ກາເຟໄຂ່

Tran Tuan
Chia sẻ
(VOVWORLD) -ຫວ່າງແລ້ວນີ້ຢູ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ ແລະ ເກົາຫຼີ ທີ່ຈັດຂຶ້ນຢູ່ຮ່າໂນ້ຍ, ຫວຽດນາມນັ້ນປະເພດເຄື່ອງດຶ່ມ ທີ່ມີຊື່ວ່າ ກາເຟໄຂ່ ໄດ້ຖືກຄັດເລືອກເຂົ້າໃນລາຍການອາຫານ ເພື່ອແນະນຳໃຫ້ເພື່ອນມິດສາກົນ ໃນຕະຫຼອດຊຸມວັນທີ່ດຳເນີນກອງປະຊຸມ
ກາເຟໄຂ່ - ảnh 1ຮ້ານກາເຟຢ໋າງ 

ຢູ່ຄຸ້ມຖະໜົນ ຫງວຽນຫືວຮວນ ເຊິ່ງແມ່ນບ່ອນທີ່ມີຮ້ານກາເຟຕັ້ງຢູ່ຫຼາຍທີ່ສຸດ ແລະ ໃນຊ່ວງເວລານີ້ ຢູ່ຕາມຮ້ານຂາຍກາເຟແມ່ນມີແຂກຫຼາຍທີ່ສຸດ. ບໍ່ມີຫຍັງຈະມີຄວາມສຸກເທົ່າກັບການໄດ້ນັ່ງຈິບກາເຟຮ້ອນໆ ໃນທ່າມກາງບັນຍາກາດຂອງ “ຮ່າໂນ້ຍໃນເມື່ອກ່ອນ”.

        ຮ້ານຂາຍກາເຟໄຂ່ ຕັ້ງຢູ່ເລິກໃນຮ່ອມນ້ອຍ ຂອງຄຸ້ມຖະໜົນ ຫງວຽນຫືວຮວນ, ຍ່າງຈາກໜອງເຕົ່າໄປປະມານ 5 ນາທີກໍ່ຮອດ. ຕອນຄ່ຳເມື່ອຍ່າງໄປຜ່ານລະບຽງນ້ອຍ ແລະ ເຂົ້າເລິກໄປໃນຮ່ອມນັ້ນ ກໍ່ຈະເຫັນຮ້ານເປີດດ້ວຍບັນດາໂຕະຕັ່ງແບບບູຮານ, ມີຮູບຄອບຄົວໃຫຍ່ຂອງເຈົ້າຂອງຮ້ານເປັນສີຂາວດຳ ກໍ່ຄືຮູບທິວທັດຂອງຮ່າໂນ້ຍໃນເມື່ອກ່ອນ ຕິດຢູ່ເຕັມຝາ - ໄດ້ສ້າງເປັນທິວທັດອັນເກົ່າແກ່ແບບນີ້ມາໄດ້ຫຼາຍປີແລ້ວ.

        ຢູ່ຊັ້ນສອງຂອງຮ້ານ, ມີຄອບຄົວ  Binos ທີ່ມາຈາກອາຟະລິກາໃຕ້ ພວມພ້ອມກັນນັ່ງດຶ່ມກາເຟໄຂ່ພິເສດນີ້ຢູ່.

        (ເມຍ) “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຮ້ານນີ້. ກາເຟໄຂ່ແຊບຫຼາຍ ແລະ ມີລົດຊາດແຕກຕ່າງ, ນີ້ແມ່ນກາເຟທີ່ມີຊື່ສຽງຂອງຮ່າໂນ້ຍ. ຢູ່ອາຟະລິກາໃຕ້ ບໍ່ມີກາເຟປະເພດນີ້,  ມີແຕ່ກາເຟທີ່ຂາຍທົ່ວໄປຄືກັບບ່ອນອື່ນໆໃນໂລກ ເປັນຕົ້ນແມ່ນກາເຟດຳ, ກາປູຈີໂນ, ລາເຕ້ໃສ່ນົມ ແຕ່ບໍ່ໃສ່ນ້ຳຕານ ແລະ ມີໄຂ່ຄືຮ້ານນີ້.”

