ປັນຕໍແຕ - ອາຫານພິເສດຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ

Tran Tuan
Chia sẻ
(VOVWORLD) -ວັນບຸນດວານເງາະວັນທີ 5 ເດືອນ 5 ໄລ່ຕາມຈັນທະປະຕິທິນກໍແມ່ນວັນບຸນຢູ່ບາງປະເທດອາຊີຕາເວັນອອກ, ໃນນັ້ນມີຫວຽດນາມ

ຢູ່ຫວຽດນາມ, ວັນບຸນດວານເງາະແມ່ນວັນປຸກລະດົມການຂ້າສັດຕູພືດ. ວັດຖຸເຄື່ອງຂອງທີ່ກະກຽມໃຫ້ແກ່ ວັນບຸນດວານເງາະລວມມີ : ເຂົ້າໜຽວເຫຼົ້າ, ປັນຈໍ, ໝາກລີ້ນຈີ, ໝາກໝັ້ນ…ສະເພາະຢູ່ບາງທ້ອງຖິ່ນເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດຊາດນັ້ນ, ປັນຕໍແຕ ກໍແມ່ນເຍື່ອງອາຫານທີ່ແຊບນົວທີ່ຂາດບໍ່ໄດ້ໃນວັນບຸນດວານເງາະ. 

ປັນຕໍແຕ - ອາຫານພິເສດຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ  - ảnh 1 ປັນຕໍແຕຢູ່ແຂວງອຽນບ້າຍ

    ຈາກນະຄອນອຽນບ້າຍ, ແຂວງອຽນບ້າຍໄປລຽບຕາມແມ່ນ້ຳແດງປະມານ 20 ກມ, ແລ້ວລ້ຽວເຂົ້າທາງດິນທີ່ມີແຖວຕົ້ນໄມ້ໄຜ່ຂຽວອຸ່ມທຸ່ມ ປະມານ 20 ແມັດ, ກໍຈະຮອດເຮືອນຂອງ ເອື້ອຍງາ. ຂະນະນີີ້ແມ່ນເວລາ 7 ໂມງເຊົ້າຂອງລະດຸຮ້ອນ, ເອື້ອຍງາພວມເຊິເຂົ້າໜຽວຊຶ່ງໄດ້ໝ່າໄວ້ແຕ່ຄ່ຳມື້ວານນີ້. ອ້າຍເຕີມ ຜູ້ເປັນຜົວຂອງເອື້ອຍງາພວມລ້າງໃບສີນ້ຳຕານຢູ່ເດີນໜ້າບ້ານເພື່ອກະກຽມເຮັດປັນຕໍແຕເພື່ອຖະຫວາຍບູຊາບັນພະບຸລຸດເນື່ອງໃນໂອກາດວັນບຸນດວານເງາະ. ກໍຍ້ອນເຫດນີ້ເອງ, ພໍ່ແມ່ພີນ້ອງຢູ່ແຫ່ງນີ້ເຄີຍນຳໃຊ້ໃບສີນ້ຳຕານເປັນວັດຖຸດິບເພື່ອຫໍ່ປັນຕໍແຕ. ທັງເຊິເຂົ້າໜຽວ, ເອື້ອຍງາທັງແບ່ງປັນກ່ຽວກັບວິທີເລືອກເອົາໃບສີນ້ຳຕານວ່າ : 

   “ ສຳລັບໃບສີນ້ຳຕານ ແມ່ນຕ້ອງເລືອກເອົາໃບໃຫຍ່, ບໍ່ຖືກຂາດ. ເມື່ອເອົາມາຈາກໂນນພູ ແມ່ນຕ້ອງລ້າງໃຫ້ສະອາດ, ແລ້ວປະໃຫ້ແຫ້ງເພື່ອຫໍ່ປັນຕໍແຕເລີຍ. ຕ້ອງເລືອກເອົາໃບສົດໆ, ຈຶ່ງຈະມີປັນຕໍແຕມີສີຂຽວເມື່ອຕົ້ນຮຽບຮ້ອຍ. ຖ້າຫາກບໍ່ມີໃບສີນ້ຳຕານ, ກໍອາດຈະໃຊ້ໃບຕອງກ້ວຍເພື່ອຫໍ່ປັນຕໍແຕກໍໄດ້”

