ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ

Chia sẻ
(VOVWORLD) - ເມື່ອສັງຄົມນັບມື້ນັບພັດທະນາ, ເລື່ອງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຊີວິດການເປັນຢູ່ຍິ່ງໄດ້ຮັບການເອົາໃຈໃສ່, ພິເສດແມ່ນບັນດາການເຄື່ອນໄຫວວົງຄະນະຍາດ ມຸ່ງໄປເຖິງບັນດາເປົ້າໝາຍແມ່ນເດັກນ້ອຍ.

 ບັນດາເຂດລະຫຼິ້ນບັນເທີງວົງຄະນະຍາດໄດ້ຮັບການເປີດກ້ວາງໄປທົ່ວທຸກບ່ອນ, ດ້ວຍບັນດາການເຄື່ອນໄຫວຟົດຟື້ນມ່ວນຊື່ນ ແລະ ມີຜົນປະໂຫຍດ, ບັນດາຮູບການເຂົ້າຮ່ວມການລະຫຼິ້ນກໍ່ເປັນເອກະລັກສະເພາະທີ່ສຸດ.

ຕໍ່ໜ້າບັນດາຮູບແບບການລະຫຼິ້ນທີ່ເປັນເອກະລັກສະເພາະ ທີ່ນັບມື້ນັບໄດ້ພັດທະນາຢ່າງກ້ວາງຂວາງໄປທົ່ວສັງຄົມນັ້ນ, ໃນແຕ່ລະຄອບຄົວ, ແຕ່ລະຄົນລ້ວນແຕ່ບຸລິມະສິດໃຫ້ແກ່ບັນດາສະມາຊິກທີ່ເປັນເດັກໃນຄອບຄົວ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼິ້ນໃນສັງຄົມ, ໄດ້ຄົ້ນຫາບັນດາຮູບແບບການລະຫຼິ້ນທີ່ມີຢູ່ໃນທ້ອງຖິ່ນທີ່ຕົນພວມດຳລົງຊີວິດ.

ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ - ảnh 1 ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ (ພາບອິນເຕີແນັດ)

ເມື່ອໂອກາດລະດູຮ້ອນວຽນມາ ຫຼື ງານບຸນຕ່າງໆ, ຢູ່ສວນສາທາລະນະ ເກົ່າໄຢ໊, ຮ່າໂນ້ຍ, ພັດຄັບຄາໜາແໜ້ນກ່ວາລະດູປົກກະຕິ. ຍ້ອນວ່າຫລາຍຄອບຄົວໄດ້ໃຫ້ລູກຫຼານຂອງຕົນໄປຫຼິ້ນບັນດາການລະຫຼິ້ນຢູ່ກາງແຈ້ງຄື: ປີນເຊືອກແມງມຸມ, ໂຫນເຊືອກ, ຂີ່ໄມ້ເດື່ອງດ່າງ…ເອື້ອຍ ຈິ້ງທິແທັງ ຢູ່ ອານແຄ໊ງ, ເມືອງ ຮ່ວາຍດຶກ, ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ມານີ້ບັນຍາກາດປອດໂປ່ງເຢັນສະບາຍ ເພື່ອໃຫ້ພວກລູກພ້ອມກັນລະຫຼິ້ນ, ພ້ອມກັນມ່ວນຊື່ນ. ທຳມະດາແມ່ນໄປເຮັດວຽກເລີຍ ບໍ່ມີເວລາພາລູກໄປຫຼິ້ນ, ແຕ່ວ່າມື້ນີ້ໄດ້ພັກ ຈຶ່ງໄດ້ພາພວກລູກອອກມາເຊື່ອມຕົວເຂົ້າກັບສິ່ງແວດລ້ອມ ເພື່ອໃຫ້ລູກໆມີຄວາມຮູ້ສຶກໄດ້ສະພາບຕົວຈິງກ່ວາ.”

