ງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”

Sy Duc
Chia sẻ
(VOVWORLD) - ງານວາງສະແດງ “ແທັງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” ຫາກໍ່ໄດ້ດຳເນີນຢູ່ນະຄອນ ແທັງຮ໊ວາ, ແຂວງ ແທັງຮ໊ວາ, ໄດ້ວາງສະແດງວັດຖຸພັນອັນລ້ຳຄ່າ, ຫາຍາກນັບພັນຢ່າງ, ທີ່ເປັນເອກະລັກສະເພາະຂອງດິນແດນ ແທັງຮ໊ວາ. 

ງານວາງສະແດງແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 990 ປີແຫ່ງວັນໃສ່ຊື່ ແທັງຮ໊ວາ (1029 - 2019), ຜ່ານນັ້ນ, ໄດ້ປະກອບສ່ວນວາດພາບເຖິງຂະບວນວິວັດແຫ່ງການສ້າງຕັ້ງ, ສ້າງສາ ແລະ ພັດທະນາຂອງດິນແດນ ແລະ ປະຊາຊົນແຂວງ ແທັງຮ໊ວາ ທີ່ເຕັມໄປດ້ວຍມູນເຊື້ອປະຫວັດສາດ. ບົດຂຽນຂອງນັກຂ່າວ VOV.

ງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” - ảnh 1 ງານວາງສະແດງ “ແທັງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” 

ບັນດາຄ້ອງບັ້ງທີ່ມີອາຍຸນັບຫລາຍຮ້ອຍປີ, ປືນໃຫຍ່ສະໄໝເກົ່າ, ໂຖປັກທູບ ຫຼື ໄຫເງິນຫຼຽນເກົ່າ…ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນການດຳລົງຊີວິດ, ວິວັດການປະຫວັດສາດທີ່ຕິດຕໍ່ກັນຢູ່ດິນແດນ ແທງຮ໊ວາ. ໃກ້ຊິດຕິດແທດກ່ວານັ້ນ ແມ່ນບັນດາວັດຖຸອຸປະກອນທີ່ຕິດພັນກັບຊີວິດອອກແຮງງານໃນແຕ່ລະວັນຂອງປະຊາຊົນ ເປັນຕົ້ນແມ່ນ ໂມ້ເຂົ້າ, ສາກຕຳເຂົ້າ, ຄັນໄຖ, ຄາດ…ວັດຖຸພັນນັບພັນຢ່າງນັ້ນ ໄດ້ຖືກຈັດວາງ ແລະ ວາງສະແດງຢ່າງມີວິທະຍາສາດ, ຊ່ວຍໃຫ້ຜູ້ຊົມມີຄວາມຮູ້ສຶກໄດ້ຮູບພາບທັງໝົດຂອງດິນແດນ ແລະ ປະຊາຊົນ ແທັງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ. ສຳລັບພວກນ້ອງນັກຮຽນຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ດົງຫ໋າຍ, ນະຄອນ ແທັງຮ໊ວາ, ບັນດາວັດຖຸພັນນັ້ນ  ຍັງຕັກເຕືອນ, ສຶກສາອົບຮົມໃຫ້ພວກນ້ອງກ່ຽວກັບມູນເຊື້ອວັດທະນະທຳ, ປະຫວັດສາດອັນລ້ຳຄ່າຂອງບ້ານເກີດເມືອງນອນຕົນ. ເອື້ອຍຄູ ຕະເຟືອງຖ໋າວ, ໂຮງຮຽນມັດທະຍົມຕອນຕົ້ນ ດົງຫ໋າຍ ແບ່ງປັນວ່າ:

“ບັນດາວັດຖຸພັນຢູ່ທີ່ນີ້ແມ່ນອຸດົມສົມບູນ, ສວຍງາມ, ມີຄວາມໃກ້ຊິດຕິດແທດກັບຊີວິດປະຈຳວັນຂອງປະຊາຊົນ…ໂຮງຮຽນຂອງພວກຂ້າພະເຈົ້າມີ 55 ຄົນ, ໄດ້ຢ້ຽມຊົມ, ລົງພຶດຕິກຳຕົວຈິງໃນຄັ້ງນີ້ ແມ່ນຄວາມພາກພູມໃຈປິຕິຊົມຊື່ນ ນຳມາເຊິ່ງຄວາມຮູ້ອັນລ້ຳຄ່າໃຫ້ແກ່ນັກຮຽນ.”

