ປັນແຊ່ວ - ອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ

Tran Tuan
Chia sẻ
(VOVWORLD) - ສຳລັບອາຫານການກິນຂອງ ຍາຈາງ ມີຫລາຍເຍື່ອງທີ່ຈັບອົກຈັບໃຈ ໃນນັ້ນ ແມ່ນປັນແຊ່ວ - ຊຶ່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ. 

ໃນຊຸມປີມໍ່ໆມານີ້ ຍາຈາງ ໄດ້ ແລະ ພວມກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ໂດຍນັກທ່ອງທ່ຽວຫລາຍຄົນທັງຢູ່ພາຍໃນ ແລະ ຕ່າງປະເທດມັກມາທ່ອງທ່ຽວ. ເມື່ອມາຢ້ຽມຢາມ ຍາຈາງ, ພວກເຮົາຈະຄິດໄດ້ໃນທັນທີເລີຍວ່າ ໄດ້ມາຢ້ຽມຢາມບັນດາຫາດຊາຍທະເລຂາວຍາວຢຽດ, ບັນດາເກາະດ້ວຍຄວາມງາມແບບຮົກເຮື້ອ, ທາດຈ່າມທີ່ເກົ່າແກ່ ພ້ອມດ້ວຍອາຫານການກິນທີ່ອຸດົມສົມບູນ. ສຳລັບອາຫານການກິນຂອງ ຍາຈາງ ມີຫລາຍເຍື່ອງທີ່ຈັບອົກຈັບໃຈ ໃນນັ້ນ ແມ່ນປັນແຊ່ວ - ຊຶ່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ. ໃນລາຍການ ອາຫານຫວຽດນາມ ມື້ນີ້ ພວກຂ້າພະເຈົ້າຂໍແນະນຳເຖິງບັນດາທ່ານຜູ້ຟັງເຍື່ອງອາຫານ “ປັນແຊ່ວ” ອາຫານແຖບຊົນນະບົດ ແລະ ມີລົດຊາດຂອງເຂດທະເລ ຜ່ານບົດຂຽນຂອງ ເຈິ່ນຕ໋ວນ ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ.

ປັນແຊ່ວ - ອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ - ảnh 1 ເອື້ອຍ ຫງວຽນທິແບ໋ ກຳລັງລັງເຮັດປັນແຊ່ວ

        ພາຍຫຼັງທີ່ໄປຢ້ຽມຢາມ ທາດພະແມ່ ໂປນາກາ, ເວລານັ້ນ ແມ່ນປະມານ 10 ໂມງເຊົ້າ, ມິງ ໄດ້ພາ ເຮືອງ ເຊິ່ງແມ່ນເພື່ອນຮ່ວມຫ້ອງໃນສະໄໝຮຽນຢູ່ມະຫາວິທະຍາໄລ ທີ່ມາຈາກ ຮ່າໂນ້ຍ ໄປກິນ ປັນແຊ່ວ - ຊຶ່ງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ ບໍ່ວ່າແຂກທ່ອງທ່ຽວທ່ານໃດ ເມື່ອມາຢ້ຽມຢາມນະຄອນທະເລແຫ່ງນີ້ ກໍ່ຈະບໍ່ພາດໂອກາດດັ່ງກ່າວ.  

