ຄວາມຊົງຈຳກ່ຽວກັບປະທານ ໂຮ່ຈີມິນ ຍັງຄົງມີຄຸນຄ່າໃນດວງໃຈ ຂອງເພື່ອນມິດ ຝຣັ່ງ

Quang Dung
Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຝຣັ່ງ ພ້ອມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຝຣັ່ງ ແລະ ເພື່ອນມິດ ຝຣັ່ງ ເປັນຈຳນວນຫລວງຫລາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວອາໄລຫາປະທານ ໂຮ່ຈີມິນ.

ໃນຄາວຍັງມີຊີວິດ, ປະທານ ໂຮ່ຈີມິນ ດຳລົງຊີວິດແບບລຽບງ່າຍທີ່ສຸດ, ອ່ອນນ້ອມຖ່ອມຈຽມ, ເຊື່ອມຕົວເຂົົ້າກັບທຳມະຊາດ ແຕ່ຍັງສະແດງໃຫ້ເຫັນແນວຄິດຄຸນສົມບັດດີເດັ່ນ, ໃກ້ຊິດສະໜິດສະໜົມ, ສຸພາບຮຽບຮ້ອຍ. ບັນດາເພື່ອນມິດສາກົນ, ໃນນັ້ນມີບັນດາເພື່ອນມິດ ຝຣັ່ງ, ນັບທັງສາມັນຊົນຈົນເຖິງປະມຸກລັດ ເມື່ອໄດ້ພົບປະ ກໍ່ລ້ວນແຕ່ສະແດງຄວາມນິຍົມນັບຖືເພິ່ນ. ເຫດການສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ບັນດາເພື່ອນມິດ ຝຣັ່ງ ຫວນຄືນບັນດາຄວາມຊົງຈຳກ່ຽວກັບຜູ້ນຳ ພໍ່ພຽງແຕ່ແມ່ນສັນຍາລັກໃຫ້ແກ່ກິດຈະການຕໍ່ສູ້ປົດປ່ອຍຊາດທີ່ຖືກກົດຂີ່ຂູດຮີດໃນໂລກເທົ່ານັ້ນ ຫາກຍັງແມ່ນຜູ້ທີ່ມີຄວາມລຽບງ່າຍຄືກັບບັນດາຜູ້ອື່ນອີກດ້ວຍ.

ຄວາມຊົງຈຳກ່ຽວກັບປະທານ ໂຮ່ຈີມິນ ຍັງຄົງມີຄຸນຄ່າໃນດວງໃຈ ຂອງເພື່ອນມິດ ຝຣັ່ງ - ảnh 1 ຫ້ອງ ໂຮ່ຈີມິນ

ທ້າຍຊຸມປີ 90 ຂອງສະຕະວັດກ່ອນ, ເມື່ອອຳນາດການປົກຄອງເມືອງ 17 ນະຄອນຫລວງ ປາຣີ ຕົກລົງມ້າງຮື້ເຮືອນເລກທີ 9, ຮ່ອມ Compoint, ຢູ່ນະຄອນ Montreuil, ຊານນະຄອນຫລວງ ປາຣີ ໄປທາງທິດຕາເວັນອອກ, ເຊິ່ງແມ່ນບ່ອນທີ່ຊາຍໜຸ່ມ ຫງວຽນອ໊າຍກວ໊ກ ເຄີຍດຳລົງຊີວິດຢູ່ເປັນເວລາຫລາຍປີໃນໄລຍະທີ່ອາໄສຢູ່ ປາຣີ, ຫໍພິພິທະພັນປະຫວັດສາດ Montreuil ພ້ອມກັບສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ເກັບໂຮມ ແລະ ຮັກສາໄວ້ອັນໃດທີ່ຍັງເຫຼືອທັງໝົດໃນເຮືອນນັ້ນ. ສ່ວນຫລາຍ, ຈຳນວນວັດຖຸທີ່ລະນຶກໄດ້ສົ່ງກັບຄືນມາ ຫວຽດນາມ ແຕ່ບາງອັນຍັງໄດ້ວາງສະແດງຢູ່ຫໍພິພິທະພັນ Montreuil ໃນຫ້ອງທີ່ມີຊື່ວ່າ “ຫ້ອງ ໂຮ່ຈີມິນ”.

