ຄຸນຄ່າມໍລະດົກຢູ່ບ້ານບູຮານ ເຟື໊ອກຕິ໊ກ, ຢູ່ເຫ້ວ

Thu Hang
Chia sẻ
(VOVWORLD) -ໂດຍຕັ້ງຢູ່ຫ່າງຈາກໃຈກາງນະຄອນເຫ້ວ ໄປທາງທິດເໜືອ 35 ກມ, ບ້ານບູຮານ ເຟື໊ອກຕິ໊ກ ຕັ້ງຢູ່ແຄມແມ່ນ້ຳ ໂອເລົາ ທີ່ສະຫງົບງຽບ, ໃນບໍລິເວນແບ່ງແຂວງເທື່ອທຽນ - ເຫ້ວ ແລະ ແຂວງກວາງຈິ.
ຄຸນຄ່າມໍລະດົກຢູ່ບ້ານບູຮານ ເຟື໊ອກຕິ໊ກ, ຢູ່ເຫ້ວ - ảnh 1(ບ້ານບູຮານ ເຟື໊ອກຕິ໊ກ)

ບ້ານບູຮານ ເຟື໊ອກຕິ໊ກ ມີອາຍຸກວ່າ 500 ປີແລ້ວ ແລະ ໄດ້ຮັບຮອງວ່າເປັນບ້ານບູຮານລະດັບຊາດ, ບ້ານບູຮານ ເຟື໊ອກຕິ໊ກ ພວມຄ່ອຍໆກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຄົ້ນຫາ ແລະ ຢ້ຽມຊົມເປັນຈຳນວນຫຼວງຫຼາຍ.

        ບ້ານບູຮານ ເຟື໊ອກຕິ໊ກ, ປະຈຸບັນແມ່ນຂຶ້ນກັບຕາແສງ ຟອງຮ່ວາ, ເມືອງ ຟອງດ່ຽນ, ແຂວງ ເທື່ອທຽນ - ເຫ້ວ, ຕັ້ງຢູ່ເຂດຕິດຕໍ່ກັນລະຫວ່າງ 2 ແຂວງ ເທື່ອທຽນ - ເຫ້ວ ແລະ ກວາງຈິ. ຕາມປື້ມປະຫວັດສາດແລ້ວ, ເຟື໊ອກຕິ໊ກ ໄດ້ຮັບການສ້າງຕັ້ງເມື່ອປີ 1470 ພາຍໃຕ້ສະໄໝເຈົ້າຊີວິດ ເລແທັ໊ງຕົງ ແລະ ມີແມ່ນ້ຳ ໂອເລົາ ແຫ່ງເທບນິຍາຍໄຫຼອ້ອມຮອບ, ຍາມໃດນ້ຳກໍ່ມີສີຂຽວໃສ ໄດ້ເຮັດໃຫ້ແຫ່ງນີ້ເກືອບຄືວ່າແມ່ນເຂດເກາະ, ຢູ່ທົ່ວບ້ານມີທ່ານ້ຳ 12 ທ່າເຊິ່ງເປັນສັນຍາລັກໃຫ້ 12 ລາສີ.

        ກວ່າ 5 ສະຕະວັດທີ່ຍືນຍົງຄົງຕົວ, ຜ່ານສົງຄາມຫຼາຍຄັ້ງ ແລະ ທຳມະຊາດຖືກທຳລາຍ. ອາດເວົ້າໄດ້ວ່າ, ເຟື໊ອກຕິ໊ກ ຍັງຄົງຮັກສາຄວາມງາມແບບຫົກເຮື້ອຂອງໝູ່ບ້ານຫວຽດນາມ ໄວ້ໄດ້ເກືອບເໝືອນເດີມ, ດ້ວຍທິວທັດທຳມະຊາດທີ່ສວຍງາມ, ສະງົບງຽບ ແລະ ມີຕົ້ນໂພ, ທ່ານ້ຳ, ສາລາບ້ານ… ຜ່ານນັ້ນ, ບ້ານບູຮານ ເຟື໊ອກຕິ໊ກ ງາມດັ່ງພາບແຕ້ມບູຮານຂອງໝູ່ບ້ານຫວຽດນາມ.

        ມາຢ້ຽມຢາມ ບ້ານບູຮານ ເຟື໊ອກຕິ໊ກ, ນັກທ່ອງທ່ຽວຈະຕົກສະເງີ້ເມື່ອໄດ້ຮັບຊົມບັນດາເຮືອນຮ້ານບູຮານ ດ້ວຍສະຖາປັດຕະຍາກຳການອອກແບບທີ່ເປັນເອກະລັກສະເພາະ, ສະຫຼັບຊັບຊ້ອນຢູ່ຄຽງຂ້າງແມ່ນ້ຳໄສເຢັນ. ມາຢ້ຽມຢາມບ້ານ ເຟື໊ອກຕິ໊ກ, ນັກທ່ອງທ່ຽວໄດ້ມີໂອກາດຄົ້ນຫາ, ຊອກຮູ້ການດຳລົງຊີວິດທີ່ສະງົບງຽບຂອງເຂດບ້ານນາ, ມີຄວາມໃກ້ຊິດ, ສະໜິດສະໜົມ ແມ່ນການປະສົມປະສານຢ່າງກົມກຽວລະຫວ່າງດິນ, ຟ້າ ແລະ ມະນຸດ.

