້ານດົ່ງ”.

        ນັບແຕ່ປີ 2011 ເປັນຕົ້ນມາ, ນະຄອນລາຍເຈົາ ໄດ້ຈັດສັນຜັງບັນດາເຂດກະເສດສຸມຜະລິດບັນດາຜະລິດຕະພັນກະເສດເປັນສິນຄ້າ ເພື່ອຊ່ວຍໃຫ້ຊາວກະສິກອນເປັນເຈົ້າການໃນການຜະລິດຕາມເຂດ, ຕາມແຕ່ລະຜະລິດຕະພັນກະເສດໃຫ້ເໝາະສົມ, ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການປູກຝັງ ເພື່ອຫຼີກລ້ຽງສະພາບປູກຝັງແບບກະແຈກກະຈາຍ, ການຜະລິດຈຳໜ່າຍດ້ວຍຕົນເອງ. ນະຄອນໄດ້ມີບັນດານະໂຍບາຍໜູນຊ່ວຍປະຊາຊົນ ແລະ ວິສາຫະກິດໃນການຫັນປ່ຽນໂຄງປະກອບການປູກຕົ້ນໄມ້, ສັດລ້ຽງຕາມທິດຜະລິດເປັນສິນຄ້າລວມສູນ. ພ້ອມທັງ, ເພີ່ມທະວີການຮ່ວມສຳພັນລະຫວ່າງລັດ, ນັກວິທະຍາສາດ, ວິສາຫະກິດ ແລະ ຊາວກະສິກອນ ໃນການຜະລິດ, ດຳເນີນທຸລະກິດ, ການປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ. ທ່ານ ບຸຍຫືວກາມ, ຫົວໜ້າຫ້ອງການເສດຖະກິດນະຄອນລາຍເຈົາ, ໃຫ້ຮູ້ວ່າ.

        “ເພື່ອສ້າງບັນດາເຂດກະເສດສຸມໃຫ້ໄດ້, ສິ່ງທີ່ນະຄອນເອົາໃຈໃສ່ທຳອິດແມ່ນການລົງທຶນດ້ານພື້ນຖານໂຄງລ່າງ, ເປັນຕົ້ນແມ່ນລົງທຶນກໍ່ສ້າງຄອງເໝືອງຊົນລະປະທານ ແລະ ທາງໄປມາຢູ່ເຂດທົ່ງນາ. ທົ່ວເຂດປູກຜັກມີເນື້ອທີພຽງ 25 ເຮັກຕາເທົ່ານັ້ນ, ແຕ່ທາງນະຄອນໄດ້ລົງທຶນກໍ່ສ້າງຄອງເໝືອງຍາວກວ່າ 3 ກ.ມ ສາມາດນຳນ້ຳໄປເຖິງບັນດາສວນປູກຜັກຂອງຊາວກະສິກອນໂດຍກົງ. ຜ່ານການລົງທຶນລະບົບຄອງເໝືອງ, ຊົນລະປະທານຄືແນວນັ້ນ ຈຶ່ງກຳນົດທິດໃຫ້ພໍ່ແມ່ປະຊາຊົນຜະລິດເປັນກະເສດສຸມໄດ້”.

        ປະຈຸບັນ, ນະຄອນລາຍເຈົາ ມີເນື້ອທີ່ປູກຜັກໄດ້ຕະຫຼອດປີ 25 ເຮັກຕາ. ເຂດປູກດອກໄມ້ກວ່າ 40 ເຮັກຕາ, ເຂດລ້ຽງປູກສິນໃນນ້ຳ 110 ເຮັກຕາ ແລະ ເຂດປູກຕົ້ນໄມ້ກິນໝາກປະເທດຕ່າງໆປະມານ 135 ເຮັກຕາ. ການກໍ່ສ້າງບັນດາເຂດຜະລິດກະເສດສຸມ, ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່ານຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຂົ້າໃນການຜະລິດ, ປຸງແຕ່ງບັນດາຜະລິດຕະພັນກະເສດໃຫ້ກາຍເປັນສິນຄ້າທີ່ມີມູນຄ່າ, ສ້າງລາຍຮັບສະເລ່ຍຕໍ່ຫົວຄົນແມ່ນ 40 ລ້ານດົ່ງ/ຄົນ/ປີ. ທ່ານ ເລືອງຈ໊ຽນກົງ, ປະທານຄະນະກຳມະການປະຊາຊົນນະຄອນລາຍເຈົາ, ແຂວງລາຍເຈົາ, ໃຫ້ຮູ້ວ່າ.

        “ນະຄອນໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ, ບັນດາຄອບຄົວມີເງື່ອນໄຂຢ່າງພຽງພໍ ເພື່ອລົງທຶນເຂົ້າຂົງເຂດຜະລິດກະສິກຳເປັນສິນຄ້າ. ມາຮອດປະຈຸບັນ, ພວກຂ້າພະເຈົ້າເຫັນວ່າ ການຜະລິດກະສິກຳໃນບໍລິເວນນະຄອນໄດ້ມີບາດກ້າວປ່ຽນແປງໃໝ່ໂດຍພື້ນຖານ. ສິ່ງສຳຄັນທີ່ສຸດແມ່ນ ການຜະລິດກະສິກຳເປັນສິນຄ້າໄດ້ມີການປ່ຽນແປງໂຄງປະກອບການຜະລິດເປັນສິນຄ້າ ຕາມທິດສຳພັດກັບຄວາມຕ້ອງການຂອງຕະຫຼາດ”.

        ເພື່ອຮັບປະກັນໃຫ້ຊາວກະສິກອນມີລາຍຮັບເປັນປົກກະຕິຈາກການຜະລິດກະສິກຳ, ນະຄອນລາຍເຈົາ ໄດ້ຕັ້ງໜ້າຂົນຂວາຍປະຊາຊົນສຸມໃສ່ພັດທະນາການຜະລິດ ຕາມທິດຍົກສູງປະສິດທິຜົນແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມປອດໄພດ້ານທັນຍາຫານ. ພ້ອມທັງ, ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດໃຫ້ເໝາະສົມກັບທ່າອ່ຽງຂອງແຕ່ລະເຂດ ເພື່ອເພີ່ມສະມັດຕະພາບ ແລະ ຮັບປະກັນສະຖຽນລະພາບຂອງແຫຼ່ງສິນຄ້າໃຫ້ແກ່ການສົ່ງອອກ.

ຕອບກັບ