BonBon City Tour, ຖ້ຽວລົດຄົ້ນຫາຮ່າໂນ້ຍ ໃນເມື່ອກ່ອນ

Bui Hang
Chia sẻ
(VOVWORLD) -ຫວ່າງແລ້ວນີ້, ລາຍການທ່ອງທ່ຽວຄົ້ນຫາຮ່າໂນ້ຍ ທີ່ມີຊື່ວ່າ “ບອນບອນ ຮ່າໂນ້ຍ” (ຫຼືເອີ້ນວ່າ BonBon City Tour) ໄດ້ສະເໜີຕົວຢູ່ຮ່າໂນ້ຍ. ນີ້ແມ່ນຈຸດໃໝ່ໃນບັນດາຜະລິດຕະພັນທ່ອງທ່ຽວຂອງນະຄອນຫຼວງຮ່າໂນ້ຍ, ອັນໄດ້ພານັກທ່ອງທ່ຽວມາຢ້ຽມຊົມຕົວຈິງ ແລະ ຄົ້ນຫາທຸກສິ່ງທີ່ຕິດພັນກັບປະຫວັດສາດ ແລະ ວັດທະນະທຳຮ່າໂນ້ຍ. ບົດຂຽນຂອງ ບຸ່ຍຮັ່ງ, ນັກຂ່າວ VOV.

BonBon City Tour, ຖ້ຽວລົດຄົ້ນຫາຮ່າໂນ້ຍ ໃນເມື່ອກ່ອນ - ảnh 1 ລົດເມ BonBon ສາມາດບັນທຸກແຂກທ່ອງທ່ຽວ 22 ຄົນ/ຖ້ຽວ

(ພາບ: zing.vn)

BonBon City Tour ໂດຍບໍລິສັດຫຸ້ນສ່ວນທ່ອງທ່ຽວ OPENSEA ສົມທົບກັບບໍລິສັດທ່ອງທ່ຽວ Hanoitourist ຈັດຕັ້ງ, ເຄື່ອນໄຫວຕາມຮູບແບບ Hop On – Hop Off (ໝາຍຄວາມວ່າ, ນັກທ່ອງທ່ຽວສາມາດແວ່ຢາມສະຖານທີ່ຕ່າງໆຕາມໃຈໃນລາຍການທ່ອງທ່ຽວອ້ອມຮ່າໂນ້ຍ). ຜ່ານນັ້ນ, ນຳມາໃຫ້ນັກທ່ອງທ່ຽວມີການຄັດເລືອກເໝາະສົມຫຼາຍຢ່າງ, ດ້ວຍບັນດາຮູບແບບທ່ອງທ່ຽວທີ່ແຕກຕ່າງກັນເປັນໜ້າປະທັບໃຈ. ນີ້ບໍ່ແມ່ນລົດເມຂາຍປີ້, ເມື່ອນັກທ່ອງທ່ຽວແຕ່ລະຄົນໃຊ້ການບໍລິການ BonBon City Tour ນັ້ນແມ່ນພວມຊອກຮູ້ຜະລິດຕະພັນທ່ອງທ່ຽວຄົ້ນຫາຮ່າໂນ້ຍ.

        ລົດເມ BonBon ສາມາດບັນທຸກແຂກທ່ອງທ່ຽວ 22 ຄົນ/ຖ້ຽວ. ເຄື່ອງປະກອບຢູ່ພາຍໃນລົດເມແມ່ນໄດ້ຮັບການປະດັບປະດາຕາມຮູບແບບຮ່າໂນ້ຍ ໃນເມື່ອກ່ອນ ດ້ວຍສີເຫຼືອງເປັນຕົ້ນ, ສ້າງຄວາມໃກ້ຊິດສະໜິດສະໜົມກັບນັກທ່ອງທ່ຽວ. ຖ້ຽວລົດທຳອິດຂອງ BonBon City Tour ເລີ່ມແຕ່ 9 ໂມງ ຫາ 16 ໂມງ 30 ນາທີ ໃນແຕ່ລະວັນ, ຜ່ານບັນດາບ່ອນຈອດລົດ ແລະ 30 ນາທີໃດກໍ່ມີລົດຖ້ຽວໜຶ່ງ. BonBon City Tour ຈະແລ່ນຜ່ານຖະໜົນ 23 ສາຍ, ລວມມີສະຖານທີຈອດລົດ 9 ບ່ອນ, ເຊິ່ງລ້ວນແຕ່ແມ່ນບັນດາສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ຄື: ພະລາດຊະວັງທັງລອງ, ວັດ ເຈິ໊ນກວັກ, ວັດ ແຮ່ຍາຍ, ຂົວລອງບຽນ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຫໍພິພິທະພັນແມ່ຍິງຫວຽດນາມ, ວັນມ໊ຽວ - ກວັກຕືຢ໊າມ (ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ)… ອ້າຍ ຫງວຽນດຶກຮ່ວາ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ OPENSEA, ຫົວໜ່ວຍຈັດຕັ້ງ BonBon City Tour, ໃຫ້ຮູ້ວ່າ.