        ຢູ່ຫົວບ້ານ, ນັກທ່ອງທ່ຽວຈະໄດ້ຮັບຊົມຕົ້ນໄມ້ເກົ່າແກ່ມີອາຍຸປະມານ 700 – 800 ປີ ແລະ ຫໍບູຊາເທວະດາຟ້າແຖນ. ທ່ານ ຫງວຽນຮົ່ງທັ໊ງ, ຫົວໜ້າຄະນະຄຸ້ມຄອງເຂດສະຖາປັດຕະຍາກຳສິລະປະບ້ານບູຮານ ເຟື໊ອກຕິ໊ກ, ໃຫ້ຮູ້ວ່າ.

        “ຈຸດພິເສດຢູ່ບ້ານບູຮານ ເຟື໊ອກຕິ໊ກ ແມ່ນມີແມ່ນ້ຳໄຫຼອ້ອມຮອບ ກວມເອົາປະມານ 2/3 ບ້ານ, ສະນັ້ນເຂົາເຈົ້າໄດ້ປຸກສ້າງເຮືອນຫັນໜ້າອອກໄປຫາແມ່ນ້ຳ ຍ້ອນຢູ່ແຫ່ງນີ້ເຂົາເຈົ້າບໍ່ມີຄວາມສຳນຶກກ່ຽວກັບການປຸກສ້າງເຮືອນຕາມທິດໃຕ້ ຫຼື ທິດຕາເວັນອອກສ່ຽງໃຕ້.  ຍ້ອນຮີດຄອງປະເພນີຂອງປະຊາຊົນຢູ່ແຫ່ງນີ້ຄິດວ່າ, ບັນດາທິດທີ່ດີແມ່ນທິດນັ້ນຕ້ອງມີນ້ຳ. ປະຊາຊົນເຊື່ອໝັ້ນວ່າ ທິດທີ່ມີນ້ຳນັ້ນຈະສ້າງຄວາມວັດທະນາຖາວອນໃຫ້ເຈົ້າຂອງເຮືອນ”.

        ເມື່ອເຂົ້າໄປໃນບ້ານ, ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດນັ້ນແມ່ນບັນດາເຮືອນບູຮານມີອາຍຸນັບຮ້ອຍໆປີ, ບັນດາເຂດສວນກວ້າງໃຫຍ່ ດ້ວຍບັນດາຕົ້ນໄມ້ບູຮານຂຽວອຸ່ມທຸ່ມ, ຕົ້ນກະດັງງ່າມີອາຍຸກວ່າ 100 ປີ ປູກຢູ່ຕໍ່ໜ້າບ້ານແມ່ ຈ່າງ, ຮອດລະດູອອກດອກຈະສົ່ງກິ່ນຫອມຫວນ…  ສິ່ງທີ່ສ້າງຄວາມປະທັບໃຈແມ່ນເຮືອນ ເຣື່ອງ ຢູ່ ເຟື໊ອກຕິ໊ກ ບໍ່ໄດ້ມີຮົ້ວຂັ້ນດ້ວຍດິນຈີ່ ແລະ ມີປະຕູໂຂງ ຫາກພຽງແຕ່ຫ່າງຈາກກັບເຮືອນອື່ນໆດ້ວຍເຂດສວນທີ່ກວ້າງໃຫຍ່ ກັບບັນດາຮົ້ວຕົ້ນຊາຂຽວ ທີ່ຂຽວອຸ່ມທຸ່ມ ແລະ ໄດ້ຕັດສ້າງເປັນຮູບເປັນຮ່າງ, ຄົດໄປຕາມເສັ້ນທາງໃນບ້ານ, ຮ່ອມບ້ານ ແລະ ປະຕູທາງເຂົ້າເຮືອນ, ອັນໄດ້ສ້າງຄວາມດຶງດູດໃຈ.

        “ບ້ານບູຮານ ເຟື໊ອກຕິ໊ກ ມີອາຍຸກ່ວາ 500 ປີແລ້ວ. ຢູ່ທີ່ນີ້ມີອາຊີບຜະລິດເຄື່ອງປັ້ນດິນເຜົາ, ສະນັ້ນ ປະຊາຊົນຢູ່ແຫ່ງນີ້ໄດ້ສ້າງລາຍຮັບເພື່ອປຸກສ້າງເຂດເຮືອນ ເຣື່ອງ. ປະຈຸບັນ, ເຂດເຮືອນ ເຣື່ອງ ຂອງບ້ານ ເຟື໊ອກຕິ໊ກ ຍັງມີ 20 ຫຼັງ, ເຊິ່ງແມ່ນເຮືອນຢູ່ຂອງປະຊາຊົນ ແລະ ເຮືອນບູຊາວົງຕະກຸນ 10 ຫຼັງ. ສ່ວນຫຼາຍບັນດາເຮືອນດັ່ງກ່າວໄດ້ປຸກສ້າງດ້ວຍໄມ້ມີ້. ຈຸດພິເສດຢູ່ທີ່ນີ້ແມ່ນ ເຮືອນ ເຣື່ອງ ເຊິ່ງແມ່ນມູນເຊື້ອສະຖາປັດຕະຍາກຳພື້ນເມືອງຂອງເທື່ອທຽນ - ເຫ້ວ”.

