ພັດທະນາລາຍການທ່ອງທ່ຽວເຂດຊຸມຊົນຢູ່ກວ໋າງບິ່ງ

Thanh Tuan – Bui Hang
Chia sẻ
(VOVWORLD) -ໃນຊຸມປີມໍ່ໆມານີ້, ນອກຈາກວຽກງານປູກເຂົ້າ, ປູກມັນແລ້ວ, ຊາວທ້ອງຖິ່ນຍັງມີຄວາມດຸໝັ່ນຮຽນພາສາອັງກິດ ຕື່ມອີກ ເພື່ອຮັບໃຊ້ນັກທ່ອງທ່ຽວ.

ພັດທະນາລາຍການທ່ອງທ່ຽວເຂດຊຸມຊົນຢູ່ກວ໋າງບິ່ງ - ảnh 1 ຮູບແບບການທ່ອງທ່ຽວເຂດຊຸມຊົນຄື Homestay, Farmstay… ພວມດຶງດູດນັກທ່ອງທ່ຽວຢູ່ເຂດຫ່າງໄກຢູ່

(ພາບປະກອບ: vtr.org.vn)

ທິວທັດທຳມະຊາດທີ່ສວຍງາມຢູ່ແຂວງກວ໋າງບິ່ງ ຍັງວ່າງເປົ່າ, ຮົກເຮື້ອຢູ່. ຫຼາຍຄົນໄດ້ປຽບທຽບກວ໋າງບິ່ງ ຄືດັ່ງເມັດເພັດມະນີສີຂຽວທີ່ລ້ຳຄ່າທີ່ຍັງບໍ່ທັນໄດ້ຜ່ານການເຈຍລະໄນ. ໃນຊຸມປີມໍ່ໆມານີ້, ນອກຈາກວຽກງານປູກເຂົ້າ, ປູກມັນແລ້ວ, ຊາວທ້ອງຖິ່ນຍັງມີຄວາມດຸໝັ່ນຮຽນພາສາອັງກິດ ຕື່ມອີກ ເພື່ອຮັບໃຊ້ນັກທ່ອງທ່ຽວ. ຮູບແບບການທ່ອງທ່ຽວເຂດຊຸມຊົນຄື Homestay, Farmstay… ພວມດຶງດູດນັກທ່ອງທ່ຽວຢູ່ເຂດຫ່າງໄກຢູ່.

        ໃນທ່າມກາງແສງແດດຂອງຕອນທ່ຽງ, ຢູ່ເຮືອນໄມ້ 2 ຫ້ອງເຄິ່ງກາງ ແລະ 3 ປີກທາງຂ້າງຕັ້ງຢູ່ຄຽງຂ້າງທົ່ງນາຂອງອ້າຍ ຫງວຽນເຍິດຮ່ວາງ, ຢູ່ຕາງແສງ ຮືງແຈກ, ເມືອງ ໂບ໊ແຈກ, ແຂວງກວ໋າງບິ່ງ, ເຕັມໄປດ້ວຍສຽງເວົ້າ, ສຽງຫົວ. ກ່ອນນີ້, ອ້າຍ ເຍິດ ເຄີຍເຂົ້າປ່າ ຟອງຍາ ໄປຊອກຫາໄມ້ຈັນຫອມ. ນັບແຕ່ເມື່ອ ຟອງຍາ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ອ້າຍ ເຍິດ ໄດ້ຫັນອາຊີບມາເປັນນັກຖ່າຍຮູບເລາະຕາມສະຖານທີ່ຕ່າງໆ, ແລ້ວປຶກສາຫາລືກັບເມຍເພື່ອກູ້ຢືມເງິນປຸກສ້າງເຮືອນ Homestay. ຕາມອ້າຍ ເຍີດ ແລ້ວ, ນັກທ່ອງທ່ຽວມີຄວາມເມົາມົວຕໍ່ທິວທັດທຳມະຊາດທີ່ຍັງຮົກເຮື້ອວ່າງເປົ່າຢູ່ແຫ່ງນີ້.

        “ນັກທ່ອງທ່ຽວມາແຫ່ງນີ້ສ່ວນຫຼາຍລ້ວນແຕ່ຢາກພັກອາໄສຢູ່ກັບເຮືອນຂອງປະຊາຊົນ, ສຳລັບໂຮງແຮມ, ເຮືອນພັກນັ້ນ ເຂົາເຈົ້າບໍ່ມັກຍ້ອນມັນເນືອງນັນອຶກກະທຶກຄຶກໂຄມ. ເຂົາເຈົ້າຢາກເຊື່ອມຕົວເຂົ້າກັບປະຊາຊົນ, ຢາກດຳລົງຊີວິດແບບທຳມະດາ. ເຂົາເຈົ້າຢາກເຂົ້າຮ່ວມການເຮັດໄຮ່, ໄຖນາ ຫຼື ລ້ຽງງົວ, ລ້ຽງຄວາຍ”.