        (ລູກ) “ຢູ່ເຮືອນ ຫຼານກໍ່ດຶ່ມກາເຟຢູ່ແລ້ວ ແຕ່ຫຼານມັກກາເຟໄຂ່ນີ້ຫຼາຍກວ່າ ເພາະມັນມີລົດຊາດຫວານ.”

        ກາເຟໄຂ່ ! ມັນມີຫຍັງຕິດອົກຕິດໃຈ  ຜູ້ໃດໄດ້ຊີມແລ້ວ ກໍ່ລ້ວນແຕ່ໄດ້ກັບມາຮ້ານນີ້ອີກ ? ມີແຕ່ເອົາກາເຟກັບໄຂ່ມາຕີໃສ່ກັນເທົ່ານັ້ນ. ລຸງ ດ້າວ, ລູກກົກ ຂອງພໍ່ຕູ້ ຢ໋າງ ເຊິ່ງແມ່ນຜູ້ປຸງແຕ່ງເຄື່ອງດຶ່ມປະເພດນີ້ຂຶ້ນມາ ຈະມາແກ້ຂໍ້ຂ້ອງໃຈດັ່ງກ່າວ.

        “ນັບແຕ່ປີ 1946, ກ່ອນໜ້ານັ້ນ, ພໍ່ຂອງຂ້າພະເຈົ້າເຮັດວຽກຢູ່ໂຮງແຮມ ເມໂຕຼໂປນ ແລະ ກໍ່ມີຄົນຝະລັ່ງ ກັບຄົນປະເທດອື່ນອີກຫຼາຍຄົນ. ທຳອິດເຂົາເຈົ້າກໍ່ແນະນຳໃຫ້ ແລະ ຫຼັງຈາກນັ້ນ ພໍ່ຂອງຂ້າພະເຈົ້າກໍ່ຄົ້ນຄວ້າເອງ ແລະ ໄດ້ປຸງແຕ່ງອາຫານຫຼາຍຢ່າງອອກມາ ບໍ່ສະເພາະແຕ່ກາເຟເທົ່ານັ້ນ. ສາຍເຫດທີ່ເກີດມີກາເຟໄຂ່ ນັ້ນແມ່ນ ໃນສະໄໝເກື້ອກູນ ກາເຟນົມກໍ່ຕ້ອງມີນົມໃສ່, ພໍ່ ເພິ່ນກໍ່ຄິດມາຕະຫຼອດວ່າ ຖ້າບໍ່ມີນົມຈະຕ້ອງເຮັດແນວໃດ ເພາະວ່າສະໄໝເກື້ອກູນເຮັດແນວໃດຊິໃຫ້ມີນົມ, ຫຼັງຈາກນັ້ນເພິ່ນກໍ່ຄິດອອກວ່າ ເອົາໄຂ່ໃສ່ແທນນົມ, ປະຈຸບັນມັນແມ່ນເຄື່ອງດຶ່ມທີ່ມີລົດຊາດດີ ແລະ ແຊບອີກດ້ວຍ.”

        ເຖິງຢ່າງໃດກໍ່ຕາມ, ຮ່າໂນ້ຍກໍ່ມີຮ້ານຂາຍກາເຟໄຂ່ຢູ່ຫຼາຍຮ້ານ, ແຕ່ວ່າ ບໍ່ແມ່ນຮ້ານໃດກໍ່ແຊບ ແລະ ມີລົດຊາດຄືກັນກັບ ກາເຟໄຂ່ຢູ່ຮ້ານພໍ່ຕູ້ ຢ໋າງ. ຕາມລຸງ ດ້າວ ແລ້ວ, ເຄັດລັບແມ່ນງ່າຍດາຍທີ່ສຸດ ນັ້ນແມ່ນມີຄວາມຮັກຕໍ່ອາຊີບ ແລະ ມີຄວາມປາຖະໜາຢາກເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈ.