        ໃນບັນດາເຮືອນ ເຣື່ອງ ບູຮານ ແມ່ນລະບົບສະຖາປັດຕະຍາກຳທີ່ລະອຽດອ່ອນ, ລະບົບຂື່ຄ້າວ, ຄານ, ປະຕູ, ປ້າຍຄວັດຕົວໜັງສືຈີນ, ປະໂຫຍກຄຳພະຫຍາ ຕະຫຼອດຮອດຕູ້, ໂຕະ, ຕັ່ງ, ແທ່ນບູຊາ… ລ້ວນແຕ່ໄດ້ແກະຄວັດສະຫຼັກຢ່າງລະອຽດລະອໍ, ຄືກັນກັບບັນດາສະຖາປັດຕະຍາກຳໄມ້ຢູ່ພະລາຊະວັງສະໄໝເຈົ້າຊີວິດ ຫງວຽນ, ໄດ້ກາຍເປັນຫໍພິພິດທະພັນຂອງແຕ່ລະຄອບຄົວ, ແຕ່ລະວົງຕະກຸນ. ເຮືອນ ເຣື່ອງ ທັງໝົດ ໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍາກຳ ຮວງຈຸ້ຍ, ຢູ່ຕໍ່ໜ້າເຮືອນຍາມໃດກໍ່ມີແຜນບັງລົມ, ຢູ່ທາງຕີນແມ່ນອ່າງເກັບນ້ຳ.

        ມີເຮືອນ ເຣື່ອງ ທີ່ມີຄຸນຄ່າແຕກຕ່າງທີ່ສຸດ ນັ້ນແມ່ນເຮືອນ ເຣື່ອງ ຂອງຄອບຄົວລຸ່ງ ໂຮ່ວັນເຕ໊. ຄອບຄົວຂອງລຸ່ງໄດ້ໃຊ້ພູຈຳລອງໃຫຍ່ ແລະ ອ່າງນ້ຳລ້ຽງປາ ຢູ່ໜ້າບ້ານ, ແທນໃຫ້ ແຜນບັງລົມທຳມະດາ. ເມື່ອຊົມທິວທັດທຳມະຊາດຂອງທັງເຮືອນ, ເຂົາເຈົ້າອາດວາດພາບໄດ້ຈິດໃຈ ແລະ ວິຖີຊີວິດຂອງເຈົ້າຂອງເຮືອນໄດ້ງ່າຍ.

        “ບັນດາເຮືອນ ເຣື່ອງ ຢູ່ທີ່ນີ້ໄດ້ຕັ້ງຢູ່ໃນບໍລິເວນກວ້າງໃຫຍ່, ມີຕົ້ນໄມ້ອ້ອມຮອບ. ເຂົາເຈົ້າມັກເອີ້ນກັນວ່າແມ່ນ ເທື້ອງຈົວແມ້ມີດ. ຈົວ ແມ່ນຄານເຮືອນ, ສ່ວນເສົາ ແລະ ເພດານເອີ້ນວ່າ ມີດ. ມີດນີ້ ໄດ້ເອົາມາຈາກປ່າ. ມີດມີຄຸນຄ່າສູງ ປວກມອດບໍ່ກັດ, ສະນັ້ນຈຶ່ງມີຄວາມທົນທານໝັ້ນໜຽວໄປຕາມການເວລາ”.

        ບ້ານບູຮານ ເຟື໊ອກຕິ໊ກ ແມ່ນບ້ານບູຮານແຫ່ງທີ 2 (ຖັດຈາກບ້ານບູຮານ ເດື່ອງເລິມ, ຮ່າໂນ້ຍ) ເຊິ່ງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຮັບຮອງວ່າ ແມ່ນເຂດປູຊະນີຍະສະຖານລະດັບຊາດເມືອປີ 2009. ກ່ຽວກັບການລົງທຶນພັດທະນາການທ່ອງທ່ຽວຢູ່ແຫ່ງນີ້, ອຳນາດການປົກຄອງທ້ອງຖິ່ນພວມບູລະນະປະຕິສັງຂອນ ແລະ ພັດທະນາ ຕິດພັນກັບການອະນຸລັກຮັກສາ, ປົກປັກຮັັກສາຊັບພະຍາກອນສິ່ງແວດລ້ອມ, ເພື່ອອະນຸລັກຮັກສາບັນດາຄຸນຄ່າທາງທຳມະຊາດ, ວັດທະນະທຳ ແລະ ສັງຄົມ.

ຕອບກັບ