ໃນບໍລິເວນຂຽວເຢັນສະບາຍຂອງຫໍພິພິທະພັນປະຫວັດສາດ ຢູ່ນະຄອນ Montreuil, ທ່ານ Gilbert Schoon ພວມຕັ້ງໃຈບັນລະຍາຍໃຫ້ບັນດາແຂກທີ່ມາຊົມວັດຖຸວາງສະແດງຢູ່ຫ້ອງທີ່ມີຊື່ ໂຮ່ຈີມິນ. ຫ້ອງນີ້ມີເນື້ອທີ່ກ້ວາງພຽງແຕ່ 10 ຕາແມັດເທົ່ານັ້ນ, ກັບມີລະບຽງນ້ອຍຍາວປະມານ 2 – 3 ແມັດ, ແຕ່ວ່ານັ້ນແມ່ນໜຶ່ງໃນບັນດາກິດຈະກຳທີ່ມີແຂກເຂົ້າມາຢ້ຽມຊົມຫລາຍທີ່ສຸດຂອງຫໍພິພິທະພັນ, ເຊິ່ງກ່ອນນີ້ ແມ່ນບ່ອນເຮັດວຽກເປັນເວລາຫລາຍປີຂອງທ່ານຜູ້ອຳນວຍການຫໍພິພິທະພັນ Gilbert Schoon.  ທ່ານ Schoon ເລົ່າສູ່ຟັງວ່າ ສຳລັບບັນດາຜູ້ທີ່ເຮັດວຽກໃນຫໍພິພິທະພັນຄືທ່ານ Schoon, ເນື້ອທີ່ຫ້ອງ ໂຮ່ຈີມິນ ເຖິງວ່າໜ້ອຍກໍ່ຕາມ ແຕ່ກໍ່ໄດ້ສ່ອງແສງຖືກຕາມມາດຕະຖານຂອງຫໍພິພິທະພັນ, ນັ້ນແມ່ນການບັນທຶກຄືນປະຫວັດການດຳລົງຊີວິດໃນອະດີດ ແລະ ໂຮ່ຈີມິນ ແມ່ນຊື່ທີ່ໄດ້ຝັງເລິກໃນຄວາມຊົງຈຳຂອງຊາວ ຝຣັ່ງ ຫລາຍລຸ້ນຄົນ. ດ້ວຍວິທີເກັບຮັກສາບັນດາວັດຖຸທີ່ລະນຶກນີ້, ຊາວ  ຝຣັ່ງ ສາມາດມາສະຖານທີ່ນີ້ ແລະ ຮັບຮູ້ວ່າ ທີ່ແທ້ ໂຮ່ຈີມິນ ເຄີຍດຳລົງຊີວິດຄືແນວນັ້ນ ໃນດິນແດນຂອງ ຝຣັ່ງ.

ຄວາມຊົງຈຳກ່ຽວກັບປະທານ ໂຮ່ຈີມິນ ຍັງຄົງມີຄຸນຄ່າໃນດວງໃຈ ຂອງເພື່ອນມິດ ຝຣັ່ງ - ảnh 2 ທ່ານ Gilbert Schoon

ສຳລັບໃນນາມສ່ວນຕົວທ່ານ Gilbert Schoon, ພາຍຫລັງຄົ້ນຄວ້າ, ຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ ມາເປັນເວລາຫລາຍປີ, ຄວາມຮູ້ສຶກຂອງທ່ານກ່ຽວກັບປະທານ ໂຮ່ຈີມິນ ຍັງແຮງຢູ່. ທ່ານ ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ປະທານ ໂຮ່ຈີມິນ ກ່ຽວກັບຈິດໃຈໃນການຕັດສິນໃຈ, ຄວາມອົດທົນ ແລະ ທັງການອຸທິດສ່ວນຕະຫລອດຊີວິດ. ປະທານ ໂຮ່ຈີມິນ ບໍ່ທັນມີຍາມໃດທີ່ຖືຕົນເອງຢູ່ເໜືອກ່ວາທຸກຄົນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານວິທີການນຸ່ງຖື, ວິທີເຮັດວຽກກັບປະຊາຊົນຢູ່ທົ່ງນາ, ນັບທັງເລື່ອງລ້ຽງປາ…ແທ້ຈິງແລ້ວ, ປະທານ ໂຮ່ຈີມິນ ກໍ່ແມ່ນຄົນຜູ້ໜຶ່ງທີ່ຄືກັນກັບຄົນຜູ້ອື່ນໆ. ຂ້າພະເຈົ້າໄດ້ມີໂອກາດໄປ ຮ່າໂນ້ຍ ແລະ ໄປເບິ່ງເຮືອນຮ້ານຂອງປະທານ ໂຮ່ຈີມິນ, ໄປເບິ່ງລົດເພິ່ນຂີ່, ຕຽງເພິ່ນນອນ. ຄວາມຈິງແມ່ນຕື້ນຕັນໃຈທີ່ສຸດ. ແນ່ນອນວ່າ ຂ້າພະເຈົ້າມີຄວາມປະທັບໃຈຕໍ່ສິ່ງທີ່ເພິ່ນໄດ້ເຮັດ, ບໍ່ພຽງແຕ່ໃຫ້ປະເທດ ຫວຽດນາມ ເທົ່ານັ້ນ ຫາກຍັງໃຫ້ທັງໂລກອີກດ້ວຍ, ຍ້ອນວ່າ ເພິ່ນໄດ້ເຮັດໃຫ້ໂລກເຫັນວ່າ ບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດ ສາມາດລຸກຮື້ຂຶ້ນຕໍ່ສູ້ເພື່ອປົດປ່ອຍອອກຈາກບັນດາອິດທິກຳລັງລ່າເມືອງຂຶ້ນຕ່າງດ້າວ. ປະທານ ໂຮ່ຈີມິນ ໄດ້ເປີດປະຕູ ເພືຶ່ອໃຫ້ບັນດາຊົນຊາດອື່ນຄື: ອານເຊຣີ ແລະ ຫລາຍປະເທດອື່ນ ໄດ້ສືບທອດຍາດເອົາສິດຕັດສິນດ້ວຍຕົນເອງ.”