ສຳລັບທ່ານ ຫງວຽນວັນວ້ຽນ, ຢູ່ຕາແສງ ກ໋ວາງທິ້ງ, ນະຄອນ ແທັງຮ໊ວາ, ທ່ານຖືວ່າງານວາງສະແດງແມ່ນການເຄື່ອນໄຫວທີ່ມີຄວາມໝາຍປະຫວັດສາດຢ່າງເລິກເຊິ່ງ, ເປັນໜ້າຈົດຈຳ ແລະ ມີຄວາມເອກອ້າງທະນົງໃຈ:

“ນີ້ແມ່ນອະນຸສອນທີ່ດີງາມ, ພວກຂ້າພະເຈົ້າໄດ້ຫວນຄືນແຕ່ສະໄໝພະນາງຈຶງພະນາງຈ້ຽວ, ຈົນຮອດໄລຍະຂອງ ຮ່າມຣົ່ງ ວິລະຊົນ…ມານີ້ໄດ້ເຂົ້າພຶດຕິກຳຕົວຈິງ, ແມ່ນຄວາມເບີກບານມ່ວນຊື່ນ, ມີຄວາມໝາຍສຳລັບຂ້າພະເຈົ້າເອງ.”

ງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” - ảnh 2 ງານວາງສະແດງ “ແທັງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” 

ງານວາງສະແດງໄດ້ດຶງດູດປະຊາຊົນໃນແຂວງມາຢ້ຽມຊົມເປັນຈຳນວນຫລວງຫລາຍ. ຈຸດພິເສດຂອງງານວາງສະແດງແມ່ນ ໄປຄຽງຄູ່ກັບການວາງສະແດງຢູ່ໃນເຮືອນ, ຄະນະຈັດຕັ້ງຍັງວາງສະແດງວັດຖຸພັນຢູ່ເດີນກາງແຈ້ງ, ຢູ່ລຽບຕາມທາງຫລວງ ເລເລີ້ຍ, ດ້ວຍບັນດາຮູບພາບປະກອບທີ່ມີຊີວິດຊີວາ. ປະຊາຊົນແຂວງ ແທັງຮ໊ວາ ເປັນຈຳນວນຫລວງຫລາຍໄດ້ສະແດງຄວາມນິຍົມຊົມຊອບ, ມາຢ້ຽມຊົມ ແລະ ຖ່າຍຮູບໄວ້ເປັນທີ່ລະນຶກ. ທ່ານ ບູຍຊີ໊ເລິມ ຢູ່ບ້ານ ກິມເຊີນ, ເມືອງ ຮວັ່ງຮ໊ວາ, ແຂວງ ແທງຮ໊ວາ ໃຫ້ຮູ້ວ່າ: ສຳລັບບັນດາຊາວໜຸ່ມ, ເຍົາວະຊົນ ງານວາງສະແດງໄດ້ຊ່ວຍໃຫ້ພວກນ້ອງ ມີຄວາມເຂົ້າໃຈກ່ວາ ກ່ຽວກັບມູນເຊື້ອປະຫວັດສາດຂອງທ້ອງຖິ່ນ; ສຳລັບຜູ້ມີອາຍຸສູງນັ້ນ ໄດ້ຫວນຄືນອະນຸສອນຕໍ່ບັນດາເອກະສານ, ວັດຖຸພັນທີ່ເຂັ້ມຂຸ້ນໄປດ້ວຍຄວາມປະທັບໃຈຂອງວັນເວລາ. ທ່ານ ບູຍຊີ໊ເລິມ ແບ່ງປັນວ່າ:

“ຂ້າພະເຈົ້າມາເບິ່ງບັນດາເອກະສານ, ວັດຖຸພັນເມື່ອກ່ອນນີ້ ແລະ ປັດຈຸບັນ ເພື່ອຊອກຄວາມເຂົ້າໃຈກ່ຽວກັບວິວັດການພັດທະນາຂອງ ແທັງຮ໊ວາ, ເພື່ອຫວນຄືນອະນຸສອນໃຫ້ພວກຫຼານ ຊ່ວຍໃຫ້ພວກຫຼານມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບວິວັດການພັດທະນາຂອງ ແທັງຮ໊ວາ.”