        “ຂຶ້ນຊື່ວ່າກາເຟໄຂ່ນັ້ນ ໄຂ່ທີ່ເອົາມາໃສ່ຕ້ອງແມ່ນໄຂ່ໄກ່ ທີ່ມີລົດຊາດແຊບຊ້ອຍ. ກາເຟແຕ່ລະຈອກຕ້ອງໃສ່ໄຂ່ສອງໜ່ວຍ. ກາເຟຕ້ອງຂົ້ວເປັນສາມປະເພດ ນັ້ນແມ່ນກາເຟໝີດ, ກາເຟໂວ໊ຍ ແລະ ກາເຟແຈ່. ການປຸງແຕ່ງກາເຟສາມຢ່າງນັ້ນຕ້ອງປະຕິບັດຕາມອັດຕາສ່ວນໃດໜຶ່ງ ຈຶ່ງໄດ້ລົດຊາດທີ່ແຊບຊ້ອຍ. ເຮືອນຂອງຂ້າພະເຈົ້າ ກໍ່ຊື້ກາເຟມາແຕ່ ບວນມາທວັດ ເພາະວ່າມັນໃຫ້ນ້ຳຫຼາຍ ແລະ ເມັດກໍ່ໃຫຍ່, ແຕ່ວ່າກາເຟ ແທັງຮວ໊າ ພັດມີລົດຊາດເຂັ້ມຂຸ້ນດີ ສະນັ້ນເອົາກາເຟສອງຢ່າງນີ້ມາປະສົມໃສ່ກັນ ແມ່ນຈະມີລົດຊາດດີ ແລະ ແຊບກວ່າ.”

           ພວກເພື່ອນກໍ່ໄດ້ຍິນສຽງທີ່ເປີດໄປຫວ່າງກີ້ນີ້ບໍ່ ? ນັ້ນແມ່ນສຽງກົບນ້ຳກ້ອນ, ສຽງເຄື່ອງຈັກຕີໄຂ່ ແລະ ກິ່ນຫອມຫວນຂອງກາເຟຢູ່ເຂດປຸງແຕ່ງ ເຮັດໃຫ້ຂ້າພະເຈົ້າມີຄວາມກະຕືລືລົ້ນທີ່ສຸດ. ເຂດປຸງແຕ່ງກາເຟ ມີເນື້ອທີ່ພຽງແຕ່ 10 ຕາແມັດເທົ່ານັ້ນ, ແຕ່ວ່າບັນດາວັດຖຸດິບ ແລະ ເຄື່ອງມືທັງໝົດ ທີ່ຮັບໃຊ້ໃຫ້ແກ່ການປຸງແຕ່ງນັ້ນ ລ້ວນແຕ່ຖືກແຍກອອກ ແລະ ເກັບມ້ຽນໄວ້ຕ່າງຫາກຢ່າງເປັນລະບົບລະບຽບ. ອ້າຍເຢືອງຫ໋າຍນາມ, ພາລະກອນ ປຸງແຕ່ງກາເຟ ໃຫ້ຮູ້ວ່າ:

        “ເພື່ອປຸງແຕ່ງໄດ້ກາເຟຮ້ອນຈອກໜຶ່ງນັ້ນ ກ່ອນອື່ນໝົດຕ້ອງແຍກເອົາໄຂ່ແດງອອກກ່ອນ ແລະ ຫຼັງຈາກນັ້ນຈຶ່ງເອົາມາຕີໃຫ້ເປັນຟອງຂຶ້ນ. ແລ້ວກໍ່ເອົາໄຂ່ທີ່ຕີນັ້ນມາຖອກໃສ່ຈອກຕາມອັດຕາ 2/3 ແລະ ອີກ 1 ສ່ວນແມ່ນກາເຟ ເຮັດແນວໃດເພື່ອໃຫ້ມີຄວາມຮ້ອນທີ່ພໍດີ ແຕ່ກໍ່ຮັກສາໄດ້ລະດັບຄວາມເຂັ້ມຂຸ້ນ ແລະ ຄວາມລະອຽດຂອງໄຂ່ ແລ້ວກໍ່ເອົາມາວາງໃສ່ຖ້ວຍນ້ຳຮ້ອນນີ້.”