ກໍ່ຄ້າຍຄືກັນກັບທ່ານ Gilbert Schoon, ທ່ານ Philippe Lamarche ຮອງຜູ້ວ່າການນະຄອນ Montreuil ກໍ່ຄິດເຖິງປະທານ ໂຮ່ຈີມິນ ດ້ວຍບັນດາຄວາມຊົງຈຳເລິກເຊິ່ງເຂັ້ມຂຸ້ນ. ເມື່ອອ່ານບົດສູນທອນພົດທີ່ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ໃນບໍລິເວນອະນຸສາວະລີປະທານ ໂຮ່ຈີມິນ ຢູ່ສວນສາທາລະນະ Montreu, ນະຄອນ Montreuil, ທ່ານ Lamarche ໄດ້ຫວນຄືນວິວັດການເຄື່ອນໄຫວຂອງຊາຍໜຸ່ມ ຫງວຽນອ໊າຍກວ໊ກ (ປະທານ ໂຮ່ຈີມິນ) ຢູ່ດິນແດນ ຝຣັ່ງ. ທ່ານກ່າວວ່າ:

ເປັນນັກກອມມູນິດ, ຂ້າພະເຈົ້າເຂົ້າໃຈໄດ້ໝົດ ອັນໃດທີ່ປະທານ ໂຮ່ຈີມິນ ໄດ້ປະກອບສ່ວນເຂົ້າໃນການສ້າງອຸດົມການລວມຂອງພວກເຮົາ, ຢູ່ ຝຣັ່ງ ກໍ່ຄືຢູ່ ຫວຽດນາມ ແລະ ໃນທັງໃນວຽກງານການສ້າງການເຊື່ອມຕໍ່ລະຫວ່າງ 2 ຝ່າຍ. ໃນນາມສ່ວນຕົວສຳລັບຂ້າພະເຈົ້າແລ້ວ ປະທານ ໂຮ່ຈີມິນ ກໍ່ແມ່ນໜຶ່ງໃນບັນດາການນຳຍິ່ງໃຫຍ່ຂອງພັກຂອງຂ້າພະເຈົ້າ, ແມ່ນພັກກອມມູນິດ ຝຮັ່ງ. ສະນັ້ນ, ເມື່ອພວກເຮົາລະນຶກເຖິງບັນດາຄວາມຊົງຈຳກ່ຽວກັບປະທານ ໂຮ່ຈີມິນ, ຂ້າພະເຈົ້າຄິດວ່າ ສ່ວນໜຶ່ງໃນຈຳນວນສິ່ງທີ່ເພິ່ນໄດ້ເຮັດ, ສິ່ງທີ່ເພິ່ນເປັນຕົວແທນນັ້ນ ຍັງຍືນຍົງຄົງຕົວໃນດວງໃຈນັກກອມມູນິດ ຝຣັ່ງ ຕະຫລອດໄປ. ສະນັ້ນ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ ທີ່ໄດ້ລະນຶກເຖິງບັນດາຄວາມຊົງຈຳກ່ຽວກັບປະທານ ໂຮ່ຈີມິນ.

ຄວາມຊົງຈຳກ່ຽວກັບປະທານ ໂຮ່ຈີມິນ ຍັງຄົງມີຄຸນຄ່າໃນດວງໃຈ ຂອງເພື່ອນມິດ ຝຣັ່ງ - ảnh 3 ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ໃນບໍລິເວນອະນຸສາວະລີປະທານ ໂຮ່ຈີມິນ ຢູ່ສວນສາທາລະນະ Montreu

ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຝຣັ່ງ ພ້ອມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຝຣັ່ງ ແລະ ເພື່ອນມິດ ຝຣັ່ງ ເປັນຈຳນວນຫລວງຫລາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວອາໄລຫາປະທານ ໂຮ່ຈີມິນ ຄື: ຈູດທູບທຽນບູຊາປະທານ ໂຮ່ຈີມິນ ຢູ່ສະຖານທູດ, ວາງພວງມາລາຢູ່ຮ່ອມ Compoint ແລະ ຢູ່ອະນຸສາວະລີລຸງໂຮ່ໃນສວນສາທາລະນະ Montreau ຂອງນະຄອນ Montreuil./.

ຕອບກັບ