        ແຂວງ ກວ໋າງບິ່ງ ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢ່າງໃຫຍ່ຫຼວງ. ໂລກໄດ້ຮູ້ຈັກເຖິງແຫ່ງນີ້ວ່າແມ່ນປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ເຊິ່ງໄດ້ຮັບການຮັບຮອງ 2 ຄັ້ງຈາກ UNESCO ວ່າແມ່ນມໍລະດົກທຳມະຊາດໂລກ ຫຼື ຖ້ຳ ເຊີນດ່ອງ - ເຊິ່ງເປັນຖ້ຳກວ້າງໃຫຍ່ທີ່ສຸດໃນໂລກ. ນອກນັ້ນ, ກວ໋າງບິ່ງ ຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ມີຊື່ສຽງຄື: ວັດ ນອນ, ພູ ເທິ່ນດິນ, ວູງຈົ່ວ - ເກາະ ອ໊ຽນ, ແຄເນື໊ອກແລ້ງ…

        ເອື້ອຍ ເລທິບິ໊ກ, ຜູ້ອຳນວຍການບໍລິສັດ Le Mittchel ຢູ່ຕາແສງ ກຶເນິ໊ມ, ເມືອງ ໂບ໊ແຈກ ແມ່ນໜຶ່ງໃນບັນດາຜູ້ນຳໜ້າເຮັດລາຍການທ່ອງທ່ຽວເຂດຊຸມຊົນ. ເຄີຍໄປທ່ຽວຢູ່ຫຼາຍແຫ່ງ, ແຕ່ເອື້ອຍ ບິ໊ກ ເຫັນວ່າ ບໍ່ມີແຫ່ງໃດມີທຳມະຊາດສະຫງົບງຽບ ແລະ ສວຍງາມຄືຢູ່ບ້ານຂອງຕົນ. ຄິດສະເລ່ຍແຕ່ລະມື້, ຄອບຄົວຂອງເອື້ອຍ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດມາຢ້ຽມຊົມ, ພັກຜ່ອນຢ່ອນອາລົມນັບຮ້ອຍເທື່ອ. ນັກທ່ອງທ່ຽວໄດ້ໄປເຂດທົ່ງນາເພື່ອລ້ຽງເປັດ, ກ່ຽວເຂົ້າ, ສີເຂົ້າກັບພໍ່ແມ່ປະຊາຊົນ. ພາຍຫຼັງໄດ້ເຂົ້າຮ່ວມພຶດຕິກຳຕົວຈິງ, ທັງນັກທ່ອງທ່ຽວຕ່າງປະເທດ ແລະ ຢູ່ພາຍໃນລ້ວນແຕ່ໄດ້ພາກັນລົງອາບນ້ຳຢູ່ແມ່ນ້ຳເຢັນສະບາຍ.

        ເອື້ອຍ ບິ໊ກ ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນຫຼາຍຄົນຢູ່ບ້ານເກີດຂອງຕົນເປີດການບໍລິການ Homestay, ວິທີຈ່ອງຫ້ອງພັກທາງອີນເຕີແນັດ ແລະ ມອບແຜນທີ່ໃຫ້ນັກທ່ອງທ່ຽວ. ຕາມເອື້ອຍ ປິ໊ກ ແລ້ວ, ບັນດາຮີດຄອງປະເພນີ, ງານບຸນພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍແມ່ນເໝາະສົມທີ່ສຸດເພື່ອນຳເຂົ້າຮູບແບບພັດທະນາການທ່ອງທ່ຽວເຂດຊຸມຊົນ.

        “ພວກຂ້າພະເຈົ້າສ້າງລາຍການທ່ອງທ່ຽວເຂດຊຸມຊົນ ເພື່ອໃຫ້ນັກທ່ອງທ່ຽວເມື່ອມາແຫ່ງນີ້ໄດ້ເຫັນວ່າ ມັນມີຄວາມແຕກຕ່າງ, ນັກທ່ອງທ່ຽວໄດ້ເຂົ້າຮ່ວມພຶດຕິກຳຕົວຈິງ, ແບ່ງປັນ ແລະ ຄົ້ນຫາ ເພື່ອໂຄສະນາເຖິງບັນດາປະເທດເພື່ອນມິດ. ຢູ່ ຟອງຍາ ທຳມະຊາດຮົກເຮື້ອ, ວ່າງເປົ່າຫຼາຍ, ຊີວິດການເປັນຢູ່ຂອງປະຊາຊົນຍັງດຳເນີນໄປເປັນປົກກະຕິ, ຜູ້ໄປລ້ຽງງົວ, ຄວາຍ, ກ່ຽວເຂົ້າ. ຄວາມສວຍງາມຂອງທິວທັດທຳມະຊາດຍັງບໍ່ທັນຖືກທຳລາຍຍ້ອນລະບົບທ່ອງທ່ຽວທັນສະໄໝ. ສະນັ້ນ, ຄວາມຫວັງຂອງພວກຂ້າພະເຈົ້າແມ່ນສ້າງທ່ອງທ່ຽວແບບຍືນຍົງໃນອະນາຄົດ ແລະ ປົກປັກຮັກສາສິ່ງແວດລ້ອມ”.

