ບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ - ຂອງຂວັນທີ່ມີຄວາມໝາຍໃນວັນເດັກສາກົນ

Le Phuong
Chia sẻ
(VOVWORLD) -  ບໍ່ພຽງແຕ່ດຶງດູດເອົາພວກນ້ອງນ້ອຍຕັ້ງໃຈຕິດຕາມຊົມເບິ່ງເທົ່ານັ້ນ, ບົດລະຄອນ “ເຕິ໊ມກ໊າມ” ຍັງເຮັດໃຫ້ຜູ້ເປັນພໍ່ເປັນແມ່ມີຄວາມສະເທືອນໃຈ.

ວັນເດັກສາກົນ 01/06 ແມ່ນວັນບຸນທີ່ສະຫງວນສະເພາະໃຫ້ເດັກນ້ອຍ, ແມ່ນໂອກາດເພື່ອໃຫ້ເດັກນ້ອຍໄດ້ລະຫຼິ້ນບັນເທີງ, ຮັບຂອງຂວັນທີ່ມີຄວາມໝາຍ. ນັບແຕ່ກາງເດືອນ ພຶດສະພາ, ບັນດາກອງສິລະປະໃນບໍລິເວນນະຄອນຫລວງ ຮ່າໂນ້ຍ ໄດ້ແນະນຳບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ເພື່ອຂ່ຳນັບຮັບຕ້ອນວັນເດັກສາກົນ 01/06. ນີ້ແມ່ນຂອງຂວັນທາງດ້ານຈິດໃຈພິເສດ ແລະ ມີຄວາມໝາຍ ເຊິ່ງບັນດານັກສິລະປິນຢາກມອບໃຫ້ພວກນ້ອງເຍົາວະຊົນອະນຸຊົນໃນໂອກາດນີ້.

ບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ - ຂອງຂວັນທີ່ມີຄວາມໝາຍໃນວັນເດັກສາກົນ - ảnh 1 ບົດລະຄອນ ເຕິ໊ມກ໊າມ ຂອງເວທີສະແດງ ເລະງອັກ

ບົດລະຄອນ ເຕິ໊ມກ໊າມ ຂອງເວທີສະແດງ ເລະງອັກ, ປັດຈຸບັນພວມໄດ້ສະແດງຢູ່ບັນດາໂຮງລະຄອນ ດ້າຍນາມ, ຮົ່ງຮ່າ, ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ, ໂຮງລະຄອນໃຫຍ່…ເນື່ອງໃນໂອກາດວັນເດັກສາກົນ 01/06 ເພື່ອຮັບໃຊ້ໃຫ້ຜູ້ຊົມທີ່ເປັນເດັກນ້ອຍ. ບົດປະພັນ ເຕິ໊ມກ໊າມ ໂດຍນັກປະພັນ ຫງວຽນຮ໊ຽວ ເປັນຜູ້ແຕ່ງໂດຍອີງໃສ່ເລື່ອງນິທານພື້ນເມືອງ ຫວຽດນາມ, ທີ່ມີເນື້ອໃນປິ່ນອ້ອມຕົວລະຄອນທີ່ມີຊື່ວ່າ ເຕິ໊ມ. ເຕິ໊ມເປັນຄົນຈິດໃຈດີ, ມີເມດຕາ ແຕ່ຕ້ອງດຳລົງຊີວິດຢູ່ກັບແມ່ນ້າ ແລະ ນ້ອງສາວມີພໍ່ຄົນດຽວກັນຕ່າງແມ່ ຊຶ່ງເປັນຜູ້ໃຈດຳ. ຫລັງຈາກນັ້ນ, ເຕິ໊ມ ມີຄວາມໂຊກດີໄດ້ກາຍເປັນພະມະເຫສີ. ຍ້ອນຄວາມອິດສາລິດສະຫຍາ, ແມ່ນ້າໄດ້ປອງທຳຮ້າຍ ເຕິ໊ມ, ເພື່ອໃຫ້ ກ໊າມ ໄດ້ເປັນພະມະເຫສີແທນ. ດ້ວຍວິທີຮູ້ສຶກສະເພາະຂອງຊາວຕ່າງປະເທດຜູ້ໜຶ່ງ, ທ່ານ Chua Soo Pong ຜູ້ກຳກັບຊາວ ສິງກະໂປ ໄດ້ສ້າງບົດລະຄອນຕາມວິທີບໍ່ເຄີຍເຫັນມາກ່ອນ ໄດ້ມີບັນດາການປ່ຽນແປງ, ດັດປັບ ເມື່ອທຽບໃສ່ກັບເນື້ອໃນເລື່ອງເດີມ.