ນອກຈາກບັນດາສວນສາທາລະນະທີ່ດຶງດູດປະຊາຊົນມາລະຫຼິ້ນ, ບັນເທີງເປັນຈຳນວນຫລວງຫລາຍແລ້ວ, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ກໍ່ແມ່ນສະຖານທີ່ທີ່ມີແຂກທ່ອງທ່ຽວມາຢ້ຽມຊົມ, ເຂົ້າຮ່ວມຄົ້ນຫາວັດທະນະທຳຂອງບັນດາຊົນເຜົ່າອ້າຍນ້ອງ. ອ້າຍ ເຈິ່ນວັນດ້າຍ, ເມືອງ ເກົ່າໄຢ໊, ຮ່າໂນ້ຍ ແບ່ງປັນວ່າ:

“ໃນຊຸມວັນພັກຫລາຍມື້ ພວກຂ້າພະເຈົ້າມັກພາພວກລູກໄປຢ້ຽມຊົມ, ເຂົ້າຮ່ວມຄົ້ນຫາຕົວຈິງຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ເພື່ອໃຫ້ພວກລູກມີຄວາມເຂົ້າໃຈຕື່ມ ກ່ຽວກັບ 54 ຊົນເຜົ່າອ້າຍນ້ອງຂອງປະເທດເຮົາ. ຜ່ານນັ້ນ, ຊ່ວຍໃຫ້ພວກລູກຮູ້ໄດ້ບັນດາຈຸດວັດທະນະທຳຂອງຊາວ ຫວຽດນາມ. ນອກນັ້ນ ກໍ່ໃຫ້ພວກລູກໄປຫຼິ້ນຢູ່ສູນການຄ້າ ເພື່ອຊື້ເຄື່ອງຂອງ ແລະ ເຂົ້າຮ່ວມບັນດາການລະຫຼິ້ນຢູ່ທີ່ນີ້.”

ໃນໂຄງການດຳເນີນງານແຫ່ງຊາດເພື່ອເດັກນ້ອຍໄລຍະປີ 2012 – 2020 ຂອງລັດຖະບານ, ບັນດາຕົວເລກຄາດໝາຍທີ່ສະຫງວນໃຫ້ແກ່ເດັກນ້ອຍຄື: ເບິ່ງແຍງດູແລສຸຂະພາບ, ສຶກສາພະລະກຳລັງ, ວັດທະນະທຳໄດ້ ແລະ ພວມໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ.

ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ - ảnh 2 ການລະຫລິ້ນແມ່ນສິດ ແລະ ໂອກາດພັດທະນາທັກສະຂອງເດັກນ້ອຍ (ພາບອິນເຕີແນັດ)

ການກຳນົດການລະຫຼິ້ນແມ່ນສ່ວນໜຶ່ງຈຳເປັນຢ່າງເດັດຂາດຂອງເກນອາຍຸໜຸ່ມນ້ອຍ, ກໍ່ແມ່ນສິ່ງທີ່ຈຳເປັນທີ່ສຸດໃຫ້ແກ່ການພັດທະນາ ແລະ ຮ່ຳຮຽນກ່ຽວກັບໂລກຂອງເດັກ, ບັນດານັກຊ່ຽວຊານໄດ້ຄົ້ນຄວ້າກ່ຽວກັບການເຄື່ອນໄຫວລະຫຼິ້ນຂອງເດັກນ້ອຍໃຫ້ຮູ້ວ່າ: ເດັກນ້ອຍມີສັນຊາດຕະຍານລະຫຼິ້ນ, ແຕ່ຕ້ອງການມີການໜູນຊ່ວຍ ແລະ ເອົາໃຈໃສ່ຈາກຜູ້ໃຫຍ່ຢູ່ອ້ອມຂ້າງ. ທ່ານນາງ ເຈິ່ນທິແທັງແທັງ, ອະດີດປະທານສະມາຄົມປົກປ້ອງສິດເດັກນ້ອຍຖືວ່າ: ລັດຖະບານຄວນສ້າງເງື່ອນໄຂເພື່ອໃຫ້ທຸກຂັ້ນ, ທຸກທ້ອງຖິ່ນ, ມີຄວາມສຸດຈິດສຸດໃຈໃນການລົງທຶນກໍ່ສ້າງເຂດລະຫຼິ້ນບັນເທີງດີທີ່ສຸດໃຫ້ແກ່ເດັກນ້ອຍ. ທ່ານນາງກ່າວວ່າ:

“ແຜນນະໂຍບາຍຂອງພວກເຮົາກ່ຽວກັບວຽກງານເດັກນ້ອຍແມ່ນວຽກງານທີ່ຮຽກຮ້ອງຕ້ອງການໃຫ້ມີການເຂົ້າຮ່ວມຂອງທົ່ວສັງຄົມ. ຫັນເປັນສັງຄົມຕ້ອງມີການແນະນຳ, ມີນະໂຍບາຍໃຫ້ເຂົາເຈົ້າເສີມຂະຫຍາຍ. ກໍ່ຄວນມີຂໍ້ກຳນົດກ່ຽວກັບການຫັນວຽກງານມາເປັນຂອງສັງຄົມ ເພື່ອໃຫ້ທຸກຄົນເຂົ້າໃຈໄດ້ການເຂົ້າຮ່ວມເປັນຫລາຍຮູບຫລາຍແບບ. ຕົວຢ່າງຄື: ຫັນເປັນສັງຄົມຢູ່ຊົນນະບົດ, ມີຕົ້ນໄມ້ຫລາຍ, ມີຜະລິດຕະພັນງ່າຍດາຍຫລາຍຢ່າງ ທີ່ໃກ້ຊິດຕິດແທດກັບທຳມະຊາດ ແຕ່ເຂົາເຈົ້າກໍ່ສາມາດນຳມາເຮັດໃຫ້ເດັກນ້ອຍຫຼິ້ນໄດ້. ເດັກນ້ອຍມັກບັນດາການລະຫຼິ້ນພື້ນເມືອງທີ່ສຸດ.”

ມຸ່ງໄປເຖິງການກໍ່ສ້າງບັນດາເຂດລະຫຼິ້ນທີ່ມີຄຸນປະໂຫຍດໃຫ້ແກ່ເດັກນ້ອຍ ຍາມໃດກໍ່ແມ່ນບັນຫາໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ, ທຸກຂະແໜງການ. ທ່ານ ຫງວຽນຈ້ອງອານ, ອະດີດຮອງຫົວໜ້າກົມເດັກນ້ອຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຍົກອອກມາດຕະການທີ່ວ່າ:

ກ່ຽວກັບບັນຫານີ້ ຕ້ອງມີນະໂຍບາຍສຸມໃສ່ລົງທຶນເຂົ້າໃນບັນດາເຂດລະຫຼິ້ນສາທາລະນະໃຫ້ແກ່ເດັກຢູ່ເຂດຫ່າງໄກຊອກຫຼີກ, ຮັບໃຊ້ເປົ້າໝາຍເດັກນ້ອຍທຸກຍາກ, ເດັກນ້ອຍຢູ່ບັນດາເຂດຖານທີ່ໝັ້ນປະຕິວັດໃນເມື່ອກ່ອນ…ລັດຕ້ອງຮັບຜິດຊອບຄ່າໃຊ້ຈ່າຍ ແລະ ຕ້ອງຮັບປະກັນສິດລະຫຼິ້ນ ແລະ ບັນເທີງໃຫ້ເດັກນ້ອຍ. ສ່ວນບັນດານະຄອນ, ເທດສະບານເມືອງ, ພວກເຮົາຮຽກຮ້ອງຫັນມາເປັນວຽກງານຂອງສັງຄົມ. ຕ້ອງມີກົດໝາຍທີ່ເຄັ່ງຄັດ ເພື່ອພາຍຫລັງກົດໝາຍໄດ້ກຳນົດບັນດາສິດຂອງເດັກນ້ອຍແລ້ວ ຜູ້ຕິດຕາມກວດກາການປະຕິບັດ ແລະ ຜູ້ຜັນຂະຫຍາຍການປະຕິບັດກົດໝາຍຕ້ອງຮັບປະກັນລັກສະນະພາວະວິໄສ, ໂປ່ງໃສ ແລະ ຮັບປະກັນຄວາມສະເໝີພາບຕໍ່ກົດໝາຍ.”

ການເຄື່ອນໄຫວລະຫຼິ້ນ, ບັນເທີງແມ່ນຄວາມຕ້ອງການທີ່ບໍ່ອາດຂາດໄດ້ຂອງມະນຸດ ພິເສດແມ່ນສຳລັບເດັກນ້ອຍ. ພິເສດແມ່ນບັນດາການເຄື່ອນໄຫວລະຫຼິ້ນບັນເທີງຢູ່ບ່ອນທີ່ມີອາກາດປອດໂປ່ງ ຈະຝຶກຝົນຫຼໍ່ຫຼອມໃຫ້ເດັກມີຄຸນນະທາດພື້ນຖານກ່ຽວກັບພູມປັນຍາ, ຄຸນສົມບັດ, ມີກຳລັງກາຍ, ສ້າງຄວາມດຸ່ນດ່ຽງໃຫ້ແກ່ຊີວິດ./.

ຕອບກັບ