ລາຍການ​ສະ​ແດງ​ດົນຕີ​ສາກົນ Around the world ພາ​​ຜູ້​ຊົມ​ໄປ​ທ່ຽວອ້ອມ​ໂລກ​ຜ່ານສຽງດົນຕີ​

Bui Hang
Chia sẻ
(VOVWORLD) -  ລາຍການສະແດງດົນຕີສາກົນ ພາຜູ້ຊົມໄປທ່ຽວອ້ອມໂລກ Around the world ແມ່ນຫົວຂໍ້ຂອງບັນດາລາຍການສະແດງສິລະປະ ທີ່ຈັດຂຶ້ນໃນຕອນຄໍ່າວັນທີ 26 – 27 ມີນາ ຜ່ານມາ ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນ, ນັກເສບດົນຕີທີ່ມີຊື່ສຽງຂອງຫວຽດນາມ ແລະ ສາກົນ. ລາຍການດັ່ງກ່າວ ເໝືອນດັ່ງຜະລິດຕະພັນແຜ່ນໃຫຍ່ທີ່ໄດ້ມາຈາກການປະກອບພາບທີ່ຍອດຍິ່ງຂອງພື້ນຖານວັດທະນະທໍາ, ພາຜູ້ຊົມໄປທ່ຽວທົ່ວໂລກ ຜ່ານສຽງດົນຕີ. 

ລາຍການສະແດງດົນຕີສາກົນ Around the world ແມ່ນການປະສົມປະສານສຽງທອງ ແລະ ວາດຟ້ອນທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ສາກົນ, ໄດ້ປະກອບສ່ວນເຂົ້າກັນ ສ້າງເປັນຄວາມຟົດຟື້ນມ່ວນຊື່ນ, ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ນ້ຳໃຈສາມັກຄີລະຫວ່າງບັນດາປະເທດໃນໂລກ. ບັນດານັກສິລະປິນ, ນັກເສບດົນຕີຂອງວົງດົນຕີປະສານສຽງ ແລະ ບັນດານັກຟ້ອນຂອງໂຮງລະຄອນຟ້ອນ ຫວຽດນາມສະແດງ ພາຍໃຕ້ການບັນຊາຂອງ Martin Garcia Leon ເຊິ່ງເປັນຜູ້ບັນຊາວົງດົນຕີໜຸ່ມທີ່ມີຄວາມເກັ່ງກ້າສາມາດມາຈາກປະເທດ ອາກຊັງຕີນ. ລາຍການດັ່ງກ່າວ ໄດ້ຈັດທຳຕາມແນວຄວາມຄິດຂອງນັກສິລະປິນດີເດັ່ນ ເຈິ່ນລີລີ, ຮັກສາການຜູ້ອຳນວຍການໂຮງລະຄອນຟ້ອນຫວຽດນາມ, ນີ້ແມ່ນຂອງຂວັນທາງດ້ານຈິດໃຈທີ່ສະຫງວນໃຫ້ສະເພາະທ່ານຜູ້ຊົມໄປທ່ຽວໃນຍາມຕົ້ນປີ. ນັກສິລະປິນດີເດັ່ນ ເຈິ່ນລີລີ ແບ່ງປັນວ່າ:

        “ໃນຍາມຕົ້ນປີໃໝ່, ໂຮງລະຄອນຟ້ອນຫວຽດນາມ ໄດ້ເປີດສາກດ້ວຍລະບົບການສະແດງລາຍການມຸ່ງໄປສູ່ເຫດການສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງໂຮງລະຄອນຟ້ອນຫວຽດນາມ. ນີ້ຄືດັ່ງຄຳທີ່ໄດ້ແບ່ງປັນກັບທຸກຄົນ ກໍຄືຈັບມືກັນໃຫ້ແໜ້ນໃນທົ່ວໂລກ ແລະ ຢາກຮ່ວມສຳພັນນຳກັນໃນທົ່ວໂລກ”.