ລູກຮຽນໄດ້ບົດຮຽນໜຶ່ງທີ່ວ່າ ດຳລົງຊີວິດໂດຍປາຊະຈາກການກະທຳສິ່ງຊົ່ວຮ້າຍ. ຈົ່ງດຳລົງຊີວິດໃຫ້ເປັນຢ່າງດີ ເພື່ອໃຫ້ຊີວິດການເປັນຢູ່ມີຄວາມສົດໃສງາມກ່ວາ. ລູກມັກຕົວລະຄອນ ເຕິ໊ມ ຍ້ອນວ່າ ນັ້ນເປັນຄົນທີ່ມີຈິດໃຈດີ, ສັດຊື່ບໍລິສຸດ.

ລູກຖອດຖອນໄດ້ບົດຮຽນ ຕ້ອງຮູ້ຈັກຮັກແພງຜູ້ອື່ນ ແລະ ລູກກໍ່ປະຕິບັດໄດ້ສິ່ງນັ້ນແລ້ວ.

ບໍ່ພຽງແຕ່ດຶງດູດເອົາພວກນ້ອງນ້ອຍຕັ້ງໃຈຕິດຕາມຊົມເບິ່ງເທົ່ານັ້ນ, ບົດລະຄອນ “ເຕິ໊ມກ໊າມ” ຍັງເຮັດໃຫ້ຜູ້ເປັນພໍ່ເປັນແມ່ມີຄວາມສະເທືອນໃຈ. ເອື້ອຍ ໂດທູຖຸຍ ຢູ່ເມືອງ ເກົ່າໄຢ, ຮ່າໂນ້ຍ, ຖືວ້າ:

ນີ້ແມ່ນບົດລະຄອນມ່ວນທີ່ສຸດ ແລະ ມີຄວາມໝາຍສຶກສາອົບຮົບໃຫ້ເດັກນ້ອຍຢ່າງເລິກເຊິ່ງທີ່ສຸດ. ນອກຈາກບັນດາສາກລະຄອນທີ່ນຳມາເຊິ່ງສຽງເວົ້າສຽງຫົວໃຫ້ພວກລູກແລ້ວ ຍັງໄດ້ສົ່ງສານທີ່ມີຄຸນຄ່າທາງດ້ານຄວາມເປັນມະນຸດ ນັ້ນແມ່ນຄວາມຮັກຂອງແມ່ລູກ. ບົດລະຄອນກໍ່ສຶກສາໃຫ້ເດັກນ້ອຍໄດ້ຫລາຍຢ່າງ ກ່ຽວກັບນ້ຳໃຈສັດຊື່ ແລະ ສອນໃຫ້ພວກລູກເຂົ້າໃຈໄດ້ວ່າ ຄົນທີ່ມີຈິດໃຈດີງາມນັ້ນ ຍາມໃດກໍ່ມີຄວາມຜາສຸກ.

ເນື່ອງໃນໂອກາດວັນເດັກສາກົນ 01/06, ເມື່ອໄປໂຮງລະຄອນຕຸກກະຕາ ທັງລອງ, ພວກນ້ອງນ້ອຍຈະໄດ້ຮັບຊົມລາຍການສະແດງສິລະປະພິເສດທີ່ມີຊື່ວ່າ “ທັງໝົດແມ່ນເພື່ອພວກລູກ” ທີ່ສະຫງວນໃຫ້ຜູ້ຊົມໄວເດັກ. ລາຍການສະແດງສິລະປະລະຄອນຕຸກກະຕາທີ່ເປັນເອກະລັກສະເພາະໄດ້ສ້າງຂຶ້ນດ້ວຍວິທີທັນສະໄໝ, ສົມທົບລະຫວ່າງລະຄອນຕຸກກະຕານ້ຳ, ລະຄອນຕຸກກະຕາເທິງບົກ, ພ້ອມດ້ວຍການສະແດງກາຍຍະສິນຕະຫຼົກ ແລະ ບັນດາທ່າເຕັ້ນທີ່ທັນສະໄໝ. ໂດຍຜ່ານການສະແດງຂອງຕົວລະຄອນ ເຕັ໊ວ, ພວກນ້ອງເຍົາວະຊົນຈະໄດ້ເຊື່ອມຕົວເຂົ້າກັບໂລກແຫ່ງມະຫັດສະຈັນ ດ້ວຍສັດປະເພດຕ່າງໆຄື: ມັງກອນ, ສິງໂຕ, ງູເຫຼືອມໃຫຍ່…ໃນບັນດາລາຍການລະຄອນຕຸກກະຕານ້ຳທີ່ເປັນເອກະລັກສະເພາະຄື: ເຊີດມັງກອນ, ເຊີດສິງໂຕ, ເຍົາວະຊົນລອຍນ້ຳ, ຕົວລະຄອນ ເຕັ໊ວ ຕີງູເຫຼືອມ.