ຈາກທາດພະແມ່ ໂປນາກາ ພຽງແຕ່ຂ້າມທາງໄປ ບໍ່ພໍເທົ່າໃດກ້າວ ກໍ່ແມ່ນຄຸ້ມຖະໜົນຍາວປະມານ 200 ມ, ແຕ່ມີຮ້ານອາຫານໃຫຍ່, ນ້ອຍກ່ວາ 20 ຮ້ານຄື: ປັນແຊ່ວ, ປັນກັນ…ເພື່ອຮັບໃຊ້ນັກທ່ອງທ່ຽວຢຸດພັກຜ່ອນເອົາແຮງ ພາຍຫລັງຢ້ຽມຊົມທາດພະແມ່ ໂປນາກາ. ປ້າຍໂຄສະນາທີ່ມີຂອບຂະໜາດໃຫຍ່, ທາສີແດງດ້ວຍແຖວຕົວໜັງສື “ປັນແຊ່ວ - ທາດພະແມ່” ໄດ້ແຂວນຢູ່ເທິງໜ້າປະຕູເຮືອນສອງຊັ້ນທີ່ທາສີເຫລືອງ ຊຶ່ງໄດ້ຮັບການກໍ່ສ້າງແຕ່ຊຸມປີ 90 ໃນສະຕະວັດທີ 20. ຍ້ອນມີປ້າຍໂຄສະນານັ້ນ, ຮ້ານຈຶ່ງດຶງດູດໄດ້ຄວາມສົນໃຈຂອງແຂກທີ່ຜ່ານໄປມາໃນຄຸ້ມຖະໜົນນີ້ໄດ້ຫຼາຍຄົນ. ອອກມາຮັບຕ້ອນ ມິງ ກັບ ເຮືອງ - ເອື້ອຍ ຫງວຽນທິແບ໋ ຊຶ່ງແມ່ນເຈົ້າຂອງຮ້ານ ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ຍາມໃດກໍ່ເຮັດໃຫ້ແຂກມີຄວາມຮູ້ສຶກໄດ້ວ່າ ເອື້ອຍມີຄວາມຮັກແພງ ແລະ ສະໜິດສະໜົມ. ມິງ ກັບ ເຮືອງ ຟ້າວໄປຊອກຫາໂຕະນັ່ງ ແລະ ຍາດເວລາລົມກັນໃນຂະນະທີ່ເອື້ອຍແບ໋ ກຳລັງເຮັດປັນແຊ່ວ.

        ໃນເວລານີ້ວາງຢູ່ຕໍ່ໜ້າ ມິງ ແລະ ເຮືອງ ແມ່ນຈານປັນແຊ່ວທີ່ມີກິ່ນຫອມ ຮ້ອນໆ ພວມລະເຫີຍອາຍອອກໄປທົ່ວຫ້ອງ

        “ຂ້າພະເຈົ້າໄດ້ກິນປັນແຊ່ວຢູ່ ຮ່າໂນ້ຍ ມາຫລາຍແລ້ວ ກໍ່ຄືຢູ່ນະຄອນ ໂຮ່ຈີມິນ, ແຕ່ນີ້ ເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ກິນປັນແຊ່ວຢູ່ ຍາຈາງ. ຈຸດພິເສດສະເພາະທຳອິດຂອງປັນແຊ່ວຢູ່ທີ່ນີ້ ເບິ່ງຄືນ້ອຍ, ແຕ່ງາມຕາ ແລະ ບໍ່ພັບເຂົ້າຄືກັນກັບເຂົ້າໜົມໝາກແປບ. ປັນແຊວລວມມີ: ແປ້ງເຂົ້າຈ້າວ, ປາເມິກ, ກຸ້ງ, ຖົ່ວງອກ. ເມື່ອກິນເຂົ້າໄປ ຈະຮູ້ສຶກໄດ້ລົດຊາດກອບໆຂອງແປ້ງ, ມັນໆຫອມໆ, ລົດຊາດທີ່ເຂັ້ມຂຸ້ນ, ແຊບຂອງເຄື່ອງທະເລ, ມັນແຕ່ບໍ່ເບື່ອ ພິເສດປັນແຊ່ວ ຍາຈາງ ໃສ່ນ້ຳມັນໜ້ອຍກ່ວາຢູ່ແຫ່ງອື່ນໆ 

        “ເມື່ອກິນປັນແຊ່ວນີ້, ຂ້າພະເຈົ້າຮູ້ສຶກໄດ້ລົດຊາດຫອມທີ່ເປັນເອກະລັກສະເພາະຂອງປາເມິກ, ກຸ້ງສົດປະສົມກົມກຽວເຂົ້າກັບລົດຊາດຂອງແປ້ງ, ເພີ່ມຄວາມເພັດໆຫວານໆຂອງນ້ຳແຈ່ວອີກເລີກນ້ອຍ. ທັງໝົດໄດ້ປະສົມເຂົ້າກັນ ສ້າງເປັນລົດຊາດພິເສດທີ່ສຸດ ເຖິງວ່າມັນແມ່ນເຍືອງອາຫານທີ່ງ່າຍດາຍກໍ່ຕາມ. ແຕ່ລະຄົນມີຄວາມນິຍົມທີ່ແຕກຕ່າງກັນ ສຳລັບຂ້າພະເຈົ້າແລ້ວ ປັນແຊ່ວ ກິນແຊບທີ່ສຸດແມ່ນໃນຍາມຝົນຕົກ.