        “ຈຸດປະສົງຕົ້ນຕໍຂອງ BonBon City Tour ແມ່ນສ້າງພຶດຕິກຳຕົວຈິງໃໝ່ໃຫ້ລູກຄ້າ ເພື່ອຄ່ອຍໆເຊື່ອມຕໍ່ລະຫວ່າງບັນດາສະຖານທີ່ທ່ອງທ່ຽວ ກໍຄືເພີ່ມທະວີຄຸນນະພາບການບໍລິການທ່ອງທ່ຽວຂອງຮ່າໂນ້ຍ. ການປະດັບປະດາຢູ່ໃນລົດ ແລະ ຢູ່ນອກຂອງລົດເມ BonBon City Tour ແມ່ນລະອຽດລະອໍທີ່ສຸດ, ເຊິ່ງເປັນສັນຍາລັກໃຫ້ສະໄໝຕ່າງໆຄື: ສະໄໝເກື້ອກູນ, ສະໄໝປ່ຽນແປງໃໝ່ໃນຊຸມປີ 80, 90. ການປະດັບປະດາດັ່ງກ່າວໄດ້ຮັບການຄັດເລືອກຢ່າງລະອຽດລະອໍ, ພ້ອມທັງມັນກໍ່ແມ່ນເລື່ອງລາວຂອງຮ່າໂນ້ຍ ຜ່ານ BonBon City Tour”.

        ໂດຍເປັນການສ້າງແຫຼ່ງບັນດານໃຈຈາກບັນດາຖ້ຽວລົດໃນເມື່ອກ່ອນ, BonBon City Tour ໄດ້ສ້າງສີສັນຂອງຮ່າໂນ້ຍ ເມື່ອກ່ອນ ໃນຊຸມປີ 70 – 80, ເພື່ອນຳມາໃຫ້ນັກທ່ອງທ່ຽວຄົ້ນຫາສິ່ງແທ້ຈິ່ງທີ່ສຸດ, ຕິດພັນກັບປະຫວັດສາດ ແລະ ວັດທະນະທຳໃນເມື່ອກ່ອນຂອງນະຄອນຫຼວງຮ່າໂນ້ຍ.

        ເຖິງວ່າເຄື່ອງປະກອບໃນລົດສ້າງສີສັນຮ່າໂນ້ຍ ກ່ອນນີ້ນັບສີບໆປີກໍ່ຕາມ, ແຕ່ບັນດາເຕັກໂນໂລຊີໃນລົດໃຫຍ່ນັ້ນຍັງໄດ້ນຳໃຊ້ຢ່າງຄົບຖ້ວນຄື: GPS, ໂປຼແກຼມທີ່ສາມາດຕັ້ງຄ່າໃນໂທລະສັບມືຖືລະບົບ iOS ຫຼື Android ດ້ວຍບັນດາຂໍ້ມູນຄືແຜນທີ່, ຂໍ້ມູນຂ່າວບັນດາສະຖານທີ່ກິນດື່ມ, ລະຫຼີ້ນບັນເທິງ ຢູ່ອ້ອມແອ້ມສະຖານທີ່ຈອດລົດ 9 ແຫ່ງນັ້ນ ແລະ ສຽງແນະນຳໄດ້ຮັບການແປ່ເປັນ 5 ພາສາຄື: ຫວຽດນາມ, ອັງກິດ, ຝລັ່ງ, ຈີນ ແລະ ສ.ເກົາຫຼີ. ເອື້ອຍ Jenny, ນັກທ່ອງທ່ຽວມາຈາກປະເທດຟີລິບປິນ, ເຊິ່ງແມ່ນນັກທ່ອງທ່ຽວນຳໃຊ້ການບໍລິການທ່ອງທ່ຽວ BonBon City Tour ແບ່ງປັນວ່າ.