ບັນດາລາຍການສະແດງສິລະປະໄດ້ສ້າງຂຶ້ນຢ່າງອຸດົມສົມບູນ, ມີສີສັນຫລາກຫຼາຍດ້ວຍບັນດາບົດເພງ, ທ່າເຕັ້ນ ເຊິ່ງພວກນ້ອງນ້ອຍນິຍົມຊົມຊອບ ເພື່ອສ້າງເປັນການກະທົບຕອບທີ່ມີຄວາມໃກ້ຊິດສະໜິດສະໜົມກ່ວາ, ເໝາະສົມກັບຄວາມມັກຮັກນິຍົມຊົມຊອບ ແລະ ດຶງດູດໃຈພວກນ້ອງນ້ອຍ. ນີ້ແມ່ນບັນດາຂອງຂວັນທາງດ້ານຈິດໃຈທີ່ເຕັມໄປດ້ວຍລັກສະນະສິລະປະ ເຊິ່ງບັນດານັກສິລະປິນ, ບັນດາຜູ້ທີ່ເຮັດວຽກງານກ່ຽວກັບສິລະປະ ຢາກມອບໃຫ້ພວກນ້ອງນ້ອຍເນື່ອງໃນໂອກາດວັນເດັກນ້ອຍສາກົນ. ນັກສິລະປິນ ເລຈີ໊ກຽນ ແບ່ງປັນວ່າ:

ເຮັດອາຊີບສິລະປະຮັບໃຊ້ເດັກນ້ອຍ ຄິດວ່າຍາກແຕ່ພັດງ່າຍ. ໝາຍຄວາມວ່າ ຕົນເອງຕ້ອງດຳລົງຊີວິດກັບພວກນ້ອງນ້ອຍ, ຕັ້ງຖານະຕົນເອງໃຫ້ເຂົ້າກັບພວກນ້ອງນ້ອຍ, ເຂົ້າກັບຈິດຕະສາດຂອງພວກນ້ອງນ້ອຍ ເພື່ອສະແດງອອກບັນດາເລື່ອງລາວຂອງພວກລູກ, ຈາກນັ້ນ ຊ່ວຍໃຫ້ນັກສິລະປິນມີຄວາມໃກ້ຊິດສະໜິດສະໜົມກັບພວກນ້ອງນ້ອຍ. ຜ່ານລາຍການສະແດງສິລະປະນີ້ ພວກຂ້າພະເຈົ້າຢາກສອນໃຫ້ພວກລູກຮັບຮູ້ກ່ຽວກັບນ້ຳໃຈຄວາມຮັກແພງ, ຢູ່ທີ່ນີ້ແມ່ນນ້ຳໃຈຮັກປະເທດຊາດ, ຮັກພໍ່ເຖົ້າແມ່ເຖົ້າ, ພໍ່ປູ່ແມ່ຍ່າ, ຮັກພໍ່ແມ່.

ອາດເວົ້າໄດ້ວ່າ, ໃນຊຸມປີມໍ່ໆມານີ້, ບັນດາກົມກອງສິລະປະໄດ້ມີການລົງທຶນຫລາຍເຂົ້າໃນບັນດາລາຍການສະແດງສິລະປະທີ່ສະຫງວນໃຫ້ເດັກນ້ອຍ. ບັນດາຫົວຂໍ້ທີ່ຂຸດຄົ້ນນັ້ນ ໄດ້ສະແດງໃຫ້ເຫັນຄວາມອຸດົມສົມບູນ, ຈາກບັນດາເລື່ອງນິທານ, ເລື່ອງພື້ນເມືອງ, ປະຫວັດສາດ, ຫລາຍລາຍການສະແດງ, ບົດລະຄອນຍັງເຕື້ອງເຖິງບັນດາບັນຫາຂອງການດຳລົງຊີວິດໃນຍຸກປັດຈຸບັນຄືການປົກປັກຮັກສາສິ່ງແວດລ້ອມ, ວິທະຍາສາດຄວາມນຶກຝັນໃນອະນາຄົດ…ພ້ອມກັບການລົງທຶນສ້າງ, ສົມທົບສິລະປະຫລາຍປະເພດ, ເພີ່ມທະວີການກະທົບຕອບໃນການແລກປ່ຽນກັບຜູ້ຊົມ…ບັນດາລາຍການສະແດງສິລະປະທີ່ສະຫງວນໃຫ້ພວກນ້ອງນ້ອຍເຍົາວະຊົນນັບມື້ນັບອຸດົມສົມບູນ, ເປັນຫລາຍຮູບຫລາຍແບບ, ໃກ້ຊິດສະໜິດສະໜົມ ແລະ ດຶງດູດຈິດໃຈພວກນ້ອງນ້ອຍ./.

ຕອບກັບ