ບັນຍາກາດການຊື້ອຸປະກອນການຮຽນຢູ່ ເກິ່ນເທີ ມີຄວາມຄຶກຄື້ນ

Thanh Tu
Chia sẻ
(VOVWORLD) - ມາຮອດຈຸດເວລານີ້, ບັນດາພໍ່ແມ່ນັກຮຽນ ແລະ ນັກຮຽນຢູ່ນະຄອນ ເກິ່ນເທີ ພວມຮີບເຮັ່ງຊື້ອຸປະກອນການຮຽນ ເພື່ອກະກຽມໃຫ້ສົກຮຽນໃໝ່. ບັນຍາກາດການຊື້ຢູ່ບັນດາຮ້ານຂາຍອຸປະກອນການຮຽນ, ຮ້ານຂາຍປຶ້ມຂະໜາດໃຫຍ່ ແລະ ນ້ອຍຢູ່ໃນບໍລິເວນນະຄອນ ມີຄວາມຄຶກຄື້ນຫລາຍຂຶ້ນ. ບົດຂຽນຂອງ ແທັງຕູ໊, ນັກຂ່າວ VOV.
ບັນຍາກາດການຊື້ອຸປະກອນການຮຽນຢູ່ ເກິ່ນເທີ ມີຄວາມຄຶກຄື້ນ - ảnh 1 ອຸປະກອນການຮຽນ

ໂດຍກຳໄດ້ຄວາມຕ້ອງການຊື້ອຸປະກອນການຮຽນຂອງບັນດາພໍ່ແມ່ນັກຮຽນ ແລະ ນັກຮຽນ, ບັນດາຮ້ານຂາຍປຶ້ມ, ຮ້າຍຂາຍອຸປະກອນການຮຽນ ແລະ ຮ້ານຊັບພະສິນຄ້າຢູ່ນະຄອນ ເກິ່ນເທີ ໄດ້ກະກຽມແຫຼ່ງອຸປະກອນການຮຽນທີ່ອຸດົມສົມບູນດ້ວຍຫລາຍຮູບຫລາຍແບບກ່ວາ ເມື່ອທຽບໃສ່ຊຸມປີກ່ອນນີ້. ປີນີ້, ປຶ້ມຕຳລາຮຽນຊຸດໜຶ່ງແຕ່ ປໍ 1 ຫາ ມໍ 7 ມີລາຄາແຕ່ 100.000 – 200.000 ດົ່ງ. ບັນດາຮ້ານຂາຍປຶ້ມ, ຮ້ານຊັບພະສິນຄ້າໃນບໍລິເວນນະຄອນໄດ້ຜັນຂະຫຍາຍບັນດາລາຍການໜູນຊ່ວຍລາຄາ ແລະ ລາຍການຫລຸດລາຄາທີ່ມີຄວາມດຶງດູດນັບແຕ່ຕົ້ນລະດູຮ້ອນຈົນເຖິງປັດຈຸບັນ. ຮ້າຍຂາຍປຶ້ມ Fahasha ເກິ່ນເທີ ໄດ້ປະຕິບັດການຫລຸດລາຄາສຳລັບປຶ້ມຕຳລາຮຽນແມ່ນແຕ່ 10% - 17%, ສຳລັບກະເປົາຂອງນັກຮຽນແມ່ນແຕ່ 10% - 20% ຊຶ່ງຂຶ້ນກັບແຕ່ລະແບບ. ໃນໄລຍະຈະມາເຖິງ, ຮ້າຍຂາຍປຶ້ມ Fahasha ຍັງຈັດຕັ້ງບັນດາລາຍການພິເສດອື່ນ ທີ່ສະຫງວນໃຫ້ແກ່ຜູ້ມາຊື້ອຸປະກອນການຮຽນ. ອ້າຍ ຫງວຽນວັນແກ໋ງ, ເຮັດວຽກຢູ່ຮ້ານຂາຍປຶ້ມ Fahasha ເກິ່ນເທີ ໃຫ້ຮູ້ວ່າ:

ເພື່ອກະກຽມໃຫ້ແກ່ສົກຮຽນໃໝ່, Fahasha ກໍ່ມີບາງລາຍການແບ່ງປັນກັບຜູ້ມາຊື້ອຸປະກອນການຮຽນ ຄືລາຍການຫລຸດລາຄາປຶ້ມຕຳລາຮຽນ ແລະ ລາຍການໜູນຊ່ວຍລາຄາ. ເປັນຕົ້ນແມ່ນຊຸມວັນໃກ້ທີ່ຈະເຂົ້າສົກຮຽນໃໝ່, Fahasha ໄດ້ກະກຽມແຫຼ່ງສິນຄ້າທີ່ອຸດົມສົມບູນ ແລະ ມີຄົບທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ໃຫ້ແກ່ນັກຮຽນ. ໃນ 2 3 ມື້ມໍ່ໆມານີ້, ນັກຮຽນ, ພໍ່ແມ່ນັກຮຽນໄດ້ມາຊື້ເປັນຈຳນວນຫລວງຫລາຍ, ຮ້າຍຂາຍປຶ້ມຕ້ອງໄດ້ເພີ່ມຜຽນເຮັດວຽກໃຫ້ແກ່ພາລະກອນຂອງຕົນ ເພື່ອຮັບໃຊ້ພວກນ້ອງນັກຮຽນໄດ້ຢ່າງຄົບຖ້ວນ.

ບັນຍາກາດການຊື້ອຸປະກອນການຮຽນຢູ່ ເກິ່ນເທີ ມີຄວາມຄຶກຄື້ນ - ảnh 2 ພໍ່ແມ່ນັກຮຽນຜູ້ໃດກໍ່ຢາກຊື້ອຸປະກອນການຮຽນ, ເລືອກເອົາບັນດາອຸປະກອນທີ່ໃໝ່ໆໃຫ້ລູກຂອງຕົນ

ເຂົ້າສົກຮຽນໃໝ່, ພໍ່ແມ່ນັກຮຽນຜູ້ໃດກໍ່ຢາກຊື້ອຸປະກອນການຮຽນ, ເລືອກເອົາບັນດາອຸປະກອນທີ່ໃໝ່ໆໃຫ້ລູກຂອງຕົນ; ພິເສດແມ່ນປຶ້ມຕຳລາຮຽນ ຕ້ອງຄົບຊຸດ, ປຶ້ມຂຽນທີ່ດີ, ກະເປົາໃໝ່ ເພື່ອໃຫ້ພວກລູກມີເງື່ອນໄຂຄົບຖ້ວນ ແລະ ມີຄວາມເບີກບານມ່ວນຊື່ນເມື່ອກ້າວເຂົ້າສົກຮຽນໃໝ່. ເອື້ອຍ ຫງວຽນທິຖູ໊ຍລວານ, ຢູ່ຖະໜົນ ເຈິ່ນຮ່ວງນາ, ຕາແສງ ຮຶງເລີ້ຍ, ເມືອງ ນິງກຽວ, ນະຄອນ ເກິ່ນເທີ ໃຫ້ຮູ້ວ່າ: ຍ້ອນຄ້າງຄາກັບວຽກງານ  ດັ່ງນັ້ນສອງຜົວເມຍພວກຂ້າພະເຈົ້າ ຈຶ່ງຍັງບໍ່ທັນໄດ້ຊື້ອຸປະກອນການຮຽນໃຫ້ລູກໄດ້ຢ່າງຄົບຖ້ວນເທື່ອ. ດຽວນີ້ຈຶ່ງມາຮ້າຍຂາຍປຶ້ມ ເຟືອງນາມ ເພື່ອເລືອກຊື້ອຸປະກອນການຮຽນທີ່ຈຳເປັນບາງຢ່າງ. ເອື້ອຍ ລວານ ແບ່ງປັນວ່າ:

ສອງຜົວເມຍພວກຂ້າພະເຈົ້າກໍ່ຄ້າງຄາກັບວຽກງານ, ມາຮອດຈຸດເວລານີ້ ຈຶ່ງໄດ້ມາຊື້ໃຫ້ພວກລູກ. ຜົວໄປຊື້ໃຫ້ລູກແລ້ວ ແຕ່ຍັງມີບາງອຸປະກອນການຮຽນທີ່ຈຳເປັນອື່ນອີກ ຂ້າພະເຈົ້າຈຶ່ງໄປຊື້ຕື່ມ. ມີປຶ້ມອ່ານ, ປຶ້ມຂຽນທີ່ອຸດົມສົມບູນຫລາຍຮູບຫລາຍແບບ, ຫລາຍຊະນິດເພື່ອໃຫ້ເຮົາເລືອກຊື້. ຂ້າພະເຈົ້າເຫັນວ່າ ລາຄາກໍ່ເໝາະສົມ.