        ເນື້ອທີ່ຮ້ານກ້ວາງປະມານ 50 ຕາແມັດ, ທາງໜ້າປະຕູເຂົ້າອອກແມ່ນໂຕະເຫຼັກໜ່ວຍໜຶ່ງ, ຢູ່ເທິງໜ້າໂຕະໄດ້ວາງເຕົາຖ່ານໃສ່ 2 ເຕົາ, ແຕ່ລະເຕົາຖ່ານນັ້ນມີ 6 ປາກເຕົາ,  ຢູ່ອ້ອມຂ້າງແມ່ນວັດຖຸດິບ ແລະ ອຸປະກອນທີ່ຮັບໃຊ້ໃຫ້ແກ່ການປຸງແຕ່ງ ລ້ວນແຕ່ໄດ້ແຍກອອກ ແລະ ມ້ຽນໄວ້ຕ່າງຫາກ ຢ່າງເປັນລະບຽບ. ເອື້ອຍແບ໋ ຄີບເອົາກອບທີ່ເຮັດດ້ວຍດິນເຜົາ ໃຫຍ່ຊ່ຳຝ່າມື 6 ອັນໃສ່ 6 ປາກເຕົາ, ເອົານ້ຳມັນໃສ່ໃຫ້ທົ່ວໜ້າກອບ, ເມື່ອນ້ຳມັນຮ້ອນແລ້ວ ກໍ່ເອົາກຸ້ງ, ປາເມິກໃສ່, ຕໍ່ຈາກນັ້ນ ແມ່ນຄົນແປ້ງທີ່ປະສົມໄວ້ແລ້ວ ໃຫ້ສະໝ່ຳສະເໝີ ແລ້ວຕັກເອົາ 1 ບ່ວງຫຼາດໃສ່ໃຫ້ທົ່ວໜ້າກອບເປັນແຜ່ນບາງໆ.  

ປັນແຊ່ວ - ອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ - ảnh 2 ແຕ່ລະເຕົາຖ່ານນັ້ນມີ 6 ປາກເຕົາ

        “ແປ້ງປັນແຊ່ວ ຍາຈາງ ແມ່ນເຮັດດ້ວຍເຂົ້າຈ້າວ, ເຂົ້າຈ້າວຕ້ອງເລືອກເອົາເຂົ້າຊະນິດທີ່ແຊບ, ເມັດຂາວງາມ ໂມ້ໃຫ້ເປັນແປ້ງ, ຫລັງຈາກນັ້ນເອົາໄປປົນໃສ່ກັບນ້ຳເຢັນ, ຄົນໃຫ້ສະໝ່ຳສະເໝີ ເພື່ອໃຫ້ແປ້ງໄດ້ຂຸ້ນ ແລະ ບໍ່ເປັນກ້ອນ ຫລັງຈາກນັ້ນ ເອົານ້ຳກະທີໝາກພ້າວ, ເກືອໃສ່ຕື່ມເລັກນ້ອຍ ຄວນປະສົມໃຫ້ພໍດີ.

        ປັນແຊ່ວ ບໍ່ຮູ້ວ່າມີມາແຕ່ຍາມໃດ ແຕ່ວ່າ ແຕ່ດົນນານມາແລ້ວ ປັນແຊ່ວ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງມະນຸດ ແລະ ກາຍເປັນເຍື່ອງອາຫານປະຈຳວັນຂອງຊາວບ້ານແຫ່ງນີ້. ວັດຖຸດິບຕົ້ນຕໍແມ່ນກຸ້ງ, ປາເມິກ ດັ່ງນັ້ນ ຂັ້ນຕອນການຄັດເລືອກ, ການປຸງແຕ່ງກໍ່ແມ່ນຂັ້ນຕອນສຳຄັນທີ່ສຸດ:

        “ກຸ້ງສົດ, ພາຍຫລັງຊື້ມາແຕ່ຕະຫລາດແກະເປືອກ, ຕັດຫົວຕັດຫາງອອກ. ປາເມິກ ເລືອກເອົາປາເມິດໄຂ່, ເອົາກະດູກສັນຫລັງອອກ ລ້າງໃຫ້ສະອາດ, ແລ້ວປະໃຫ້ສະເດັດນ້ຳ. ຫລັງຈາກນັ້ນ ເອົາໄປລວກໃສ່ນ້ຳຟົດໃຫ້ສຸກພໍດີ. ຖ້າຢາກກິນຊີ້ນໝູນຳ ກໍ່ສາມາດເອົາຊີ້ນໝູຝັກໃສ່ປົນກັນຕື່ມອີກ ”

        ພາຍຫລັງລາດແປ້ງໃສ່ທົ່ວໜ້າກອບແລ້ວ, ເອື້ອຍແບ໋ ຢຸບເອົາຖົ່ວງອກໃສ່ຕື່ມອີກເລັກນ້ອຍ ແລະ ອັດຝາໄວ້ປະມານ 3 – 4 ນາທີ, ເມື່ອປັນແຊ່ວສຸກເຫຼືອງກອບ ຈຶ່ງຄີບປັນແຊວອອກໃສ່ຈານ. ເຖິງຢ່າງໃດກໍ່ຕາມ ບໍ່ແມ່ນວ່າຮ້ານຂາຍປັນແຊ່ວໃດກໍ່ຈະແຊບຄືກັນມົດ ແລະ ມີລົດຊາດພິເສດສະເພາະ. ຕາມເອື້ອຍແບ໋ແລ້ວ ເຖິງວ່າເຄັດລັບງ່າຍດາຍກໍ່ຕາມ ແຕ່ມັນພັດແມ່ນປັດໃຈຕັດສິນ, ນັ້ມແມ່ນນ້ຳແຈ່ວ:

        “ເພື່ອປຸງແຕ່ງນ້ຳແຈ່ວແຊບໆ ຖືກລົດຊາດປັນແຊ່ວ, ນັ້ນກໍ່ຄວນເລືອກເອົານ້ຳປາທີ່ມີລະດັບຄວາມເຄັມສູງ, ມີກິ່ນຫອມ. ໝາກເຜັດແດງພໍດີ ເອົາແກ່ນອອກ ແລະ ບົດໃສ່ກັບຫົວຜັກທຽມໃຫ້ແຫລກ. ເມື່ອປຸງແຕ່ງນ້ຳແຈ່ວ ຕ້ອງໃຊ້ນ້ຳຕົ້ມຟົດປະໄວ້ໃຫ້ເຢັນ, ເອົານ້ຳຕານ, ເກືອໃສ່ຕື່ມ, ຊີມເບິ່ງໃຫ້ພໍດີກັບລົດຊາດຂອງຕົນມັກ.

ປັນແຊ່ວ - ອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ - ảnh 3ປັນແຊ່ວສຸກ 

        ເມືີ່ອປັນແຊ່ວສຸກ ຈະມີສີເຫລືອງອ່ອນ, ມີກິ່ນຫອມ, ກິນກັບຜັກຫອມ, ຜັກກາດສົດຈ້ຳນ້ຳແຈ່ວສົ້ມຫວານຈຶ່ງແຊບ. ປັນແຊ່ວມີລົດຊາດມັນໆ, ແຜ່ນທາງນອກໜົມກອບໆ, ໄສ້ກຸ້ງ, ປາເມິກນົວຫອມທີ່ປະສົມກົມກຽວເຂົ້າກັບຜັກຫອມ ແລະ ນ້ຳແຈ່ວ ເຮັດໃຫ້ເຍື່ອງອາຫານນີ້ ມີຄວາມເປັນເອກະລັກສະເພາະຕື່ມອີກ, ນຳມາໃຫ້ລົດຊາດທີ່ຕິດໃຈ ແລະ ພິເສດ ພຽງແຕ່ມີຢູ່ ຍາຈາງ ເທົ່ານັ້ນ.