ລາຍການ​ສະ​ແດງ​ດົນຕີ​ສາກົນ Around the world ພາ​​ຜູ້​ຊົມ​ໄປ​ທ່ຽວອ້ອມ​ໂລກ​ຜ່ານສຽງດົນຕີ​ - ảnh 1 ການສະແດງສິລະປະໃນລາຍການສະແດງດົນຕີສາກົນ Around the world (ພາບ: thethaovanhoa.vn)

        ພິເສດ, ລາຍການດັ່ງກ່າວໄດ້ມີການເຂົ້າຮ່ວມຂອງບັນດານັກສິລະປິນໜຸ່ມຫວຽດນາມທີ່ເຕັມໄປດ້ວຍຄວາມເກັ່ງກ້າສາມາດຄື: ດ່າວໂຕ໊ລວານ, ເຊິ່ງແມ່ນຜູ້ທີ່ຍາດໄດ້ລາງວັນສູງສຸດໃນການປະກວດ Singapore Lyric Opera ປີ 2018. ລາວກໍແມ່ນຜູ້ທີ່ຍາດໄດ້ລາງວັນຊາວມາຍ ໃນການປະກວດໂດຍໂທລະພາບຫວຽດນາມຈັດຕັ້ງເມື່ອປີ 2011; ນັກສິລະປິນ ຫວູແມ້ງຮຸ່ງ, ຜູູ້ຄວ້າໄດ້ຂັນຄຳໃນ Festival ລະດູບານໃໝ່ພຽງຢາງປີ 2016, ຫຼຽນຄຳໃນງານມະໂຫລານສິລະປະອາຊີບທົ່ວປະເທດປີ 2015.... ນັກສິລະປິນ ດ່າວໂຕ໊ລວານ ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອໄດ້ເຂົ້າຮ່ວມລາຍການ:

        “ຂ້າພະເຈົ້າຮູ້ສຶກເປັນກຽດ, ມີພາກພູມໃຈ ແລະ ມີຄວາມສຸກທີ່ສຸດ ເມື່ອຕົນເອງແມ່ນໜຶ່ງໃນບັນດານັກສິລະປິນທີ່ໄດ້ເຂົ້າຮ່ວມການສະແດງໃນລາຍການສະແດງດົນຕີສາກົນ Around the world ເຊິ່ງແມ່ນລາຍການດົນຕີທຳອິດ ທີ່ມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງໂຮງລະຄອນຟ້ອນຫວຽດນາມ. ຂ້າພະເຈົ້າຮູ້ສຶກມີຄວາມສຸກທີ່ສຸດ ເພາະວ່າ ລາຍການດັ່ງກ່າວໄດ້ຮັບການສະໜັບສະໜູນ ຈາກທ່ານຜູ້ຊົມ ເຂົາເຈົ້າມີຄວາມພູມໃຈຕໍ່ການສະແດງທີ່ໃໝ່ອ່ຽມຂອງໂຮງລະຄອນ ກໍຄື ການຈັດທຳລາຍການຢ່າງລະອຽດລະອໍນີ້”.

        ໃນຕະຫຼອດການສະແດງມາເປັນເວລາ 90 ນາທີ ແມ່ນການພາຜູ້ຊົມໄປທ່ຽວອ້ອມໂລກໃນຍາມຕົ້ນປີໃໝ່ ດ້ວຍບັນດາຜົນງານດົນຕີທີ່ດີເດັ່ນຂອງຫຼາຍຍຸກສະໄໝ. ໂດຍເລີ່ມຈາກທຳນອງເພງທີ່ມ່ວນອອນຊອນຂອງນັກປະພັນດົນຕີ Glinka ຫຼືທໍານອງ “Waltz of the flower” ໃນບົດລະຄອນ The Nutcracker ຂອງປະເທດລັດເຊຍ ແລະ ຜົນງານດ້ານດົນຕີ ທີ່ມີຊື່ສຽງຂອງປະເທດ ອີຕາລີ ຕະຫຼອດຮອດທ່າເຕັ້ນ Hungarian ຂອງ ນັກດົນຕີ J.Brahams. ຕໍ່ມາທ່າເຕັ້ນ Tango ຂອງປະເທດ ອາກຊັງຕີນ; ຫຼັງຈາກນັ້ນກໍຂ້າມຊາຍແດນໄປຫາປະເທດ ອາເມລິກາ ດ້ວຍເລື່ອງລາວທາງພາກຕາເວັນຕົກ Mambo ແລະ “Madama Butterfly”.  ທີ່ລາຍການນີ້, ທ່ານຜູ້ຊົມກໍໄດ້ຮັບຊົມການສະແດງປະສົມປະສານລະຫວ່າງເນື້ອໃນທາງດ້ານວິຊາການກັບເພງພື້ນເມືອງທີ່ທັນສະໄໝຂອງຄະນະສິລະປິນຫວຽດນາມ ທີ່ມີຊື່ວ່າ ຫຼີເງຶອໂອ ແລ້ວທໍານອງເພງດັ່ງກ່າວນີ້ ຈະພາທ່ານຜູ້ຊົມໄປຄົ້ນຫາວັດທະນະທໍາຂອງປະເທດຕ່າງໆເປັນຕົ້ນແມ່ນ ງານຕະຫຼາດນັດເຂດເປີເຊຍ (In a Persian Market), ຈາກນັ້ນກໍຈະໄປຮອດປະເທດຝລັ່ງ ເຊິ່ງເປັນປະເທດທີ່ເຕັມໄປດ້ວຍຄວາມງາມປານີີດ ດ້ວຍຜ່ານຜົນງານ Orpheus in the underworld ແລະ ໄປສິ້ນສຸດຢູ່ດ້ວຍຜົນງານ Camille ຂອງ G.Verdi.

