ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ

Lai Hoa - Thu Hoa
Chia sẻ
(VOVWORLD) -ໃນຕະຫລອດຊີວິດແຫ່ງການຕໍ່ສູ້ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນ, ປະທານ ໂຮ່ຈີມິນ ພຽງແຕ່ມີຄວາມຫວັງຈົນສຸດຂີດແມ່ນເຮັດແນວໃດເພື່ອໃຫ້ປະເທດ ຫວຽດນາມ ໄດ້ມີເອກະລາດຢ່າງສົມບູນ, ປະຊາຊົນ ຫວຽດນາມ ມີຄວາມເສລີຢ່າງສົມບູນ, ໃຜໆກໍ່ມີສິດມຸ່ງຫວັງມີຄວາມຜາສຸກຂອງຕົນ. 

ສະນັ້ນ, ໃນບົດພິໄນກຳຂອງເພິ່ນ, ແນວຄິດເພື່ອປະຊາຊົນ ແລະ ປົດປ່ອຍປະຊາຊົນໄດ້ຊຶມເລິກເຂົ້າໃນລັດທິມະນຸດສະທຳອັນສູງສົ່ງ ແລະ ທິດສະດີປັດຊະຍາຊີວິດຂອງມະນຸດ ເຊິ່ງເພິ່ນໄດ້ທຸ້ມເທເຫື່ອແຮງສ້າງຂຶ້ນ. ບົດຂຽນ “ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດບົດພິໄນກຳປະທານ ໂຮ່ຈີມິນ.

ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ - ảnh 1 ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ (ພາບ: Tuyengiao.vn)

        ບັນຫາມະນຸດ ແລະ ແນວຄິດວັດທະນະທຳມະນຸດ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນໃນບົດພິໄນກຳ ແມ່ນນ້ຳໃຈຄວາມຮັກແພງທີ່ມີຕໍ່ປະຊາຊົນທຸກຊັ້ນວັນນະໃນສັງຄົມ. ບໍ່ພຽງແຕ່ຂຽນໃນບົດພິໄນກຳແມ່ນ “ ສ້າງຄວາມຮັກແພງທີ່ລົ້ນເຫຼືອໄວ້ໃຫ້ທົ່ວປວງຊົນ, ທົ່ວພັກ, ໃຫ້ກອງທັບທຸກຖ້ວນໜ້າ, ໃຫ້ພວກຫຼານຊາວໜຸ່ມ ແລະ ເຍົາວະຊົນ” ເທົ່ານັ້ນ ຫາກເພິ່ນຍັງໄດ້ອຸທິດຕະຫລອດຊີວິດຂອງຕົນໃຫ້ແກ່ປະເທດຊາດ, ໃຫ້ຄວາມປາດຖະໜາອັນໃຫຍ່ຫລວງທີ່ສຸດແມ່ນປະເທດ ຫວຽດນາມ ໄດ້ມີເອກະລາດຢ່າງສົມບູນ, ພໍ່ແມ່ປະຊາຊົນມີຄວາມເສລີຢ່າງສົມບູນ, ໃຜໆກໍ່ມີເຂົ້າກິນ, ມີເຄື່ອງນຸ່ງຫົ່ມ, ໃຜໆກໍ່ໄດ້ຮ່ຳຮຽນ.

ເອົາໃຈໃສ່ເຖິງຜົນປະໂຫຍດຂອງປະຊາຊົນ

       ທ່ານສາດສະດາຈານ, ປະລິນຍາເອກ ແມັກກວາງທັ໊ງ, ສັງກັດສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຢັ້ງຢືນວ່າ ບໍ່ແມ່ນຄວາມບັງເອີນເຊິ່ງ ປະທານ ໂຮ່ຈີມິນ ໄດ້ຂຽນຢູ່ໃນບົດພິໄນກຳ “ວຽກງານທຳອິດແມ່ນສຳລັບປະຊາຊົນ”. ເພິ່ນໄດ້ສັ່ງສອນບັນດານັກປະຕິວັດລຸ້ນຕ່າງໆຕ້ອງເອົາໃຈໃສ່ເຖິງຜົນປະໂຫຍດຂອງປະຊາຊົນ ແລະ ພັກກຳອຳນາດຕ້ອງມີແຜນການເປັນຢ່າງດີ ເພື່ອເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ທ່ານ ແມັກກວາງທັ໊ງ ກ່າວວ່າ:

ສິດຂອງມະນຸດແມ່ນສິດມີຊີວິດ, ສິດມີຄວາມເສລີ ແລະ ສິດມີຄວາມຫວັງມີຄວາມຜາສຸກ. ນັ້ນແມ່ນຄຸນຄ່າຂອງທັງມວນມະນຸດ ເຊິ່ງ ໂຮ່ຈີມິນ ໄດ້ຮັບເອົາ, ນຳໃຊ້ຢູ່ ຫວຽດນາມ ແມ່ນສິດໄດ້ປົດປ່ອຍປະເທດຊາດ. ຄືດັ່ງເພິ່ນໄດ້ກ່າວວ່າ, ພວກເຮົາຕໍ່ສູ້ຍາດເອົາເອກະລາດ ເຊິ່ງປະຊາຊົນບໍ່ມີຄວາມເສລີນັ້ນ ເອກະລາດກໍ່ຈະບໍ່ມີຄວາມໝາຍຫຍັງທັງໝົດ. ມະນຸດຕ້ອງດຳລົງຊີວິດຢູ່ໃນສັນຕິພາບ, ອີ່ມໜຳສຳລານ ແລະ ມີຄວາມຜາສຸກ, ນັ້ນແມ່ນແນວຄິດ ໂຮ່ຈີມິນ ແລະ ສິ່ງດັ່ງກ່າວນີ້ ກໍ່ໄດ້ສະແດງໃຫ້ເຫັນຢູ່ໃນບົດພິໄນກຳຂອງເພິ່ນ.

        ກໍ່ເລີ່ມມາຈາກການມີຊີວິດທີ່ມີຄວາມເສລີ ແລະ ຄວາມຜາສຸກຂອງມະນຸດ ເຊິ່ງຈິດໃຈມີຄວາມເມດຕາກະລຸນາຂອງປະທານ ໂຮ່ຈີມິນ ຍາມໃດກໍ່ສະຫງວນໃຫ້ຜູ້ທີ່ມີຄວາມທຸກຍາກລຳບາກທີ່ສຸດໃນສັງຄົມ ໝາຍຄວາມວ່າແມ່ນກຳມະກອນ ແລະ ຊາວນາ. ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມຮັກແພງ, ປະທານ ໂຮ່ຈີມິນ ຈຶ່ງມີຄວາມເຂົ້າໃຈ ແລະ ເຫັນໃຈຢ່າງເລິກຕໍ່ຄວາມເຈັບຊ້ຳລະກຳໃຈຢ່າງສຸດແສນຂອງປະຊາຊົນຍ້ອນຄວາມກົດຂີ່ບໍ່ຍຸຕິທຳ, ຍ້ອນຄວາມຫຍຸ້ງຍາກລຳບາກ ຍ້ອນຄວາມເສຍຫາຍໃນສົງຄາມຂອງປະຊາຊົນຊາວຜູ້ອອກແຮງງານແຕ່ເໜືອຮອດໃຕ້. ໃນບົດພິໄນກຳ, ເພິ່ນຕັກເຕືອນວ່າ: “ຕ້ອງມີນະໂຍບາຍພິເສດຕໍ່ປະຊາຊົນທຸກຊັ້ນວັນນະ ຍ້ອນເພື່ອປະເທດຊາດ ຈຶ່ງໄດ້ເສຍສະຫຼະຊີວິດ”. ຕາມເພິ່ນແລ້ວ, ນັ້ນແມ່ນວຽກງານຈຳເປັນຕ້ອງໄດ້ປະຕິບັດ, ເຖິງວ່າຈະມີຄວາມຫຍຸ້ງຍາກ, ສັບສົນປານໃດກໍ່ຕ້ອງອອກແຮງປະຕິບັດ…ທ່ານປະລິນຍາເອກ ຈູດຶກຕິ໊ງ, ອະດີດຜູ້ອຳນວຍການຫໍພິພິທະພັນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        ກ່ອນທີ່ເພິ່ນຈະຈາກໄປ, ໃນບົດພິໄນກຳເພິ່ນໄດ້ຕັກເຕືອນທົ່ວພັກວ່າ, ເພິ່ນໄດ້ສືບທອດມູນເຊື້ອຂອງບັນດາເຈົ້າຊີວິດທີ່ມີຄວາມສະຫລາດສ່ອງໃສໃນປະຫວັດສາດຂອງຊາດ ເຊິ່ງເພິ່ນໄດ້ຄິດເຖິງເລື່ອງລາວພາຍຫລັງສົງຄາມໃນວຽກງານການຕີລາຄາຜົນງານ, ການລາຍງານຜົນງານ ແລະ ເບິ່ງແຍງດູແລບັນດາຜູ້ທີ່ໄດ້ປະກອບສ່ວນໃຫ້ແກ່ການປະຕິວັດ. ເພິ່ນມີຄວາມເຂົ້າໃຈຢ່າງເລິກວ່າ ຊາວກະສິກອນແມ່ນຜູ້ທີ່ລຳບາກກາກກຳທີ່ສຸດ. ນີ້ແມ່ນຄວາມເອົາໃຈໃສ່ຢ່າງແທດຈິງຂອງປະທານ ໂຮ່ຈີມິນ. ໄປຄຽງຄູ່ກັບຄວາມເອົາໃຈໃສ່ລວມ ແມ່ນໄດ້ຕັກເຕືອນພັກເຮົາ ຕ້ອງເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເພິ່ນໄດ້ຍົກເວັ້ນພາສີອາກອນໃຫ້ແກ່ຊາວກະສິກອນ 1 ປີ. ມາຮອດປັດຈຸບັນ, ພັກເຮົາໄດ້ປະຕິບັດແຜນນະໂຍບາຍນີ້ໄດ້ເປັນຢ່າງດີທີ່ສຸດ.

ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ - ảnh 2 ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ (ພາບ: Dangcongsan.vn)

ພັກຕ້ອງເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ

       ດ້ວຍຄວາມມຸ່ງຫວັງຢາກໃຫ້ສັງຄົມມີຄວາມສີວິໄລ ນຳເອົາຄວາມຜາສຸກມາໃຫ້ປະຊາຊົນ, ໃນບົດພິໄນກຳ, ປະທານ ໂຮ່ຈີມິນ ໄດ້ມີຄຳສັ່ງສອນທີ່ສັກກາລະບູຊາໄວ້ໃຫ້ວ່າ ສັກສິດ “ພັກຕ້ອງມີແຜນການເປັນຢ່າງດີ ເພື່ອພັດທະນາເສດຖະກິດ ແລະ ວັດທະນະທຳ, ແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ”. ໃນຊຸມປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່ປະເທດຊາດ, ຄຳສັ່ງສອນດັ່ງກ່າວຂອງປະທານ ໂຮ່ຈີມິນ ໄດ້ກາຍເປັນເຂັມຊີ້ທິດໃຫ້ແກ່ບັນດານະໂຍບາຍຊີ້ຂາດຂອງພັກ ແລະ ລັດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຝຸກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:

    ຄວາມເອົາໃຈໃສ່ໂດຍລວມຂອງພັກໃນການປະຕິບັດຄຳພິໄນກຳ ແລະ ພວກເຮົາໄດ້ມານະພະຍາຍາມປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ປະຊາຊົນເພື່ອປະຕິບັດກິດຈະການປ່ຽນແປງໃໝ່ໃຫ້ເປັນຢ່າງດີທີ່ສຸດ. ປະຈຸບັນ, ພັກ ແລະ ລັດ ໄດ້ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ; ປະຕິບັດມະຕິສູນກາງພັກຄັ້ງທີ 8 ກ່ຽວກັບການປ່ຽນແປງໃໝ່ພື້ນຖານການສຶກສາ; ມະຕິສູນກາງພັກຄັ້ງທີ 9 ກ່ຽວກັບການພັດທະນາວັດທະນະທຳມະນຸດເປັນຢ່າງດີ.

        ຄຳພິໄນກຳຂອງປະທານ ໂຮ່ຈີມິນ, ນອກຈາກມີຄຸນຄ່າທາງດ້ານປະຫວັດສາດ, ການເມືອງແລ້ວ, ຄວາມຈິງແມ່ນບົດພິໄນກຳທີ່ປ່ຽມລົ້ນໄປດ້ວຍນ້ຳໃຈຮັກແພງບໍ່ມີຂອບເຂດຂອງປະທານ ໂຮ່ຈີມິນ ສຳລັບພໍ່ແມ່ປະຊາຊົນ, ສະຫາຍ ແລະ ເພື່ອນມິດສາກົນ. ພາຍຫລັງ 50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ, ພັກກອມມູນິດ ຫວຽດນາມ ໄດ້ວາງອອກ ແລະ ນຳພາປະຊາຊົນປະຕິບັດແນວທາງປ່ຽນແປງໃໝ່ປະສົບຜົນສຳເລັດ, ນຳປະເທດຊາດໃຫ້ຫລຸດພົ້ນອອກຈາກວິກິດການເທື່ອລະກ້າວ, ມີສະຖຽນລະພາບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ແນວຄິດມະນຸດສະທຳອັນສູງສົ່ງໃນຄຳພິໄນກຳ ພວມສືບຕໍ່ສ່ອງແສງເຍືອງທາງໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກ້າວໄປເຖິງເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ./.

ຕອບກັບ