        ຖ້າພວກເພື່ອນບໍ່ມີໂອກາດໄປຮັບປະທານເຍື່ອງອາຫານປັນແຊ່ວຢູ່ ຍາຈາງ ກໍ່ສາມາດປະຕິບັດຕາມສູດດັ່ງລຸ່ມນີ້:

1.  ກະກຽມວັດຖຸດິບ

-      ແປ້ງເຂົ້າຈ້າວ: 200 g

-      ນ້ຳ: 250 ml

-      ກຸ້ງສົດ: 200 g

-      ປາເມິກໄຂ່ : 200 g

-      ຜັກບົ່ວໃບ, ນ້ຳມັນພືດ, ຖົ່ວງອກ, ຜັກຫອມ, ເຄື່ອງປຸງຕ່າງໆ…

-      ກອບປັນແຊ່ວ (ສາມາດໃຊ້ໝໍ້ຂາງ)

2.  ຂັ້ນຕອນໃນການເຮັດ:

-              ຂັ້ນຕອນທີ 1 : ປຸງແຕ່ງວັດຖຸດິບ - ປາເມິກ, ກຸ້ງລ້າງໃຫ້ສະອາດ, ແກະເປືອກ, ຕັດຫົວຕັດຫາງອອກ. ຫລັງຈາກນັ້ນ ເອົາໄປລວກໃສ່ນ້ຳຟົດ. ຜັກບົ່ວໃບລ້າງໃຫ້ສະອາດ, ຊອຍໃຫ້ແລບ. ຖົ່ວງອກ, ຜັກຫອມລ້າງໃຫ້ສະອາດ, ປະໄວ້ໃຫ້ສະເດັດນ້ຳ.

-              ຂັ້ນຕອນທີ 2 : ປຸງແຕ່ງແປ້ງປັນແຊ່ວ - ແປ້ງເຂົ້າຈ້າວເອົາໄປຄົນໃສ່ກັບນ້ຳໃຫ້ສະໝ່ຳສະເໝີ ຂັນພໍດີບໍ່ເປັນ ກ້ອນ ແລະ ໃສ່ ນ້ຳກະທີໝາກພ້າວ, ເກືອເລັກນ້ອຍຕື່ມອີກ. ສຸດທ້າຍແມ່ນເອົາຜັກບົ່ວໃບທີ່ຊອຍແລບໃສ່ ແລະ ຄົນໃຫ້ທົ່ວ.

-              ຂັ້ນຕອນທີ 3 : ປຸງແຕ່ງແຈ່ວ - ແມ່ນປຸງຕາມອັດຕາສ່ວນດັ່ງລຸ່ມນີ້: ນ້ຳຕົ້ມຟົດປະໄວ້ໃຫ້ເຢັນ 2 ບ່ວງຈອງ, ນ້ຳຕານ 1 ບ່ວງຈອງ,  ນ້ຳປາ 1 ບ່ວງຈອງ, ນ້ຳໝາກນາວ ½ ບ່ວງຄົນໃຫ້ສະໝ່ຳສະເໝີ, ເອົາຫົວຜັກທຽມ ແລະ ໝາກເຜັດທີ່ຊອຍນ້ອຍໃສ່ອີກ.

-              ຂັ້ນຕອນທີ 4 : ຈືນປັນແຊ່ວ - ທຳອິດແມ່ນເອົານ້ຳມັນພືດໃສ່ໃຫ້ທົ່ວໜ້າກອບ (ຖ້າຫາກບໍ່ມີກອບ ສາມາດໃຊ້ໝໍ້ຂາງກໍ່ໄດ້), ເມື່ອນ້ຳມັນຮ້ອນ ເອົາກຸ້ງ, ປາເມິກໃສ່, ຈາກນັ້ນ ຕັກເອົາແປ້ງທີ່ປະສົມໃສ່ 1 ບ່ວງຫຼາດໃຫ້ທົ່ວໜ້າກອບ, ສຸດທ້າຍເອົາຖົ່ວງອກໃສ່ ແລະ ອັດຝາໄວ້. ເມື່ອປັນແຊ່ວສຸກ ພັບເຂົ້າ ແລະ ຄີບອອກໃສ່ຈານເປັນອັນວ່າ ສຳເລັດ.

ຂໍອວຍພອນໃຫ້ພວກເພື່ອນປະຕິບັດສຳເລັດ ແລະ ກິນໃຫ້ແຊບດ້ວຍວິທີເຮັດປັນແຊ່ວ ຍາຈາງ - ເຍືອງອາຫານທີ່ເປັນເອກະລັກສະເພາະຂອງເຂດພາກນີ້.

ຕອບກັບ