        “ນີ້ແມ່ນການຄົ້ນຫາທີ່ເປັນເອກະລັກສະເພາະ. ຂ້າພະເຈົ້າໄດ້ຮູ້ວ່າ, ລົດເມໄດ້ຮັບການປະດັບຕາມຮູບແບບສະໄໝເກື້ອກູນ. ຢູ່ໃນລົດແມ່ນມີຄວາມອົບອຸ່ນ. ນອກນັ້ນ, ສິ່ງທີ່ຂ້າພະເຈົ້າມັກທີ່ສຸດນັ້ນແມ່ນໂປຼແກຼມຕັ້ງຄ່າໃນໂທລະສັບມືຖືນັ້ນໄດ້ຊີ້ທາງໃຫ້ນັກທ່ອງທ່ຽວ ມາເຖິງສະຖານທີ່ພິເສດຫຼາຍແຫ່ງຢູ່ໃນນະຄອນ, ຢູ່ບໍລິເວນຄຸ້ມຖະໜົນເກົ່າ, ໃນນັ້ນມີຫໍພິພິທະພັນ, ບັນດາຮ້ານອາຫານ ແຊບ. ຂ້າພະເຈົ້າລອງມາທ່ຽວຊົມສະຖານທີ່ແຫ່ງໜຶ່ງທີ່ໄດ້ແນະນຳໃນໂປຼແກຼມ, ນັ້ນແມ່ນຮ້ານອາຫານ Hanoi Gourmet ແລະ ຂອງກິນຢູ່ນີ້ແຊບຫຼາຍ”.

        ລາຄາປີ້ຕໍ່ຳສຸດແມ່ນ 350.000 ດົ່ງ/ຄົນ, ໃນນັ້ນລວມມີລາຄາເຂົ້າຢ້ຽມຊົມ, ຫຼຸດລາຄາບາງການບໍລິການຢູ່ເຂດທ່ອງທ່ຽວໃນລາຍການທ່ອງທ່ຽວ. ເພື່ອນ ຮ່າຈາງ, ຢູ່ເມືອງ ດົ໊ງດາ, ຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າເຫັນວ່າ ເນື້ອໃນລາຍການທ່ອງທ່ຽວຂອງ BonBon City Tour ແມ່ນພິເສດ, ດ້ວຍລົດເມໄດ້ຮັບການປະດັບທີ່ແຕກຕ່າງກັນກັບລົດເມປະຈຸບັນ. ນັ້ນແມ່ນລົດເມ BonBon ເອງແມ່ນມີເລື່ອງລາວ. ເມື່ອນັກທ່ອງທ່ຽວນຳໃຊ້ການບໍລິການ, ຈະໄດ້ຄົ້ນຫາເລື່ອງລາວຕ່າງໆຢູ່ຮ່າໂນ້ຍ ໃນຊຸມປີ 1990. ມັນໄດ້ນຳມາເຊິ່ງຄວາມຮູ້ສຶກໃຫ້ນັກທ່ອງທ່ຽວທີ່ວ່າ ພວມຄົ້ນຫາວັດທະນະທຳ ຫາກບໍ່ແມ່ນພວມໄປທ່ອງທ່ຽວ”.

        BonBon City Tour ໄດ້ພານັກທ່ອງທ່ຽວມາສູ່ບັນດາຄຸນຄ່າປະຫວັດສາດວັດທະນະທຳໂດຍກົງ ຜ່ານບັນດາການຄົ້ນຫາຢູ່ສະຖານທີ່ແຕ່ລະແຫ່ງ. ສະຖານທີ່ທ່ອງທ່ຽວແຕ່ລະແຫ່ງ ຈະມີຊີວິດຊີວາກວ່າ, ຮ່າໂນ້ຍ ໄດ້ເຊື່ອມຕໍ່ກັບນັກທ່ອງທ່ຽວ ຫາກບໍ່ພຽງແຕ່ແມ່ນສະຖານທີ່ເພື່ອແວ່ທ່ຽວຊົມເທົ່ານັ້ນ.

ຕອບກັບ