     ປັນຕໍແຕຕ້ອງໃຊ້ວັດຖຸດິບຕົ້ນຕໍຄື : ເຂົ້າໜຽວ ແລະ ໝາກຖົ່ວດຳປະສົມເຂົ້າກັນ, ແລ້ວນຳໄປຫໍ່ດ້ວຍໃບສີນ້ຳຕານ. ດັ່ງນັ້ນ ຂອດເລືອກເອົາເຂົ້າສານໜຽວ ແລະ ໝາກຖົ່ວດຳແມ່ນສຳຄັນທີ່ສຸດ. ເອື້ອຍງາແບ່ງປັນວ່າ : 

    “ ເພື່ອເຮັດປັນຕໍແຕທີ່ແຊບນົວ ແລະ ເປັນໜ້າຊົມເພື່ອຖະຫວາຍບູຊາບັນພະບຸລຸດໃນວັນບຸນດວານເງາະນັ້ນ, ກ່ອນອື່ນໝົດ, ແມ່ນຕ້ອງເລືອກເອົາເຂົ້າສານໜຽວຊະນິດດີ, ຂາວ ແລະ ເມັດໃຫຍ່. ດີທີ່ສຸດແມ່ນເຂົ້າສານໜຽວຢູ່ແຂວງດ້ຽນບຽນ. ນີ້ແມ່ນຂອດທີ່ສຳຄັນທີ່ສຸດ, ຕັດສິນຄຸນນະພາບຂອງປັນຕໍແຕ. ຫຼັງຈາກນັ້ນ, ຕ້ອງໝ່າຢ່າງໜ້ອຍແຕ່ 4-5 ຊົ່ວໂມງຫຼືຄືນໜຶ່ງ, ແລ້ວເຊິເຂົ້າໃຫ້ສະອາດ.  ”

    ສຳລັບໝາກຖົ່ວດຳ ແມ່ນຕ້ອງເລືອກເອົາຖົ່ວດຳໃໝ່, ແນວແຊບ, ຢູ່ໃນຂຽວ ແລະ ສະໝ່ຳສະເໝີ. ໝາກຖົ່ວດຳ ພາຍຫຼັງເຊິໃຫ້ສະອາດແລ້ວ, ປະຖິ້ມໝາກຟູຂຶ້ນໜ້ານ້ຳ, ແລ້ວນຳໄປໝ່າປະມານ 3-4 ຊົ່ວໂມງຈຶ່ງຕົ້ມ. ໝາກຖົ່ວດຳພາຍຫຼັງປະໃຫ້ແຫ້ງແລ້ວ, ກໍປະສົມກັບເຂົ້າໜຽວດ້ວຍສູດ: ເຂົ້າໜຽວ 1 ກິໂລກຣາມປະສົມກັບໝາກຖົ່ວດຳ 0,2 ກິໂລກຣາມ. 

     ພາຍຫຼັງທີ່ໄດ້ປະສົມເຂົ້າໜຽວກັບໝາກຖົ່ວດຳຕາມສູດດັ່ງກ່າວແລ້ວ, ເອື້ອຍງາກໍເອົາເກືອໃສ່ເລັກນ້ອຍເພື່ອເຮັດໃຫ້ລົດຊາດຂອງປັນຕໍແຕເພີ່ມຄວາມເຂັ້ມຂົ້ນ. ສຳລັບຂັ້ນຕອນຫໍ່ປັນຕໍແຕ ກໍບໍ່ງ່າຍດາຍແຕ່ຢ່າງໃດ, ຕ້ອງມີສີມືອັນຄ່ອງແຄ້ວ ແລະ ມີຄວາມປານີດອີກ. ປັນຕໍແຕເມື່ອຫໍ່ສຳເລັດແລ້ວ, ກໍນຳໄປຕົ້ນດ້ວຍໝໍ້ປະມານ 3 ຊົ່ວໂມງ. ເອື້ອຍງາໃຫ້ຮູ້ວ່າ : 