  ມາຮອດຈຸດເວລານີ້, ນັກຮຽນໄດ້ຮູ້ບັນດາວິຊາຮຽນແລ້ວ ແລະ ກໍ່ຮູ້ວ່າ ອຸປະກອນໃດທີ່ຈຳເປັນໃຫ້ແກ່ຕົນ ດັ່ງນັ້ນ ນີ້ກໍ່ແມ່ນຈຸດເວລາ ເຊິ່ງບັນດາພໍ່ແມ່ນັກຮຽນສຸມໃສ່ໄປຊື້ຫລາຍກ່ວາ ເມື່ອທຽບໃສ່ເດືອນກ່ອນ. ເອື້ອຍ ເລທິງອັກແອ໊ງ ຢູ່ຕາແສງ ອານລາກ, ເມືອງ ນິງກຽວ ແບ່ງປັນວ່າ: ໃນຊຸມວັນໃກ້ຈະຮອດມືໄຂສົກຮຽນໃໝ່ ລາວເຄີຍພາລູກໄປຊື້ອຸປະກອນການຮຽນຢູ່ບັນດາຮ້ານຂາຍປຶ້ມ. ອາທິດໜ້າ, ລູກຂອງລາວກໍ່ເລີ່ມເຂົ້າຮຽນແລ້ວ, ລາວຊື້ກະເປົາໃໝ່ໃຫ້ລູກຕື່ມອີກ ເພື່ອໃຫ້ລູກມີຄວາມເບີກບານມ່ວນຊື່ນ ແລະ ມີກຳລັງໃຈໃນການຮ່ຳຮຽນໄດ້ດີກ່ວາ. ເອື້ອຍ ແອ໊ງ ໃຫ້ຮູ້ວ່າ:

ຂ້າພະເຈົ້າເຫັນວ່າ ກະເປົາງາມຫລາຍ ແລະ ກໍ່ມີຄວາມສະດວກໃຫ້ແກ່ລູກຂອງຕົນ. ກະເປົາທັງມີບ່ອນໃສ່ຕຸກນ້ຳ ທັງມີບ່ອນໃສ່ອຸປະກອນການຮຽນໃຫ້ລູກອີກດ້ວຍ. ສ່ວນລາຄາຢູ່ຮ້ານນີ້ກໍ່ເໝາະສົມ; ຫລາຍອັນກໍ່ຂາຍຖືກມີແຕ່ 10 20 ພັນດົ່ງເທົ່ານັ້ນ.

ບັນຍາກາດການຊື້ອຸປະກອນການຮຽນຢູ່ ເກິ່ນເທີ ມີຄວາມຄຶກຄື້ນ - ảnh 3 ຮູບແບບອຸປະກອນການຮຽນທີ່ຮັບໃຊ້ໃຫ້ສົກຮຽນໃໝ່ຢ່າງອຸດົມສົມບູນ, ມີຫລາຍຊະນິດ

ມື້ໄຂສົກຮຽນໃໝ່ໃກ້ຈະມາຮອດແລ້ວ, ຄວາມຕ້ອງການຊື້ປຶ້ມຕຳລາຮຽນ, ປຶ້ມຂຽນ ແລະ ອຸປະກອນການຮຽນໃຫ້ນັກຮຽນຢູ່ ເກິ່ນເທີ ພວມມີບັນຍາກາດຄຶກຄື້ນ, ເປັນຕົ້ນແມ່ນໃນຊຸມວັນທ້າຍອາທິດ. ປີນີ້, ບັນດາວິສາຫະກິດຜະລິດພາຍໃນປະເທດ ໄດ້ເປັນເຈົ້າການກະກຽມແຫຼ່ງສິນຄ້າ, ພ້ອມກັນນັ້ນແມ່ນຄຸນນະພາບ ແລະ ຮູບແບບອຸປະກອນການຮຽນທີ່ຮັບໃຊ້ໃຫ້ສົກຮຽນໃໝ່ຢ່າງອຸດົມສົມບູນ, ມີຫລາຍຊະນິດ, ຜ່ານນັ້ນ, ບັນດາພໍ່ແມ່ນັກຮຽນ ແລະ ພວກນັກຮຽນມີບັນດາການເລືອກເຟັ້ນທີ່ດີກ່ວາໃຫ້ແກ່ຕົນເອງ ເມື່ອເຂົ້າສົກຮຽນໃໝ່.

ຕອບກັບ