        ການທ່ອງທ່ຽວເຂດຊຸມຊົນ ບໍ່ພຽງແຕ່ສ້າງຂຶ້ນຢູ່ບັນດາຕາແສງຄື: ຮືງແຈັກ, ເຊີນແຈັກ, ກຶເນິ໊ມ… ໃກ້ກັບໃຈກາງ ຟອງຍາ, ເຊິ່ງເປັນສູນກາງທ່ອງທ່ຽວຂອງ ກວ໋າງບິ່ງ ເທົ່ານັ້ນ, ຫາກຍັງແຜ່ຂະຫຍາຍອອກສູ່ຕາແສງເຂດພູດອຍ ເຕິນຮ໊ວາ, ເມືອງ ມິງຮ໊ວາ, ໝູ່ບ້ານແຄມທະເລ ແກງເຢືອງ, ເມືອງ ກວ໋າງແຈັກ ອີກດ້ວຍ. ໂດຍໄດ້ຮັບການໜູນຊ່ວຍຈາກບັນດາອົງການຈັດຕັ້ງສາກົນ, ພໍ່ແມ່ປະຊາຊົນໄດ້ກູ້ຢືມທຶນຈາກທະນາຄານເພື່ອລົງທຶນໃຫ້ລາຍການທ່ອງທ່ຽວ Homestay. ເຮືອນພັກແຕ່ລະຫຼັງນັ້ນ ລ້ວນແຕ່ໄດ້ຮັບປະກັນຄວາມສະອາດ, ປອດໄພ, ຮັບໃຊ້ການກິນດື່ມຢູ່ກັບທີ່ໃຫ້ແກ່ນັກທ່ອງທ່ຽວ.

        ທ່ານ ດັ້ງດົງຮ່າ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງກວ໋າງບິ່ງ ໃຫ້ຮູ້ວ່າ, ນອກຈາກທ່າແຮງຂອງການທ່ອງທ່ຽວຖ້ຳແລ້ວ, ການທ່ອງທ່ຽວເຂດຊຸມຊົນຢູ່ແຂວງ ກວ໋າງບິ່ງ ພວມດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍມາຜັກຜ່ອນ. ອຳນາດການປົກຄອງທ້ອງຖິ່ນໄດ້ໜູນຊ່ວຍຈຳນວນເງິນແຕ່ 25 – 30 ລ້ານດົ່ງຕໍ່ຄອບຄົວທີ່ເຮັດການບໍລິການ Homestay, Farmstay. ໃນຈຸດສູງຂອງລະດູທ່ອງທ່ຽວ, ຄິດສະເລ່ຍແລ້ວ ແຕ່ລະຄອບຄົວທີ່ດຳເນີນທຸລະກິດຕາມຮູບແບບດັ່ງກ່າວມີລາຍຮັບແຕ່ 20 – 30 ລ້ານດົ່ງ/ເດືອນ. ຕາມທ່ານ ດັ້ງດົງຮ່າ ແລ້ວ, ນີ້ແມ່ນຂະແໜງອຸດສາຫະກຳປອດຄວັນ, ສະນັ້ນທາງແຂວງມີແຜນນະໂຍບາຍພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງປາຍແຫຼມ. ທ່ານ ດັ້ງດົງຮ່າ, ກ່າວວ່າ.

        “ຍົກສູງສະຕິຄວາມຮັບຮູ້ຂອງສັງຄົມກ່ຽວກັບບັນຫາການທ່ອງທ່ຽວ. ພວກຂ້າພະເຈົ້າໄດ້ໂຄສະນາດ້ວຍຫຼາຍວິທີເປັນປະຈຳ, ທັງໂຄສະນາພາບພົດ, ຄວາມເອກອ້າງທະນົງໃຈກ່ຽວກັບທ້ອງຖິ່ນ, ວິທີການປະພຶດທີ່ສະໜິດສະໜົມກັບແຂກຄົນ. ມານະພະຍາຍາມໃຫ້ປະຊາຊົນແຕ່ລະຄົນກາຍເປັນຜູ້ນຳທ່ຽວທີ່ມີຄວາມໃກ້ຊິດສະໜິດສະໜົມກັບນັກທ່ອງທ່ຽວ. ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດ, ໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອ, ເພື່ອນຳການທ່ອງທ່ຽວໃຫ້ເຂົ້າໃກ້ກັບປະຊາຊົນ”.

        ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ໃຫຍ່ຫຼວງ, ພ້ອມກັບມາດຕະການແກ້ໄຂຢ່າງຄົບຊຸດ, ການທ່ອງທ່ຽວເຂດຊຸມຊົນໄດ້ ແລະ ພວມນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ການສ້າງເສດຖະກິດຄອບຄົວ, ປະກອບສ່ວນເພື່ອໃຫ້ການທ່ອງທ່ຽວແຂວງ ກວ໋າງບິ່ງ ພັດທະນາແບບຍືນຍົງ.

ຕອບກັບ