ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋ ຊຸມວັນເດືອນພຶດສະພາປະຫວັດສາດ

Vu Loi
Chia sẻ
(VOVWORLD) - ຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ໋ ແມ່ນໜຶ່ງໃນບັນດາກິດຈະກຳທີ່ມີຂອບຂະໜາດໃຫຍ່ ແລະ ທັນສະໄໝທີ່ສຸດຂອງແຂວງ ດ້ຽນບຽນ. ຫໍພິພິທະພັນແຫ່ງນີ້ ພວມວາງສະແດງວັດຖຸພັນ, ຮູບຖ່າຍກ່ວາ 1.000 ຢ່າງໄດ້ພັນລະນາຢ່າງລະອຽດເຖິງການຜັນແປຂອງບັ້ນຮົບ ດ້ຽນບຽນຝູ໋ ໃນ 56 ວັນ ແລະ ຄືນເຈາະພູ, ນອນຢູ່ຂຸມຄອງຮອດມື້ບຸກໂຈມຕີສຸດທ້າຍໃສ່ຖານທີ່ໝັ້ນ ດ້ຽນບຽນຝູ໋. 

ໃນຊຸມວັນສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູ໋ (07/05/1954), ແຂກທ່ອງທ່ຽວຫລາຍຄົນໄດ້ມາຢ້ຽມຢາມ ດ້ຽນບຽນ ເພື່ອຫວນຄືນເວລານາທີທີ່ສະຫງ່າອົງອາດຂອງປະເທດຊາດ ຫວຽດນາມ, ເພື່ອຮູ້ສຶກໄດ້ຄຸນຄ່າຂອງຈຸດເວລາສັນຕິພາບ. ບົດຂຽນຂອງ ຫວູເລີ້ຍ, ນັກຂ່າວ VOV.

ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋ ຊຸມວັນເດືອນພຶດສະພາປະຫວັດສາດ - ảnh 1 ຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ໋

ຜ່ານໄລຍະທາງເກືອບ 700 ກິໂລແມັດ ແຕ່ນະຄອນ ວິງ, ແຂວງ ເງະອານ ໄປຢ້ຽມຢາມສະໜາມຮົບເກົ່າຢູ່ແຂວງ ດ້ຽນບຽນ, ຫໍພິພິທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ໋ ແມ່ນສະຖານທີ່ແຫ່ງທຳອິດຊຶ່ງນັກຮົບເກົ່າ ເຢືອງຮົ່ງຕື່ ເລືອກເອົາເປັນບ່ອນໄປຢ້ຽມຢາມ. ເຖິງວ່າຫາກໍ່ມາຢ້ຽມຊົມຫໍພິພິທະພັນເປັນຄັ້ງທຳອິດກໍ່ຕາມ ແຕ່ຜ່ານບັນດາຮູບຖ່າຍເອກະສານ, ວັດຖຸພັນຢູ່ທີ່ນີ້ ໄດ້ຊ່ວຍໃຫ້ລາວວາດພາບໄດ້ສະໜາມຮົບ ດ້ຽນບຽນຝູ໋ ທີ່ດຸເດືອດໃນເມື່ອກ່ອນ. ວັດຖຸພັນເອກະສານແຕ່ລະຢ່າງລ້ວນແຕ່ໄດ້ອະທິບາຍຢ່າງຈະແຈ້ງ. ນັກຮົບເກົ່າ ເຢືອງຮົ່ງຕື່ ແບ່ງປັນວ່າ:

ເມື່ອເຂົ້າຢ້ຽມຊົມໃນຫໍພິພິທະພັນ, ຂ້າພະເຈົ້າຍິ່ງມີຄວາມຕື້ນຕັນໃຈ ເມື່ອເຫັນການເສຍສະຫຼະຊີວິດອັນໃຫຍ່ຫລວງຂອງເພື່ອນຮ່ວມກົມກອງ, ຂອງບັນດາອາວ, ລຸງ. ກໍ່ຍ້ອນການເສຍສະຫຼະຊີວິດນັ້ນ ປະເທດຊາດຈຶ່ງມີວັນນີ້. ຂ້າພະເຈົ້າມີຄວາມຮູ້ສຶກເສຍດາຍຕໍ່ຜູ້ທີ່ມາ ດ້ຽນບຽນ ແຕ່ບໍ່ມີໂອກາດໄປຢ້ຽມຊົມຫໍພິພິທະພັນ ຍ້ອນວ່າ ເມື່ອໄດ້ເຫັນການເສຍສະຫຼະຊີວິດຂອງບັນດາພໍ່ລຸງ, ແມ່ປ້ານ້າອາ, ລຸ້ນຕ່າງໆນັ້ນ ຈຶ່ງເຫັນໄດ້ຄວາມຜາສຸກໃນທຸກວັນນີ້ແມ່ນເໝາະສົມທີ່ສຸດ.

ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋ ຊຸມວັນເດືອນພຶດສະພາປະຫວັດສາດ - ảnh 2

ຂະບວນຄົນທີ່ມາຢ້ຽມຊົມຫໍພິພິທະພັນໃນຈຸດເວລາເດືອນ ພຶດສະພາ ປະຫວັດສາດນີ້ແມ່ນມາຈາກທຸກແຖບຖິ່ນໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ເມື່ອມາຮອດຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋, ໃຜໆກໍ່ມິດງຽບເພື່ອຫວນຄືນຈຸດເວລາປະຫວັດສາດສຳຄັນຍິ່ງຂອງຊາດ. ຈາກນັ້ນ ຄວາມຮູ້ບຸນຄຸນໄດ້ຝັງເລິກໃນດວງໃຈຂອງໄວໜຸ່ມແຕ່ລະລຸ້ນ ຈະມານະພະຍາຍາມເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດອັນສະຫງ່າອົງອາດ ກາຍເປັນກຳລັງໜູນເພື່ອນຳແຂວງ ດ້ຽນບຽນ ເວົ້າສະເພາະ, ເຂດທາງທິດຕາເວັນຕົກສ່ຽງເໜືອເວົ້າລວມພັດທະນາກ່ວາອີກ. ເອື້ອຍຄູ ຟ້າມທິທຸ໊ຍເມີ, ຫົວໜ້າໂຮງຮຽນອະນຸບານ SOS ດ້ຽນບຽນຝູ໋, ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:

ມື້ນີ້ ພວກຂ້າພະເຈົ້າໄດ້ຈັດຕັ້ງໃຫ້ພວກຫຼານຫ້ອງອະນຸບານໃຫຍ່ໄດ້ຢ້ຽມຊົມຫໍພິພິທະພັນໄຊຊະນະດ້ຽນບຽນຝູ໋ ໃນຊຸມວັນເດືອນ ພຶດສະພາ ປະຫວັດສາດນີ້ ປາດຖະໜາເພື່ອໃຫ້ພວກຫຼານເຫັນໄດ້ມູນເຊື້ອອັນພິລາອາດຫານຂອງລຸ້ນພໍ່ລຸ້ນອ້າຍ. ຈາກນັ້ນ ສຶກສາອົບຮົມໃຫ້ພວກຫຼານມີນ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ ກໍ່ຄືຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ. ນີ້ກໍແມ່ນໂອກາດເພື່ອໃຫ້ພວກຫຼານໄດ້ໄປຢ້ຽມຊົມ, ແລກປ່ຽນນຳກັນກ່ຽວກັບຮູບພາບກໍ່ຄືບັນດາວັດຖຸພັນຢູ່ຫໍພິພິທະພັນ.

ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋ ຊຸມວັນເດືອນພຶດສະພາປະຫວັດສາດ - ảnh 3

ປັດຈຸບັນຫໍພິພິທະພັນຫົວເລື່ອງສະເພາະໄຊຊະນະ ດ້ຽນບຽນຝູ໋ ແມ່ນບ່ອນດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ, ຊອກຮູ້ເປັນຈຳນວນຫລວງຫລາຍ. ສະນັ້ນ, ວຽກງານໂຄສະນາ ຍາມໃດກໍ່ຖືກບັນດາຜູ້ບັນຍາຍຂອງຫໍພິພິທະພັນສຸມໃສ່ປະຕິບັດຢ່າງເປັນມືອາຊີບ, ມີຄວາມຮັບຜິດຊອບທີ່ສຸດ, ເອື້ອຍ ຫງວຽນລິງຮົ່ງ, ຜູ້ບັນຍາຍຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋ ແບ່ງປັນວ່າ:

ເພື່ອເພີ່ມທະວີໃຫ້ແກ່ວຽກງານກະກຽມ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ໋, ຖັນແຖວນັກບັນລະຍາຍພວກຂ້າພະເຈົ້າ ຍາມໃດກໍ່ຍົກສູງຈິດໃຈຄວາມຮັບຜິດຊອບ ເຮັດແນວໃດ ເພື່ອແນະນຳກ່ຽວກັບໄຊຊະນະ ດ້ຽນບຽນຝູ໋ ທີ່ມີຊື່ສຽງ ແລະ ດັງກ້ອງກັງວານໄປທົ່ວ 5 ທະວີບໃນທົ່ວໂລກ. ເຮັດແນວໃດ ເພື່ອໃຫ້ທຸກຄົນເຂົ້າໃຈໄດ້ຂອບຂະໜາດຂອງໄຊຊະນະໂດຍຜ່ານບັນດາຮູບພາບ, ວັດຖຸພັນ ແລະ ເລື່ອງລາວຂອງນັກບັນລະຍາຍເລົ່າສູ່ຟັງ, ຜ່ານນັ້ນ ວາດພາບເຖິງຄວາມດຸເດືອດຂອງບັ້ນຮົບໄດ້ຫລາຍກ່ວາ, ຫຼໍ່ຫຼອມນ້ຳໃຈຮັກຊາດ ແລະ ມີຄວາມຮັບຮູ້ກ່ຽວກັບໄຊຊະນະດ້ຽນບຽນຝູ໋ ໄດ້ຫລາຍກ່ວາ.

ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋ ຊຸມວັນເດືອນພຶດສະພາປະຫວັດສາດ - ảnh 4 ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ໋ ຊຸມວັນເດືອນພຶດສະພາປະຫວັດສາດ

ເພື່ອຊ່ວຍໃຫ້ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບຄວາມໝາຍໄຊຊະນະ ດ້ຽນບຽນຝູ໋ ຕື່ມອີກນັ້ນ, ທາງຫໍພິພິທະພັນ ດ້ຽນບຽນຝູ໋ ພວມສຸມໃສ່ປ່ຽນແປງໃໝ່ການແນະນຳຂໍ້ມູນຂ່າວສານກ່ຽວກັບໄຊຂະນະ ດ້ຽນບຽນຝູ໋ ໃຫ້ແກ່ປະຊາຊົນ, ແຂກທ່ອງທ່ຽວດ້ວຍການເພີ່ມເຕີມວັດຖຸວາງສະແດງຕື່ມອີກ, ກໍ່ຄືປ່ຽນແປງໃໝ່ວິທີການແນະນຳຂອງບັນດານັກບັນລະຍາຍ. ຫໍພິພິທະພັນກໍ່ເພີ່ມທະວີການຕິດຕັ້ງໂທລະທັດ, ສາຍຮູບເງົາເອກະສານຕື່ມອີກ, ເພື່ອຊ່ວຍໃຫ້ແຂກທ່ອງທ່ຽວສາມາດຄົ້ນຫາຂໍ້ມູນກ່ຽວກັບບັ້ນຮົບດ້ວຍຕົວເອງ; ພ້ອມກັນນັ້ນ ກໍ່ຍູ້ແຮງການໂຄສະນາໃນບັນດາພາຫະນະຊື່ມວນຊົນ, ສື່ສັງຄົມອອນລາຍ. ໄປຄຽງຄູ່ກັນນັ້ນ ກໍ່ສຸມໃສ່ທາງດ້ານຊັບພະຍາກອນມະນຸດ, ປະດັບປະດາ, ສ້າງທິວທັດໃຫ້ມີຄວາມຂຽວສົດງົດງາມ, ສະອາດ ມຸ່ງໄປເຖິງການຮັບໃຊ້ແຂກທ່ອງທ່ຽວດ້ວຍວິທີດີທີ່ສຸດ. ທ່ານ ຫວູນາມຫ໋າຍ, ຫົວໜ້າຫໍພິພິທະພັນໄຊຊະນປະຫວັດສາດ ດ້ຽນບຽນຝູ໋ ໃຫ້ຮູ້ວ່າ:

ຫໍພິພິທະພັນກໍ່ໄດ້ຍົກລະດັບເອກະສານ, ວັດຖຸພັນຈຳນວນໜຶ່ງ ແລະ ດັດປັບ ປູຊະນີຍະສະຖານບາງແຫ່ງຕື່ມອີກ, ຈຳນວນແຂກທ່ອງທ່ຽວທີ່ມາເຂົ້າຊົມນັບມື້ນັບຫລາຍຂຶ້ນ. ເພື່ອກະກຽມໃຫ້ແກ່ເຫດການສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ໋, ພວກຂ້າພະເຈົ້າ ຈະຍົກລະດັບ, ປັບປຸງຄືນບ່ອນວາງສະແດງຈຳນວນໜຶ່ງໃນນັ້ນ ມີພາກສ່ວນແນະນຳກ່ຽວກັບໄຊຊະນະປະຫວັດສາດ ດ້ຽນບຽນຝູ໋ ດ້ວຍຮູບພາບ ປາໂນລາມາ ແລະ ຫ້ອງສາຍຮູບເງົາ, ເອກະສານສາລະຄະດີ 3 ມິຕິ ເພື່ອໃຫ້ແຂກທ່ອງທ່ຽວທີ່ມາຢ້ຽມຊົມມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບປູຊະນີຍະສະຖານສະໜາມຮົບ ດ້ຽນບຽນຝູ໋.

ມາຢ້ຽມຊົມຫໍພິພິທະພັນ, ຜູ້ຄົນທັງຫຼາຍກໍ່ມີຄວາມຮູ້ສຶກເຄົາລົບບັນດາຄຸນຄ່າປະຫວັດສາດອັນລ້ຳຄ່າ, ຄວາມພິລະອາດຫານຂອງຊາດດ້ວຍຕົນເອງ ເພື່ອສ້າງສາປະເທດຊາດໃຫ້ມີສັນຕິພາບ, ມີການພັດທະນາໃນຍຸກສະໄໝໃໝ່, ສົມກັບການເສຍສະຫຼະເລືອດເນື້ອຂອງລຸ້ນພໍ່ລຸ້ນອ້າຍ.

ຕອບກັບ