    “ ເມື່ອຕົ້ນປະມານ 3 ຊົ່ວໂມງແລ້ວ, ກໍຕັກຂຶ້ນ. ສຳຄັນແມ່ນຕ້ອງຮັບປະກັນ 3 ປັດໄຈຄື: ໃບຫໍ່ປັນຕໍແຕຕ້ອງແມ່ນສີຂຽວ, ປັນຕໍແຕອ່ອນ ແຕ່ຍັງຄົງຮັກສາຮູບຮ່າງຂອງມັນ, ມີສີໄສຂອງເຂົ້າໜຽວ, ສີອິກຂອງຖົ່ວດຳ, ມີລົດນົວ ແລະ ມີລົດຫອມຂອງໃບສີນ້ຳຕານ ”

     ຄວາມປະທັບໃຈທຳອິດເມື່ອບໍ່ວ່າຜູ້ໃດທີ່ໄດ້ເຫັນປັນຕໍແຕ ມີຮູບກົ້ນຫອຍ, ນ້ອຍໆງາມໆ. ເຖິງວ່າເຮັດງ່າຍ ແລະ ເປັນອາຫານຂອງທ້ອງຖິ່ນກໍຕາມ, ແຕ່ປັນຕໍແຕ່ພັດມີຮູບພາບຂອງເຂດບ້ານນາແຫ່ງຄວາມອົບອຸ່ນຂອງບ້ານເກີດເມືອງນອນຫວຽດນາມ.

         ທ່ານຜູ້ຟັງທີ່ເຄົາລົບ! ຖ້າຫາກພວກເພື່ອນຢາກເຮັດປັນຕໍແຕ, ພວກເພື່ອນຕ້ອງກະກຽມວັດຖຸດິບດັ່ງນີ້:

-       ເຂົ້າໜຽວ : 1 ກິໂລກຣາມ

-       ຖົ່ວດຳ : 0,2 ກິໂລກຣາມ

-       ໃບສີນ້ຳຕານຫຼືໃບຕອງກ້ວຍ

-       ເກືອເລກໜ້ອຍ.

ບັນດາຂັ້ນຕອນເຮັດປັນຕໍແຕ:

1.   ກ່ອນອື່ນ ຕ້ອງເຊິເຂົ້າສານໜຽວ ແລະ ໝາກຖົ່ວດຳໃຫ້ສະອາດພາຍຫຼັງທີ່ໄດ້ໝ່າປະມານ ຄືນໜຶ່ງ.

2.   ປະສົມໝາກຖົ່ວດຳກັບເຂົ້າສານໜຽວດ້ວຍສູດ: ເຂົ້າໜຽວ 1 ກິໂລກຣາມປະສົມກັບໝາກຖົ່ວດຳ 0,2 ກິໂລກຣາມ

3.    ເອົາໃບສີນ້ຳຕານຫຼືໃບຕອງກ້ວຍຫໍ່ເປັນຮູບກົ້ນຫອຍ, ຫຼັງຈາກນັ້ນເອົາເຂົ້າໜຽວ ແລະ ໝາກຖົ່ວດຳທີ່ປະສົມຢ່າງສະໝ່ຳສະເໝີແລ້ວໃສ່, ແລ້ວກໍເອົາເຊືອກມັດໃຫ້ແໜ້ນ

ສຸດທ້າຍກໍນຳໄປຕົ້ນດ້ວຍໝໍ້ປະມານ 3 ຊົ່ວໂມງຈຶ່ງສຳເລັດ. ຫວັງວ່າພວກເພື່ອນຈະເຮັດກິນແຊບ.

ຕອບກັບ