        ປັດຈຸບັນ, ກາເຟຢ໋າງ ຍັງປຸງແຕ່ງລົດຊາດກາເຟໃໝ່ອອກມາຫຼາຍຢ່າງ ເຊັ່ນວ່າ ກາເຟກາກາວໄຂ່, ໝາກຖົ່ວຂຽວໄຂ່, ຊາຂຽວໄຂ່, ເປືອກແຄະໄຂ່,…ແຕ່ມີສິ່ງໜຶ່ງທີ່ບໍ່ປ່ຽນແປງ ນັ້ນແມ່ນລົດຊາດດັ້ງເດີມ ກາເຟໄຂ່ ຂອງພໍ່ຕູ້ ຢ໋າງ. ຖ້າພວກເພື່ອນມີໂອກາດມາຢ້ຽມຢາມຮ່າໂນ້ຍ  ຢ່າລືມໄປແວ່ຊີມກາເຟໄຂ່ ຂອງພໍ່ຕູ້ ຢ໋າງ ແດ່ເດີ ຈອກໜຶ່ງ 30.000 ພັນດົ່ງ, ຮ້ານຕັ້ງຢູ່ເຮືອນເລກທີ່ 39 ຖະໜົນ ຫງວຽນຫືວຮວນ.

        ຖ້າພວກເພື່ອນຢາກເຮັດກາເຟໄຂ່ກິນຢູ່ເຮືອນ ພວກເພື່ອນຕ້ອງເຮັດຕາມສູດດັ່ງລຸ່ມນີ້:

·      ວັດຖຸດິບທີ່ຄວນກະກຽມ

·      ກາເຟຜົງ        3 ບ່ວງ;

·      ໄຂ່ໄກ່ລາດ     1 ໜ່ວຍ;

·      ນ້ຳນົມຂຸ້ນ, ນ້ຳຕານ  2 ບ່ວງ;

·      ນ້ຳເຜີ້ງສົດ.

·      ວິທີປຸງແຕ່ງ

ຂັ້ນຕອນ 1: ແຍກເອົາໄຂ່ແດງ ແລະ ໄຂ່ຂາວໃສ່ຈອກໃຜມັນ.

ຂັ້ນຕອນ  2: ເອົານ້ຳເຜີ້ງຢອດໃສ່ຈອກທີ່ມີໄຂ່ແດງ ສອງຫາສາມຢອດ. ຫຼັງຈາກນັ້ນໃຊ້ແນວຕີໄຂ່ ຕີໃຫ້ແຕກ ເປັນຟອງໂພງຂຶ້ນ, ຈົນຮອດເວລາໃດ ມີກິ່ນຫອມອອກມາຄ້າຍຄືກິ່ນຫອມຂອງເຂົ້າໜົມແມ່ນໄດ້.

ຂັ້ນຕອນ 3: ສ່ວນຈອກທີ່ໃສ່ໄຂ່ຂາວນັ້ນ, ເພື່ອນເອົາເກືອໃສ່ໜ້ອຍໜຶ່ງ ແລະ ນ້ຳເຜີ້ງສອງສາມຢອດ ແລ້ວຕີໃຫ້ເຂົ້າກັນຈົນໄຂ່ຂາວລະອຽດຄືຍອງຟ້າຍ, ມີກິ່ນຫອມອອກມາແລ້ວກໍ່ພໍ.

ຂັ້ນຕອນ 4: ເອົາກາເຟດຳຮ້ອນທີ່ປຸງໄວ້ແລ້ວນັ້ນ ມາຖອກໃສ່ຈອກທີ່ກຽມໄວ້ດ້ວຍນົມຂຸ້ນສອງບ່ວງ. ອາດຈະເອົານ້ຳຕານໃສ່ອີກກໍ່ໄດ້ ຕາມໃຈມັກ. ຖອກຈອກໄຂ່ແດງທີ່ຕີໄວ້ແລ້ວນັ້ນໃສ່ຈອກກາເຟ, ຫຼັງຈາກນັ້ ເອົາຈອກໄຂ່ຂາວທີ່ຕີເປັນຟອນັ້ນຖອກໃສ່ທາງເທິງ. ເປັນອັນວ່າສຳເລັດ. ກາເຟໄຂ່ຕ້ອງກິນຍາມຮ້ອນໆຈຶ່ງແຊບ, ຫວັງວ່າພວກເພື່ອນຈະເຮັດກິນແຊບ.

ຕອບກັບ