ແນວຄວາມຄິດຂອງລາຍການສະແດງດົນຕີສາກົນ Around the world ຂອງໂຮງລະຄອນຟ້ອນຫວຽດນາມ ແມ່ນການປະສົມປະສານສຽງແບບພິເສດລະຫວ່າງສິລະປະຄລາດສິກ ແລະ ທັນສະໄໝ, ພ້ອມກັບບັນດາທ່າເຕັ້ນທີ່ເຕັມໄປດ້ວຍຄວາມງາມປານີດ. ຄວາມເປັນເອກະລັກ ແລະ ທັນສະໄໝຂອງ “ລາຍການສະແດງດົນຕີສາກົນ Around the world” ແມ່ນ ການອອກແບບດ້ວຍເວທີສອງຊັ້ນທີ່ເປັນເອກະລັກ, ວົງດົນຕີປະສານສຽງໄດ້ຈັດຢູ່ຊັ້ນ 2, ສ່ວນຊັ້ນລຸ່ມ ແມ່ນເວທີສະແດງຂອງບັນດານັກສິລະປິນ, ເຊິ່ງໄດ້ສະແດງໃຫ້ເຫັນການຮ່ວມສຳພັນນໍາກັນລະຫວ່າງບັນດາຜົນງານ, ເຮັດໃຫ້ລາຍການກາຍເປັນເລື່ອງລາວທີ່ມີຊີວິດຊີວາ ແລະ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ. ຮູບແບບ ແລະ ວິທີການສະແດງໃໝ່ນັ້ນ ໄດ້ສະແດງໃຫ້ເຫັນການປະສົມປະສານທີ່ອຸດົມສົມບູນ, ນິ້ມນວນ ແຕ່ກໍເຕັມໄປດ້ວຍຫົວຄິດປະດິດສ້າງຂອງບັນດານັກສິລະປິນໂຮງລະຄອນຟ້ອນຫວຽດນາມ. ນັກສິລະປິນດີເດັ່ນ ເຈິນລີລີ ໃຫ້ຮູ້ວ່າ:

        “ໂຮງລະຄອນຟ້ອນຫວຽດນາມ ໄດ້ເລືອກເອົາຮູບແບບການສະແດງທີ່ມີຄວາມແຕກຕ່າງ. ນັ້ນແມ່ນເອົາທັງວົງດົນຕີຂຶ້ນເວທີທັງໝົດ ແລະ ຈັດເວທີເປັນສອງຊັ້ນ; ນໍາເອົາບັນດາຕອນທີ່ມີຄວາມປະທັບໃຈທີ່ສຸດ ເພື່ອນໍາມາສະແດງປະສົມປະສານໃສ່ກັບວາດຟ້ອນ ແລະ ຮ້ອງ opera. ຜູ້ຊົມກໍບໍ່ພຽງແຕ່ໄດ້ຮັບຟັງການເສບດົນຕີປະສານສຽງເທົ່ານັ້ນ ຫາກຍັງໄດ້ຮັບຊົມການສະແດງຟ້ອນອີກດ້ວຍ”.

        “ລາຍການສະແດງດົນຕີສາກົນ Around the world” ແມ່ນການລະເບີດຂຶ້ນໃນສິລະປະການສະແດງ ພ້ອມກັບການອອກແບບເວທີສະແດງທີ່ທັນສະໄໝ, ການປະສົມປະສານ ສຽງທອງ ແລະ ບັນດາວາດຟ້ອນທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຂອງບັນດານັກສິລະປິນຂອງໂຮງລະຄອນຟ້ອນຫວຽດນາມ, ໄດ້ສ້າງຄວາມມີຊີວິດຊີວາ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມສາມັກຄີລະຫວ່າງບັນດາປະເທດໃນໂລກ, ຊ່ວຍໃຫ້ຜູ້ຊົມມີຄວາມເພີດເພີນໃຈ ແລະ ຝາກຕັັ້ງຄວາມຫວັງໄວ້ຫຼາຍຢ່າງກວ່າໃນປີໃໝ່ນີ້./.

 

ຕອບກັບ