ຄວາມເອກອ້າງທະນົງໃຈແມ່ນຄວາມຮັບຮູ້ລວມຂອງບັນດາຜູ້ທີ່ໄດ້ມາຢ້ຽມຊົມງານວາງສະແດງ “ແທັງຮ໊ວາ  ເມື່ອກ່ອນນີ້ ແລະ ປັດຈຸບັນ”. ເອື້ອຍ ເລຢຸງ, ພວມປະຕິບັດງານຢູ່ສູນຄົ້ນຄວ້າວິທະຍາສາດສັງຄົມ ແລະ ມະນຸດສາດ, ສັງກັດມະຫາວິທະຍາໄລ ຮົ່ງດຶກ ສະແດງຄວາມຮູ້ສຶກວ່າ:

“ໂດຍເປັນລູກຫຼານຂອງບ້ານເກີດເມືອງນອນ ແທັງຮ໊ວາ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຂອງ ແທັງຮ໊ວາ ວິລະຊົນໃນການສູ້ຮົບ, ເກັ່ງກ້າສາມາດໃນການອອກແຮງງານທຳການຜະລິດ. ພວກຂ້າພະເຈົ້າປາດຖະໜາຢາກມີບັນດາງານວາງສະແດງຄືແນວນີ້ ເພື່ອໃຫ້ລູກຫຼານ, ບັນດາລຸ້ນໜຸ່ມມີຄວາມເຂົ້າໃຈແຈ້ງກ່ຽວກັບປະຊາຊົນ ແທັງຮ໊ວາ.”

ງານວາງສະແດງ “ແທງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” - ảnh 3 ງານວາງສະແດງ “ແທັງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” 

ງານວາງສະແດງ “ແທັງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ” ແມ່ນງານວາງສະແດງທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນລະບົບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 990 ປີແຫ່ງວັນໃສ່ຊື່ ແທັງຮ໊ວາ. ງານວາງສະແດງລວມມີ 4 ພາກ: ພາກທີໜຶ່ງ: ແທັງຮ໊ວາ ໄລຍະປະຖົມບູຮານ - ດຶກດຳບັນ; ພາກທີສອງ: ແທັງຮ໊ວາ ໄລຍະສັກດີນາ ແລະ ຫົວເມືອງຂຶ້ນເຄິ່ງສັກດີນາ; ພາກທີສາມ: ແທັງຮ໊ວາ ໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງສັງຄົມນິຍົມ (1945 - 1975); ພາກທີສີ່: ແທັງຮ໊ວາ ໃນໄລຍະປ່ຽນແປງໃໝ່.

ດ້ວຍຮູບຖ່າຍ, ເອກະສານ, ວັດຖຸພັນເກືອບ 10.000 ຢ່າງ ໂດຍຄະນະຈັດຕັ້ງ ແລະ ບັນດາຫົວໜ່ວຍ, ອົງການຈັດຕັ້ງ, ສ່ວນບຸກຄົນສະສົມ ແລະ ດ້ວຍຮູບຖ່າຍ, ເອກະສານ, ວັດຖຸພັນກ່ວາ 200 ຢ່າງ ໂດຍກົມສຳເນົາ ແລະ ເກັບມ້ຽນເອກະສານແຫ່ງຊາດເກັບຮັກສາ, ໃນນັ້ນ ມີຮູບຖ່າຍ, ເອກະສານ, ວັດຖຸພັນອັນລ້ຳຄ່າຫລາຍຢ່າງ ເປັນຄັ້ງທຳອິດໄດ້ປະກາດ, ງານວາງສະແດງໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ມະຫາຊົນ ແລະ ແຂກທ່ອງທ່ຽວກ່ຽວກັບ “ແທັງຮ໊ວາ ເມື່ອກ່ອນນີ້ ແລະ ປັດຈຸບັນ”. ງານວາງສະແດງໄດ້ເຮັດໃຫ້ປະຊາຊົນແຕ່ລະຄົນອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ, ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບມູນເຊືື້ອປະຫວັດສາດຂອງບ້ານເກີດເມືອງນອນ “ດິນແດນສັກສິດ - ບຸກຄົນມີຄວາມເກັ່ງກ້າສາມາດ” ແລະ ກຳນົດຄວາມຮັບຜິດຊອບຂອງແຕ່ລະໝູ່ຄະນະ, ແຕ່ລະສ່ວນບຸກຄົນຢ່າງຈະແຈ້ງກ່ວາ ໃນການຮັກສາ, ເສີມຂະຫຍາຍມໍລະດົກ ຊຶ່ງບັນພະບູລຸດໄດ້ສ້າງໄວ້./.

ຕອບກັບ